ນະຄອນ​ໂຮ່ຈິ​ມິນ ​ລະນຶກ​ເຖິງ​ພີ່ນ້ອງ​ຮ່ວມ​ຊາດ​ທີ່​ເສຍ​ຊີວິດ​ຍ້ອນ​ພະຍາດ​ໂຄ​ວິດ-19

ນະຄອນ​ໂຮ່ຈິ​ມິນ ​ລະນຶກ​ເຖິງ​ພີ່ນ້ອງ​ຮ່ວມ​ຊາດ​ທີ່​ເສຍ​ຊີວິດ​ຍ້ອນ​ພະຍາດ​ໂຄ​ວິດ-19

ຍ​ສ​ໝ - ​ເນື່ອງ​ໃນ​ໂອກາດ​ນີ້, ສະ​ມາ​ຄົມພຸດ​ທະສາສະໜາ​ຫວຽດນາມ ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ມອບ​ຂອງຂວັນ​ໃຫ້ 1.000 ຄອບຄົວ​ພີ່​ນ້ອງ​ຂອງ​ຜູ້​ເສຍ​ຊີວິດ​ຍ້ອນ​ພະຍາດ​ໂຄ​ວິດ-19 ທີ່​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ລວມຍອດ​ມູນ​ຄ່າ 1,2 ຕື້​ດົ່ງ ​ແລະ ມອບ 1 ຕື້​ດົ່ງ​ໃຫ້​ກອງ​ທຶນ​ເພື່ອ​​ຄົນ​ທຸກ​ຍາກ ຂອງ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ນະຄອນ​ໂຮ່ຈິ​ມິນ.

ອາ​ຊຽນ​ແບ່ງ​ປັນ​ມາດຕະການ​ແກ້​ໄຂ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຫຼັງ​ໂຄ​ວິດ-19

ອາ​ຊຽນ​ແບ່ງ​ປັນ​ມາດຕະການ​ແກ້​ໄຂ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຫຼັງ​ໂຄ​ວິດ-19

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 30 ມີນາ​, ກອງ​ປະຊຸມ​ສະພາ​ປະຊາ​ຄົມ​ວັດທະນະທຳ-ສັງຄົມ​ອາ​ຊຽນ ຄັ້ງ​ທີ 27 (ASCC) ​ໄດ້​ຈັດ​ຕັ້ງ​ໂດຍ​ກົງ ຢູ່​ປະ​ເທດ​ປະທານ​ອາ​ຊຽນ 2022, ກຳປູ​ເຈຍ ​ແລະ ແບບ​ທາງໄກ​ຢູ່​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ.

ບັນດາເຫດການຕ້ອນຮັບ​ບຸນ​ເຕັດ​ທີ່​ມີ​ຄວາມ​ໝາຍ​ຢູ່​ຖະໜົນ​ເກົ່າ​ຮ່າ​ໂນ້ຍ

ບັນດາເຫດການຕ້ອນຮັບ​ບຸນ​ເຕັດ​ທີ່​ມີ​ຄວາມ​ໝາຍ​ຢູ່​ຖະໜົນ​ເກົ່າ​ຮ່າ​ໂນ້ຍ

ຍສໝ - ຄະນະ​ຄຸ້ມ​ຄອງ​ຄຸ້ມ​ໜອງ​ຮວ່ານ​ກ໋ຽນ ​ແລະ ຖະໜົນ​ເກົ່າ​ຮ່າ​ໂນ້ຍ ຈະ​ສົມທົບ​ກັບ​ຫຼາຍ​ໜ່ວຍ​ງານ​ຈັດ​ຕັ້ງ​ບັນດາ​ເຫດການ​ໃຫຍ່​ທີ່​ມີ​ຊື່​ວ່າ 'ອວຍພອນພັກ - ອວຍພອນລະດູ​ບານໃໝ່ປີ 2022” ​ແຕ່​ວັນ​ທີ 28 ມັງກອນ ​ຫາ​ວັນ​ທີ 15 ກຸມພາ.

