ກອງປະຊຸມສຸດຍອດອາຊຽນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື

11:49 | 13/11/2020

ຍ​ສ​ໝ - ທ່ານ ຫຼີເຄືອສຽງ ນາຍົກລັດຖະມົນຕີຈີນ ຢັ້ງຢືນວ່າ ໂດຍບໍ່ຫົວຊາຕໍ່ໂລກລະບາດ ໂຄວິດ - 19, ການຄ້າ ອາຊຽນ - ຈີນຍັງຄົມເພີ່ມຂຶ້ນ ແລະ ອາຊຽນຈະແມ່ນຄູ່ຮ່ວມມືທາງການຄ້າ ໃຫຍ່ທີ່ສຸດຂອງ ຈີນ ເມື່ອວົງເງິນການຄ້າສອງສົ້ນ ໃນໄລຍະ 3 ເດືອນຕົ້ນປີ 2020 ເພີ່ມຂຶ້ນ 70% ເມື່ອທຽບໃສ່ໄລຍະດ່ຽວກັນຂອງປີ 2019.

ກອງປະຊ ມສ ດຍອດອາຊຽນ ກ ບ ບ ນ ດາ ຄ ຮ ວມ ມ ຫວຽດນາມ - ຈີນ ໄດ້ຊຸກຍຸການຮ່ວມມືໃນຂົງເຂດດ້ານປ້ອງກັນຊາດ
ກອງປະຊ ມສ ດຍອດອາຊຽນ ກ ບ ບ ນ ດາ ຄ ຮ ວມ ມ ລົດໄຟ ລາວ-ຈີນ ຄືບໜ້າແລ້ວ 90% ຄາດວ່າຈະເປີດໃຫ້ບໍລິການໃນທ້າຍປີ 2021
ກອງປະຊ ມສ ດຍອດອາຊຽນ ກ ບ ບ ນ ດາ ຄ ຮ ວມ ມ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກກ່າວຄຳເຫັນທີ່ກອງປະຊຸມ (ພາບ: baomoi.com)

ກອງປະຊຸມສຸດຍອດອາຊຽນ - ຈີນຄັ້ງທີ 23 ໄດ້ດຳເນີນໃນວັນທີ 12 ພະຈິກໃນຂອບເຂດກອງປະຊຸມສຸດຍອດອາຊຽນຄັ້ງທີ 37. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ກອງປະຊຸມມີຄວາມໝາຍສຳຄັນ ເພື່ອແນໃສ່ກຳນົດທິດການຮ່ວມມືລະຫວ່າງ ອາຊຽນ ກັບ ຈີນ ເພື່ອພ້ອມກັນຜ່ານຜ່າສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກໃນປັດຈຸບັນ, ຍູ້ຄວາມສ່ຽງເກີດໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ຮັບປະກັນຊີວິດການເປັນຢູ່ຢ່າງສະຫງົບສຸກໃຫ້ແກ່ປະຊາຊົນ, ຮັກສາສະພາບແລດລ້ອມແຫ່ງສະຖຽນລະພາບເພື່ອພ້ອມກັນຟື້ນຟູ ແລະ ພັດທະນາ. ທີ່ກອງປະຊຸມ ອາຊຽນ - ຈີນ ຄັ້ງທີ 23 ທີ່ໄດ້ວາງອອກບັນດາການກຳນົດທິດການຮ່ວມມືສຳຄັນ ໃນສະພາບການປີ 2021, ສອງຝ່າຍຈະສະເຫຼີມສະຫຼອງ 30 ປີແຫ່ງການຮ່ວມມື.

