ຜູ້ອຳນວຍການໃຫຍ່ WTO ຊົມເຊີຍການປະກອບສ່ວນຢ່າງຕັ້ງໜ້າຂອງຫວຽດນາມ.

14:34 | 12/04/2026

ຍສໝ - ວັນທີ 10 ເມສາ, ທ່ານເອກອັກຄະລັດຖະທູດ ມາຍຟານຢຸ່ງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ຢູ່ຂ້າງອົງການການຄ້າໂລກ (WTO) ໄດ້ມີການພົບປະກັບທ່ານນາງ Ngozi Okonjo-Iweala, ຜູ້ອຳນວຍການໃຫຍ່ WTO.

WTO ຮັບຮູ້ການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ລະບົບການຄ້າຫຼາຍຝ່າຍ
ຫວຽດນາມ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ກັບ WTO

ຂໍ້ມູນຈາກຄະນະຜູ້ແທນ ຫວຽດນາມ ຢູ່ Geneva ປະເທດສະວິດ ໃຫ້ຮູ້ວ່າ 2 ຝ່າຍໄດ້ແລກປ່ຽນກ່ຽວກັບໝາກຜົນຂອງກອງປະຊຸມລັດຖະມົນຕີ WTO ຄັ້ງທີ 14 (MC14), ທິດທາງການເຮັດວຽກຂອງອົງການໃນອະນາຄົດ, ແລະ ຢືນຢັນຄືນໃໝ່ການສະໜັບສະໜູນຂອງ ຫວຽດນາມ ໃນລະບົບການຄ້າຫຼາຍຝ່າຍ.

ຢືນຢັນຄືນໃໝ່ຫຼັກໝັ້ນທີ່ເປັນເອກະພາບຂອງ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ມາຍຟານຢຸ່ງ ໃຫ້ຮູ້ວ່າ: ຫວຽດນາມ ຍາມໃດກໍ່ແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງ WTO, ເຂົ້າຮ່ວມຢ່າງເຕັມສ່ວນໃນບັນດາການເຄື່ອນໄຫວ, ການໂອ້ລົມສົນທະນາ ແລະ ບັນດາການເຄື່ອນໄຫວຂ້າງຄຽງ, ພ້ອມກັນຈັ່ນ ກໍ່ປະກອບສ່ວນເປັນປະຈຳເຂົ້າໃນບັນດາການເຈລະຈາສຳຄັນ.

ຫວຽດນາມ ສະໜັບສະໜູນຫຼັກການຂອງ WTO ຢ່າງໝັ້ຄົງ, ໃນນັ້ນມີຫຼັກການຄວາມເຫັນດີເຫັນພ້ອມ, ກົດລະບຽບປະເທດຊາດນິຍົມທີ່ສຸດ (MFN), ການປະຕິບັດແບບພິເສດ ແລະ ຄວາມແຕກຕ່າງໃຫ້ແກ່ບັນດາປະເທດພວມພັດທະນາ, ກໍ່ຄືຮັບປະກັນການພົວພັນແບບສະເໝີພາບລະຫວ່າງບັນດາສະມາຊິກ.

ຜູ້ອຳນວຍການໃຫຍ່ WTO ຊົມເຊີຍການປະກອບສ່ວນຢ່າງຕັ້ງໜ້າຂອງຫວຽດນາມ.
ພາບຈາກກອງປະຊຸມ. (ພາບ: ຄະນະຜູ້ແທນຫວຽດນາມ ຢູ່ ເຈນີວາ, ສະວິດ)

ທ່ານເອກອັກຄະລັດຖະທູດເນັ້ນໜັກວ່າ, ສຳລັບ ຫວຽດນາມ, WTO ສືບຕໍ່ມີບົດບາດສຳຄັນເປັນພິເສດໃນການສ້າງກົດໝາຍການຄ້າທີ່ໝັ້ນຄົງ, ສາມາດຄາດຄະເນ ແລະ ຍຸຕິທຳ, ໂດຍຜ່ານນັ້ນ ປະກອບສ່ວນປົກປັກຮັກສາຜົນປະໂຫຍດອັນຊອບທຳຂອງບັນດາປະເທດສະມາຊິກ, ພິເສດແມ່ນປະເທດພວມພັດທະນາ.

ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ມາຍຟານຢຸ່ງ ໄດ້ແຈ້ງໃຫ້ຜູ້ອຳນວຍການໃຫຍ່ WTO ຊາບກ່ຽວກັບບັນດາບາດກ້າວໃໝ່ຂອງ ຫວຽດນາມ ໃນການເຊື່ອມໂຍງເສດຖະກິດສາກົນ, ໃນນັ້ນມີການເຂົ້າຮ່ວມບັນດາຂໍ້ລິເລີ່ມ ແລະ ຂະບວນການສຳຄັນຂອງ WTO. ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ມາຍຟານຢຸ່ງ ໄດ້ແຈ້ງໃຫ້ຜູ້ອຳນວຍການໃຫຍ່ WTO ວ່າ ສະພາແຫ່ງຊາດ ຫວຽດນາມ ໄດ້ດຳເນີນກອງປະຊຸມສຳເລັດຜົນ ແລະ ໄດ້ເລືອກຕັ້ງບັນດາຕຳແໜ່ງການນຳທີ່ສຳຄັນຂອງປະເທດ.

ປຶກສາຫາລືກ່ຽວກັບທິດທາງການເຮັດວຽກພາຍຫຼັງ MC14, ທ່ານຜູ້ອຳນວຍການໃຫຍ່ WTO ສະແດງການຕີລາຄາຢ່າງຕັ້ງໜ້າກ່ຽວກັບການເຂົ້າເຖີງຢ່າງເປັນເຈົ້າການ ແລະ ເປີດເຜີຍຂອງ ຫວຽດນາມ, ພ້ອມທັງຮັບຮູ້ ແລະ ຊົມເຊີຍບັນດາການປະກອບສ່ວນຕົວຈິງຂອງ ຫວຽດນາມ ເຂົ້າໃນ WTO.

ຜູ້ອຳນວຍການໃຫຍ່ WTO ຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການສືບຕໍ່ຍູ້ແຮງການຕໍ່ກຳນົດເວລາຂອງການໂຈະອັດພາສີການຄ້າເອເລັກໂຕນິກ, ແກ້ໄຂບັນຫາ “ການບໍ່ລະເມີດ ແລະສະພາບການອື່ນໆ” ໃນສັນຍາ TRIPS, ກໍ່ຄືຮັກສາຂະບວນການເຈລະຈາລະຫວ່າງບັນດາສະມາຊິກສຳຄັນ. ທ່ານນາງຖືວ່າ ປະຊາຄົມສະມາຊິກບໍ່ຄວນຖືກແຊກຄຸມດ້ວຍການຕີລາຄາໃນແງ່ບໍ່ດີຂອງສື່ມວນຊົນ, ເຊິ່ງຄວນສຸມໃສ່ວຽກງານທີ່ສຳຄັນເພື່ອສະແດງໃຫ້ເຫັນປະສິດທິຜົນຂອງລະບົບ.

ການພົບປະແລກປ່ຽນໄດ້ດຳເນີນໄປໃນບັນຍາກາດເປີດເຜີຍ, ກົງໄປກົງມາ ແລະ ມີລັກສະນະສ້າງສັນ, ສ່ອງແສງເຖິງຄວາມຕັດສິນໃຈຮ່ວມໃນການເສີມຂະຫຍາຍບົດບາດໃຈກາງຂອງ WTO, ຮັກສາຂະບວນການປະຕິຮູບ, ຍົກສູງປະສິດທິຜົນຂອງລະບົບການຄ້າຫຼາຍຝ່າຍໃນບັນດາການທ້າທາຍທາງດ້ານເສດຖະກິດຂອງໂລກ.

ຫວຽດນາມ ຕີລາຄາສູງການພົວພັນກັບ WTO ຫວຽດນາມ ຕີລາຄາສູງການພົວພັນກັບ WTO

ຍສໝ - ວັນທີ 23 ພຶດສະພາ, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານນາງຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນທິລຽນເຮືອງ ນຳໜ້າ, ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສາທາລະນະສຸກໂລກ ຄັ້ງທີ 76 ຢູ່ນະຄອນ ເຊີແນວ, ປະເທດ ສະວິດ.

ຫວຽດນາມ ຖືເປັນສຳຄັນບົດບາດຂອງ WTO ໃນການຊຸກຍູ້ລະບົບການຄ້າຫຼາຍຝ່າຍ ຫວຽດນາມ ຖືເປັນສຳຄັນບົດບາດຂອງ WTO ໃນການຊຸກຍູ້ລະບົບການຄ້າຫຼາຍຝ່າຍ

ຍສໝ-ຕອນບ່າຍວັນທີ 25 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໋າຍ ໄດ້ໄປຢ້ຽມຢາມສຳນັກງານອົງການການຄ້າໂລກ (WTO) ທີ່ເຈນີວາ (ສະວິດເຊີແລນ) ແລະ ເຮັດວຽກກັບທ່ານຮອງຜູ້ອຳນວຍການໃຫຍ່ WTO ເຈື່ອງເຮືອງເທິ່ນ.

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