ລົດໄຟ ລາວ-ຈີນ ຄືບໜ້າແລ້ວ 90% ຄາດວ່າຈະເປີດໃຫ້ບໍລິການໃນທ້າຍປີ 2021

07:47 | 07/11/2020

ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມາຮອດປັດຈຸບັນໜ້າວຽກໂດຍລວມແມ່ນສຳເລັດແລ້ວກວ່າ 90% ແລະ ໄດ້ຮັບກາດຄາດຫວັງ ຈະເປີດໃຫ້ບໍລິການໃນທ້າຍປີ 2021.

ລາວ-ສປຊ ກຽມປະເມີນ ສປປ ລາວ ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນ ປີ 2021
ສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 90 ປີ ຢູ່ປະເທດລາວ

ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມາຮອດປັດຈຸບັນໜ້າວຽກໂດຍລວມແມ່ນສຳເລັດແລ້ວກວ່າ 90%; ໃນນັ້ນ, ສະເພາະການປູລາງລົດໄຟ ແມ່ນສຳເລັດແລ້ວ 166,6 ກິໂລແມັດ, ເທົ່າກັບ 40%, ຄາດວ່າຈະໃຫ້ສຳເລັດ 100% ໃນທ້າຍເດືອນມິຖຸນາ 2021 ໂດຍແມ່ນກຸ່ມບໍລິສັດວິສະວະກຳທາງລົດໄຟ ເລກ 2 ສປ ຈີນ ເປັນຜູ້ຮັບເໝົາເຊື່ອມຈອດລາງ ແລະ ຕິດຕັ້ງປູລາງລົດໄຟ.

ລົດໄຟ ລາວ-ຈີນ ຄືບໜ້າແລ້ວ 90% ຄາດວ່າຈະເປີດໃຫ້ບໍລິການໃນທ້າຍປີ 2021
ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ. (ພາບປະກອບ: Laoedaily)

ສ່ວນໜ້າວຽກການຜະລິດໝອນຮອງລາງລົດໄຟ ໂດຍແມ່ນກຸ່ມບໍລິສັດ ທາງລົດໄຟເລກທີ 15 ເປັນຜູ້ຮັບເໝົາຜະລິດ, ມາຮອດປັດຈຸບັນການຜະລິດສຳເລັດແລ້ວ 60% ແລະ ຄາດວ່າຈະໃຫ້ສຳເລັດ 100% ໃນທ້າຍເດືອນເມສາ 2021 ແລະ ຄາດວ່າ ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ທັງໝົດຈະສຳເລັດ ແລະ ເປີດໃຫ້ບໍລິການຈະລາຈອນ ໃນເດືອນທັນວາ 2021.

ຄະນະສະເພາະກິດລະຫວ່າງກະຊວງສໍາຫຼວດຈຸດຕັດເຂດຊາຍແດນຂອງສາມປະເທດຫວຽດນາມ - ລາວ - ຈີນ ເຮັດວຽກກັບແຂວງດຽນບຽນ

ຍສໝ - ໃນຕອນເຊົ້າຂອງວັນທີ 7 ມີນາ, ທີ່ຫ້ອງປະຊຸມ ສໍານັກງານຄະນະກໍາມະການປະຊາຊົນແຂວງດ້ຽນບຽນ, ຄະນະສະເພາະກິດລະຫວ່າງກະຊວງສໍາຫຼວດຈຸດຕັດເຂດຊາຍແດນຂອງສາມປະເທດຫວຽດນາມ - ລາວ - ຈີນ ນໍາໂດຍ ສະຫາຍ ຫງວຽນ ຮວ່າງ ຫາຍ, ຮອງຫົວໜ້າກົມຊາຍແດນທິດຕາເວັນຕົກ, ກະຊວງການຕ່າງປະເທດ ທີ່ໄດ້ມີການເຮັດວຽກກັບຄະນະກໍາມະການປະຊາຊົນແຂວງດຽນບຽນ.

ປະທານປະທດຢ້ຽມຢາມໂຄງການທາງລົດໄຟ ລາວ-ຈີນສະຖານີນະຄອນຫຼວງວຽງຈັນ:

ໃນວັນທີ 5 ເມສາ 2019, ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດແຫ່ງ ສປປລາວພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມໂຄງການທາງລົດໄຟ ລາວ-ຈີນ ທີ່ຈຸດສະຖານີເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ, ໂດຍມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຄະນະບໍລິຫານບໍລິສັດຜູ້ຮັບເໝົາລາວ-ຈີນ, ແລະ ທ່ານ ຈີ້ ໂກ ຈ່ຽງ, ປະທານສະພາບໍລິຫານບໍລິສັດລົດໄຟລາວຈີນ ພ້ອມດ້ວຍແຂກຖຶກເຊີນເຂົ້າຮ່ວມ.

ລັດຖະບານ ລາວ ເປີດກວ້າງດ້ານຂົນສົ່ງ ລົດໄຟ ເຊື່ອມຈອດ ພາກພື້ນ ແລະ ສາກົນ

ຕະຫລອດ​ໄລຍະ​ຜ່ານ​ມາ ພັກ ​ແລະ ລັດຖະບານ ​ແຫ່ງ ສປປ ລາວ ​ໄດ້​ມີ​ນະ​ໂຍບາຍ​ເປີດ​ກວ້າງ​ ການ​ພົວພັນ​ຮ່ວມ​ມື​ກັບ​ພາຍ​ນອກ ​ໂດຍ​ສະ​ເພາະ​ນະ​ໂຍບາຍ​ ເພື່ອ​ເຊື່ອມ​ຈອດ-​ເຊື່ອມ​ໂຍງ ກັບ​ບັນດາ​ປະ​ເທດ​ເພື່ອ​ນມິດ ໃນ​ພາກພື້ນ ​ແລະ ​ໃນ​ໂລກ. ດັ່ງ​ນັ້ນ, ຈຶ່ງ​ໄດ້​ເຂົ້າ​ຮ່ວມ​ລົງ​ນາມ​ໃນ​ຫລາຍ​ສັນຍາ​ຂອບ​ການ​ຮ່ວມ​ມື ​ເປັນ​ຕົ້ນ ອານຸພາກພື້ນ​ແມ່​ນ້ຳຂອງ, ອົງການ​ແອ​ສ​ແຄັບ, ອົງການ​ອຸນຕັດ ​ແລະ ອື່ນໆ ​ເຊິ່ງ​ໄດ້​ເນັ້ນໜັກການ​ອຳນວຍ ​ຄວາມ​ສະດວກ​ດ້ານ​ການ​ຂົນ​ສົ່ງ ...

kpl.gov.la

ເຫດການ
302 Found

Found

The document has moved here.