ທ່ານ ຫຼີເຄືອສຽງ ນາຍົກລັດຖະມົນຕີຈີນ ຢັ້ງຢືນວ່າ ໂດຍບໍ່ຫົວຊາຕໍ່ໂລກລະບາດ ໂຄວິດ - 19, ການຄ້າ ອາຊຽນ - ຈີນຍັງຄົມເພີ່ມຂຶ້ນ ແລະ ອາຊຽນຈະແມ່ນຄູ່ຮ່ວມມືທາງການຄ້າ ໃຫຍ່ທີ່ສຸດຂອງ ຈີນ ເມື່ອວົງເງິນການຄ້າສອງສົ້ນ ໃນໄລຍະ 3 ເດືອນຕົ້ນປີ 2020 ເພີ່ມຂຶ້ນ 70% ເມື່ອທຽບໃສ່ໄລຍະດ່ຽວກັນຂອງປີ 2019. ຈາກ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ດັ່ງ​ກ່າວ, ຈີນ ແລະ ອາ​ຊຽນ​ໄດ້​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ ແລະ ບັນ​ດາ​ພຶດ​ຕິ​ກຳ​ຕົວ​ຈິ່ງ​ທີ່​ດີ, ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ທຳ​ອິດ​ໃນ​ໂລກ​ອາດ​ຈະ​ເລີ່ມ​ດຳ​ເນີນ​ພື້​ນ​ຖານ​ເສດ​ຖະ​ກິດ​ໃນ​ສະ​ພາບ​ການ​ຊຸດ​ໂຊມ ແລະ ຫຼຸດ​ລົງ​ການ​ຄ້າ​ທົ່ວ​ໂລກໂດຍ​ໄວ.ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ​ ໃຫ້​ຂໍ້​ສັງ​ເກດວ່າ:

ບັນ​ດາ​ຂໍ້​ມູນ​ແນວ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ ແລະ ອາ​ຊຽນ​ຈະ​ແບ່ງ​ປັນ​ບັນ​ດາ​ຜົນ​ປະ​ໂຫຍດ​ລວມ​ທີ່​ຍິ່ງ​ໃຫຍ່ ແລະ ການ​ຮ່ວມ​ມື​ຂອງ​ພວກ​ເຮົາ​ໃນ​ຊຸມ​ປີ​ຜ່ານ​ມາ ໄດ້​ສ້າງ​ພື້ນ​ເພື່ອ​ໃຫ້​ພວກ​ເຮົາ​ອາດ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວ​ມື​ໃນ​ອະ​ນາ​ຄົດ. ການຮ່ວມມືສອງຝ່າຍຕ່າງຝ່າຍຕ່າງມີຜົນປະໂຫຍດຢູ່ພາກພື້ນອາຊີຕາເວັນອອກ ຈະຊ່ວຍ ຊຸກຍູ້ການເຕີບໂຕທົ່ວໂລກ. ຈີນພ້ອມກັບອາຊຽນ ຈະຖືເປັນສຳຄັນບັນຫາສັນຕິພາບໃນພາກພື້ນ, ຜ່ານການໂອ້ລົມສົນທະນາ ແລະ ປະຊຸມເຈລະຈາເພື່ອແກ້ໄຂບັນດາການຂັກແຍ້ງກັນລະຫວ່າງບັນດາປະເທດ. ທ່ານ ຫຼີເຄືອສຽງ ເນັ້ນໜັກວ່າ ກອງປະຊຸມອາຊຽນ - ຈີນຄັ້ງນີ້ຈະຊອກຫາໄດ້ເສັ້ນທາງຮ່ວມມືທີ່ມີປະສິດທິຜົນກ່ວາໃນອະນາຄົດ.

ບັນ​ດາ​ປະ​ເທດ​ອາ​ຊຽນ ກໍ່​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງ ຈີນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນ 1 ລ້ານ USD ໃຫ້​ແກ່ກອງ​ທຶນ ອາ​ຊຽນ ຮັບ​ມື​ກັບ​ໂລກ​ລະ​ບາດ ໂຄວິດ -19 ກໍ່​ຄື​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ໃນ​ກາ​ນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ກາ​ຮັບ​ມື​ກັບ​ໂລກ​ລະ​ບາດ. ອາຊຽນ​ໄດ້​ສະ​ເໜີ ຈີນ​ສືບ​ຕໍ່​ສະ​ໜັບ​ສະ​ໜູ​ນ​ບັນ​ດາ​ຂໍ້​ລິ​ເລີ່ມ​ໃນ​ການ​ປ້ອ​ງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ອາ​ຊຽນ,​ພ້ອມ​ກັບ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ໂລກ​ລະ​ບາດ ແລະ ຊຸກ​ຍູ້​ການ​ຟື້ນ​ຟູ​ຜ່ານກອບ​ຟື້ນ​ຟູ​ສັງ​ລວມ​ອາຊຽນ ທີ່​ຫາ​ກໍ່​ໄດ້​ປະ​ກາດ​ຢູ່ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ຄັ້ງ​ທີ 37.

