ຍສໝ - ໃນປີ 2024, ຫຼວງພະບາງ (ລາວ) ໄດ້ຕ້ອນຮັບນັກທ່ອງທ່ຽວ 2,3 ລ້ານເທື່ອຄົນ, ເພີ່ມຂຶ້ນ 1,2 ລ້ານເທື່ອຄົນ ເມື່ອທຽບໃສ່ປີ 2023, ສ້າງລາຍຮັບທີ່ບັນລຸໄດ້ປະມານ 1,2 ຕື້ USD. ເພື່ອເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນປີ 2024, ອຳນາດການປົກຄອງແຂວງ ຫຼວງພະບາງ ໄດ້ວາງແຜນກຳນົດຫຼາຍວິທີການ ເພື່ອດຶງດູດນັກທ່ອງທ່ຽວມາທ້ອງຖິ່ນນີ້ໃນປີ 2025.
ຍສໝ - ການທ່ອງທ່ຽວບໍ່ແມ່ນການແຂ່ງຂັນທາງລາຍຮັບ. ມັນເປັນການເດີນທາງຂອງການກ້າແນວພັນປູກ - ແນວພັນປູກຂອງການຍົກຍ້ອງມໍລະດົກ, ເຊື່ອມຕໍ່ມະນຸດ ແລະ ຫຼໍ່ລ້ຽງຄວາມຮັກທໍາມະຊາດ. ພຽງແຕ່ເມື່ອເຮັດສິ່ງນັ້ນໄດ້, ຫວຽດນາມ ຈະປະກາຍແຈ້ງໃນແຜນທີ່ທ່ອງທ່ຽວໂລກຢ່າງແທ້ຈິງ.
ຍສໝ - ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ (ຕາແສງເຊີນໄຕ, ຮ່າໂນ້ຍ) ໄດ້ກາຍເປັນຈຸດໝາຍປາຍທາງທີ່ມີຄວາມໝາຍພິເສດ, ບໍ່ພຽງແຕ່ສະທ້ອນໃຫ້ເຫັນຊີວິດທາງດ້ານວັດທະນະທຳຂອງ 54 ຊົນເຜົ່າຢ່າງມີຊີວິດຊີວາເທົ່ານັ້ນ ຫາກຍັງເປັນຂົວຕໍ່ເພື່ອໂຄສະນາເອກະລັກຂອງຊາດໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍ.
ຍສໝ - ການພັດທະນາການທ່ອງທ່ຽວຕິດພັນກັບການອະນຸລັກຮັກສາສີສັນວັດທະນະທຳທີ່ເປັນມູນເຊື້ອພວມໄດ້ຮັບການປະຕິບັດຢ່າງເຂັ້ມແຂງ ແລະ ມີປະສິດທິຜົນຂອງບັນດາທ້ອງຖິ່ນໃນທົ່ວແຂວງ ແຄ໋ງຮວ່າ ເພື່ອອະນຸລັກຮັກສາບັນດາຄວາມງາມທາງດ້ານວັດທະນະທຳທີ່ເປັນມູນເຊື້ອ, ຮີດຄອງປະເພນີທີ່ເປັນເອກະລັກສະເພາະ. ຈາກນັ້ນ, ກໍ່ປະກອບສ່ວນສ້າງຄວາມຫຼາກຫຼາຍຂອງບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກພິເສດ, ດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍມາລົງຕົວຈິງ.
ຍສໝ - ຕາມຂ່າວ en.tempo.co (ອິນໂດເນເຊຍ), ໃນປີ 2024, ຈຳນວນນັກທ່ອງທ່ຽວທີ່ມາຫວຽດນາມ ພາຍຫຼັງໂລກລະບາດໂຄວິດ-19 ໄດ້ຟື້ນຟູ 98%, ເຊິ່ງແມ່ນລະດັບຟື້ນຟູສູງສຸດຂອງອາຊີຕາເວັນອອກສ່ຽງໃຕ້. ຢູ່ອັນດັບທີ 2 ແມ່ນ ມາເລເຊຍ (94%), ໄທ (88%), ສິງກະໂປ (86%), ອິນໂດເນເຊຍ (86%) ແລະ ຟີລິບປິນ (72%).
