ປັບປຸງເງື່ອນໄຂໃຫ້ນັກລົງທຶນຕ່າງປະເທດເຂົ້າມາຫວຽດນາມ

12:03 | 03/08/2020

ຍສໝ - ທ່ານ David Jarkulisch ນັກການທູດດ້ານເສດຖະກິດທີ່ມີຊື່ສຽງຂອງສາທາລະນະລັດເຊັກໄດ້ລົງພິມບົດວິຈານກ່ຽວກັບການປ່ຽນແປງໃນທາງບວກຂອງນະໂຍບາຍຂອງຫວຽດນາມດັ່ງທີ່ໄດ້ສະແດງອອກໃນກົດໝາຍການລົງທຶນສະບັບປັບປຸງ.    

ປ ບປ ງເງ ອນໄຂໃຫ ນ ກລ ງທ ນຕ າງປະເທດເຂ າມາຫວຽດນາມ ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຫຼາຍກວ່າ 18 ລ້ານຄົນ, ໃນນັ້ນ ຈຳນວນຜູ້ເສຍຊີວິດແມ່ນເກືອບ 688.000 ຄົນ
ປ ບປ ງເງ ອນໄຂໃຫ ນ ກລ ງທ ນຕ າງປະເທດເຂ າມາຫວຽດນາມ ສະກັດກັ້ນຄົນເຂົ້າ - ອອກເມືອງຜິດກົດໝາຍ
ປ ບປ ງເງ ອນໄຂໃຫ ນ ກລ ງທ ນຕ າງປະເທດເຂ າມາຫວຽດນາມ
ພາບປະກອບ

ຕາມນັກຂ່າວສຳນັກຂ່າວສານຫວຽດນາມປະຈຳ Prague, ທ່ານ David Jarkulisch ນັກການທູດດ້ານເສດຖະກິດທີ່ມີຊື່ສຽງຂອງສາທາລະນະລັດເຊັກໄດ້ລົງພິມບົດວິຈານກ່ຽວກັບການປ່ຽນແປງໃນທາງບວກຂອງນະໂຍບາຍຂອງຫວຽດນາມດັ່ງທີ່ໄດ້ສະແດງອອກໃນກົດໝາຍການລົງທຶນສະບັບປັບປຸງ, ເພື່ອອຳນວຍຄວາມສະດວກໃຫ້ແກ່ການດຶງດູດ ແລະ ຍົກສູງປະສິດທິຜົນຂອງການລົງທຶນຕ່າງປະເທດເຂົ້າໃນການພັດທະນາເສດຖະກິດ.

ບົດຂຽນໄດ້ຊີ້ແຈ້ງວ່າສະພາແຫ່ງຊາດຫວຽດນາມໄດ້ໃຫ້ສັດຕະຍາບັນກົດໝາຍວ່າດ້ວຍການລົງທຶນສະບັບປັບປຸງຄາດວ່າຈະມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນ ປີ 2021, ຈາກນັ້ນປັບປຸງເງື່ອນໄຂຕ່າງໆໃຫ້ນັກລົງທຶນຕ່າງປະເທດເຂົ້າມາຫວຽດນາມ. ຈຸດປະສົງຕົ້ນຕໍຂອງການປັບປຸງກົດໝາຍ ແມ່ນເພື່ອເຮັດໃຫ້ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ຫວຽດນາມດຶງດູດນັກລົງທຶນຕ່າງປະເທດ ແລະ ດຶງດູດແຫຼ່ງກຳລັງການລົງທຶນໃໝ່ໃນຂະແໜງເຕັກໂນໂລຢີສູງ.

ຕາມຜູ້ຂຽນ, ຫວຽດນາມ ແມ່ນໜຶ່ງໃນບັນດາສະຖານທີ່ລົງທຶນທີ່ໜ້າສົນໃຈທີ່ສຸດໃນອາຊີ, ແຕ່ມາຮອດປະຈຸບັນການລົງທືນຕ່າງປະເທດຢູ່ຫວຽດນາມສ່ວນຫຼາຍແມ່ນສຸມໃສ່ຂົງເຂດແຮງງານທີ່ມີຕົ້ນທຶນຕ່ຳ ແລະ ຂະບວນການເຕັກໂນໂລຢີທີ່ຕໍ່າ. ແຮງຈູງໃຈໃໝ່ສຳລັບການລົງທືນໃນເຂດອຸດສະຫະກຳເຕັກໂນໂລຢີສູງທີ່ຖືກຄັດເລືອກປະກອບມີ: ການຍົກເວັ້ນພາສີລາຍໄດ້ຂອງວິສາຫະກິດ, ການຫຼຸດຜ່ອນຄ່າເຊົ່າທີ່ພັກໂດຍລັດໃນບັນດາເຂດອຸດສາຫະກຳ.

ລັດຖະບານຫວຽດນາມເນັ້ນໜັກ ວ່າແຮງຈູງໃຈ ແລະ ການປ່ຽນແປງໃນກົດໝາຍການລົງທືນແມ່ນສະແດງໃຫ້ເຫັນຄວາມຕ້ອງການຂອງບໍລິສັດຫຼາຍປະເທດ, ເຊິ່ງໄດ້ສະແຫວງຫາເຂົ້າມາຕະຫຼາດຫວຽດນາມມາດົນແລ້ວ. ສະນັ້ນ, ລັດຖະບານຫວຽດນາມໄດ້ດັດແກ້ກົດໝາຍໃຫ້ແທດເໝາະກັບສະພາບຄວາມເປັນຈິງເພື່ອເຮັດໃຫ້ຫວຽດນາມສາມາດດຶງດູດການລົງທຶນຈາກຕ່າງປະເທດ.

ຕາມບົດລາຍງານຂອງກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, 7 ເດືອນຜ່ານມາ, ຍອດທຶນຈົດທະບຽນໃໝ່, ດັດປັບ ແລະ ປະກອບທຶນຊື້ຮຸ້ນຂອງນັກລົງທຶນຕ່າງປະເທດບັນລຸໄດ້ 18,82 ຕື້ USD, ເທົ່າກັບ 93,1% ເມື່ອທຽບໃສ່ໄລຍະດຽວກັນປີ 2019. ຕາມນັ້ນແລ້ວ, ມີ 1.620 ໂຄງການ ໄດ້ຮັບໃບຢັ້ງຢືນຈົດທະບຽນລົງທຶນໃໝ່, ດ້ວຍເງິນລົງທຶນຈົດທະບຽນທັງໝົດບັນລຸ 9,46 ຕື້ USD.

ຄິດໄລ່ລວມ 7 ເດືອນຕົ້ນປີ 2020, ດຸນການຄ້າຂອງສິນຄ້າຫວຽດນາມສືບຕໍ່ສົ່ງອອກເກີນດຸນ 6,5 ຕື້ USD, ສູງກ່ວາຫຼາຍເມື່ອທຽບໃສ່ຕົວເລກສົ່ງອອກເກີນດຸນ 1,98 ຕື້ຶ້ USD ຂອງ 7 ເດືອນປີ 2019. ຢູ່ໃນໂລກ, ໂລກລະບາດ Covid – 19 ນັບມື້ນັບຜັນແປຢ່າງສັບສົນ, ສືບຕໍ່ສົ່ງຜົນສະທ້ອນຫຍໍ້ທໍ້ເຖິງການເຄື່ອນໄຫວນຳເຂົ້າ - ສົ່ງອອກຂອງຫວຽດນາມ. ຍອດວົງເງິນການສົ່ງອອກ - ນຳເຂົ້າສິນຄ້າໃນ 7 ເດືອນຕົ້ນປີ 2020 ຄາດວ່າຈະບັນລຸ 285,12 ຕື້ USD, ຫຼຸດລົງ 1,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ໃນ 7 ເດືອນຕົ້ນປີ 2020 ມີສິນຄ້າ 23 ປະເພດບັນລຸໄດ້ວົງເງິນສົ່ງອອກສູງກ່ວາ 1 ຕື້ USD, ກວມເອົາ 87% ຂອງຍອດວົງເງິນສົ່ງອອກທັງໝົດ.

ປ ບປ ງເງ ອນໄຂໃຫ ນ ກລ ງທ ນຕ າງປະເທດເຂ າມາຫວຽດນາມ ວຽກງານການຕ່າງປະເທດປະກອບສ່ວນຊຸກຍູ້ການທ່ອງທ່ຽວແຂວງບັກຢາງ ສສ.ຫວຽດນາມ

ຍສໝ - ດ້ວຍຄວາມມານະພະຍາຍາມໃນວຽກງານການຕ່າງປະເທດໄດ້ປະກອບສ່ວນຊຸກຍູ້ການພັດທະນາການທ່ອງທ່ຽວຂອງແຂວງ. ທີ່ດິນ ແລະ ຜູ້ຄົນແຂວງບັກຢາງເປັນທີ່ຮູ້ຈັກດີຈາກເພື່ອນມິດສາກົນຫຼາຍຄົນ. ຄາດວ່າໃນແຕ່ລະປີ, ແຂວງຕ້ອນຮັບແຂກສາກົນປະມານ 20.000 ເທື່ອຄົນ.

ປ ບປ ງເງ ອນໄຂໃຫ ນ ກລ ງທ ນຕ າງປະເທດເຂ າມາຫວຽດນາມ ສ.ເກົາຫຼີ ໄດ້ສະໜັບສະໜູນເງິນເກືອບ 20 ຕື້ດົງເພື່ອປະຕິບັດໂຄງການ “ໂຮງຮຽນຄວາມຫວັງ Samsung” ຢູ່ ລ້າງເຊີນ

ຍສໝ - ວັນທີ 31 ກໍລະກົດ, ທີ່ ລ້າງເຊີນ, ຜູ້ຕາງໜ້າ Samsung ຫວຽດນາມ, ອົງການຈັດຕັ້ງ Korea Food for the Hungry International (KFHI)/ສ.ເກົາຫຼີ ແລະ ພະແນກພົວພັນການຕ່າງປະເທດ ລ້າງເຊີນ, ຄະນະກຳ ມະການປະຊາຊົນແຂວງ ລ້າງເຊີນ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືຈັດຕັ້ງປະຕິບັດໂຄງການ ...

ປ ບປ ງເງ ອນໄຂໃຫ ນ ກລ ງທ ນຕ າງປະເທດເຂ າມາຫວຽດນາມ ຍອດວົງເງິນສົ່ງອອກ-ນຳເຂົ້າລະຫວ່າງຫວຽດນາມ ແລະລາວ ໃນ 6 ເດືອນຕົ້ນປີ 2020 ບັນລຸ 491,7 ລ້ານໂດລາສະຫະລັດ

ຍສໝ - ວົງເງິນການຄ້າລະຫວ່າງຫວຽດນາມ ແລະລາວ ໃນໄລຍະນີ້ຫຼຸດຜ່ອນຍ້ອນຜົນສະທ້ອນຈາກພະຍາດໂຄວິດ-19.

ໄຊພອນ

ເຫດການ
302 Found

Found

The document has moved here.