ຍສໝ - ໃນວັນທີ 10 ເມສາ ນີ້, ໃນຂອບເຂດງານຕະຫຼາດນັດການທ່ອງທ່ຽວສາກົນ ຫວຽດນາມ ປີ 2026 (VITM 2026), ສະມາຄົມການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ ສົມທົບກັບ ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງຫວີງລອງ ຈັດກອງປະຊຸມຊຸກຍູ້ ແລະ ໂຄສະນາການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ.
ຍສໝ - ຮຶງອຽນ – ນິງບິ່ງ – ກ່າເມົາ ແມ່ນບັນດາແຂວງທີ່ມີທ່າແຮງ ແລະ ຂໍ້ໄດ້ປຽບທີ່ອຸດົມສົມບູນ ທາງດ້ານຊັບພະຍາກອນການທ່ອງທ່ຽວ ດ້ວຍປູຊະນີຍະສະຖານທາງດ້ານປະຫວັດສາດ – ວັດທະນະທຳ ແລະ ສະຖານທີ່ທ່ອງທ່ຽວທຳມະຊາດທີ່ມີຊື່ສຽງຫຼາຍແຫ່ງ. ສະຖານທີ່ເຫຼົ່ານີ້ ແມ່ນບ່ອນລວມຕົວຂອງຫຼາຍຮູບແບບການທ່ອງທ່ຽວທີ່ດຶງດູດໃຈ ເຊັ່ນ: ການທ່ອງທ່ຽວທາງດ້ານວັດທະນະທຳ – ປະຫວັດສາດ, ການທ່ອງທ່ຽວທາງດ້ານຈິດວິນຍານ, ການທ່ອງທ່ຽວແບບອະນຸລັກທຳມະຊາດ, ການທ່ອງທ່ຽວແບບທົດລອງ ແລະ ຄົ້ນຫາທຳມະຊາດ, ສ້າງເປັນຜະລິດຕະພັນການທ່ອງທ່ຽວທີ່ເປັນເອກະລັກສະເພາະ, ປະກອບສ່ວນເຂົ້າໃນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຢ່າງຫຼວງຫຼາຍ.
ຍສໝ - ໃນວັນທີ 10 ເມສາ ນີ້, ຢູ່ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ໄດ້ຈັດກອງປະຊຸມຮ່ວມມືດ້ານຄວາມໝັ້ນຄົງ ຫວຽດນາມ - ລາວ ຄັ້ງທີ XVI. ໂດຍການເປັນປະທານຮ່ວມຂອງ ສະຫາຍ ພົນໂທ ຟ້າມເຖຕຸ່ງ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ແລະ ສະຫາຍ ພົນຕີ ແອນ ອຸ່ນອະນົງນຸດ, ລັດຖະມົນຕີ ທັງເປັນຫົວໜ້າກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບ ລາວ.
ຍສໝ - ຕອນເຊົ້າວັນທີ 9 ເມສາ, ທີ່ສຳນັກງານກອງບັນຊາການກຳລັງປ້ອງກັນຝັ່ງທະເລເຂດ 4, ເຂດພິເສດຟູ໋ກວກ, ແຂວງອານຢາງ, ຄະນະຊີ້ນຳກອງບັນຊາການກຳລັງປ້ອງກັນຝັ່ງທະເລຫວຽດນາມກ່ຽວກັບການຫາປາ IUU ໄດ້ຈັດກອງປະຊຸມເພື່ອທົບທວນບົດຮຽນທີ່ຖອດຖອນໄດ້ຈາກການໂຄສະນາຢ່າງເຂັ້ມງວດເພື່ອຕ້ານ ແລະ ສະກັດກັ້ນການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ໄດ້ຄວບຄຸມ (IUU) ໂດຍເຮືອຫາປາ, ພ້ອມທັງການປະສານງານເພື່ອສະໜັບສະໜູນການຢ້ຽມຢາມຄັ້ງທີ 5 ຂອງຄະນະຜູ້ແທນກວດກາ EC ມາຫວຽດນາມ.
ນີ້ກໍ່ແມ່ນໂອກາດເພື່ອໃຫ້ 2 ຝ່າຍກວດກາ ແລະ ກຳນົດທິດສ້າງຂອບນິຕິກຳໃຫ້ສົມບູນແບບ, ສ້າງພື້ນຖານທີ່ສະດວກໃຫ້ແກ່ການເປີດກວ້າງການຮ່ວມມື 2 ຝ່າຍ, ຍົກລະດັບການພົວພັນໃນໄລຍະຈະມາເຖິງ.
ຍສໝ - ໃນວັນທີ 9 ແລະ 10 ເມສາ, ກອງບັນຊາການທະຫານຊາຍແດນເມືອງເຫວ້ ໄດ້ປະສານງານກັບຄະນະກຳມະການເມືອງເຫວ້ ສາຂາແນວໂຮມປະເທດຊາດຫວຽດນາມ ໄດ້ຈັດຕັ້ງຄະນະຜູ້ແທນໄປຢ້ຽມຢາມ, ອວຍພອນປີໃໝ່, ແລະ ມອບຂອງຂວັນໃຫ້ແກ່ປະຊາຊົນບ້ານຊາຍແດນໃນສອງແຂວງເຊກອງ ແລະ ສາລະວັນ (ລາວ) ໃນໂອກາດບຸນປີໃໝ່ລາວ.
