ຫວຽດນາມ ແມ່ນແບບຢ່າງໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ

17:34 | 30/03/2023

ຍສໝ - ນີ້ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ອຳນວຍການ​ສູນ​ມໍລະດົກ​ໂລກ ຂອງ UNESCO Lazare Eloundou Assomo ທີ່​ການ​ພົບ​ປະ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸຍ​ແທງ​ເຊີນ ​ໃນ​ຕອນ​ບ່າຍ​ວັນ​ທີ 27 ມີນາ, ຢູ່​ສຳນັກງານ​ກະຊວງ​ການ​ຕ່າງປະ​ເທດ.

ການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າ ມໍລະດົກວັດທະນະທຳໂລກ ພະລາດຊະວັງ ທັງລອງ ການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າ ມໍລະດົກວັດທະນະທຳໂລກ ພະລາດຊະວັງ ທັງລອງ
ພິທີຕ້ອນຮັບໃບຢັ້ງຢືນ “ສິລະປະຂັບແທນ ຂອງຊາວເຜົ່າໄຕ່, ນຸ່ງ, ໄທ” ແມ່ນມໍລະດົກບໍ່ເປັນວັດຖຸເປັນຕົວແທນໃຫ້ມວນມະນຸດ ພິທີຕ້ອນຮັບໃບຢັ້ງຢືນ “ສິລະປະຂັບແທນ ຂອງຊາວເຜົ່າໄຕ່, ນຸ່ງ, ໄທ” ແມ່ນມໍລະດົກບໍ່ເປັນວັດຖຸເປັນຕົວແທນໃຫ້ມວນມະນຸດ

ທ່ານ​ລັດຖະມົນຕີ ບຸຍ​ແທງ​ເຊີນ ຢືນຢັນ​ວ່າ: ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ​ແມ່ນ​ຕັ້ງໜ້າ, ເປັນເຈົ້າການໃນການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງຮອບດ້ານ, ກວ້າງຂວາງ ​ແລະ ມີ​ປະສິດທິ​ຜົນ, ​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ, ປະກອບສ່ວນ​​ເຂົ້າ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ສາກົນ; ​ເນັ້ນ​ໜັກ​ເຖິງ​ບົດບາດ​ສຳຄັນ​ຂອງ UNESCO ​ໃນ​ການ​ປະກອບສ່ວນ​ຮັກສາ ​ແລະ ຮັດ​ແໜ້ນ​ສັນຕິພາບ, ພັດທະນາ​ແບບ​ຍືນ​ຍົງ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ບັນດາ​ປະ​ເທດ​ໃນ​ໂລກ ​ເວົ້າ​ລວມ, ປະກອບສ່ວນ​ຮັກສາ, ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ມໍລະດົກ ​ແລະ ວັດທະນະທຳ​ຂອງ​ມະນຸດ ​ເວົ້າ​ສະ​ເພາະ.

ທ່ານ​ລັດຖະມົນຕີ​ໃຫ້​ຮູ້​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ແມ່ນ​ສະມາຊິກ​ທີ່​ຕັ້ງໜ້າ, ເປັນເຈົ້າການ ແລະ ມີ​ຄວາມ​ຮັບຜິດຊອບ​ຂອງ UNESCO, ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ກົນ​ໄກ​ສຳຄັນ​ຂອງ​ອົງການ​ທີ່ ຫວຽດນາມ ​ເຂົ້າ​ເປັນ​ສະມາຊິກ, ​ເຊັ່ນ: ສະພາ​ບໍລິຫານ​ງານ, ຄະນະ​ກຳມະການລະຫວ່າງລັດຖະບານ ​ເພື່ອ​ປົກ​ປັກ​ຮັກສາ​ວັດທະນະທຳທີ່ບໍ່ເປັນວັດຖຸ, ສົນ​ທິ​ສັນ​ຍາ​ເພື່ອ​ປົກ​ປັກ​ຮັກ​ສາ​ຄວາມ​ຫຼາກ​ຫຼາຍ​ ຂອງ​ການ​ສະ​ແດງ​ອອກທາງດ້ານ​ວັດ​ທະ​ນະ​ທໍາ...

