ເສີມຂະຫຍາຍບັນດາຄຸນຄ່ານາມມະຍົດ UNESCO ຢູ່ ຫວຽດນາມ

00:00 | 26/07/2023

ຍສໝ - ໃນວັນທີ 3 ກໍລະກົດ, ຢູ່ນະຄອນນິງບິ່ງ, ກອງປະຊຸມສາກົນ “ເສີມຂະຫຍາຍຄຸນຄ່າບັນດານາມມະຍົດ UNESCO ເພື່ອຮັບໃຊ້ການພັດທະນາແບບຍືນຍົງຢູ່ຫວຽດນາມ” ໄດ້ໄຂຂຶ້ນສຳເລັດຢ່າງຈົບງາມ.

ເສີມຂະຫຍາຍຄຸນຄ່າຂອງນາມມະຍົດ UNESCO ເພື່ອຮັບໃຊ້ການພັດທະນາແບບຍືນຍົງຢູ່ຫວຽດນາມ ເສີມຂະຫຍາຍຄຸນຄ່າຂອງນາມມະຍົດ UNESCO ເພື່ອຮັບໃຊ້ການພັດທະນາແບບຍືນຍົງຢູ່ຫວຽດນາມ
ດົງທາບ: ເຊີດຊູເປັນນະຄອນແຫ່ງການຮ່ຳຮຽນທົ່ວໂລກຂອງ UNESCO ດົງທາບ: ເຊີດຊູເປັນນະຄອນແຫ່ງການຮ່ຳຮຽນທົ່ວໂລກຂອງ UNESCO

ທີ່​ກອງ​ປະຊຸມ, ດ້ວຍ​ຈິດໃຈຄວາມ​ຮັບ​ຜິດ​ຊອບ ​ແລະ ຄວາມ​ສາມັກຄີ, ບັນດາ​ຜູ້​ແທນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ນັກ​ຄົ້ນ​ຄ້ວາ​ວິທະຍາສາດ ​ແລະ ບັນດາ​ຜູ້​ຄຸ້ມ​ຄອງ ​ໄດ້​ແບ່ງປັນ ​ແລະ ເຮັດແຈ້ງ​ຫຼາຍ​ບັນຫາ​ທີ່​ໄດ້​ວາງອອກ​ໃນວຽກງານ​ການ​ຄຸ້ມ​ຄອງ, ອະນຸລັກ​ຮັກສາ ​ແລະ ເສີມຂະຫຍາຍ​ຄຸນຄ່າ​ບັຍດານາມມະຍົດ UNESCO ​ເພື່ອຮັບໃຊ້ໃຫ້​ແກ່​ການ​ພັດທະນາ​ແບບ​ຍືນ​ຍົງ​ຢູ່​ຫວຽດນາມ.

ມີຫຼາຍກ່ວາ 20 ບົດປຶກສາຫາລືແບບເຊິ່ງໜ້າ ແລະ ອອນລາຍ ຢູ່ກອງປະຊຸມ ພ້ອມກັບການແລກປ່ຽນຄຳຄິດຄຳເຫັນຫຼາຍຢ່າງ ຈາກບັນດາຜູ້ແທນ ໄດ້ສຸມໃສ່ຊີ້ແຈ້ງ 3 ຫົວຂໍ້ສຳຄັນ, ຄື: ຕົວຈິງຂອງການປະຕິບັດ ແລະ ເສີມຂະຫຍາຍບັນດານາມມະຍົດຂອງ UNESCO ເພື່ອການພັດທະນາແບບຍືນຍົງຢູ່ ຫວຽດນາມ; ບົດຮຽນປະສົບການສາກົນ ແລະ ມາດຕະການເພື່ອລະດົມແຫຼ່ງກຳລັງໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງນາມມະຍົດ UNESCO ເພື່ອການພັດທະນາແບບຍືນຍົງ; ມາດຕະການການ​ແກ້​ໄຂ​ເພື່ອ​ລະດົມ​ແຫຼ່ງກຳລັງ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ຍົກ​ສູງ​ຄຸນຄ່າ​ນາມມະຍົດ UNESCO ຮັບໃຊ້​ການ​ພັດທະນາ​ແບບ​ຍືນ​ຍົງ.

ເສີມຂະຫຍາຍບັນດາຄຸນຄ່ານາມມະຍົດ UNESCO ຢູ່ ຫວຽດນາມ

ບັນດາ​ຄຳ​ເຫັນ​ທີ່​ໄດ້​ຮັບ​ການ​ແລກປ່ຽນ ​ແລະ ​ແບ່ງປັນ​ຢູ່​ກອງ​ປະຊຸມ​ຄັ້ງ​ນີ້ ກໍ່​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ UNESCO ສືບ​ຕໍ່​ຮ່ຳຮຽນ ​ແລະ ນຳ​ໃຊ້ ​ເພື່ອ​ຖ່າຍທອດ​ມໍລະດົກ​ໃຫ້​ຄົນ​ລຸ້ນຫຼັງ ຕາມ​ຈິດ​ໃຈ​ຂອງ​ສົນທິສັນຍາ​ມໍລະດົກ​ໂລກ ກ່ຽວ​ກັບ​ການ​ພັດທະນາ​ການທ່ອງທ່ຽວ​ມຸ່ງ​ໄປ​ເຖິງ​ການ​ເຕີບ​ໂຕສີ​ຂຽວ, ຮັບປະກັນຄວາມກົມກຽວລະຫວ່າງການອະນຸລັກ ແລະ ການພັດທະນາ, ເພື່ອໃຫ້ມໍລະດົກກາຍເປັນຊັບສິນຂອງປະຊາຄົມຢ່າງແທ້ຈິງ, ໄດ້ຮັບການປົກປ້ອງຈາກປະຊາຄົມ ແລະ ເພື່ອປະຊາຄົມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.