ໃນ 2 ມື້ເຮັດວຽກ, ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມີ 20 ລາຍການເຄື່ອນໄຫວຢູ່ ລາວ ແລະ ກຳປູເຈຍ.
ຍສໝ - ໃນບໍ່ເທົ່າໃດມື້, ງາຍບຸນ ຮວ່າລື 2026 ຈະໄດ້ໄຂຂຶ້ນຢ່າງເປັນທາງການຢູ່ແຜ່ນດິນມໍລະດົກນະຄອນ ນິງບິງ.
ຍສໝ - ໄຕມາດທີ 1 ປີ 2026, ຈຳນວນນັກທ່ອງທ່ຽວສາກົນມາ ຫວຽດນາມ ໄດ້ເພີ່ມຂຶ້ນຢ່າງແຂງ, ປະກອບສ່ວນເພີ່ມຂຶ້ນເປັນສອງຕົວເລກໃນຍອດຜະລິດຕະພັນຂອງຂະແໜງການບິນ.
ຍສໝ - ສ.ເກົາຫຼີ ຍັງຄົງເປັນໜຶ່ງໃນຕະຫຼາດທ່ອງທ່ຽວສາກົນທີ່ໃຫຍ່ທີ່ສຸດຂອງຫວຽດນາມ, ປະກອບສ່ວນເຂົ້າໃນການສົ່ງເສີມການແລກປ່ຽນວັດທະນະທຳ, ເສດຖະກິດ ແລະ ການທ່ອງທ່ຽວລະຫວ່າງສອງປະເທດຢ່າງເລິກເຊິ່ງ ແລະ ກວ້າງຂວາງຂຶ້ນເລື້ອຍໆ.
ຍສໝ - ໃນຕອນແລງຂອງວັນທີ 9 ເມສາ, ໃນພິທີມອບ-ຮັບໜ້າທີ່ວຽກງານລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ສະຫາຍ ລັດຖະມົນຕີ ເລີມທິເຟືອງແອງ, ລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຜູ້ໃໝ່ ໄດ້ເນັ້ນໜັກວ່າ: ຄວາມຕ້ອງການທີ່ສະເໝີຕົ້ນສະເໝີປາຍຂອງຂະແໜງການ ແມ່ນການຮີບຮ້ອນຫັນປ່ຽນຈາກຈິນຕະນາການການຄຸ້ມຄອງ ໄປສູ່ຈິນຕະນາການແຫ່ງການສ້າງສັນ ແລະ ການພັດທະນາ; ສ້າງເງື່ອນໄຂ ແລະ ຂົງເຂດເພື່ອໃຫ້ບັນດານັກສິນລະປິນ, ວິສາຫະກິດ ແລະ ຊຸມຊົນ ເຂົ້າຮ່ວມໃນການພັດທະນາວັດທະນະທຳ.
ຍສໝ - ການທີ່ສະພາແຫ່ງຊາດ ຊຸດທີ XVI ປັບປຸງບູລະນະບັນດາຕຳແໜ່ງການນຳຫຼັກແຫຼ່ງ ແມ່ນໄດ້ຮັບການຕີລາຄາຈາກຫຼາຍອົງການຈັດຕັ້ງສາກົນ, ຄູ່ຮ່ວມມື ແລະ ຊຸມຊົນຄົນຫວຽດນາມຢູ່ຕ່າງປະເທດວ່າ ແມ່ນຂີດໝາຍທາງດ້ານການເມືອງທີ່ສຳຄັນ, ຮັບປະກັນຄວາມຕໍ່ເນື່ອງໃນການບໍລິຫານ, ຮັດແໜ້ນຄວາມເຊື່ອໝັ້ນ, ພ້ອມທັງເປີດໂອກາດໃຫ້ແກ່ການຊຸກຍູ້ການປະຕິຮູບ, ການເຊື່ອມໂຍງ ແລະ ຍົກສູງບົດບາດຂອງປະເທດຊາດ ໃນໄລຍະແຫ່ງການພັດທະນາໃໝ່.
ຍສໝ - ຕອນບ່າຍວັນທີ 8 ເມສາ, ມະຫາວິທະຍາໄລສຶກສາສາດ - ດານັງ ໄດ້ຈັດງານບຸນບຸນປີໃໝ່ລາວໃຫ້ແກ່ນັກສຶກສາລາວເກືອບ 300 ຄົນ, ເຊິ່ງເປັນການສ້າງພື້ນທີ່ວັດທະນະທຳ ແລະ ເພີ່ມທະວີການເຊື່ອມຕໍ່ພາຍໃນຊຸມຊົນນັກສຶກສາສາກົນ.
