ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 215 ຂອງ​ສະພາ​ບໍລິຫານງານ UNESCO

11:21 | 14/10/2022

ຍສໝ - ທ່ານນາງ ເລ​ທິທູ​ຮັ່ງ ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ, ບົດບາດ ​ແລະ ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ UNESCO ​ໃນ​ການຮັບມື ​ແລະ ​ແກ້​ໄຂ​ບັນຫາ​ທົ່ວ​ໂລກ; ພ້ອມ​ກັນ​ນັ້ນ ກໍຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຕັ້ງໜ້າ​ເຂົ້າ​ຮ່ວມພ້ອມ​ກັບ​ບັນດາ​ສະມາຊິກ UNESCO ​ໃນ​ການ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ UNESCO ​ໃນ​ຂົງ​ເຂດ​ຕ່າງໆ.

ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໂຕ​ເລິມ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ອາ​ຊຽນ​ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າ​ມ​ຊາດ ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໂຕ​ເລິມ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ອາ​ຊຽນ​ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າ​ມ​ຊາດ
UNESCO ຮ່ວມ​ເດີນ​ທາງ​ພ້ອມ​ກັບ ເທື່ອ​ທຽນ​ເຫວ້ ໃນ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ UNESCO ຮ່ວມ​ເດີນ​ທາງ​ພ້ອມ​ກັບ ເທື່ອ​ທຽນ​ເຫວ້ ໃນ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ

ກອງ​ປະ​ຊຸມ​ຄັ້ງ​ທີ 215 ຂອງ​ສະ​ພາ​ບໍ​ລິ​ຫານງານ​ອົງ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ ​ສະ​ຫະ​ປະ​ຊາ​ຊາດ (UNESCO) ໄດ້​ດຳ​ເນີນ​ແຕ່​ວັນ​ທີ 5 – 19 ຕຸລາ, ຢູ່​ປາ​ຣີ, ໂດຍ​ມີ 58 ປະ​ເທດ​ສະ​ມາ​ຊິກ​ເຂົ້າ​ຮ່ວມ.

ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 215 ຂອງ​ສະພາ​ບໍລິຫານງານ UNESCO
ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 215 ຂອງ​ສະພາ​ບໍລິຫານງານ UNESCO. ພາບ: thoidai.com.vn

ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມຄົບຄະນະ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ, ຜູ້ຊ່ວຍວຽກລັດຖະມົນຕີ​​ການ​ຕ່າງປະ​ເທດ ​ເລ​ທິທູ​ຮັ່ງ ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ, ບົດບາດ ​ແລະ ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ UNESCO ​ໃນ​ການຮັບມື ​ແລະ ​ແກ້​ໄຂ​ບັນຫາ​ທົ່ວ​ໂລກ; ພ້ອມ​ກັນ​ນັ້ນ ກໍຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຕັ້ງໜ້າ​ເຂົ້າ​ຮ່ວມພ້ອມ​ກັບ​ບັນດາ​ສະມາຊິກ UNESCO ​ໃນ​ການ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ UNESCO ​ໃນ​ຂົງ​ເຂດ​ຕ່າງໆ.

ທ່ານນາງ ເລ​ທິ​ທູ​ຮັ່ງ ກໍ່​ໃຫ້​ຮູ້​ວ່າ ຫວຽດນາມ ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ທົ່ວ​ໂລກ​ກ່ຽວ​ກັບ​ພູ​ເຂົາ​ໄຟ ​ຢູ່​ສວນທໍລະນີສາດທົ່ວໂລກ ດັກ​ນົງ ​ໃນ​ວັນ​ທີ 24 – 26 ພະຈິກ.

ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 215 ຂອງ​ສະພາ​ບໍລິຫານງານ UNESCO
ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 215 ຂອງ​ສະພາ​ບໍລິຫານງານ UNESCO

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາງຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ ແລະ ເຮັດວຽກ​ກັບ​ທ່ານນາງ Audrey Azoulay ຜູ້ອຳນວຍການ​ໃຫຍ່ UNESCO, ທ່ານ Xing Qu ​ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ UNESCO ​ແລະ ທ່ານ Edouard Firmin Matoko ຜູ້​ຊ່ວຍວຽກ​​ອຳ​ນວຍ​ການ​ໃຫຍ່​​ຮັບຜິດຊອບ​ວຽກ​ງານ​ພົວພັນຕ່າງປະເທດ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ແນ​ໃສ່​ຫັນບົດ​ບັນທຶກ​ຊ່ວຍ​ຈຳການຮ່ວມມື​ລະຫວ່າງ​ຫວຽດນາມ ​ແລະ UNESCO ​ໄລຍະ 2021-2025 ​ແລະ ບັນດາ​ມາດ​ຕະການ​ປະກອບສ່ວນ​ທີ່ເຮັດ​ໃຫ້​ການ​ພົວພັນ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງເລິກເຊິ່ງກວ່າອີກ ໃຫ້ປະກົດຜົນເປັນຈິງ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານນາງ​ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ກັບ​ຫົວ​ໜ້າ​ຄະນະ​ຜູ້​ແທນ​ຫຼາຍ​ປະ​ເທດ, ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່າຍ.

ບູນມີ

ເຫດການ
302 Found

Found

The document has moved here.