ດົງທາບ: ເຊີດຊູເປັນນະຄອນແຫ່ງການຮ່ຳຮຽນທົ່ວໂລກຂອງ UNESCO

22:40 | 27/11/2022

ຍສໝ - ນະຄອນ ກາວແລັງ ໃຫ້ຄຳໝັ້ນສັນຍາຢ່າງເຂັ້ມແຂງ ໃນ​ການ​ຮ່ຳຮຽນ​ຕະຫຼອດ​ຊີວິດ; ມີ​ບັນດາຍຸດທະສາດ ແລະ ແຜນການສົ່ງເສີມການຮຳ່ຮຽນຕະຫຼອດຊີວິດໃນຊຸມຊົນທ້ອງຖິ່ນ.

ຫວຽດ​ນາມ ເຂົ້າ​ຮ່ວມ​ສະ​ພາ​ບໍ​ລິ​ຫານ​ງານ​ຊຸດ​ທີ 214 ຂອງ UNESCO ຫວຽດ​ນາມ ເຂົ້າ​ຮ່ວມ​ສະ​ພາ​ບໍ​ລິ​ຫານ​ງານ​ຊຸດ​ທີ 214 ຂອງ UNESCO
ຫວຽດນາມ ໄດ້ຮັບເລືອກຕັ້ງເຂົ້າເປັນສະມາຊິກສະພາບໍລິຫານງານ UNESCO ຫວຽດນາມ ໄດ້ຮັບເລືອກຕັ້ງເຂົ້າເປັນສະມາຊິກສະພາບໍລິຫານງານ UNESCO

ຫວ່າງແລ້ວນີ້, ຢູ່ສະໜາມຫຼວງ ວັນ ມ໊ຽວ (ຕາແສງ 1, ນະຄອນກາວແລັງ) ໄດ້​ດຳ​ເນີນ​ພິ​ທີ​ເຊີດຊູ​ນະຄອນກາວແລັງ, ແຂວງ ດົ່ງ​ທາບ ໄດ້ຈົດຊື່ໃນ​ເຄືອ​ຂ່າຍ​ນະ​ຄອນແຫ່ງ​ການ​ຮ່ຳຮຽນທົ່ວ​ໂລກ ຂອງ​ອົງ​ການ​ການສຶກ​ສາ​, ວິທະຍາສາດ ແລະ ວັດທະນະທໍາ ສະ​ຫະ​ປະ​ຊາ​ຊາດ(UNESCO).

ດົງທາບ: ເຊີດຊູເປັນນະຄອນແຫ່ງການຮ່ຳຮຽນທົ່ວໂລກຂອງ UNESCO
ດົງທາບ: ເຊີດຊູເປັນນະຄອນແຫ່ງການຮ່ຳຮຽນທົ່ວໂລກຂອງ UNESCO

ຕາມ​ທ່ານ​ນາງ Miki Nozawa, ຫົວໜ້າ​ພະ​ແນ​ກສຶກສາ (ຫ້ອງການ UNESCO ປະຈຳ ຮ່າ​ໂນ້ຍ) ແລ້ວ, ນະຄອນກາວແລັງ ມີ​ຄຳ​ໝັ້ນ​ສັນຍາ​ຢ່າງເຂັ້ມແຂງ ໃນ​ການ​ຮ່ຳຮຽນ​ຕະຫຼອດ​ຊີວິດ; ມີ​ບັນດາຍຸດທະສາດ ແລະ ແຜນການ ເພື່ອແນໃສ່ສົ່ງເສີມການຮ່ຳຮຽນຕະຫຼອດຊີວິດໃນຊຸມຊົນທ້ອງຖິ່ນ; ນະຄອນ ຍິນ​ດີ​ແບ່ງປັນ​ປະສົບ​ການ ​ແລະ ຂໍ້​ລິ​ເລີ່ມ​ໃນ​ການ​ສົ່ງ​ເສີມ​ການ​ຮ່ຳຮຽນ​​ຕະຫຼອດ​ຊີວິດ, ​ໂດຍ​ສະ​ເພາະ​ແມ່ນ​ການ​ຊຸກຍູ້​ຄວາມລື້ງເຄີຍໃນການ​ອ່ານ​ຂອງ​ຊາວ​ເມືອງ. ນັ້ນ​ແມ່ນ​ເຫດຜົນ​ສຳຄັນ​ທີ່​ເຮັດ​ໃຫ້​ນະຄອນ​ກາວແລັງ ໄດ້ຈົດຊື່ໃນ​ເຄືອ​ຂ່າຍ​ນະ​ຄອນແຫ່ງ​ການ​ຮ່ຳຮຽນທົ່ວ​ໂລກ​ຂອງ UNESCO.

ດົງທາບ: ເຊີດຊູເປັນນະຄອນແຫ່ງການຮ່ຳຮຽນທົ່ວໂລກຂອງ UNESCO

ກ່ອນ​ໜ້າ​ນີ້, ວັນ​ທີ 2 ກັນຍາ 2022, ນະຄອນ​ກາວແລັງ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ 77 ນະຄອນ​ຈາກ 44 ປະ​ເທດ​ທີ່​ເຂົ້າ​ຮ່ວມ​​ເຄືອຂ່າຍນະ​ຄອນແຫ່ງ​ການ​ຮ່ຳຮຽນທົ່ວ​ໂລກ​ຂອງ UNESCO, ນຳ​ຈຳນວນນະຄອນ​ໃນ​ລະບົບນີ້ຂອງ UNESCO ​ເຂົ້າ​ເປັນ​ສະມາຊິກເຖິວ 294 ນະຄອນ​ໃນ 76 ປະ​ເທດ. ນະຄອນກາວແລັງ ແມ່ນສະມາຊິກທີ 5 ຂອງຫວຽດນາມ ແລະ ທີ 2 ຂອງແຂວງ ດົ່ງທາບ (ຖັດຈາກນະຄອນສາແດ໋ກ) ທີ່ໄດ້ເຂົ້າຮ່ວມເຄືອຂ່າຍ​ນະ​ຄອນແຫ່ງ​ການ​ຮ່ຳຮຽນທົ່ວໂລກ.

ດົງທາບ: ເຊີດຊູເປັນນະຄອນແຫ່ງການຮ່ຳຮຽນທົ່ວໂລກຂອງ UNESCO
ດົງທາບ: ເຊີດຊູເປັນນະຄອນແຫ່ງການຮ່ຳຮຽນທົ່ວໂລກຂອງ UNESCO
ຖະໜົນປື້ມອ່ານ ຢູ່ເມືອງກາວແລັງ (ດົງທາບ).

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.