ຫວຽດນາມ ແມ່ນຕົວແບບການຮ່ວມມືກັບ UNESCO ຢ່າງມີປະສິດທິຜົນ

16:08 | 28/01/2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 5 ມັງກອນ, ຢູ່​ສຳນັກງານ​ກະຊວງ​ການ​ຕ່າງປະ​ເທດ ຫວຍດນາມ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ​ UNESCO ຫວຽດນາມ (UBQG UNESCO) ຮ່າກິ່ມຫງອກ ໄດ້​ມີການ​ຕ້ອນຮັບ​ຫົວໜ້າ​ຜູ້ຕາງໜ້າ​ອົງການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ ສະ​ຫະ​ປະ​ຊາ​ຊາດ (UNESCO) ປະຈຳ ຫວຽດນາມ.

ຫວຽດນາມ ແລະ UNESCO ສົມທົບກັນເຮັດໃຫ້ວັດທະນະທຳກາຍເປັນເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ ຫວຽດນາມ ແລະ UNESCO ສົມທົບກັນເຮັດໃຫ້ວັດທະນະທຳກາຍເປັນເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ
ເສີມຂະຫຍາຍບັນດາຄຸນຄ່ານາມມະຍົດ UNESCO ຢູ່ ຫວຽດນາມ ເສີມຂະຫຍາຍບັນດາຄຸນຄ່ານາມມະຍົດ UNESCO ຢູ່ ຫວຽດນາມ

ທີ່​ການ​ພົບ​ປະ, ທ່ານ​ຮອງ​ລັດຖະມົນຕີ ຮ່າກິ່ມຫງອກ ໄດ້ສະແດງຄວາມຊົມ​ເຊີຍ​ທ່ານ Jonathan Wallace Baker ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ຫົວໜ້າ​ຜູ້ຕາງໜ້າ UNESCO ປະຈຳ ຫວຽດນາມ; ​ເນັ້ນ​ໜັກ​ເຖິງ​ບົດບາດ​ນຳພາ​ອັນ​ສຳຄັນ​ຂອງ​ອົງການ UNESCO, ​ແມ່ນ​ອົງການ​ປັນຍາ​ຊົນ​ຂອງມວນມະນຸດ, ດ້ວຍ​ພາລະກິດ​ອັນ​ສູງ​ສົ່ງ​ແມ່ນ “ສ້າງ​ສັນຕິພາບ​ຈາກ​ພາຍ​ໃນ​ຈິດ​ໃຈ​ມະນຸດ”, ພິ​ເສດ​ແມ່ນ​ໃນ​ສະພາບການສາກົນ​ທີ່​ຜັນ​ແປ​ ແລະ ​ບັນດາ​ສິ່ງ​ທ້າ​ທາຍ​ຄື​ປະຈຸ​ບັນ.

ທ່ານ​ຮອງ​ລັດຖະມົນຕີ ຮ່າກິ່ມຫງອກ ໄດ້​ຢ້ຳຄືນ​ຄວາມ​ໝາຍ​ສຳຄັນ​ຂອງ​ການ​ຢ້ຽມຢາມ 2 ຝ່າຍໃນໄລຍະ​ບໍ່​ດົນ​ມາ​ນີ້ເຊັ່ນ: ການ​ຢ້ຽມຢາມ​ສຳນັກງານ UNESCO (ເດືອນພະຈິກ 2021) ຄັ້ງ​ປະຫວັດສາດ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານ Audrey Azoulay ຜູ້ອຳນວຍການ​ໃຫຍ່ UNESCO ໄດ້ມີການ​ຢ້ຽມຢາມຫວຽດນາມ (ເດືອນກັນຍາ 2022), ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ ໄດ້ໄປຢ້ຽມຢາມສຳນັກງານໃຫຍ່ UNESCO (ເດືອນມິຖຸນາ 2023) ແລະ ຫວ່າງມໍ່ໆມານີ້, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫງວຽນວັນຮຸ່ງ ກໍ່ໄດ້ໄປຢ້ຽມຢາມສຳນັກງານໃຫຍ່ UNESCO (ເດືອນພະຈິກ 2023). ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ໄດ້​ປະ​ກອບ​ສ່ວນ​ຍົກ​ການ​ພົວ​ພັນ​ ຫວຽດ​ນາມ - UNESCO ຂຶ້ນ​ສູ່​ລະ​ດັບ​ໃໝ່, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

