ການທ່ອງທ່ຽວຊຸມຊົນນໍ້ານຸງ - ຈຸດໝາຍປາຍທາງຢູ່ສວນສາທາລະນະ ທໍລະນີທົ່ວໂລກ UNESCO ດັກນົງ

09:59 | 05/01/2023

ຍສໝ - ດ້ວຍພື້ນຖານປະຫວັດສາດວັດທະນະທໍາຕາແສງ ນໍ້ານຸງ (ເມືອງ Krông Nô) ໄດ້ແຂວງ ດັກນົງ ກຳນົດວ່າເປັນຈຸດໝາຍປາຍທາງໃນເສັ້ນທາງທ່ອງທ່ຽວ “ບົດເພງໄຊຂອງ ນ້ຳ ແລະ ໄຟ” ສັງກັດ ສວນສາທາລະນະ ທໍລະນີທົ່ວໂລກ UNESCO ດັກນົງ.

ນໍາສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ສອງແຂວງ ເທື່ອທຽນເຫ້ວ (ຫວຽດນາມ) ແລະ ສາລະວັນ (ລາວ) ຂຶ້ນສູ່ລະດັບສູງໃໝ່. ນໍາສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ສອງແຂວງ ເທື່ອທຽນເຫ້ວ (ຫວຽດນາມ) ແລະ ສາລະວັນ (ລາວ) ຂຶ້ນສູ່ລະດັບສູງໃໝ່.
ລາຍການ “ລະດູບານໃໝ່ຢູ່ເສັ້ນຊາຍແດນ ສ້າງຄວາມອົບອຸ່ນໃຈປະຊາຊົນ ບ້ານ”, ເພີ່ມທະວີຄວາມສາມັກຄີລະຫວ່າງທະຫານ ແລະ ປະຊາຊົນ ລາຍການ “ລະດູບານໃໝ່ຢູ່ເສັ້ນຊາຍແດນ ສ້າງຄວາມອົບອຸ່ນໃຈປະຊາຊົນ ບ້ານ”, ເພີ່ມທະວີຄວາມສາມັກຄີລະຫວ່າງທະຫານ ແລະ ປະຊາຊົນ

ບັນດາພິທີການບູຊາເຂົ້າ​ໃໝ່, ​ຂໍໃຫ້ມີສຸຂະພາບແຂງແຮງຂອງຄອບຄົວ ຫຼື ງານບຸນຂອງໝູ່ບ້ານພ້ອມກັນສະແດງຄ້ອງ, ຂັບພື້ນເມືອງ... ​ແມ່ນ​ບັນດາ​ຈຸດ​ວັດທະນະທຳ​ພື້ນ​ເມືອງ​ອັນ​ດີງາມ​ທີ່​ຊາວ​ເຜົ່າມົ້ງ ຢູ່​ຕາ​ແສງ ນໍ້ານຸງ ຍັງຮັກສາໄວ້. ພ້ອມ​ກັນ​ນັ້ນ, ພໍ່ແມ່ປະຊາຊົນກໍ​ຍັງ​ຄົງ​ຮັກສາ​ອາຊີບ​ພື້ນ​ເມືອງ​ຄື​ ຫັດຖະກຳ​ຖັກ​ແສ່ວ, ສານ​ຫວາຍ​...

ປຸກລະດົມ​ຄວາມ​ງາມ​ດ້ານ​ວັດທະນະທຳ​ຮີດຄອງ​ປະ​ເພນີ​ຂອງ​ຊາດ, ​ໃນ​ປີ​ຜ່ານມາ, ອໍານາດການປົກຄອງ​ຂອງ​ຕາ​ແສງ​ນໍ້ານຸງ ​ໄດ້​ໜູນ​ຊ່ວຍ​ປະຊາຊົນ​ພັດທະນາ​ການທ່ອງທ່ຽວ​ຊຸຸມ​ຊົນເປັນ​ເທື່ອ​ລະ​ກ້າວ.

ທ່ານ Y Kreo, ຮອງນາຍບ້ານ Yok Ju ​ໃຫ້​ຮູ້​ວ່າ: ປະຊາຊົນ​ໄດ້​ສ້າງ​ຕັ້ງ​ກຸ່ມ​ໂຮມ​ສະ​ເຕ, ກຸ່ມ​ອາ​ຫານ ​ແລະ ກຸ່ມວັດທະນາທໍາ​ພື້ນ​ເມືອງ​ເພື່ອ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ...

du lich cong dong nam nung-diem den trong cong vien dia chat toan cau unesco Dak nong hinh anh 2

ຕາມທ່ານ Y Kreo ແລ້ວ “ການ​ສ້າງ​ຮູບ​ແບບ​ການ​ທ່ອງ​ທ່ຽວ​ກ່ອນ​ອື່ນ​ໝົດ​ແມ່ນ​ມຸ່ງ​ໄປ​ເຖິງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ຮັກສາ​ເອກະລັກ​ວັດທະນະທຳ​ຂອງ​ຊາດ​ເຮົາ, ທີ​ສອງ​ແມ່ນ​ສືບທອດ​ອາຊີບພື້ນເມືອງ​ຄື: ຕ່ຳແຜ່ນ, ຈັກສານ,... ​ແລະ ​ອາຫານການກິນ​ຂອງ​ບັນດາ​ເຜົ່າ, ຈາກ​ນັ້ນ ກໍໂຄສະນາບັນດາ​ຜະລິດ​ຕະພັນ​ກະ​ເສດ​ທີ່​ເຮັດ​ເອງ​ ຄື: ກາ​ເຟ. ໝາກໄມ້, ຜັກ... ເພື່ອຮັບໃຊ້ນັກທ່ອງທ່ຽວ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນ”.

ດ້ວຍພື້ນຖານປະຫວັດສາດວັດທະນະທໍາຕາແສງ ນໍ້ານຸງ (ເມືອງ Krông Nô), ແຂວງ ດັກນົງ ໄດ້ກຳນົດວ່າເປັນຈຸດໝາຍປາຍທາງໃນເສັ້ນທາງທ່ອງທ່ຽວ “ບົດເພງຂອງ ນ້ຳ ແລະ ໄຟ” ເຊິ່ງຂຶ້ນກັບ ສວນສາທາລະນະ ທໍລະນີສາດທົ່ວໂລກ UNESCO ດັກນົງ.

ບູນມີ

ເຫດການ
302 Found

Found

The document has moved here.