ຍສໝ - ເຖິງວ່າຈະມີຝົນຕົກໜັກ, ແຕ່ນັກທ່ອງທ່ຽວຕ່າງປະເທດຫຼາຍຄົນຍັງໃສ່ເສື້ອກັນຝົນ ແລະ ມ່ວນຊື່ນກັບການເຂົ້າຮ່ວມງານບຸນ ເກົ່າບົງ ທີ່ບ້ານຜັກ ຈ່າເກ (ຕາແສງ ເກີມຮ່າ, ນະຄອນ ໂຮ້ຍອານ) - ເຊິ່ງແມ່ນບ່ອນທີ່ໄດ້ຮັບຮັບລາງວັນເປັນບ້ານທ່ອງທ່ຽວທີ່ດີທີ່ສຸດຂອງໂລກ 2024 ໂດຍອົງການທ່ອງທ່ຽວສະຫະປະຊາຊາດ (UN Tourism) ມອບ.
ຍສໝ - ເດືອນພະຈິກ, ໝູ່ບ້ານຜັກ ຈ່າເກວ ໄດ້ກາຍເປັນຜູ້ຕາງໜ້າຜູ້ດຽວຂອງ ຫວຽດນາມ ລອດເຂົ້າບັນຊີລາຍຊື່ 55 “ໝູ່ບ້ານທ່ອງທ່ຽວດີກ່ວາໝູ່ໃນໂລກ” ປີ 2024 ໂດຍອົງການທ່ອງທ່ຽວ ສປຊ ຄັດເລືອກ. ຄາດໝາຍຄັດເລືອ “ໝູ່ບ້ານທ່ອງທ່ຽວດີກ່ວາໝູ່ໃນໂລກ” ຂອງອົງການທ່ອງທ່ຽວ ສປຊ ອີງຕາມ 9 ປັດໄຈ: ສັບພະຍາກອນດ້ານວັດທະນະທຳ ແລະທຳມະຊາດ; ຊຸກຍູ້ ແລະ ອະນຸລັກຮັກສາສັບພະຍາກອນດ້ານວັດທະນະທຳ; ລັກສະນະຍືນຍົງດ້ານເສດຖະກິດ; ລັກສະນະຍືນຍົງດ້ານສັງຄົມ; ລັກສະນະຍືນຍົງດ້ານສິ່ງແວດລ້ອມ; ພັດທະນາການທ່ອງທ່ຽວ ແລະເຕົ້າໂຮມລະບົບມູນຄ່າ; ການບໍລິຫານ ແລະບຸລິມະສິດດ້ານການທ່ອງທ່ຽວ; ພື້ນຖານໂຄງລ່າງ; ການເຊື່ອມຈອດ.
ຍສໝ - ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ) ແຈ້ງວ່າ ງານບຸນສົ່ງເສີມການທ່ອງທ່ຽວ - ວັດທະນະທຳ ຫວຽດນາມ ຢູ່ ສ.ເກົາຫຼີ ປີ 2024 ຈະດຳເນີນແຕ່ວັນທີ 29 ມີຖຸນາ ຫາ ວັນທີ 3 ກໍລະກົດ.
ຍສໝ - ວັນທີ 9 ພະຈິກ, ສັບປະດາວັດທະນະທຳ, ການທ່ອງທ່ຽວຕິດພັນກັບງານບຸນ ອອກອອມບອັກ ຖືກໄຂຂຶ້ນຢູ່ຫຼາຍທ້ອງຖິ່ນທາງພາກໃຕ້ຫວຽດນາມ, ເຊິ່ງເປັນເຂດທີ່ມີຊາວເຜົ່າຂະແມ ດຳລົງຊີວິດເປັນຈຳນວນຫຼາຍ.
ຍສໝ - Time Out - ວາລະສານການທ່ອງທ່ຽວແຖວໜ້າຂອງ ອັງກິດ - ຫາກໍ່ນຳແນະນຳ top 9 ຈຸດປາຍທາງທີ່ປອດໄພທີ່ສຸດໃນໂລກສຳລັບນັກທ່ອງທ່ຽວຍິງທີ່ໄປຄົນດ່ຽວ, ໃນນັ້ນມີຫວຽດນາມ.
ຍສໝ - ວັນທີ 6 ພະຈິກ, ກົມການທ່ອງທ່ຽວແຫ່ງຊາດຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ) ໃຫ້ຮູ້ວ່າ ໃນ 10 ເດືອນຂອງປີນີ້, ມີແຂກທ່ອງທ່ຽວສາກົນກວ່າ 14,1 ລ້ານເທື່ອຄົນ ໄດ້ມາຫວຽດນາມ, ເພີ່ມຂຶ້ນ 41,3% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023.
ຍສໝ - ຕາມກົມພັດທະນາການທ່ອງທ່ຽວຂຶ້ນກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ແລ້ວ, ໃນ 3 ເດືອນຕົ້ນປີ 2024, ປະເທດນີ້ ໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 1 ລ້ານກວ່າເທື່ອຄົນ. ໃນນັ້ນ ຈຳນວນນັກທ່ອງທ່ຽວຫວຽດນາມ ຢືນອັນດັບທີ 2 ເຊິ່ງໄດ້ຈັດອັນດັບຢູ່ຖັດຈາກ ໄທ ເທົ່ານັ້ນ.