ຫວຽດນາມ ແມ່ນແບບຢ່າງໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ

ຫວຽດນາມ ແມ່ນແບບຢ່າງໃນການອານຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ

ຜູ້ອຳນວຍການ​ສູນ​ມໍລະດົກ​ໂລກ ໄດ້​ຕີ​ລາຄາ​ວິທີການສຳຜັດ​ຂອງ​ຫວຽດນາມ ​ໃນ​ການ​ສົມ​ດູນ ​ແລະ ກົມກຽວໃນການຮັກສາ ​ແລະ ການພັດທະນາ​ມໍລະດົກ, ຖື​ເປັນ​ສຳຄັນ​ການ​ອະນຸລັກ​ຮັກສາ​ມໍລະດົກ​ທີ່ເປັນວັດຖຸ​ ໄປ​ຄຽງ​ຄູ່​ກັບ​ການ​ຊຸກຍູ້​ບັນດາ​ຄຸນຄ່າ​ທີ່ບໍ່ແມ່ນວັດຖຸ​ຂອງ​ມໍລະດົກ.

ທ່ານ​ເຊື່ອ​ໝັ້ນ​ວ່າ ຫວຽດນາມ ​ແມ່ນ​ແບບຢ່າງ​ເພື່ອອານຸລັກ​ຮັກສາ ​ແລະ ​ເສີມຂະຫຍາຍ​ບັນດາ​ຄຸນຄ່າ​ມໍລະດົກ ​ແລະ ປາດ​ຖະໜາ​ຢາກ​ແບ່ງປັນ​ປະສົບ​ການ​ຂອງ ຫວຽດນາມ ກັບ​ບັນດາ​ປະ​ເທດ​ສະມາຊິກ.

ທ່ານ​ຜູ້ອຳນວຍການ Assomo ຢືນຢັນ​ວ່າ: ສູນ​ມໍລະດົກ​ໂລກ ຍາມ​ໃດ​ກໍ່ຮ່ວມເດີນທາງ ແລະ ໜູນ​ຊ່ວຍ ຫວຽດນາມ ​ເປັນ​ຢ່າງ​ດີ​ ໃນ​ການ​ອະນຸລັກ ​ແລະ ເສີມຂະຫຍາຍບັນດາ​ມໍລະດົກ​ໂລກ, ພ້ອມກັນນັ້ນ ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະພິຈາລະນາ ​ແລະ ໜູນ​ຊ່ວຍ​ໃນ​ຂອບ​ເຂດ​ໜ້າ​ທີ່ຂອງຕົນສຳຫຼັບ​ບັນດາ​ເອກະສານ​ສະ​ເໜີ​ຊື່​ມໍລະດົກ​ໂລກ​ຂອງ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ; ກໍ່ຄື​ໃຫ້​ຄຳ​ປຶກສາ, ສະໜັບສະໜູນ​ການ​ຄຸ້ມ​ຄອງ, ອະນຸລັກ​ຮັກສາ ​ແລະ ​ໂຄສະນາ​ມໍລະດົກ​ໂລກ 8 ​ແຫ່ງ​ຂອງ​ຫວຽດນາມ ​ແລະ ການອອກຮັບສະໝັກເລືອກຕັ້ງຂອງ ຫວຽດນາມ ​ເຂົ້າໃນ​ຄະນະ​ກຳມະການ​ມໍລະດົກ​ໂລກ ​ໄລຍະ 2023-2027.

ທ່ານ​ຜູ້ອຳນວຍການ​ສູນ​ມໍລະດົກ​ໂລກ ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ການ​ຢ້ຽມຢາມ​ທີ່​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ​ເຮັດ​ໃຫ້ມີ​ຄວາມ​ປະ​ທັບ​ໃຈ ​ແລະ ຄວາມຮູ້ສຶກ​ທີ່​ບໍ່​ອາດຫຼົງລືມ​ໄດ້, ທ່ານຫວັງ​ວ່າ​ຈະ​ໄດ້​ກັບ​ຄືນ​ມາ​ຢ້ຽມຢາມ ຫວຽດນາມ ອີກຫຼາຍ​ເທື່ອ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.