WHO ກ່າວເຕືອນກ່ຽວກັບຄວາມສ່ຽງພະຍາດໂຄວິດ-19 ແລະ ຕີ​ລາ​ຄາ ຫ​ວຽດ​ນາມ ຮັບ​ມ​ືໃນ​ວ​ຽກ​ງານ​ປ້ອງ​ກັນ​ສ​ະ​ກັ​ດກັ້ນ​ໂລກ​ລ​ະ​ບາດ​ໂຄວິດ-19 ຢ່​າງ​ໄວ​ວາ, ທັນ​ການ

12:10 | 04/08/2020

ຍສໝ - ເມື່ຶອບໍ່ດົນມານີ້, ອົງການອະນາໄມໂລກກ່າວເຕືອນວ່າ, ພະຍາດໂຄວິດ-19 ອາດຈະແກ່ຍາວ.

who ພະຍາດໂຄວ ດ 19 ອາດຈະແກ ຍາວ ແລະ ຕ ລາ ຄາ ຫ ວຽດ ນາມ ຮ ບ ມ ໃນ ວ ຽກ ງານ ປ ອງ ກ ນ ສ ະ ກ ດກ ນ ໂລກ ລ ະ ບາດ ໂຄວ ດ 19 ຢ າງ ໄວ ວາ ທ ນ ການ ລາວ ຈະສືບຕໍ່ຄຽງບ່າຄຽງໄຫຼ່ພ້ອມກັບຫວຽດນາມ ເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ ແລະພັດທະນາການພົວພັນ ລາວ - ຫວຽດນາມ
who ພະຍາດໂຄວ ດ 19 ອາດຈະແກ ຍາວ ແລະ ຕ ລາ ຄາ ຫ ວຽດ ນາມ ຮ ບ ມ ໃນ ວ ຽກ ງານ ປ ອງ ກ ນ ສ ະ ກ ດກ ນ ໂລກ ລ ະ ບາດ ໂຄວ ດ 19 ຢ າງ ໄວ ວາ ທ ນ ການ ບັນດາວິສາຫະກິດ ຍີ່ປຸ່ນ ເລືອກເອົາ ຫວຽດນາມ ແມ່ນ “ດິນແດນແຫ່ງຄວາມຫວັງ”
who ພະຍາດໂຄວ ດ 19 ອາດຈະແກ ຍາວ ແລະ ຕ ລາ ຄາ ຫ ວຽດ ນາມ ຮ ບ ມ ໃນ ວ ຽກ ງານ ປ ອງ ກ ນ ສ ະ ກ ດກ ນ ໂລກ ລ ະ ບາດ ໂຄວ ດ 19 ຢ າງ ໄວ ວາ ທ ນ ການ
ທ່ານ Tedros Adhanom Ghebreyesus ຜູ້ອໍານວຍການໃຫຍ່ WHO. (ພາບ:CNBC)

WHO ໃຫ້ຮູ້ວ່າ, ຄະນະກໍາມະການສຸກເສີນກໍ່ກ່າວເຕືອນກ່ຽວກັບຄວາມສ່ຽງອາດຈະເກີດຄວາມຫຍຸ້ງຍາກຢູ່ປະເທດຕ່າງໆຍ້ອນແຮງດັນທາງດ້ານເສດຖະກິດ-ສັງຄົມ. ນອກຈາກນັ້ນ, WHO ກໍ່ໃສ່ໃຈເຖິງຄວາມສໍາຄັນຂອງບັນດາຄວາມມານະພະຍາຍາມຮັບມືກັບພະຍາດໂຄວິດ-19 ຂອງປະຊາຄົມ, ບັນດາປະເທດ, ພາກພື້ນ ແລະທົ່ວໂລກ. ສ່ວນທ່ານ Tedros Adhanom Ghebreyesus ຜູ້ອໍານວຍການໃຫຍ່ WHO ຖືວ່າຜົນສະທ້ອນຈາກພະຍາດໂຄວິດ-19 ຈະແກ່ຍາວ.

