ຫວຽດນາມ ແມ່ນ “ດິນແດນແຫ່ງຄວາມຫວັງ” ສໍາລັບບັນດາວິສາຫະກິດຕ່າງປະເທດ

11:09 | 04/08/2020

ຍສໝ - ບໍລິສັດສະໜອງບັນດາການບໍລິການຮັບສະໝັກບຸກຄະລາກອນລະດັບສູງຢູ່ຫວຽດນາມ ເນັ້ນໜັກວ່າ ເຖິງວ່າຕ້ອງຮັກສາກົງຈັກການຈັດຕັ້ງ, ບຸກຄະລາກອນໄວ້ຈົນສຸດຄວາມສາມາດຂອງຕົນກໍ່ຕາມ, ແຕ່ບັນດາວິສາຫະກິດຍີ່ປຸ່ນ ຍັງເລືອກເອົາຫວຽດນາມ ແມ່ນ “ດິນແດນແຫ່ງຄວາມຫວັງ”.

ບ ນດາວ ສາຫະກ ດ ຍ ປ ນ ເລ ອກເອ າ ຫວຽດນາມ ແມ ນ ດ ນແດນແຫ ງຄວາມຫວ ງ ເຖິງວ່າເກີດການລະບາດຂອງ ໂລກລະບາດ COVID-19 ແຕ່ວົງເງິນສົ່ງອອກສິນຄ້າຂອງຫວຽດນາມ ກໍ່ໄດ້ບັນລຸ 6,5 ຕື້ໂດລາສະຫະລັດ
ບ ນດາວ ສາຫະກ ດ ຍ ປ ນ ເລ ອກເອ າ ຫວຽດນາມ ແມ ນ ດ ນແດນແຫ ງຄວາມຫວ ງ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານ ກອງປະຊຸມສະໄໝສາມັນປະຈຳເດືອນ ກໍລະກົດ
ບ ນດາວ ສາຫະກ ດ ຍ ປ ນ ເລ ອກເອ າ ຫວຽດນາມ ແມ ນ ດ ນແດນແຫ ງຄວາມຫວ ງ
ພາບປະກອບ

ບໍລິສັດ Navigos Search (ບໍລິສັດສະໜອງບັນດາການບໍລິການຮັບສະໝັກບຸກຄະລາກອນລະດັບສູງຢູ່ຫວຽດນາມ) ຮັບຮູ້ວ່າ ບັນດາບໍລິສັດຂອງຍີ່ປຸ່ນ ທີ່ຫາກໍ່ສ້າງຕັ້ງຢູ່ຫວຽດນາມ ນັ້ນຍັງບໍ່ທັນເຄື່ອນໄຫວໄດ້ເທື່ອ ຍ້ອນຖືກຜົນສະທ້ອນຈາກເຊື້ອພະຍາດໂຄວິດ-19. ໃນສະພາບການຜະລິດ ແລະດໍາເນີນທຸລະກິດປະສົບຄວາມຫຍຸ້ງຍາກ, ປະຈຸບັນ ບາງບໍລິສັດພວມນໍາໃຊ້ນະໂຍບາຍຫຼຸດເວລາເຮັດວຽກ, ຫຼຸດເງິນເດືອນ ຫຼື ປັບປຸງບຸກຄະລາກອນຄືນໃໝ່.

Navigos Search (ບໍລິສັດສະໜອງບັນດາການບໍລິການຮັບສະໝັກບຸກຄະລາກອນລະດັບສູງຢູ່ຫວຽດນາມ) ເນັ້ນໜັກວ່າ ເຖິງວ່າຕ້ອງຮັກສາກົງຈັກການຈັດຕັ້ງ, ບຸກຄະລາກອນໄວ້ຈົນສຸດຄວາມສາມາດຂອງຕົນກໍ່ຕາມ, ແຕ່ບັນດາວິສາຫະກິດຍີ່ປຸ່ນ ຍັງເລືອກເອົາຫວຽດນາມ ແມ່ນ “ດິນແດນແຫ່ງຄວາມຫວັງ”. ໃນປະຈຸບັນ ບັນດາບໍລິສັດຍີ່ປຸ່ນ ຍັງບໍ່ມີແຜນການເປີດກວ້າງ ແລະພຽງແຕ່ສຸມໃສ່ການຮັກສາກົງຈັກການຈັດຕັ້ງ, ບຸກຄະລາກອນ, ຮັບສະໝັກບຸກຄະລາກອນມາປ່ຽນແທນເມື່ອມີເຫດການເກີດຂຶ້ນ.