ຫວຽດນາມ ​ໄດ້​ຮັບ​ວັກ​ຊິນກັນພະຍາດໂຄ​ວິດ-19 ຕື່ມ​ອີກ 6,27 ລ້ານ​ໂດ​ສ​ຜ່ານ​ໂຄງການ COVAX

ຫວຽດນາມ ​ໄດ້​ຮັບ​ວັກ​ຊິນກັນພະຍາດໂຄ​ວິດ-19 ຕື່ມ​ອີກ 6,27 ລ້ານ​ໂດ​ສ​ຜ່ານ​ໂຄງການ COVAX

ຍສໝ - ວັນ​ທີ 25 ມັງກອນ​, ຫວຽດນາມ​ ໄດ້​ຮັບ​ວັກ​ຊິນ BioNTech/Pfizer 4.000.230 ​ໂດ​ສ​ໂດຍ​ລັດຖະບານ​ເຢຍລະ​ມັນ ອຸປະຖໍາ, ວັກຊິນ BioNTech/Pfizer 99.450 ​ໂດ​ສ​ໂດຍ​ລັດຖະບານ Luxembourg ອຸປະຖໍາ, ​ວັກຊິນ BioNTech/Pfizer 159.120 ​ໂດ​ສ​ໂດຍ​ລັດຖະບານ ປອກຕຸຍການ ອຸປະຖໍາ, ​ວັກຊິນ AstraZeneca 2.012.960 ໂດສ ໂດຍລັດຖະບານອັງກິດ ອຸປະຖໍາຜ່ານໂຄງການ COVAX.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອິດ​ສະ​ຣາ​ແອນ: ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ​ໃນ​​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານ​ພະ​ຍາດ​ໂຄວິດ-19

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອິດ​ສະ​ຣາ​ແອນ: ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ​ໃນ​​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານ​ພະ​ຍາດ​ໂຄວິດ-19

ຍສໝ - ໂດຍຕອບຄໍາສຳພາດ​ຕໍ່ TTXVN ​ເນື່ອງ​ໃນ​ໂອກາດ​ບຸນ​ປະໃໝ່ປະຈໍາຊາດຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ ອິດສະຣາ​ແອນ ປະຈຳ ຫວຽດນາມ Nadav Eshca ​ໄດ້​ຕີ​ລາຄາ​ສູງ​ບົດບາດ​ບໍລິຫານ​ຂອງ​ລັດຖະບານ ຫວຽດນາມ ​ໃນ​ປີ 2021, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ສາທາລະນະ​ສຸກ ​ແລະ ຮັບປະກັນ​ດ້ານສະຫວັດດີການ​ໃຫ້​ປະຊາຊົນ.

ຫວຽດນາມ​ ໄດ້​ຮັບ​ວັກຊິນກັນ​ໂຄ​ວິດ-19 ກວ່າ​ 195 ລ້ານ​ໂດ​ສ

ຫວຽດນາມ​ ໄດ້​ຮັບ​ວັກຊິນກັນ​ໂຄ​ວິດ-19 ກວ່າ​ 195 ລ້ານ​ໂດ​ສ

ຍສໝ - ອັດຕາ​ການ​​ສັກ​ວັກ​ຊິນກັນ​ໂຄ​ວິດ-19 ຢ່າງ​ໜ້ອຍ 1 ​ເຂັມ​ຢູ່​ຫວຽດນາມ ​ໃນ​ປະຈຸ​ບັນ​ບັນລຸ 99,7% ​ແລະອັດຕາ​ການ​ສັກວັກ​ຊິນ​ຄົບ​ 2 ເຂັມແມ່ນ 91,1% ຂອງ​ປະຊາກອນ​ທີ່​ມີ​ອາຍຸ 18 ປີ​ຂຶ້ນ​ໄປ.

