ຍສໝ - ໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 111 ປີແຫ່ງວັນແມ່ຍິງ ສາກົນ, ສະຫະພັນແມ່ຍິງ ຫວຽດນາມ ໄດ້ປຸກລະດົມ “ສັບປະດາເສື້ອຍາວ” 2021, ເຊິ່ງສົ່ງເສີມແມ່ຍິງໃນທຸກເກນອາຍຸ, ເປັນຕົ້ນແມ່ນສະມາຊິກຂອງ ສະຫະພັນແມ່ຍິງ ຫວຽດນາມ ໃນບັນດາການເຄື່ອນໄຫວແຕ່ວັນທີ 1 – 8 ມີນາ, ເພື່ອແນໃສ່ແຜ່ຂະຫຍາຍ, ເຊີດຊູຂຸດເສື້ອຍາວ ແລະ ແມ່ຍິງ ຫວຽດນາມ.
ຍສໝ - ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດລັດເຊຍ ຢັ້ງຢືນວ່າ, ການເຈລະຈາດ້ານການເມືອງຂັ້ນສູງ ແລະການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດໄດ້ຮັບການຮັກສາໄວ້. ການຮ່ວມມືດ້ານການຄ້າ ແລະເສດຖະກິດ, ການທະຫານ ແລະເຕັກນິກການທະຫານ, ວິທະຍາສາດ-ເຕັກໂນໂລຢີ ແລະການຮ່ວມມືດ້ານມະນຸດສະທຳແມ່ນໄດ້ເສີມກໍາລັງໜູນ.
ຍສໝ - ໃນການຢ້ຽມຢາມນີ້, ທ່ານ ເອກອັກຄະລັດຖະທູດ ຟານຈີ໊ແທັງໄດ້ຕອບສຳພາດກັບນັກຂ່າວກ່ຽວກັບຄວາມສາມາດບົ່ມຊ້ອນ ແລະ ແງ່ຫວັງໃນການຮ່ວມມືລະຫວ່າງ ອູດອນທານີ ແລະ ບັນດາແຂວງ, ນະຄອນຂອງ ຫວຽດນາມ.
ຍສໝ - ເຂົ້າຮ່ວມຢູ່ສະຖານທີ່ຖ່າຍທອດສົດ 2 ແຫ່ງ ຫວຽດນາມ ແລະ ກູບາ, ມີທ່ານ ເລແທັງຕຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສາທາລະນະລັດ ກູບາ, ທ່ານ Orlando Nicolás Hernández ເອກອັກຄະລັດຖະທູດ ສາທາລະນະລັດ ກູບາ ປະຈຳ ຫວຽດນາມ, ທ່ານ Irmina del Pilar ອຸປະທູດຊົ່ວຄາວສະຖານທູດ ກູບາ ປະຈຳຫວຽດນາມ ພ້ອມກັບຜູ້ຕາງໜ້າບາງໜ່ວຍງານຂອງກະຊວງການຕ່າງປະເທດສອງປະເທດ.
ຍສໝ - ຈຳນວນເງິນດັ່ງກ່າວເພື່ອນແນໃສ່ໜູນຊ່ວຍການປິ່ນປົວໃຫ້ແກ່ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາມ ເຊິ່ງຕິດໂລກມະເຮັງ ແລະ ໂລກຫົວໃຈຢູ່ໂຮງໝໍເດັກນ້ອຍສູນກາງ, ໂຮງໝໍຫົວໃຈຮ່າໂນ້ຍ ແລະ ລາຍການຫົວໃຈຫວຽດນາມ ຂຶ້ນກັບກອງທຶນ VinaCapital.
ຍສໝ - ມີ 9 ປະເພດສິນຄ້າບັນລຸວົງເງິນສົ່ງອອກກວ່າ 1 ຕື້ໂດລາສະຫະລັດ, ກວມເອົາ 73,8% ຍອດວົງເງິນສົ່ງອອກ, ລວມມີ: ໂທລະສັບ, ເຄື່ອງອາໄຫຼ່; ເຄື່ອງເອເລັກໂຕນິກ...
