ຕາມຄະນະຈັດຕັ້ງ, ລາງວັນທ່ອງທ່ຽວ ຫວຽດນາມ ປີ 2025 ແມ່ນຄັ້ງທີ 20 ໄດ້ຈັດຂຶ້ນ. ຜ່ານລາງວັນປີນີ້, ຂະແໜງທ່ອງທ່ຽວ ໄດ້ປຸກລຸກຂະບວນການແຂ່ງຂັນກັນປ່ຽນແປງໃໝ່, ຍົກສູງຄຸນນະພາບການບໍລິການ, ຫັນຜະລິດຕະພັນເປັນຫຼາຍຮູບຫຼາຍແບບ, ເພີ່ມລັກສະນະເປັນມືອາຊີບຂອງບັນດາວິສາຫະກິດ, ຫົວໜ່ວຍທີ່ກ່ຽວຂ້ອງ, ສ້າງເຄື່ອງໝາຍທ່ອງທ່ຽວທ້ອງຖິ່ນ, ເຄື່ອງໝາຍແຫ່ງຊາດ, ເຄື່ອງໝາຍວິສາຫະກິດ ແລະ ເຄື່ອງວໝາຍຜະລິດຕະພັນເທື່ອລະກ້າວ. ນີ້ແມ່ນພື້ນຖານສຳຄັນ ເພື່ອໃຫ້ການທ່ອງທ່ຽວ ຫວຽດນາມ ພັດທະນາຢ່າງແຮງ, ກາຍເປັນຂະແໜງເສດຖະກິດປາຍແຫຼມຂອງປະເທດຊາດ.
![]() |
(ພາບ: VGP) |
113 ວິສາຫະກິດ, ຫົວໜ່ວຍດີເດັ່ນໃນຂົງເຂດການທ່ອງທ່ຽວໄດ້ຮັບການເຊີດຊູທີ່ລາງວັນທ່ອງທ່ຽວ ຫວຽດນາມ ປີ 2025 ໄດ້ສ່ອງແສງໃຫ້ເຫັນຄວາມຮອບດ້ານໃນການພັດທະນາເປັນຫຼາຍຮູບຫຼາຍແບບຂອງຂະແໜງທ່ອງທ່ຽວ ຫວຽດນາມ, ຈາກການທ່ອງທ່ຽວ, ພັກເຊົ່າ, ຂົນສົ່ງ, ຮ້ານອາຫານ, ສະປາ, ຕະຫຼອດຮອດການບ່ຳລຸງສ້າງ, ສື່ສານ ແລະ ປະດິດສ້າງຜະລິດຕະພັນ…
ໃນ 8 ເດືອນຕົ້ນປີ 2025, ຂະແໜງທ່ອງທ່ຽວໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 14 ລ້ານເທື່ອຄົນ, ຮັບໃຊ້ແຂກພາຍໃນປະເທດ 106 ລ້ານເທື່ອຄົນ. ໃນປີ 2025, ຂະແໜງທ່ອງທ່ຽວສູ້ຊົນຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 25 ລ້ານເທື່ອຄົນ, ຮັບໃຊ້ແຂກພາຍໃນປະເທດ 150 ລ້ານເທື່ອຄົນ. ນຳ ຫວຽດນາມ ກາຍເປັນຈຸດນັດພົບທີ່ປອດໄພ, ເປັນມິດ, ດູດດື່ມໃຈອັນດັບໜຶ່ງໃນພາກພື້ນ ແລະ ໂລກ.
![]() | ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 10,7 ລ້ານເທື່ອຄົນ ໃນ 6 ເດືອນຕົ້ນປີ 2025 ຍສໝ - ໄລ່ສະເພາະເດືອນມິຖຸນາ 2025, ຈຳນວນແຂກທ່ອງທ່ຽວບັນລຸເກືອບ 1,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 17%ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024. |
![]() | ເຊີດຊູລຸ້ນຜູ້ອອກແຮງງານຫວຽດນາມ ມີຄຸນນະທາດ, ເປັນມືອາຊີບ, ມີຄວາມຮັບຜິດຊອບ, ປ່ຽນແປງໃໝ່ ຍສໝ - ລາຍການ ຫວຽດນາມ ມີກຽດສະຫງ່າ 2025 ໂດຍສະຫະພັນໃຫຍ່ແຮງງານ ຫວຽດນາມ ຈັດຂຶ້ນໄດ້ດຳເນີນໃນຕອນຄ່ຳວັນທີ 22 ມິຖຸນາ, ຢູ່ຮ່າໂນ້ຍ. |