ຫວຽດນາມ ເຂົ້າຮ່ວມກອງປະຊຸມ​ຄັ້ງທີ 215 ຂອງ​ສະພາບໍລິຫານງານ UNESCO

19:00 | 17/10/2022

ກອງປະຊຸມຊຸດທີ 215 ຂອງສະພາບໍລິຫານງານຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ຈັດຂຶ້ນໃນລະຫວ່າງ 05 – 19 ຕຸລາ, ຢູ່ ປາຣີ, ດ້ວຍການເຂົ້າຮ່ວມຂອງ 58 ປະເທດສະມາຊິກ.

ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 215 ຂອງ​ສະພາ​ບໍລິຫານງານ UNESCO ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 215 ຂອງ​ສະພາ​ບໍລິຫານງານ UNESCO
ຫວຽດນາມ ເຂົ້າຮ່ວມກອງປະຊຸມ AMM-55 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຫວຽດນາມ ເຂົ້າຮ່ວມກອງປະຊຸມ AMM-55 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ
ພາບ
ຫວຽດນາມ ເຂົ້າຮ່ວມກອງປະຊຸມ​ຄັ້ງທີ 215 ຂອງ​ສະພາບໍລິຫານງານ UNESCO. ພາບ: vov.vn

ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະ, ຫົວໜ້າຄະນະຜູ້ແທນ ຫວຽດນາມ, ທ່ານນາງ ເລທິທູຮັ່ງ, ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເນັ້ນໜັກເຖິງຄວາມສຳຄັນ, ບົດບາດ ແລະ ການປະກອບສ່ວນຕັ້ງໜ້າຂອງ UNESCO ໃນການຮັບມື ແລະ ແກ້ໄຂບັນດາບັນຫາທົ່ວໂລກ; ພ້ອມທັງຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ເຂົ້າຮ່ວມພ້ອມກັບບັນດາສະມາຊິກຂອງ UNESCO ຜັນຂະຫຍາຍບັນດາການເຄື່ອນໄຫວຂອງ UNESCO ໃນທຸກຂົງເຂດຢ່າງຕັ້ງໜ້າ. ທ່ານນາງ ເລທິທູຮັ່ງ ກໍ່ປະກາດວ່າ ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມທົ່ວໂລກ ກ່ຽວກັບພູເຂົາໄຟຢູ່ ດັກລັກ ໃນວັນທີ 24 – 26 ພະຈິກຈະມາເຖິງ.

ເນື່ອງໃນໂອກາດນີ້, ຫົວໜ້າຄະນະຜູ້ແທນ ຫວຽດນາມ ໄດ້ພົບປະ, ເຮັດວຽກກັບທ່ານຜູ້ອຳນວຍການອົງການ UNESCO Audrey Azoulay; ທ່ານຮອງຜູ້ອຳນວຍການໃຫຍ່ UNESCO Xing Qu ແລະ ຜູ້ຊ່ວຍວຽກຜູ້ອຳນວຍການໃຫຍ່ຮັບຜິດຊອບການພົວພັນຕ່າງປະເທດ Edouard Firmin Matoko ແລກປ່ຽນກ່ຽວກັບການເພີ່ມທະວີການຮ່ວມມືເພື່ອແນໃສ່ຫັນບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງ ຫວຽດນາມ ແລະ UNESCO ໄລຍະ 2021 – 2025 ແລະ ບັນດາມາດຕະການປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືເລິກເຊິ່ງໃນໄລຍະຈະມາເຖິງ ເປັນລະອຽດ.

ໄຊພອນ

ເຫດການ
302 Found

Found

The document has moved here.