ເມື່ອບໍ່ດົນມານີ້, ທີ່ກອງປະຊຸມຕີລາຄາກ່ຽວກັບສະພາບການເສດຖະກິດ - ສັງຄົມ ເດືອນກໍລະກົດ ແລະ 7 ເດືອນຕົ້ນປີ 2020, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ໂລກລະບາດໂຄວິດ - 19 ພວມເກີດຂຶ້ນຄືນໃໝ່ຢູ່ຫວຽດນາມຢ່າງສັບສົນ ແລະ ໜັກໜ່ວງກວ່າເກົ່າ, ດັ່ງນັ້ນຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆສືບຕໍ່ຮັບປະກັນໃຫ້ບັນລຸບັນດາຄາດໝາຍເສດຖະກິດ-ສັງຄົມທີ່ໄດ້ວາງອອກໃຫ້ເປັນຢ່າງດີທີ່ສຸດ ເພື່ອຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ. ພ້ອມກັນນັ້ນ, ແມ່ນຮັບປະກັນດັດຊະນີລາຄາໃຊ້ສອຍບໍ່ເກີນ 4%. ສືບຕໍ່ປະຕິບັດບັນດາມາດຕະການຊ່ວຍໜູນສັງຄົມ, ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ. ດ້ວຍບັນດາສັນຍາການຄ້າເສລີນັ້ນ, ຄວນຍູ້ແຮງການເຄື່ອນໄຫວສົ່ງອອກ, ເປີດກວ້າງຕະຫຼາດ, ພ້ອມທັງຊ່ວຍເຫຼືອວິສາຫະກິດຫຼຸດຜ່ອນຄ່າໃຊ້ຈ່າຍເພື່ອສົ່ງອອກຢ່າງສະດວກ. ພ້ອມກັນນັ້ນ, ກໍຕ້ອງຊຸກຍູ້ຕະຫຼາດຢູ່ພາຍໃນປະເທດ.

ບົດລາຍງານຂອງທະນາຄານໂລກ ໄດ້ໃຫ້ສັງເກດວ່າ ເສດຖະກິດຫວຽດນາມ ຍັງຄົງຮັກສາໄດ້ສະພາບການທີ່ຕັ້ງໜ້າໃນສະເພາະໜ້າ ແລະ ໃນໄລຍະກາງ. ໃນເມື່ອສະພາບການໂລກໄດ້ຮັບການປົວແປງເທື່ອລະກ້າວ, ບັນດາການເຄື່ອນໄຫວເສດຖະກິດ ຈະໄດ້ຮັບການຟື້ນຕົວໃນເຄິ່ງທ້າຍຂອງປີ 2020, ພື້ນຖານເສດຖະກິດຫວຽດນາມ ຈະເຕີບໂຕປະມານ 2,8% ໃນປີ 2020 ແລະ 6,8% ໃນປີ 2021. ຖ້າຫາກວ່າ ສະພາບການພາຍນອກບໍ່ມີຄວາມສະດວກປານໃດນັ້ນ, ພື້ນຖານເສດຖະກິດຂອງຫວຽດນາມ ຈະເຕີບໂຕປະມານ 1,5% ໃນປີ 2020 ແລະ 4,5% ໃນປີ 2021.

ບ ນດາວ ສາຫະກ ດ ຍ ປ ນ ເລ ອກເອ າ ຫວຽດນາມ ແມ ນ ດ ນແດນແຫ ງຄວາມຫວ ງ ສະຖານທູດຫວຽດນາມປະຈຳ ກຳປູເຈຍ ຢ້ຽມຢາມບັນດາຄອບຄົວຊາວຫວຽດນາມ ປະສົບສະພາບການທີ່ຫຍຸ້ງຍາກ

ຍສໝ - ຜູ້ຕາງໜ້າສະຖານທູດໄດ້ມອບອາຫານທີ່ຈຳເປັນໃຫ້ແກ່ພໍ່ແມ່ປະຊາຊົນ; ພ້ອມດຽວກັນນັ້ນກໍ່ໄດ້ແຈ້ງການມາໃຫ້ແກ່ພໍ່ແມ່ປະຊາຊົນກ່ຽວກັບການຕິດຕໍ່ພົວພັນກັບສາຂາສະມາຄົມໃນທ້ອງຖິ່ນ ແລະ ສະຖານທູດ ເພື່ອຂໍຄວາມຊ່ວຍເຫລືອໃນການປ່ຽນອາຊີບ.

ບ ນດາວ ສາຫະກ ດ ຍ ປ ນ ເລ ອກເອ າ ຫວຽດນາມ ແມ ນ ດ ນແດນແຫ ງຄວາມຫວ ງ ຊາວຫວຽດນາມຢູ່ຕ່າງປະເທດ ສະແດງຄວາມຮັກແພງກັນດີ ໃນໄລຍະເກີດການລະບາດຂອງ COVID

ຍສໝ - ວິວັດທະນາການຂອງການລະບາດຂອງ COVID - 19 ແມ່ນມີຄວາມສັບສົນ ແລະ ບໍ່ສາມາດຄາດເດົາໄດ້.

ບ ນດາວ ສາຫະກ ດ ຍ ປ ນ ເລ ອກເອ າ ຫວຽດນາມ ແມ ນ ດ ນແດນແຫ ງຄວາມຫວ ງ ປັບປຸງເງື່ອນໄຂໃຫ້ນັກລົງທຶນຕ່າງປະເທດເຂົ້າມາຫວຽດນາມ

ຍສໝ - ທ່ານ David Jarkulisch ນັກການທູດດ້ານເສດຖະກິດທີ່ມີຊື່ສຽງຂອງສາທາລະນະລັດເຊັກໄດ້ລົງພິມບົດວິຈານກ່ຽວກັບການປ່ຽນແປງໃນທາງບວກຂອງນະໂຍບາຍຂອງຫວຽດນາມດັ່ງທີ່ໄດ້ສະແດງອອກໃນກົດໝາຍການລົງທຶນສະບັບປັບປຸງ.

ໄຊພອນ

ເຫດການ
302 Found

Found

The document has moved here.