ຍສໝ - ຕອນຄ່ຳວັນທີ 23 ຕຸລານີ້, ຢູ່ແຂວງ ຊຽງຂວາງ, ພາກເໜືອຂອງລາວ ໄດ້ດຳເນີນງານຕະຫຼາດນັດວາງສະແດງ, ແນະນຳ, ໂຄສະນາບັນດາຜະລິດຕະພັນວັດທະນະທຳ, ທ່ອງທ່ຽວ, ຜະລິດຕະພັນກະສິກຳຂອງ ຫວຽດນາມ ແລະ ລາວ.
ຍສໝ - ວັນທີ 8 ກັນຍາ, ໃນຂອບເຂດງານບຸນ ຫວຽດນາມ ຢູ່ Kanagawa 2024, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບອຳນາດການປົກຄອງແຂວງ Kanagawa ເພື່ອຈັດຕັ້ງລາຍການແນະນຳການທ່ອງທ່ຽວ ຫວຽດນາມ ຢູ່ສຳນັກງານເທດສະບານແຂວງ Kanagawa, ຍີ່ປຸ່ນ.
ຍສໝ - ຫວ່າງແລ້ວນີ້, ຄືຈຸດນັດພົບທີ່ໄດ້ຈັດຕັ້ງແຕ່ລະປີທີ່ກາງສະໜາມຫຼວງ Monge ຢູ່ເມືອງ 5 ຢູ່ນະຄອນຫຼວງ ປາຣີ (ຝຣັ່ງ), ວັນບຸນອາຫານ ແລະ ວັນນະຄະດີ ຫວຽດນາມ ດ້ວຍຊື່ວ່າ “Ici Vietnam Festival” ຄັ້ງທີ່ 4 ໄດ້ສືບຕໍ່ດຶງດູດນັກທ່ອງທ່ຽວ ຝຣັ່ງ ແລະ ສາກົນນັບພັນຄົນ.
ຍສໝ - ຕະຫຼາດນັດ ຕົວຈົວ ຫາກໍ່ໄດ້ຮັບຮອງເປັນສະຖານທີ່ທ່ອງທ່ຽວຂອງແຂວງດຽນບ່ຽນ.
ຍສໝ - ວັນທີ 11 ສິງຫາ, ຢູ່ສະໜາມບິນແຫ່ງຊາດ ບຣູໄນ, ສະຖານທູດ ຫວຽດນາມ ປະຈຳ ບຣູໄນ ໄດ້ຈັດພິທີເປີດພື້ນທີ່ໂຄສະນາການທ່ອງທ່ຽວ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ຫວຽດນາມ ທີ 2 ກັນຍາ.
ຍສໝ - 5 ນະຄອນຂອງຫວຽດນາມ ທີ່ນັກທ່ອງທ່ຽວອົດສະຕາລີ ໄດ້ເຂົ້າຄົ້ນຫາໃນສື່ສັງຄົມອອນລາຍຫຼາຍທີ່ສຸດ ແຕ່ເດືອນ 6 ຫາວັນທີ 24 ມິຖຸນາ ລວມມີ: ນະຄອນ ໂຮ່ຈີມິນ, ດານັງ, ຮ່າໂນ້ຍ, ໂຮ້ຍອານ, ຢ່າຈາ່ງ.
ຍສໝ - ຜົນການສຳຫຼວດຂອງບໍລິສັດທ່ອງທ່ຽວ Agoda ສະແດງໃຫ້ເຫັນວ່າ ໄທ, ຫວຽດນາມ ແລະ ອິນໂດເນເຊຍ ແມ່ນຈຸດໝາຍປາຍທາງທີ່ນັກທ່ອງທ່ຽວຊາວອິນເດຍ ຮັກແພງທີ່ສຸດ ແລະ ຢາກກັບຄືນໄປທ່ຽວອີກ.
ຍສໝ - ນອກຈາກນະໂຍບາຍເປີດກວ້າງການອອກວີຊາ, ການນຳໃຊ້ບັນດານະໂຍບາຍໜູນຊ່ວຍ ແລະ ອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ໄດ້ຊ່ວຍຍົກສູງຄຸນນະພາບການບໍລິການທ່ອງທ່ຽວ ຫວຽດນາມ, ກະຕຸ້ນໃຫ້ວິສາຫະກິດທ່ອງທ່ຽວພັດທະນາກວ່າອີກ...