ການນຳອົງການອະນາໄມໂລກ (WHO), ອົງການຊັບສິນທາງປັນຍາຂອງໂລກ (WIPO) ແລະ ອົງການການຄ້າໂລກ (WTO) ໃນຫ່ວາງແລ້ວນີ້ໄດ້ປະກາດບົດຄົ້ນຄ້ວາອັບເດດການຕີລາຄາຄວາມອາດສາມາດຊົມໃຊ້ບັນດາເຕັກໂນໂລຢີ ແລະ ມີການປ່ຽນແປງໃໝ່ໃນຂົງເຂດສາທາລະນະສຸກ ເຊິ່ງລວມມີ: ສຸມໃສ່ລົງເລິກໄຈ້ແຍກບັນດາປັດໄຈຫຼັກ ຕັດສິນຄວາມອາດສາມາດໃນການຊົມໃຊ້ເຕັກໂນໂລຢີ ແລະ ມີການປ່ຽນແປງໃໝ່ໃນຂົງເຂດສາທາລະນະສຸກ (ວັກຊິນ, ຢາ, ບົ່ງມະຕິພະຍາດ), ຍົກອອກບັນດາບົດຮຽນຕົວຈິງທີ່ຖອດຖອນມາໄດ້ຈາກວິວັດການສົມທົບກັນລະຫວ່າງ ສາທາລະນະສຸກປະຊາຄົມ, ຊັບສິນທາງປັນຍາ ແລະ ການຄ້າ.

ນອກຈາກນັ້ນ, ບົດລາຍງານຍັງສະໜອງການສັງເກດລວມກ່ຽວກັບສະພາບການໂລກລະບາດ Covid – 19, ບັນດາມາດຕະການໄດ້ປະຕິບັດເພື່ອຮັບມືກັບໂລກລະບາດ Covid – 19.

ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WHO ໄດ້ຮຽກຮ້ອງໃຫ້ຍົກເລີກບັນດາຮົ້ວກີດຂວາງ ການຊົມໃຊ້ບໍລິການສາທາລະນະສຸກ, ພ້ອມທັງເນັ້ນໜັກວ່າ ໂລກລະບາດ Covid – 19 ສະແດງໃຫ້ເຫັນຄວາມຈຳເປັນທີ່ຕ້ອງເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດເພື່ອສາມາດກູ້ເອົາຊີວິດ ແລະ ປ່ຽນແປງອາການສຸຂະພາບຂອງປະຊາຊົນນັບຕື້ຄົນໃນທົ່ວໂລກ.

ໄລ່ຮອດເວລາ 1 ໂມງ ຂອງວັນທີ 3 ສິງຫາ (ຕາມເວລາສາກົນ) ຍອດຈຳນວນຜູ້ຕິດເຊື້ອ SARS – CoV – 2 ໃນທົ່ວໂລກແມ່ນ 18.226.597 ຄົນ ໃນນັ້ນມີ 692.420 ຄົນເສຍຊີວິດ. ມີ ກ່ວາ 50%ຍອດຈຳນວນຜູ້ຕິດເຊື້ອທີ່ໄດ້ຢັ້ງຢືນ ຢູ່ປະເທດ ອາເມລິກາ, ພາກພື້ນອາເມລິກາລາຕິນ ແລະ ກາຣີເບ. ສິ່ງທີ່ເປັນໜ້າສົນໃຈ, ນັ້ນແມ່ນຈຳນວນຜູ້ເສຍຊີວິດຢູ່ ອາເມລິກາລາຕິນ ແລະ ກາຣີເບໄດ້ເພີ່ມຂຶ້ນທົບ 2 ເທົ່າໃນຮອບເວລາພຽງແຕ່ ກ່ວາ 1 ເດືອນທີ່ຜ່ານມາ.

ທ່ານ ປະລິນຍາເອກ Kidong Park, ຫົວໜ້າຜູ້ຕາງໜ້າ WHO ປະຈຳ ຫວຽດນາມ ຕີລາຄາເລື່ອງກວດພົບຜູ້ຕິດເຊື້ອໂຄວິດ-19ຄືນໃໝ່ໃນວົງຄະນະຍາດຢູ່ ຫວຽດນາມ ແມ່ນເລື່ອງປົກກະຕິ. ພາຍຫຼັງຄົ້ນພົບຜູ້ຕິດເຊື້ອທຳອິດ, ລະບົບປ້ອງກັນ, ສະກັດກັ້ນເຊື້ອພະຍາດຂອງ ຫວຽດນາມ ໄດ້ມີການກະທຳຮັບມືຢ່າງໄວວາ, ຈັດການແຍກຫ່າງ, ກວດກາ. ຜູ້ຕາງໜ້າ WHO, ບັນດາອົງການ, ນັກຊ່ຽວຊານສາກົນກໍ່ຕີລາຄາສູງເລື່ອງສະໜອງຂໍ້ມູນຂ່າວສານເປີດເຜີຍ, ໂປ່ງໃສ, ທັນການຂອງ ຫວຽດນາມ.