ທີ່ກອງ​ປະ​ຊຸມ, ບັນ​ດາ​ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບວ່າ ອາ​ຊຽນ​ຄວນ​ສືບ​ຕໍ່​ບັນ​ດາ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ຄວາມ​ສະ​ດວກ ໃຫ້​ແກ່​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ການ​ໂອ້​ລົມ​ສົນ​ທະ​ນາ, ຮ່ວມ​ມື ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ໃນ​ນັ້ນ​ຮັບ​ປະ​ກັນ​ກົດແຫ່ງ​ການ​ປະ​ພຶດ​ຂອງ​​ບັນ​ດາຝ່າຍຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ໃຫ້​ມີ​ຜົນ​ສັກ​ສິດ, ປະ​ສິດ​ທິ​ຜົນ ແລະ ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ, ສົນ​ທິ​ສັນ​ຍາ ຂອງ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ ທະ​ເລ ປີ 1982 (UNCLOS 1982).

ກ່າວຄຳເຫັນທີ່ວາລະໄຂກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນຄັ້ງທີ 23, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ປະທານອາຊຽນ 2020 ໄດ້ຢັ້ງຢືນວ່າ ຍາມໃດ ຍີ່ປຸ່ນ ກໍ່ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງ ອາຊຽນ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ການ​ເຈ​ລະ​ຈາ, ການ​ຮ່ວມ​ມື​ເພື່ອ​ສັນ​ຕິພາບ, ສະ​ຖຽນ​ລະ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ໃນ​ພາກ​ພື້ນ.

ດ້ວຍບົດບາດເປັນປະສານການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ, ຫວຽດນາມໃຫ້ຄຳໝັ້ນສັນຍາຈະສືບຕໍ່ສົມທົບກັບຍີ່ປຸ່ນ ແລະ ບັນດາປະເທດອາຊຽນຢ່າງແໜ້ນແຟ້ນເພື່ອເປີດກ້ວາງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະນາດ ແລະ ຮອບດ້ານລະຫວ່າງ ສອງຝ່າຍເລິກເຊິ່ງກ່ວາອີກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຫງວຽນ​ຊວັນ​ຟຸກ ໄດ້​ສະ​ແດງ​ຄວາມ​ຊົ​ມ​ເຊີຍ​ຕໍ່​ເລື່ອງ​ຍີ່​ປຸ່ນ​ສະ​ໜັບ​ສະ​ໜູນ​ບົດ​ບາດ​ເປັນ​ໃຈ​ກາງ​ຂອງ​ອາ​ຊຽນ, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ຂອບ​ເຂດ​ການ​ເຈ​ລະ​ຈາ, ຮ່ວມ​ມື​ໃນ​ພາກ​ພື້ນ​ໂດຍ​ອາ​ຊຽນ​ເປັນ​ປະ​ທານ​ຈັດ​ຕັ້ງ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຮັບ​ເອົາ​ວ່າ ຍີ່​ປຸ່ນ​ສືບ​ຕໍ່​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ແຖວ​ໜ້າ, ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ 4 ແລະ ແມ່​ນ​ນັກ​ລົງ​ທຶນ​ໃຫຍ​່​ອັນ​ດັບ​ທີ 2 ຂອງ ອາ​ຊຽນ. ອາ​ຊຽນ​ໄດ້​ກາຍ​ເປັນ​ຈຸດ​ນັດ​ພົບ​ທີ່​ດຶງ​ດູດ​ໃຈ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ ແລະ ວິ​ສາ​ຫະ​ກິດ ຍີ່​ປຸ່ນ​ທີ່​ມີ​ຄວາມ​ຕ້ອງ​ການ​ຫັນ​ການ​ຕະຫຼາດ​ເປັນຫຼາຍ​ຮູບ​ແບບ ກ​ໍ​ຄື​ແມ່ນ​ຈຸດ​ນັດ​ພົບ​ການ​ລົງ​ທຶນ​ໃນ​ທ່າອ​່ຽງ​ຫັນ​ປ່ຽນ​ບັນ​ດາ​ລະ​ບົບ​ສະ​ໜອງ​ໃນ​ພາກ​ພື້ນ.