ຍສໝ - ວັນທີ 9 ເມສາ 2026, ໃນກອງປະຊຸມລະຫວ່າງ ອາຊຽນ ແລະ ກຸ່ມບັນດາປະເທດ ອາເມລິກາ ລາຕິນ ແລະ Caribe (GRULAC) ທີ່ຈັດຂຶ້ນຢູ່ ປະເທດ ໂອຕຣິດ, ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນເຈົ້າການ, ຕັ້ງໜ້າໃນການຊຸກຍູ້ລັດທິຫຼາຍຝ່າຍ ແລະ ເພີ່ມທະວີການປະສານສົມທົບລະຫວ່າງບັນດາປະເທດພວມພັດທະນາ.
ຍສໝ - ສືບຕໍ່ການຢ້ຽມຢາມຢ່າງເປັນທາງການ ຢູ່ ສປປ ລາວ, ໃນຕອນບ່າຍຂອງວັນທີ 9 ເມສາ, ທີ່ນະຄອນຫຼວງວຽງຈັນ, ສະຫາຍ ເຈິ່ນເກີ໋ມຕູ້, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ພົບປະກັບພະນັກງານສະຖານທູດ ພ້ອມດ້ວຍພໍ່ແມ່ພີ່ນ້ອງຊຸມຊົນຄົນຫວຽດນາມ ທີ່ພວມດຳລົງຊີວິດຢູ່ ສປປ ລາວ ຢ່າງຫຼວງຫຼາຍ.
ຍສໝ - ໃນທ່າມກາງບັນຍາກາດອັນຟົດຟື້ນມ່ວນຊື່ນແຫ່ງການສະເຫຼີມສະຫຼອງບຸນປີໃໝ່ປະເພນີ ບຸນປີໃໝ່ລາວ ຢູ່ທົ່ວທຸກຫົນແຫ່ງໃນ ສປປ ລາວ, ສະຫາຍ ເຈິ່ນ ເກີ໋ມ ຕູ້, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງມາຢ້ຽມຢາມຢ່າງເປັນທາງການ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຕາມຄຳເຊີນຂອງ ສະຫາຍ ວິໄລ ລັກຄຳຟອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ປະຊາຊົນ ປະຕິວັດລາວ.
ຍສໝ - ໃນຕອນເຊົ້າຂອງວັນທີ 9 ເມສາ, ທີ່ນະຄອນຫຼວງວຽງຈັນ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ ແລະ ສົມກຽດ, ທ່ານ ເຈິ່ນເກິ່ມຕູ໋, ຜູ້ປະຈຳການຄະນະເລຂາທິການ ໄດ້ພົບປະເຈລະຈາກັບ ທ່ານ ວິໄລ ລັກຄຳຟອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ປະຊາຊົນ ປະຕິວັດລາວ.
ຍສໝ - ໃນການຢ້ຽມຢາມຢ່າງເປັນທາງການຢູ່ລາວ, ຕອນບ່າຍວັນທີ 9 ເມສາ ທີ່ນະຄອນຫຼວງວຽງຈັນ, ທ່ານ ເຈິ່ນເກີມຕູ໋, ກຳມະການກົມການເມືອງ, ຜູປະຈຳຄະນະເລຂາທິການສູນກາງພັກ ໄດ້ພົບປະກັບທ່ານເລຂາທິການໃຫຍ່ ແລະ ປະທານປະເທດລາວ ທອງລຸນ ສີສຸລິດ.
ຍສໝ - ງານບຸນເຮັດຈາຂອງຊາວເຜົ່າໄທຢູ່ແຂວງເຊີນລາບໍ່ພຽງແຕ່ເປັນກິດຈະກຳທາງສາສະໜາພື້ນເມືອງເທົ່ານັ້ນ ແຕ່ຍັງເປັນພື້ນທີ່ວັດທະນະທຳທີ່ເປັນເອກະລັກ, ຮັກສາຄຸນຄ່າພື້ນເມືອງ ແລະ ປະກອບສ່ວນເຂົ້າໃນການຮັກສາເອກະລັກຂອງຊົນເຜົ່າໃນຊີວິດສະໄໝໃໝ່.
ຍສໝ - ຫວຽດນາມມຸ່ງໝັ້ນທີ່ຈະບັນລຸການເຕີບໂຕສອງຕົວເລກໃນໄລຍະທີ່ຈະມາເຖິງ, ພ້ອມທັງສືບຕໍ່ເສີມສ້າງພື້ນຖານຂອງສະຖຽນລະພາບດ້ານເສດຖະກິດມະຫາພາກ. ບົດລາຍງານຊີ້ໃຫ້ເຫັນວ່າຮອດປີ 2025, ຕົວຊີ້ວັດເສດຖະກິດ-ສັງຄົມທີ່ສຳຄັນທັງ 15 ຢ່າງມີແນວໂນ້ມທີ່ຈະບັນລຸ ຫຼື ເກີນກວ່ານັ້ນ.