ເຂດພູພຽງຫີນດົ່ງວັນ ຮັບນາມມະຍົດເປັນສວນທໍລະນີສາດທົ່ວໂລກ UNESCO ຄັ້ງທີ 3

01:50 | 30/10/2023

ຍສໝ - ​ແຂວງ ຮ່າ​ຢາງ ຫາ​ກໍ່​ຈັດ​ຕັ້ງ​ພິທີ​ຮັບ​ນາມມະຍົດ​ສະມາຊິກ​ເຄືອ​ຂ່າຍ​ປ່າ​ສະຫງວນ​ພູ​ພຽງ​ດົ່ງ​ວັນ​ກາ​ສຂອງ UNESCO ​ເປັນ​ຄັ້ງ​ທີ 3 .

ບັນດາສະຖານທີ່ເຊັກອິນໃນລະດູໜາວ ຮ່າຢາງ “ງາມຈົນລືມທາງກັບບ້ານ” ບັນດາສະຖານທີ່ເຊັກອິນໃນລະດູໜາວ ຮ່າຢາງ “ງາມຈົນລືມທາງກັບບ້ານ”
ສະຖານທີ່ເຊັກອິນໃນລະດູໜາວ ຮ່າຢາງ 'ງາມຈົນລືມທາງກັບບ້ານ' ສະຖານທີ່ເຊັກອິນໃນລະດູໜາວ ຮ່າຢາງ 'ງາມຈົນລືມທາງກັບບ້ານ'

ຕອນຄຳ່ວັນທີ 28 ຕຸລາ, ຢູ່ເທດສະບານ ດົ່ງວັນ, ແຂວງ ຮ່າຢາງ ໄດ້ຈັດພິທີຮັບນາຍມະຍົດ ເປັນສະມາຊິກໃນເຄືອຂ່າຍສວນ ທໍລະນີສາດທົ່ວໂລກ ອົງການການສຶກສາ - ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ (UNESCO) ພູພຽງຫີນ ດົ່ງວັນ ຄັ້ງທີ 3.

ເຂດພູພຽງຫີນດົ່ງວັນ ຮັບນາມມະຍົດເປັນສວນທໍລະນີສາດທົ່ວໂລກ UNESCO ຄັ້ງທີ 3

ເຂດພູພຽງຫີນດົ່ງວັນ ຮັບນາມມະຍົດເປັນສວນທໍລະນີສາດທົ່ວໂລກ UNESCO ຄັ້ງທີ 3

ວັນທີ 3 ຕຸລາ 2010, ອົງການ UNESCO ໄດ້ຢັ້ງຢືນ ເຂດພູພຽງຫີນ ດົ່ງວັນ ເປັນສວນທໍລະນີສາດທົ່ວໂລກຢ່າງເປັນທາງ ການ, ກາຍເປັນສວນທໍລະນີສາດແຫ່ງທຳອິດຢູ່ ຫວຽດນາມ ແລະ ເປັນສວນແຫ່ງທີ່ສອງຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ໃນເດືອນ ກັນຍາ ຜ່ານມາ, ສະພາເຄືອຂ່າຍສວນທໍລະນີສາດທົ່ວ ໂລກ UNESCO, ທີ່ກອງປະຊຸມສາກົນຄັ້ງທີ 10, ໄດ້ຕີລາຄາສູງ ແລະ ສືບຕໍ່ຢັ້ງຢືນນາຍມະຍົດສວນທໍລະນີສາດທົ່ວໂລກ UNESCO ເຂດພູພຽງຫີນ ດົ່ງວັນ ຄັ້ງທີ 3.

ກ່າວຄຳເຫັນທີ່ພິທີ, ທ່ານ ຮ່ວາງດ້າວເກືອງ, ຮອງລັດຖະມົນຕີກະຊວງວັດທະ ນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ: ນັບແຕ່ເວລາເຂດພູພຽງຫີນ ດົ່ງວັນ ໄດ້ຮັບການຢັ້ງຢືນ ເປັນສວນທໍລະນີສາດທົ່ວໂລກ UNESCO ໃນປີ 2010, ໂສມໜ້າຂອງ ຮ່າຢາງ ເວົ້າລວມ, ເຂດສວນທໍລະນີສາດທົ່ວໂລກ UNESCO ພູພຽງຫີນ ດົ່ງວັນ ເວົ້າສະເພາະ ໄດ້ເລີ່ມຈະເລີນ, ບັນດາມໍລະດົກວັດທະນະທຳ, ມໍລະດົທໍລະນີສາດ, ຊີວະນາໆພັນ ໄດ້ຮັບການອະນຸລັກຮັກສາ, ເສີມຂະຫຍາຍ, ກາຍເປັນສະຖານທີ່ດຶງດູດແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.