ຍສໝ - ຫວ່າງແລ້ວນີ້, ທ່ານ ເລວຽດຢວຽນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເວເນຊູເອລາ ພ້ອມກັບຄະນະຜູ້ແທນໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ລັດ Guarico, ເພື່ອແນໃສ່ເພີ່ມທະວີບັນດາໂຄງການຜະລິດກະສິກຳ ແລະ ຊຸກຍູ້ບັນດາຂໍ້ລິເລີ່ມຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນຕ່າງໆ.
ຍສໝ - ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມການສົນທະນາຢ່າງຕັ້ງໜ້າ ເພື່ອແນໃສ່ສ້າງຄວາມເຫັນດີເຫັນພ້ອມ, ຊຸກຍູ້ການເຈລະຈາໂດຍໄວ ເພື່ອບັນລຸມາດຕະການແກ້ໄຂທີ່ໜ້າພໍໃຈສຳລັບທຸກຝ່າຍ, ມຸ່ງໄປເຖິງການບັນລຸເປົ້າໝາຍການພັດທະນາແບບຍືນຍົງເລກທີ 14.6.
ທ້າຍອາທິດຜ່ານມາ ທີ່ສູນຝຶກອົບຮົມ ແລະ ການຮ່ວມມື ນະຄອນຫລວງວຽງຈັນ, ກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານ ອົງການສະຫະປະ ຊາຊາດ (ສປຊ) ປະຈຳ ສປປ ລາວ, ໄດ້ຈັດກອງປະຊຸມ ວິຊາການຄະນະ ກໍາມະການ ຊີ້ນຳຮ່ວມ ລະ ຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໄມທອງ ທໍາມະວົງສາ ຫົວໜ້າກົມອົງການ ຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊເກັນເນສ ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ.
ຍສໝ - ຕາມຕົວເລກສະຖິຕິຂອງກົມຮ່ວມມືສາກົນ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມແລ້ວ, ປັດຈຸບັນ ຫວຽດນາມ ມີນັກສຶກສາ ປະມານ 190.000 ຄົນທີ່ພວມຮ່ຳຮຽນ, ຄົ້ນຄ້ວາ ຢູ່ຕ່າງປະເທດ. ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19.
ຍສໝ - ຫວຽດນາມ ໄດ້ຮັບການຕີລາຄາແມ່ນໜຶ່ງໃນບັນດາປະເທດສະມາຊິກຕັ້ງໜ້າທີ່ສຸດໃນການເລີ່ມຕົ້ນ, ສະເໜີ ແລະ ຊຸກຍູ້ຫຼາຍຂໍ້ລິເລີ່ມ, ເນື້ອໃນການຮ່ວມມືໃໝ່, ເຂົ້າຮ່ວມການຜັນຂະຫຍາຍ ແລະ ຮ່ວມອຸປະຖຳໃຫ້ຂໍ້ລິເລີ່ມເກືອບ 60 ຂໍ້ໃນທຸກໆຂົງເຂດ.
ຍສໝ - ສາທາລະນະ Udmurtia ຂຶ້ນກັບສະຫະພັນ ລັດເຊຍ ໄດ້ເລີ່ມສົ່ງອອກໄປຍັງຫວຽດນາມ ອຸປະກອນການແພດ, ໃນໄລຍະຈະມາເຖິງ ຈະມີແຜນການເພີ່ມທະວີການສົ່ງອອກບັນດາຜະລິດຕະພັນກະເສດ, ອຸດສາຫະກຳເຄມີ ແລະ ການບໍລິການ IT.
ຍສໝ - ອີງຕາມວັດຖຸພັນທີ່ຊອກໄດ້, ສາມາດກຳນົດວ່າບັນດາອັດຖິດັ່ງກ່າວແມ່ນທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຕໍ່ສູ້ຕ້ານອາເມລິກາ ຢູ່ລາວ.
