UNESCO ຮ່ວມ​ເດີນ​ທາງ​ພ້ອມ​ກັບ ເທື່ອ​ທຽນ​ເຫວ້ ໃນ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ

17:35 | 08/09/2022

ເທື່ອທຽນ - ເຫວ້ ຍາມໃດກໍກຳນົດການສ້າງສາ ແລະ ພັດທະນາບົນພື້ນຖານອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກ, ສີສັນວັດທະນະທຳ ເຫວ້ ດ້ວຍວັດທະນະທຳທີ່ເປັນເອກະລັກສະເພາະ, ມໍລະດົກວັດທະນະທຳ, ຊີວະພາບ, ທັດສະນີຍະພາບ, ເປັນມິດກັບສິ່ງແວດລ້ອມ ແລະ ອັດສະລິຍະ.

ຫວຽດ​ນາມ ຈະ​ສືບ​ຕໍ່​ແມ່ນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ UNESCO ຫວຽດ​ນາມ ຈະ​ສືບ​ຕໍ່​ແມ່ນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ UNESCO
ເຮັດ​ໃຫ້​ການ​ພົວ​ພັນ​​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ຫວຽດ​ນາມ ແລະ ກູ​ບາ​ ເລິກ​ເຊິ່ງ​ກ່​ວາ​ອີກ ເຮັດ​ໃຫ້​ການ​ພົວ​ພັນ​​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ຫວຽດ​ນາມ ແລະ ກູ​ບາ​ ເລິກ​ເຊິ່ງ​ກ່​ວາ​ອີກ
ຄະນະຜູ້ແທນ UNESCO ຢ້ຽມຢາມ ກຸງເກົ່າ ເຫວ້  (ພາບ: TTXVN)
ຄະນະຜູ້ແທນ UNESCO ຢ້ຽມຢາມ ກຸງເກົ່າ ເຫວ້ (ພາບ: TTXVN)

ວັນທີ 7 ກັນຍາ, ທ່ານນາງຜູ້ອຳນວຍການໃຫຍ່ UNESCO Audrey Azoulay ໄດ້ມາຢ້ຽມຢາມເຂດປູຊະນີຍະສະຖານກຸງເກົ່າ ເຫວ້ ແລະ ພົບປະກັບທ່ານປທານຄະນະກຳມະການປະຊາຊົນແຂວງ ເທື່ອທຽນ - ເຫວ້ ຫງວຽນວັນເຟືອງ. ໂດຍເປັນຄັ້ງທຳອິດທີ່ມາ ຢ້ຽມຢາມ ເຫວ້, ທ່ານນາງ ໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມ ເຊິ່ງແຂວງເທື່ອທຽນ - ເຫວ້, ສູນອະນຸລັກຮັກສາເຂດປູຊະນີຍະສະຖານ ກຸງເກົ່າ ເຫວ້ ໃນຫຼາຍປີຜ່ານມາ ທີ່ໄດ້ອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າມໍລະດົກວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸ ອັນລ້ຳຄ່າຂອງຊາດ ຫວຽດນາມ ແລະ ຢັ້ງຢືນວ່າ UNESCO ຈະຮ່ວມເດີນທາງພ້ອມກັບແຂວງ ເທື່ອທຽນເຫວ້ ໃນວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳທີ່ເປັນມູນເຊື້ອ.

ສ່ວນທ່ານ ຫງວຽນວັນເຟືອງ ປະທານຄະນະກຳມະການປະຊາຊົນແຂວງ ເທື່ອທຽນ - ເຫວ້ ໃຫ້ຮູ້ວ່າ ຍາມໃດກໍກຳນົດການສ້າງສາ ແລະ ພັດທະນາບົນພື້ນຖານອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກ, ສີສັນວັດທະນະທຳ ເຫວ້ ດ້ວຍວັດທະນະທຳທີ່ເປັນເອກະລັກສະເພາະ, ມໍລະດົກວັດທະນະທຳ, ຊີວະພາບ, ທັດສະນີຍະພາບ, ເປັນມິດກັບສິ່ງແວດລ້ອມ ແລະ ອັດສະລິຍະ. ທ່ານ ຫງວຽນວັນເຟືອງ ຫວັງວ່າ ຈະໄດ້ຮັບການຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນກວ່າອີກຈາກຝ່າຍ UNESCO ໃນຂະບວນວິວັດແຫ່ງການອະນຸລັກຮັກສາຄຸນຄ່າມໍລະດົກວັດທະນະທຳຂອງເຂດດິນແດນ ກຸງເກົ່າ ໃນໄລຍະຈະມາເຖິງ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.