ຫວຽດນາມ ແມ່ນຕົວແບບການຮ່ວມມືກັບ UNESCO ຢ່າງມີປະສິດທິຜົນ
ທ່ານ​ຮອງ​ລັດຖະມົນຕີ ຮ່າກິ່ມຫງອກ ໄດ້ສະແດງຄວາມຊົມ​ເຊີຍ​ທ່ານ Jonathan Wallace Baker ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ຫົວໜ້າ​ຜູ້ຕາງໜ້າ UNESCO ປະຈຳ ຫວຽດນາມ

ທ່ານ​ຮອງ​ລັດຖະມົນຕີ ​ໄດ້​ຕີ​ລາຄາ​ສູງ​ບົດບາດ​ສຳຄັນ​ຂອງ​ຫ້ອງການ​ຜູ້ຕາງໜ້າ UNESCO ຮ່າ​ໂນ້ຍ, ນັບ​ແຕ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1999 ມາຮອດປະຈຸບັນໄດ້​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - UNESCO ​ໃນ​ທຸກ​ຂົງ​ເຂດ​ພາຍ​ໃຕ້​ສິດ​ອຳນາດ​ຂອງ​ອົງການ; ພ້ອມ​ກັນ​ນັ້ນ, ທ່ານກໍ່​ໄດ້​ໃຫ້ຂໍ້ສັງເກດ​ວ່າ: ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ ​ແລະ ການກໍ່ສ້າງ, ຜັນ​ຂະຫຍາຍ​ແຜນການ​ເຄື່ອນ​ໄຫວ​ລະຫວ່າງ​ ຫວຽດນາມ ​ແລະ UNESCO (ໄລຍະ 2021 – 2025), ກໍຄື​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຂອງ UNESCO ຢູ່ ຫວຽດນາມ ​ໄດ້​ນຳ​ມາ​ເຊິ່ງປະສິດທິຜົນ​ຕົວ​ຈິງ, ປະກອບສ່ວນ ​ແລະ ຊ່ວຍສ້າງສຳເລັດບັນດາ​ນະ​ໂຍບາຍ​ການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ, ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ.

ທ່ານ​ຮອງ​ລັດຖະມົນຕີ​ໄດ້​ແບ່ງປັນ ​ແລະ ຖື​ວ່າ: ​ໃນ​ປີ 2024 ​ແລະ ຊຸມ​ປີ​ຕໍ່ໜ້າ, ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະສືບ​ຕໍ່​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ ​ແລະ ​ແທດ​ຈິງ​ໃນ​ທຸກ​ກົນ​ໄກຂອງ UNESCO ທີ່ ຫວຽດນາມ ​ເຂົ້າ​ເປັນ​ສະມາຊິກ; ພ້ອມ​ກັນ​ນັ້ນ, ທ່ານ​ຍັງ​ໄດ້​ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ສະໜັບສະໜູນ ​ແລະ ການ​ຊ່ວຍ​ເຫຼືອ​ຈາກ UNESCO ​ໃນ​ການ​ຜັນຂະຫຍາຍຮອບດ້ານ 17 ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ສະຫະ​ປະຊາ​ຊາດ, ​ໂດຍ​ສະ​ເພາະ​ແມ່ນ​ເປົ້າ​ໝາຍ SDG-4 (ຄຸນ​ນະພາ​ບການ​ສຶກສາ​) ​ແລະ SDG 13 (ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ) ​ແລະ 14 (ການ​ປົກ​ປັກ​ຮັກ​ສາ​ຊັບ​ພະ​ຍາ​ກອນ​ທໍາ​ມະ​ຊາດ​ ແລະ​ ສິ່ງ​ແວດ​ລ້ອມ​) ກໍ່ຄື​ການ​ປະ​ຕິ​ບັດ​ຄໍາ​ຫມັ້ນ​ສັນ​ຍາ COP-26​.