ຍສໝ - ນີ້ແມ່ນລະດັບການເຕີບໂຕທີ່ເປັນໜ້າປະທັບໃຈໃນສະພາບທີ່ການສົ່ງອອກໄປຍັງຕະຫຼາດອື່ນໆປະສົບກັບຄວາມຫຍຸ້ງຍາກຍ້ອນພະຍາດໂຄວິດ-19.
ເພື່ອແນໃສ່ໜູນຊ່ວຍ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຊາວໜຸ່ມ, ນັກສຶກສາ ຫວຽດນາມ ຕໍ່ໜ້າຜົນກະທົບຢ່າງໜັກໜ່ວງຂອງໂລກລະບາດໂຄວິດ - 19, ຄະນະຊາວໜຸ່ມ ຮ່າໂນ້ຍ ໄດ້ສົມທົບກັບໂປຼແກຼມເຕັກໂນໂລຢີຮັບສະໝັກພະນັກງານ TopCV.vn ຈັດຕັ້ງ “ບັ້ນເຄື່ອນໄຫວສ້າງວຽກເຮັດງານທຳໃຫ້ແກ່ຊາວໜຸ່ມ, ນັກສຶກສາ ຫວຽດນາມ 90.000 ຄົນ”.
ໃນວັນທີ 27 ກຸມພາ 2021 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂພຣ ແຄລີ (Paul Kelly) ເອກອັກຄະລັດຖະທູດ ແຫ່ງ ອົດສະຕາລີ ປະຈຳ ສປປ ລາວ ໃນໂອກາດມາດໍາລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ຄົນໃໝ່ ປະຈຳ ສປປ ລາວ.
ວິທະຍຸກະຈາຍສຽງປະຊາຊົນນະຄອນ ໂຮ່ຈີມິນ (VOH) ສົມທົບກັບພະແນກສາທາລະນະສຸກນະຄອນ ໄດ້ຈັດພິທີມອບລາງວັນຜົນງານການແພດ ຫວຽດນາມ ປີ 2020 ເພື່ອແນໃສ່ເຊີດຊູບັນດາການປະກອບສ່ວນເພື່ອສຸຂະພາບປະຊາຊົນຂອງຖັນແຖວແພດໝໍໃນທົ່ວປະເທດ.
ວັກຊິນ COVIVAC ແມ່ນວັນຊິນກັນ ໂຄວິດ - 19 ຊະນິດທີ 2 ຂອງ ຫວຽດນາມ ໄດ້ຮັບການທົດລອງຕໍ່ຄົນໃນເດືອນມີນາຈະມາເຖິງ ແລະ ຄາດວ່າ ຈະສຳເລັດໃນເດືອນຕຸລາ 2021.
ຍສໝ - ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມ ແລະ ບົດບາດເປັນກາງຂອງ ທູດພິເສດຂອງ ເລຂາທິການໃຫຍ່ ສປຊ ຮັບຜິດຊອບກ່ຽວກັບບັນຫາ ມຽນມາ, ສົ່ງເສີມການສົມທົບລະຫວ່າງ ທູດພິເສດ ກັບ ອາຊຽນ ເພື່ອແນໃສ່ສ້າງສະພາບການມີສະຖຽນລະພາບ ຢູ່ ມຽນມາ.
ຍສໝ - ເຂດເສດຖະກິດພິເສດເກາະສີພັນດອນ ຢູ່ແຂວງຈຳປາສັກ (ພາກໃຕ້ຂອງລາວ), ນີ້ແມ່ນໂຄງການຮ່ວມມືລະຫວ່າງບໍລິສັດ Maha Nathi Sithandone Hongkong, ຈີນ ແລະ ບໍລິສັດກໍ່ສ້າງຂົວທາງ LTV ຂອງລາວ.