ເສີມຂະຫຍາຍຄຸນຄ່າຂອງນາມມະຍົດ UNESCO ເພື່ອຮັບໃຊ້ການພັດທະນາແບບຍືນຍົງຢູ່ຫວຽດນາມ

00:00 | 02/08/2023

ຍສໝ -ກອງ​ປະ​ຊຸມ​ສາ​ກົນເສີມຂະຫຍາຍ​ຄຸນ​ຄ່າ​ບັນດານາມມະຍົດ UNESCO ເພື່ອການຮັບໃຊ້ການ​ພັດ​ທະ​ນາ​ແບບຍືນຍົງ​ຢູ່​ຫວຽດ​ນາມ' ໄດ້​ຈັດ​ຂຶ້ນ​ຢູ່​ແຂວງ ນິງບິ່ງ ແຕ່​ວັນ​ທີ 2 – 4 ເດືອນ ກໍລະກົດ.

ເສີມຂະຫຍາຍຄຸນຄ່າຂອງນາມມະຍົດ UNESCO ເພື່ອຮັບໃຊ້ການພັດທະນາແບບຍືນຍົງຢູ່ຫວຽດນາມ

ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽມ​ຢາມ​ສະ​ຖານ​ທີ່​ທັດ​ສະ​ນີ​ຍະ​ພາບ ຈ່າງ​ອານ, ນິງ​ບິ່ງ.

ກອງ​ປະ​ຊຸມ​ໂດຍ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ຫວຽດ​ນາມ ກ່ຽວກັບ UNESCO ແລະ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ນິງບິ່ງ ຈັດ​ຕັ້ງ​ເພື່ອ​ສະຫຼຸບ ແລະ ຕີລາຄາ​ຕົວຈິງການ​ອະ​ນຸ​ລັກ ແລະ ເສີມຂະຫຍາຍ ນາມມະຍົດ UNESCO ເພື່ອຮັບໃຊ້​ການພັດ​ທະ​ນາ​ແບບຍືນຍົງ​ຢູ່​ຫວຽດ​ນາມ; ແບ່ງປັນ ແລະ ປຶກສາຫາລືປະສົບການສາກົນກ່ຽວກັບການອະນຸລັກ ແລະ ສົ່ງເສີມນາມມະຍົດ UNESCO ເພື່ອການພັດທະນາແບບຍືນຍົງ; ສະ​ເໜີ​ວິ​ທີ​ແກ້​ໄຂ​ເພື່ອ​ລະດົມ​ແຫຼ່ງກຳລັງ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ; ຍົກອອກບັນດາຂໍ້ສະເໜີແນະໃນການ​ການ​ອະນຸລັກ ​ແລະ ເສີມຂະຫຍາຍນາມມະຍົດ UNESCO ​ເພື່ອຮັບໃຊ້​​ການພັດທະນາ​ແບບ​ຍືນ​ຍົງ​ຢູ່​ຫວຽດນາມ.

ກອງປະຊຸມ​ມີ​ການ​ເຂົ້າ​ຮ່ວມຂອງ​​ການນຳ​ພັກ ​ແລະ ລັດ, ການນຳອົງການຈັດຕັ້ງ UNESCO; ການນຳ​ຂອງ​ຄະນະ​ກຳມະການ​ແຫ່ງ​ຊາດ UNESCO ຂອງ​ປະເທດສະມາຊິກໃນ​ຂົງເຂດ​ອາຊີ-ປາຊີ​ຟິກ, ການ​ນຳ​ບັນດາ​ກະຊວງ, ຂະແໜງການ, ​ແຂວງ, ນະຄອນ ​ແລະ ທ້ອງ​ຖິ່ນ​ທີ່​ໄດ້​ຮັບ​ນາມມະຍົດ​ຈາກ UNESCO ຈຳນວນໜຶ່ງ, ພ້ອມ​ດ້ວຍ​ຜູ້​ແທນ 200 ຄົນ​ທີ່​ເປັນ​ນັກ​ຊ່ຽວຊານ ​ແລະ ນັກຮຽນຮູ້​ຢູ່​ພາຍ​ໃນ ​ແລະ ສາກົນ.

ກອງ​ປະຊຸມ​ໄດ້ຢືນຢັນ​ທີ່ຕັ້ງ​ຂອງ​ຫວຽດນາມ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ ​ເຊິ່ງເປັນ​ປະ​ເທດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ກາລະ​ໂອກາດ​ພັດທະນາ​ແບບ​ຍືນ​ຍົງຫຼາຍຢ່າງ, ຍົກສູງຄຸນ​ນະພາ​ບຊີວິດ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ສັງຄົມ, ຮັບປະກັນ​ການ​ປົກ​ປັກ​ຮັກສາ ​ແລະ ເສີມຂະຫຍາຍບັນດາ​ມໍລະດົກ​ວັດທະນະທຳ-ທຳ​ມະ​ຊາດ ແລະ ຄຸນຄ່າດັ້ງເດີມສໍາລັບການພັດທະນາແບບຍືນຍົງ.

ການຈັດ​ຕັ້ງ​ກອງ​ປະຊຸມ​ຍັງ​ປະກອບສ່ວນໂຄສະນາ ​ແລະ ​ແນະນຳກ່ຽວກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ, ມໍລະດົກ​ວັດທະນະທຳ ​ແລະ ​ທຳ​ມະ​ຊາດ​ຂອງ​ແຂວງ ນິງບິ່ງ; ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ, ຊຸກຍູ້​ການ​ອະນຸລັກ​ຮັກສາ​ມໍລະດົກ​ວັດທະນະທຳ ເເລະ ​ທຳ​ມະ​ຊາດ​ຂອງ​ຫວຽດນາມ ​ເວົ້າ​ສະເພາະ ​ແລະ ທົ່ວ​ໂລກ ເວົ້າລວມ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.