![]() | ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ: ກຳລັງງຽບໆໃນແນວຮົບດ້ານການທູດ |
![]() | ສູນກາງແນວໂຮມປະເທດຫວຽດນາມ ເຊີດຊູຕົວແທນພີ່ນ້ອງຊາວຫວຽດນາມ ຢູ່ຕ່າງປະເທດທີ່ດີເດັ່ນ 8 ກົມກອງລວມໝູ່ ແລະ 18 ບຸກຄົນ |
ວັນທີ 4 ກຸມພາ, ຢູ່ນະຄອນ ໂຮ້ຍອານ ໄດ້ຈັດຕັ້ງງານບຸນ ເກົ່າບົງ ດ້ວຍບັນດາພິທີພື້ນເມືອງ ແລະ ມີການເຄື່ອນໄຫວຫຼາຍຢ່າງ ເພື່ອເຊີດຊູອາຊີບປູກຜັກ ຈ່າເກ. ປົກກະຕິແລ້ວ ງານບຸນ ເກົ່າບົງ ໄດ້ຈັດຂຶ້ນໃນວັນ 7 ເດືອນຈຽງ ໄລ່ຕາມຈັນທະປະຕິທິນຂອງທຸກໆປີ ເພື່ອລະນຶກເຖິງພະເຈົ້າກ່ຽວກັບອາຊີບເຮັດກະສິກຳ ທີ່ສ້າງເປັນບ້ານຜັກ ຈ່າເກ. ນີ້ແມ່ນໂອກາດເພື່ອໃຫ້ປະຊາຊົນສະແດງຄວາມເຄົາລົບນັບຖືຕໍ່ເທວະດາຟ້າແຖນ, ບັນພະບຸລຸດຜູ້ທີ່ໄດ້ບຸກເບີກດິນແດນນີ້ ແລະ ພາວະນາຂໍໃຫ້ປີໃຫມ່ມີສະພາບອາກາດທີ່ເອື້ອອໍານວຍ ແລະ ຜົນເກັບກ່ຽວໄດ້ຮັບຜົນດີ.
![]() |
ປະຊາຊົນບ້ານຜັກ ຈ່າເກຖະຫວາຍເຄື່ອງບູຊາ. |
ໃນຂອບເຂດຂອງງານບຸນ, ພິທີກຳຄວາມສັດທາເຫຼື້ອມໃສ ໄດ້ຮັບການກະກຽມ ແລະ ປະຕິບັດຖືກຕາມຮີດຄອງປະເພນີຂອງໝູ່ບ້ານນັບແຕ່ບູຮານໂດຍຜູ້ເຖົ້າຜູ້ແກ່ໃນໝູ່ບ້ານ. ຈາກການຕັ້ງຕົ້ນກະຖິນໃນວັນທີ 24 ເດືອນສິບສອງ (23 ມັງກອນ), ເຊີນເທວະດາຟ້າແຖນລົງມາແທ່ນບູຊາ ແລະ ເຮັດພິທີບູຊາໃນວັນທີ 6 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ (3 ກຸມພາ), ຈັດເຄື່ອງບູຊາ ແລະ ໄຫວ້ບູຊາພະເຈົ້າກ່ຽວກັບອາຊີບເຮັດກະສິກຳ ໃນວັນທີ 7 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ (4 ກຸມພາ); ຕະຫຼອດເຖິງການຂຽນບົດໄຫວ້ບູຊາ, ເລືອກເອົາຜູ້ໄຫວ້ຕົ້ນຕໍ, ໄຫວ້ຊ້າຍ ແລະ ຂວາ, ທີມງານສະຫລອງ, ຄົນອ່ານ, ຄົນຮ້ອງເພງສັນລະເສີນ ... ທຸກຢ່າງໄດ້ຖືກກະກຽມຢ່າງລະມັດລະວັງ.
ຊາວບ້ານກະກຽມພາເຄື່ອງບູຊາ ແລະ ເຂົ້າຮ່ວມກິດຈະກໍາພື້ນເມືອງທີ່ຟົດຟື້ນໃນງານບຸນເຊັ່ນ: ການລະຫຼິ້ນ ບ່າຍຈອຍ, ການສະແດງ ເຊີດສິງໂຕ ແລະ ມັງກອນ, ການປະກວດຂຸດດິນການຕົ້ນໄມ້, ການແຂ່ງຂັນເຮັດອາຫານ… ເພື່ອສ້າງບັນຍາກາດອັນຟົດຟື້ນ ແລະ ມ່ວນຊື່ນລະຫວ່າງຊາວທ້ອງຖິ່ນ ແລະ ນັກທ່ອງທ່ຽວ. ເຖິງວ່າຈະມີຝົນຕົກໜັກກໍ່ຕາມ, ແຕ່ນັກທ່ອງທ່ຽວຕ່າງປະເທດຫຼາຍຄົນໄດ້ມາຮອດໄວຫຼາຍ ແລະ ສະແດງຄວາມຕື່ນເຕັ້ນທີ່ຈະໄດ້ເຂົ້າຮ່ວມໃນບັນຍາກາດງານບຸນ.
![]() | ໂຄສະນາ, ສົ່ງເສີມ, ດຶງດູດນັກທ່ອງທ່ຽວ ສ.ເກົາຫຼີ ມາຍັງ ຫວຽດນາມ ຍສໝ - ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ) ແຈ້ງວ່າ ງານບຸນສົ່ງເສີມການທ່ອງທ່ຽວ - ວັດທະນະທຳ ຫວຽດນາມ ຢູ່ ສ.ເກົາຫຼີ ປີ 2024 ຈະດຳເນີນແຕ່ວັນທີ 29 ມີຖຸນາ ຫາ ວັນທີ 3 ກໍລະກົດ. |
![]() | ໃນ 9 ເດືອນຕົ້ນປີ 2024, ຮ່າໂນ້ຍ ຕ້ອນຮັບນັກທ່ອງທ່ຽວກວ່າ 21 ລ້ານເທື່ອຄົນ ຍສໝ - ແຕ່ຕົ້ນປີມາຮອດປະຈຸບັນ, ຮ່າໂນ້ຍ ໄດ້ຕ້ອນຮັບນັກທ່ອງທ່ຽວ 21,12 ລ້ານເທື່ອຄົນ, ເພີ່ມຂຶ້ນ 11,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ຈຳນວນນັກທ່ອງທ່ຽວສາກົນບັນລຸ 4,45 ລ້ານເທື່ອຄົນ, ເພີ່ມຂຶ້ນ 40,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໃນໄລຍະດຽວກັນຂອງປີ 2023, ນັກທ່ອງທ່ຽວພາຍໃນປະເທດບັນລຸ 16,66 ລ້ານເທື່ອຄົນ, ເພີ່ມຂຶ້ນ 5,8% ... |
ມີງດຶກ