ບັນດາທ້ອງຖິ່ນຂອງຈີນ ເພີ່ມການນຳເຂົ້າຜະລິດຕະພັນກະເສດຂອງຫວຽດນາມ

09:13 | 29/10/2020

ຍສໝ - ທ່ານ Li Bo - ຮອງເຈົ້າຄອງນະຄອນ Chóngqing shì - ຈີນ ໄດ້ເນັ້ນໜັກວ່າ ລັດຖະບານນະຄອນ Chongqing ຍິນດີທີ່ໄດ້ສ້າງເງື່ອນໄຂສະດວກ ໃນການນຳເຂົ້າບັນດາຜະລິດຕະພັນທີ່ມີຄຸນນະພາບສູງຂອງຫວຽດນາມ, ພິເສດແມ່ນຜະລິດຕະພັນກະເສດ.

ບ ນດາທ ອງຖ ນຂອງຈ ນ ເພ ມການນຳເຂ າຜະລ ດຕະພ ນກະເສດຂອງຫວຽດນາມ ກອງປະຊຸມສຳມະນາ “ຫວນຄືນ 65 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ ຫວຽດນາມ - ອິນໂດເນເຊຍ ແລະ ເສັ້ນທາງໃນອະ​ນາ​ຄົດ”
ບ ນດາທ ອງຖ ນຂອງຈ ນ ເພ ມການນຳເຂ າຜະລ ດຕະພ ນກະເສດຂອງຫວຽດນາມ ສັນຍາ EVFTA: ຍົກສູງລະບົບຕ່ອງໂສ້ມູນຄ່າເພີ່ມ ໃຫ້ແກ່ຜະລິດຕະພັນກະເສດຂອງຫວຽດນາມ

ຕາມສຳນັກຂ່າວສານຫວຽດນາມ ປະຈຳປັກກິ່ງ, ວັນທີ 26 ຕຸລານີ້ຢູ່ສະຖານທູດຫວຽດນາມ ປະຈຳ ຈີນ, ທ່ານຟ້າມຊາວມາຍ - ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຈີນ ໄດ້ມີການພົບປະເຈລະຈາກັບທ່ານຮອງເຈົ້າຄອງນະຄອນ Chóngqing shì - ທ່ານ Li Bo.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ຢືນຢັນວ່າພັກ, ລັດ ແລະ ປະຊາຊົນຫວຽດນາມ ໄດ້ເອົາໃຈໃສ່ເປັນພິເສດເຖິງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ຈີນ. ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າການພົວພັນຮ່ວມມືມິດຕະພາບ ແລະ ມີຜົນປະໂຫຍດລວມ ລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ແລະ ນະຄອນ Chongqing ພວມພັດທະນານັບມື້ນັບແໜ້ນແຟ້ນ.

ບ ນດາທ ອງຖ ນຂອງຈ ນ ເພ ມການນຳເຂ າຜະລ ດຕະພ ນກະເສດຂອງຫວຽດນາມ
ທ່ານ Li Bo - ຮອງເຈົ້າຄອງນະຄອນ Chóngqing shì - ຈີນ ໄດ້ມີການພົບປະເຈລະຈາກັບທ່ານຟ້າມຊາວມາຍ - ເອກອັກຄະລັດຖະທູດຫວຽດນາມ. (ພາບ: TTXVN)

ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ໄດ້ສະເໜີນະຄອນ Chongqing ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດເພື່ອນຳເຂົ້າຜະລິດຕະພັນກະເສດຈາກຫວຽດນາມ; ສືບຕໍ່ສະໜັບສະໜູນການເຄື່ອນໄຫວ ຂອງຫ້ອງການສົ່ງເສີມການຄ້າຫວຽດນາມຢູ່ນະຄອນ Chongqing; ແລະ ສ້າງເງື່ອນໄຂສະດວກໃຫ້ພົນລະເມືອງ ແລະ ນັກສຶກສາຫວຽດນາມ ທີ່ອາໄສ ແລະ ຮ່ຳຮຽນຢູ່ນະຄອນ Chongqing.

ສ່ວນທ່ານ Ly Bo - ຮອງເຈົ້າຄອງນະຄອນ Chongqing ໄດ້ຢືນຢັນວ່າ ທ່ານຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີຜົນປະໂຫຍດລວມ ກັບບັນດາທ້ອງຖິ່ນຂອງຫວຽດນາມ, ພິເສດແມ່ນບັນດາທ້ອງຖິ່ນທີ່ໄດ້ສ້າງການພົວພັນມິດຕະພາບກັບ ນະຄອນ Chongqingມ ເຊັ່ນ: ນະຄອນໂຮ່ຈິມິນ, ແຂວງ ກ່າວບັງ ແລະ ແຂວງ ກວາງນິງ.