ທ່ານ Jonathan Wallace Baker, ຫົວໜ້າຜູ້ຕາງໜ້າອົງການ UNESCO ປະຈຳ ຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນສະໜິດສະໜົມ, ອົບອຸ່ນຂອງທ່ານຮອງລັດຖະມົນຕີ ແລະ ສົ່ງ​ຄຳຂອບໃຈ, ຕີລາຄາສູງຕໍ່ທ່ານນາງ Audrey Azoulay, ຜູ້ອຳນວຍການໃຫຍ່ UNESCO ກ່ຽວກັບການປະກອບສ່ວນຢ່າງແທດຈິງ, ມີປະສິດທິຜົນຂອງ ຫວຽດນາມ ໃຫ້ສຳລັບ UNESCO ​ໃນບັນດາບັນຫາສຳຄັນ​ຂອງ​ອົງການໃນ​ໄລຍະ​ທີ່ຜ່ານມາ.

ທ່ານ​ຢ້ຳຄືນຄຳເຫັນຂອງຜູ້ອຳນວຍການໃຫຍ່ທີ່ວ່າ: “ຫວຽດນາມ ​ແມ່ນ​ຕົວແບບ​ການ​ຮ່ວມ​ມື​ກັບ UNESCO ຢ່າງ​ມີ​ປະສິດທິ​ຜົນ​”.

ໂດຍວະແດງຄວາມຊົມເຊີຍ ຫວຽດນາມ ທີ່ໄດ້ຮັບການຈັດຕັ້ງ ແລະ ບັນດາປະເທດສະມາຊິກມີຄວາມເຊື່ອຖືເລືອກຕັ້ງເຂົ້າໃນບັນດາກົນໄກສຳຄັນຂອງ UNESCO ຄື: ສະມາຊິກສະພາບໍລິຫານ UNESCO ອາຍຸການ 2021-2025; ສະມາຊິກ​ຄະນະ​ກຳມະການ​ລະຫວ່າງລັດຖະບານ ສົນທິສັນຍາກ່ຽວກັບ​ການ​ປົກ​ປັກ​ຮັກສາ ​ແລະ ສົ່ງ​ເສີມ​ຄວາມ​ຫຼາກ​ຫຼາຍ​ຂອງ​ການ​ສະແດງອອກ​ທາງ​ວັດທະນະທຳ (ສົນທິສັນຍາ​ປີ 2005) ​ອາຍຸການ 2021-2025; ສະມາຊິກ​ຄະນະ​ກຳມະການລະຫວ່າງລັດຖະບານກ່ຽວກັບການ​ປົກ​ປັກ​ຮັກສາ​ມໍລະດົກ​ວັດທະນະທຳ​ບໍ່ເປັນວັດຖຸ (ສົນທິສັນຍາ​ປີ 2003) ອາຍຸການ 2022-2026; ສະມາຊິກສະພາທີ່ປຶກສາກ່ຽວກັບສວນສາທາລະນະທໍລະນີທົ່ວໂລກຂອງອົງການ UNESCO ອາຍຸການ 2020-2024; ສະມາຊິກ​ຄະນະ​ກຳມະການ​ມໍລະດົກ​ໂລກ​ ອາຍຸການ 2023-2027. ພ້ອມ​ກັນ​ນັ້ນ, ຫວຽດນາມ ກໍ່​ໄດ້ ແລະ ພວມ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຮອງ​ປະທານ​ກອງ​ປະຊຸມ​ໃຫຍ່ UNESCO ​ຄັ້ງ​ທີ 42, ຮອງ​ປະທານ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ສົນທິສັນຍາ​ປີ 2005 ​ແລະ 2003, ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ລວມຂອງ​ອົງການ.

ທ່ານກໍສະແດງຄວາມປະທັບໃຈ ແລະ ຊົມເຊີຍຕໍ່ບັນດາຜົນງານທີ່ຫວຽດນາມ ບັນລຸໄດ້ໃນປີ 2023 ດ້ວຍ 4 ນາມມະຍົດ (ອ່າວຮ່າລອງ - ໝູ່ເກາະ ກາດບ່າ ໄດ້ຈົດທະບຽນເປັນມໍລະດົກໂລກ, 2 ນະຄອນ ດ່າລາດ ແລະ ໂຮ້ຍອານ ໄດ້ຮັບການຮັບຮອງເຂົ້າເປັນນະຄອນສ້າງສັນຂອງອົງການ UNESCO ແລະ UNESCO ​ໄດ້​ອອກ​ມະຕິ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມພິທີລຳລຶກ 300 ປີ​ແຫ່ງ​ວັນ​​ເສຍ​ຊີວິດ​ຂອງ​ທ່ານໝໍ ຫາຍເຕື່ອງລ້ານອົງເລຫິວຈາກ, ພິ​ເສດ​ແມ່ນ ຫວຽດນາມ ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຖືກ​ເລືອກ​ຕັ້ງ​ເຂົ້າ​ເປັນ​ສະມາຊິກ​ຂອງ​ຄະນະ​ກຳມະການ​ມໍລະດົກ​ໂລກ​ ອາຍຸການ 2023 - 2027 ດ້ວຍຈໍານວນຄະແນນສຽງສູງຫຼາຍ.

