ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ: ນັກຊ່ຽວຊານຈີນ ຕີລາຄາແງ່ຫວັງການພັດທະນາຂອງຫວຽດນາມ

17:35 | 07/01/2026

ຍສໝ - ກ່ຽວຂ້ອງເຖິງເປົ້າໝາຍບັນລຸລະດັບເຕີບໂຕສູງທີ່ໄດ້ປຶກສາຫາລືກ່ອນຈັດກອງປະຊຸມໃຫຍ່ ຄັ້ງທີ XIV, ທ່ານສາດສະດາຈານ ຊຸຍຊາງ ຖືວ່າ ເປົ້າໝາຍບັນລຸລະດັບເຕີບໂຕ 10% ແມ່ນມີຄວາມຫວັງຢ່າງສູງ, ແຕ່ບໍ່ແມ່ນບໍ່ມີພື້ນຖານ.

​ເປັນ​ປີ​ແຫ່ງ​ການ​ເລັ່ງລັດ ​ແລະ ຄວາມ​ກ້າວໜ້າ​ຂອງ​ການທ່ອງທ່ຽວ​ຫວຽດນາມ.
ການສົ່ງອອກປາຫູໝາດ ປີ 2025: ຄາດວ່າຈະບັນລຸ 2,1 ຕື້ USD
ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ: ນັກຊ່ຽວຊານຈີນ ຕີລາຄາແງ່ຫວັງການພັດທະນາຂອງຫວຽດນາມ
ທ່ານສາດສະດາຈານ ຊຸຍຊາງ ຜູ້ທີ່ເຮັດວຽກຢູ່ມະຫາວິທະຍາໄລຊົນເຜົ່າສູນກາງຈີນ. ພາບ: ສໍານັກຂ່າວສານຫວຽດນາມ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແມ່ນຂີດໝາຍທີ່ມີຄວາມໝາຍສຳຄັນພິເສດ, ເປີດໄລຍະພັດທະນາໃໝ່ມີລັກສະນະ “ບຸກທະລຸຍຸດທະສາດ”, ໃນນັ້ນ ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກໍາ ແລະການປະຕິຮູບລະບອບລະບຽບການສວມບົດບາດຫຼັກແຫຼ່ງ. ນັ້ນແມ່ນຂໍ້ສັງເກດຂອງທ່ານສາດສະດາຈານ ຊຸຍຊາງ, ຜູ້ທີ່ເຮັດວຽກຢູ່ມະຫາວິທະຍາໄລຊົນເຜົ່າສູນກາງ ຈີນ, ພ້ອມທັງເປັນນັກຊ່ຽວຊານໃຫ້ຄຳວິຈານຂອງລະບົບໂທລະພາບທົ່ວໂລກ ຈີນ.

ກ່ຽວຂ້ອງເຖິງເປົ້າໝາຍບັນລຸລະດັບເຕີບໂຕສູງທີ່ໄດ້ປຶກສາຫາລືກ່ອນຈັດກອງປະຊຸມໃຫຍ່ ຄັ້ງທີ XIV, ທ່ານສາດສະດາຈານ ຊຸຍຊາງ ຖືວ່າ ເປົ້າໝາຍບັນລຸລະດັບເຕີບໂຕ 10% ແມ່ນມີຄວາມຫວັງຢ່າງສູງ, ແຕ່ບໍ່ແມ່ນບໍ່ມີພື້ນຖານ. ທ່ານ ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຈະແມ່ນກອງປະຊຸມໃຫຍ່ມີຄວາມໝາຍພິເສດ, ກຳນົດທິດຍຸດທະສາດການພັດທະນາຂອງຫວຽດນາມ ໃນຫຼາຍປີຈະມາເຖິງ, ບໍ່ພຽງແຕ່ສົ່ງຜົນສະທ້ອນຢ່າງເລິກເຊິ່ງ, ກວ້າງຂວາງຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງແຜ່​ຂະ​ຫຍາຍອອກສູ່ພາກພື້ນ ແລະໂລກ ໃນສະພາບການທີ່ເຕັມໄປດ້ວຍການຜັນແປ ຄືໃນປະຈຸບັນອີກດ້ວຍ.

ຕາມ la.qdnd.vn

https://la.qdnd.vn/cid-7636/7644/nid-540564.html

ການສົ່ງຊາວຫວຽດນາມ ຢູ່ຕ່າງປະເທດກັບເມືອປະເທດໃນສະພາບ ການພະຍາດໂຄວິດ-19 ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ມະນຸດສະທຳ ຂອງພັກ ແລະລັດ ການສົ່ງຊາວຫວຽດນາມ ຢູ່ຕ່າງປະເທດກັບເມືອປະເທດໃນສະພາບ ການພະຍາດໂຄວິດ-19 ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ມະນຸດສະທຳ ຂອງພັກ ແລະລັດ

ຍສໝ - ຫວ່າງແລ້ວນີ້, ທີ່ການປະຊຸມຂ່າວສະໄໝສາມັນ ປະຈໍາຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງ ການຕ່າງປະເທດຫວຽດນາມ ຢັ້ງຢືນເທື່ອໜຶ່ງອີກວ່າ ການສົ່ງພົນລະເມືອງຊາວ ຫວຽດນາມ ຢູ່ຕ່າງປະເທດທີ່ມີຄວາມຕ້ອງການ, ມີສະພາບການທີ່ປະສົບຄວາມ ຫຍຸ້ງຍາກ ພິເສດ ກັບເມືອປະເທດໃນສະພາບການພະຍາດໂຄວິດ-19 ຜ່ານມາ ແມ່ນແຜນນະໂຍບາຍທີ່ຖືກຕ້ອງ ແລະມະນຸດສະທຳຂອງພັກ ແລະລັດ.

ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເຄື່ອນໄຫວຊີ້ນຳວຽກງານກະກຽມ ເຜີຍແຜ່ ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢູ່ແຂວງຈຳປາສັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເຄື່ອນໄຫວຊີ້ນຳວຽກງານກະກຽມ ເຜີຍແຜ່ ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢູ່ແຂວງຈຳປາສັກ

ທ່ານ ພົນໂທ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງ ສູນກາງພັກ, ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ໄດ້ເຄື່ອນໄຫວຊີ້ນຳວຽກງານ ກະກຽມເຜີຍແຜ່ ຜົນສຳເລັດ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ ຢູ່ແຂວງຈຳປາສັກ, ໃນວັນທີ 19 ເມສາ 2021, ທີ່ສຳນັກງານຫ້ອງວ່າການ ແຂວງຈຳປາສັກ, ໂດຍການຕ້ອນຮັບຂອງ ...

ຕາມ la.qdnd.vn

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