ທ່ານ Ly Bo ໃຫ້ຮູ້ວ່າ, ວົງເງິນການຄ້າລະຫວ່າງແຂວງ Chongqing ແລະ ບັນດາແຂວງຂອງຫວຽດນາມ ໄດ້ເພີ່ມຂຶ້ນໃນລະດັບສູງໃນຊຸມປີຜ່ານມາ, ບັນລຸ 31,6 ຕື້ຢວນ (CNY) ໃນ 8 ເດືອນຕົ້ນປີນີ້, ເພີ່ມຂຶ້ນ 87,7% ເມື່ອປຽບທຽບກັບໄລຍະດຽວກັນຂອງປີ 2019; ນັບແຕ່ຕົ້ນປີມາຮອດປະຈຸບັນ, ການນຳເຂົ້າສິນຄ້າຂອງນະຄອນ Chongqing ຈາກຫວຽດນາມ ກວມເອົາ 18% ຂອງການນຳເຂົ້າທັງໝົດຂອງນະຄອນ.

ທ່ານ Li Bo ໄດ້ເນັ້ນໜັກວ່າ ນະຄອນ Chongqing ຍິນດີທີ່ໄດ້ສ້າງເງື່ອນໄຂສະດວກໃນການນຳເຂົ້າບັນດາຜະລິດຕະພັນທີ່ມີຄຸນນະພາບສູງຂອງຫວຽດນາມ, ພິເສດແມ່ນຜະລິດຕະພັນກະເສດ.

ບ ນດາທ ອງຖ ນຂອງຈ ນ ເພ ມການນຳເຂ າຜະລ ດຕະພ ນກະເສດຂອງຫວຽດນາມ ການນຳປະເທດຈີນ ແລະ ສິງກະໂປ ໄດ້ສົ່ງໂທລະເລກຖາມຂ່າວກ່ຽວກັບສະຖານະການພາຍຸຢູ່ພາກກາງຫວຽດນາມ

ຍສໝ - ໂດຍໄດ້ຮັບຂ່າວບັນດາແຂວງພາກກາງຫວຽດນາມ ຖືກຮັບຜົນສະທ້ອນຢ່າງໜັກໜວ່ງເນື່ອງຈາກພາຍຸ, ການນຳ ປະເທດຈີນ ແລະ ສິງກະໂປ ໄດ້ສົ່ງໂທລະເລກຖາມຂ່າວມາຍັງບັນດາການນຳປະເທດຫວຽດນາມ.

ບ ນດາທ ອງຖ ນຂອງຈ ນ ເພ ມການນຳເຂ າຜະລ ດຕະພ ນກະເສດຂອງຫວຽດນາມ ໄວໜຸ່ມສາມປະເທດອິນດູຈີນຮ່ວມແຮງຮ່ວມໃຈອະນຸລັກຮັກສາທຳມະຊາດ, ສ້າງວິຖີຊີວິດສີຂຽວ ເພື່ອໂລກແຫ່ງຄວາມສວຍງາມ, ສົດໃສ

ຍສໝ - "ໄວໜຸ່ມສາມປະເທດອິນດູຈີນຮ່ວມແຮງຮ່ວມໃຈອະນຸລັກຮັກສາທຳມະຊາດ, ສ້າງວິຖີຊີວິດສີຂຽວ ເພື່ອໂລກແຫ່ງຄວາມສວຍງາມ, ສົດໃສ" ໄດ້ຄັດເລືອກເປັນຫົວຂໍ້ຂອງລາຍການພົບປະແລກປ່ຽນຄັ້ງນີ້ແນໃສ່ສ້າງກາລະໂອກາດໃຫ້ຊາວໜຸ່ມສາມປະເທດພ້ອມກັນຊອກຮູ້ກ່ຽວກັບມູນເຊື້ອວັດທະນະທໍາຂອງແຕ່ລະປະເທດ, ເພີ່ມຄວາມຮັກແພງ ແລະອະນຸລັກຮັກສາທຳມະຊາດຕື່ມອີກ.

ບ ນດາທ ອງຖ ນຂອງຈ ນ ເພ ມການນຳເຂ າຜະລ ດຕະພ ນກະເສດຂອງຫວຽດນາມ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ລະຫວ່າງຫວຽດນາມ - ຈີນ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີ ແຫ່ງວັນຊາດ ຫວຽດນາມ, 71 ປີ ແຫ່ງວັນຊາດຈີນ ແລະ ການສະເຫຼີມສະຫຼອງ 70ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ຈີນ, ວັນທີ 29 ກັນຍາ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.