ຫວຽດ​ນາມ ຈະ​ສືບ​ຕໍ່​ແມ່ນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ UNESCO

17:16 | 07/09/2022

ຕອນບ່າຍວັນທີ 6 ກັນຍາ, ຢູ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Audrey Azoulay ຜູ້ອຳນວຍການໃຫຍ່ອົງການ UNESCO ເຊິ່ງພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 5 – 7 ກັນຍາ.

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເຂົ້​າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເຂົ້​າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ
ຫວຽດ​ນາມ​ຮັກ​ສາ​ທີ່​ຕັ້ງ​ໃຈ​ກາງ​ຂອງ​ລະ​ບົບ​ໜູນ​ຊ່ວຍ​ການ​ກ່າວ​ເຕືອນ​ພາ​ຍຸ​ນ້ຳ​ຖ້ວມ​ຢູ່​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຫວຽດ​ນາມ​ຮັກ​ສາ​ທີ່​ຕັ້ງ​ໃຈ​ກາງ​ຂອງ​ລະ​ບົບ​ໜູນ​ຊ່ວຍ​ການ​ກ່າວ​ເຕືອນ​ພາ​ຍຸ​ນ້ຳ​ຖ້ວມ​ຢູ່​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບ ທ່ານນາງ Audrey Azoulay ຜູ້ອຳນວຍການໃຫຍ່ອົງການ UNESCO (ພາບ: TTXVN)
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບ ທ່ານນາງ Audrey Azoulay ຜູ້ອຳນວຍການໃຫຍ່ອົງການ UNESCO (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນການພັດທະນາວັດທະນະທຳ, ຖືວັດທະນະທຳທັງເປັນກຳລັງໜູນທັງແມ່ນເປົ້າໝາຍ, ເປັນພື້ນຖານທາງດ້ານຈິດໃຈແກ່ການພັດທະນາຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງອົງການ UNESCO, ເປັນເຈົ້າການເຂົ້າຮ່ວມບັນດາການເຄື່ອນໄຫວ ແລະ ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຂອງ UNESCO ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາຂອງບັນດາປະເທດສະມາຊິກ. ຫວຽດນາມ ພວມອອກສະໝັກເລືອກຕັ້ງເຂົ້າເປັນສະມາຊິກຄະນະກຳມະການມໍລະດົກໂລກ ອາຍຸການ 2023 – 2027.

ທ່ານນາງ Audrey Azoulay ຜູ້ອຳນວຍການໃຫຍ່ອົງການ UNESCO ຢັ້ງຢືນວ່າ ຫວຽດນາມ ແມ່ນສະມາຊິກທີ່ສຳຄັນຂອງ UNESCO ແລະ ຫວັງວ່າ ຫວຽດນາມ ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການຮ່ວມມືສາກົນກ່ຽວກັບການສຶກສາ, ວັດທະນະທຳ, ວິທະຍາສາດ ແລະ ຖະແຫຼງຂ່າວ ແລະ ສື່ສານຂອງ UNESCO ກໍຄືເຂົ້າຮ່ວມການແກ້ໄຂບັນດາບັນຫາລວມຂອງໂລກ.

vovworld.vn

ເຫດການ
302 Found

Found

The document has moved here.