who ພະຍາດໂຄວ ດ 19 ອາດຈະແກ ຍາວ ແລະ ຕ ລາ ຄາ ຫ ວຽດ ນາມ ຮ ບ ມ ໃນ ວ ຽກ ງານ ປ ອງ ກ ນ ສ ະ ກ ດກ ນ ໂລກ ລ ະ ບາດ ໂຄວ ດ 19 ຢ າງ ໄວ ວາ ທ ນ ການ ສະຖານທູດຫວຽດນາມປະຈຳ ກຳປູເຈຍ ຢ້ຽມຢາມບັນດາຄອບຄົວຊາວຫວຽດນາມ ປະສົບສະພາບການທີ່ຫຍຸ້ງຍາກ

ຍສໝ - ຜູ້ຕາງໜ້າສະຖານທູດໄດ້ມອບອາຫານທີ່ຈຳເປັນໃຫ້ແກ່ພໍ່ແມ່ປະຊາຊົນ; ພ້ອມດຽວກັນນັ້ນກໍ່ໄດ້ແຈ້ງການມາໃຫ້ແກ່ພໍ່ແມ່ປະຊາຊົນກ່ຽວກັບການຕິດຕໍ່ພົວພັນກັບສາຂາສະມາຄົມໃນທ້ອງຖິ່ນ ແລະ ສະຖານທູດ ເພື່ອຂໍຄວາມຊ່ວຍເຫລືອໃນການປ່ຽນອາຊີບ.

who ພະຍາດໂຄວ ດ 19 ອາດຈະແກ ຍາວ ແລະ ຕ ລາ ຄາ ຫ ວຽດ ນາມ ຮ ບ ມ ໃນ ວ ຽກ ງານ ປ ອງ ກ ນ ສ ະ ກ ດກ ນ ໂລກ ລ ະ ບາດ ໂຄວ ດ 19 ຢ າງ ໄວ ວາ ທ ນ ການ ຊາວຫວຽດນາມຢູ່ຕ່າງປະເທດ ສະແດງຄວາມຮັກແພງກັນດີ ໃນໄລຍະເກີດການລະບາດຂອງ COVID

ຍສໝ - ວິວັດທະນາການຂອງການລະບາດຂອງ COVID - 19 ແມ່ນມີຄວາມສັບສົນ ແລະ ບໍ່ສາມາດຄາດເດົາໄດ້.

who ພະຍາດໂຄວ ດ 19 ອາດຈະແກ ຍາວ ແລະ ຕ ລາ ຄາ ຫ ວຽດ ນາມ ຮ ບ ມ ໃນ ວ ຽກ ງານ ປ ອງ ກ ນ ສ ະ ກ ດກ ນ ໂລກ ລ ະ ບາດ ໂຄວ ດ 19 ຢ າງ ໄວ ວາ ທ ນ ການ ປັບປຸງເງື່ອນໄຂໃຫ້ນັກລົງທຶນຕ່າງປະເທດເຂົ້າມາຫວຽດນາມ

ຍສໝ - ທ່ານ David Jarkulisch ນັກການທູດດ້ານເສດຖະກິດທີ່ມີຊື່ສຽງຂອງສາທາລະນະລັດເຊັກໄດ້ລົງພິມບົດວິຈານກ່ຽວກັບການປ່ຽນແປງໃນທາງບວກຂອງນະໂຍບາຍຂອງຫວຽດນາມດັ່ງທີ່ໄດ້ສະແດງອອກໃນກົດໝາຍການລົງທຶນສະບັບປັບປຸງ.

ໄຊພອນ

ເຫດການ
302 Found

Found

The document has moved here.