ສ່ວນທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ໄດ້ເຫັນດີເປັນເອກະພາບວ່າ ຈະພ້ອມກັບອາຊຽນ ຜັນຂະຫຍາຍແຜນການກະທຳເພື່ອການຟື້ນຟູ ເສດຖະກິດ ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ, ເຊິ່ງໄດ້ຮັບຮອງໃນຫວ່າງມໍ່ໆມານີ້. ຍີ່ປຸ່ນ ມີຄວາມປາດຖະໜາຢາກຮ່ວມມືກັບ ອາຊຽນ ໃນບັນດາຂົງເຂດຄື: ການເດີນເຮືອ, ເຊື່ອມຕໍ່ພື້ນຖານໂຄງລ່າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ການປ່ຽນແປງຂອງດິນຟ້າອາກາດ… ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ຢັ້ງຢືນສືບຕໍ່ສະໜັບສະໜູນອາຊຽນໃນການປ້ອງກັນ, ສະກັດກັ້ນໂລກລະບາດ, ຫຼຸດຜ່ອນບັນດາຜົນກະທົບຕໍ່ເສດຖະກິດ - ສັງຄົມ ແລະ ຊຸກຍູ້ການຟື້ນຟູແບບຍືນຍົງ. ຍີ່ປຸ່ນຈະໜູນຊ່ວຍອາຊຽນສ້າງສູນ ອາຊຽນກ່ຽວກັບບັນດາບັນຫາສາທາລະນະສຸກດ່ວນ ແລະ ໂລກລະບາດໃໝ່ (ອາຊຽນ CDC).

ກອງປະຊ ມສ ດຍອດອາຊຽນ ກ ບ ບ ນ ດາ ຄ ຮ ວມ ມ ຫວຽດນາມ - ຈີນ ໄດ້ຊຸກຍຸການຮ່ວມມືໃນຂົງເຂດດ້ານປ້ອງກັນຊາດ

ຍສໝ - ທ່ານພົນເອກ ຮວ່າງຊວນຈ໋ຽນ ໄດ້ຢັງຢືນວ່າ ໃນສະຖານະການໃດ, ສາຍພົວພັນລະຫວ່າງກອງທັບສອງປະເທດ ຍາມໃດກໍ່ເປັນຫຼັກແຫຼ່ງສຳຄັນຂອງສາຍພົວພັນຄູ່ຮ່ວມມືທະສາດຢ່າງຮອບດ້ານ ລະຫວ່າງຫວຽດນາມ-ຈີນ.

ກອງປະຊ ມສ ດຍອດອາຊຽນ ກ ບ ບ ນ ດາ ຄ ຮ ວມ ມ ລົດໄຟ ລາວ-ຈີນ ຄືບໜ້າແລ້ວ 90% ຄາດວ່າຈະເປີດໃຫ້ບໍລິການໃນທ້າຍປີ 2021

ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມາຮອດປັດຈຸບັນໜ້າວຽກໂດຍລວມແມ່ນສຳເລັດແລ້ວກວ່າ 90% ແລະ ໄດ້ຮັບກາດຄາດຫວັງ ຈະເປີດໃຫ້ບໍລິການໃນທ້າຍປີ 2021.

ກອງປະຊ ມສ ດຍອດອາຊຽນ ກ ບ ບ ນ ດາ ຄ ຮ ວມ ມ ບັນດາທ້ອງຖິ່ນຂອງຈີນ ເພີ່ມການນຳເຂົ້າຜະລິດຕະພັນກະເສດຂອງຫວຽດນາມ

ຍສໝ - ທ່ານ Li Bo - ຮອງເຈົ້າຄອງນະຄອນ Chóngqing shì - ຈີນ ໄດ້ເນັ້ນໜັກວ່າ ລັດຖະບານນະຄອນ Chongqing ຍິນດີທີ່ໄດ້ສ້າງເງື່ອນໄຂສະດວກ ໃນການນຳເຂົ້າບັນດາຜະລິດຕະພັນທີ່ມີຄຸນນະພາບສູງຂອງຫວຽດນາມ, ພິເສດແມ່ນຜະລິດຕະພັນກະເສດ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.