ທ່ານ​ຫົວໜ້າ​ຜູ້ຕາງໜ້າ UNESCO ປະຈຳ ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ເຊິ່ງ ຫວຽດນາມ ບັນລຸ​ໄດ້ ​ແລະ ​ເນັ້ນ​ໜັກ​ເຖິງ​ຮູບ​ແບບ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ລະຫວ່າງ​ອົງການ​ຜູ້ຕາງໜ້າ UNESCO ປະຈຳ ຫວຽດນາມ ກັບຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ໃນ​ການຜັນຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ວິຊາ​ສະເພາະຂອງ UNESCO ຢູ່ ຫວຽດນາມ.

ພ້ອມ​ກັນ​ນັ້ນ, ທ່ານ​ກໍ່ຍັງ​ເນັ້ນ​ໜັກ​ເຖິງ​ການ​ຮ່ວມ​ມື ​ແລະ ບົດບາດ​ຂອງ​ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ນຳ​ໜ້າ​ໃນ​ການ​ກໍ່ສ້າງ ​ແລະ ຕັ້ງໜ້າ​ຜັນ​ຂະຫຍາຍ​ທັງໝົດ 17 ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ບັນດາ​ຂໍ້​ລິ​ເລີ່ມ​ທົ່ວ​ໂລກ, ມີ​ຂໍ້​ລິ​ເລີ່​ມຫຼາຍ​ຂໍ້ ​ແລະ ການປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ສາກົນ​ເພື່ອ​ປົກ​ປັກ​ຮັກສາ​ສັນຕິພາບ, ຄວາມ​ໝັ້ນຄົງ​ສາກົນ, ການຮັບມືການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຮັບປະກັນ​ສິດທິ​ມະນຸດ...

ທ່ານ Jonathan Wallace Baker ຢືນຢັນ​ຈະ​ສືບ​ຕໍ່​ສະໜັບສະໜູນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ ຫວຽດນາມ ໃນ​ການ​ຜັນຂະຫຍາຍ​ບັນດາ​ເປົ້າໝາຍພັດທະນາ​ແບບ​ຍືນ​ຍົງ​ຂອງ​ສະຫະ​ປະຊາ​ຊາດ, ພິ​ເສດ​ແມ່ນ​ຂໍ້​ລິ​ເລີ່​ມຂອງ ຫວຽດນາມ ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ວິຊາ​ສະ​ເພາະ​ຕາມ​ສິດອຳນາດ​ຂອງ UNESCO. ພ້ອມ​ກັນ​ນັ້ນ, ພວກ​ເຮົາ​ກໍ່ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສົມທົບກັນ​ຢ່າງ​ແໜ້ນ​ແຟ້ນກັບ​ຄະນະ​ກຳມະການ​ແຫ່ງ​ຊາດ UNESCO ຫວຽດນາມ ​ແລະ ບັນດາ​ກະຊວງ, ຂະແໜງການ ​ແລະ ທ້ອງ​ຖິ່ນ​ຂອງ​ຫວຽດນາມ ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ ​ແລະ ​ເຊີດ​ຊູ​ບັນດາ​ຄຸນຄ່າ​ມໍລະດົກ, ການພັດທະນາ​ແບບ​ຍືນ​ຍົງ​ຂອງ​ເຂດ​ສະຫງວນ​ຊີວະ​ພາບ, ສວນສາທາລະນະທໍລະນີສາດທົ່ວ​ໂລກ​ຢູ່ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ມິງດຶກ

ເຫດການ
302 Found

Found

The document has moved here.