ກະຊວງສາທາລະນະສຸກມີມາດຖານຫລ້າສຸດໃນການກໍານົດ F0, F1

ກະຊວງສາທາລະນະສຸກມີມາດຖານຫລ້າສຸດໃນການກໍານົດ F0, F1

ຍສໝ - ກະຊວງ​ສາທາລະນະ​ສຸກ​ໄດ້​ອອກ​ໜັງສືທາງການ​ເລກທີ 11042/BYT-DP (​ໜັງສືທາງການ​ 11042) ລົງ​ວັນ​ທີ 29 ທັນວາ ວ່າດ້ວຍ​ການ​ປັບດັບຄຳ​ນິຍາມ​ກໍລະນີ​ຕິດພະຍາດໂຄ​ວິດ-19.

ນັກ​ຊ່ຽວຊານ​ກຳປູ​ເຈຍ ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຂອງ ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ

ນັກ​ຊ່ຽວຊານ​ກຳປູ​ເຈຍ ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຂອງ ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ

ຍສໝ - ທ່ານ Uch Leang, ຮັກສາການຫົວໜ້າກົມຄົ້ນຄວ້າອາຊີ - ອາຟະຣິກາ ແລະ ຕາເວັນອອກກາງ ສັງກັດສະຖາບັນພົວພັນສາກົນ (ສະພາມະຫາບັນດິດລາຊະ ອານາຈັກກໍາປູເຈຍ), ຖືວ່າ: ການຢ້ຽມຢາມກຳປູເຈຍ ຢ່າງເປັນທາງການແຕ່ວັນທີ 21 – 22 ທັນວາ ຂອງທ່ານປະທານປະເທດ ຫງວຽນຊວນຟຸກ ສະແດງໃຫ້ເຫັນ ການ​ພົວ​ພັນອັນດີງາມ, ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ກຳ​ປູ​ເຈຍ ແລະ ຫວຽດ​ນາມ.

ທ້ອງ​ຖິ່ນ​ຕ້ອງ​ສົມທົບ​ກັນ​ດັດສົມການ​ສົ່ງ​ອອກຜະລິດຕະພັນ​ກະເສດ ​ແລະສິນໃນນໍ້າ ​ໄປຍັງ​ຈີນ

ທ້ອງ​ຖິ່ນ​ຕ້ອງ​ສົມທົບ​ກັນ​ດັດສົມການ​ສົ່ງ​ອອກຜະລິດຕະພັນ​ກະເສດ ​ແລະສິນໃນນໍ້າ ​ໄປຍັງ​ຈີນ

ຍສໝ - ຫວ່າງແລ້ວນີ້, ກົມ​ປຸງ​ແຕ່ງ ​ແລະ ພັດທະນາ​ຕະຫຼາດ​ຜະລິດ​ຕະພັນ​ກະ​ເສດ​ໃຫ້​ຮູ້​ວ່າ: ໜ່ວຍ​ງານ​ໄດ້​ສົ່ງ​ເອກະສານ​ໄປ​ຍັງ​ພະ​ແນ​ກກະສິກໍາ ​ແລະພັດທະນາ​ຊົນນະບົດ​ແຂວງ, ນະຄອນສັງກັດ​ສູນ​ກາງ; ສະຫະສະມາຄົມຜັກ ແລະໝາກໄມ້ ຫວຽດນາມ; ສະຫະສະມາຄົມປຸງແຕ່ງ ແລະສົ່ງອອກສິນໃນນໍ້າ​ຫວຽດນາມ ກ່ຽວ​ກັບ​ການ​​ສົມທົບກັນດັດສົມການ​ສົ່ງ​ອອກ​ຜະລິດຕະພັນ​ກະເສດ ​ແລະສິນໃນນໍ້າ ​ໄປຍັງ​ຈີນ.

ວັນ​ທີ 15 ທັນວາ​ ຈະ​ດຳ​ເນີນ​ເວທີ​ປາ​ໄສການ​ສົ່ງ​ເສີມ​ການ​ສົ່ງ​ອອກ​ຫວຽດນາມ​

ວັນ​ທີ 15 ທັນວາ​ ຈະ​ດຳ​ເນີນ​ເວທີ​ປາ​ໄສການ​ສົ່ງ​ເສີມ​ການ​ສົ່ງ​ອອກ​ຫວຽດນາມ​

ຍ​ສ​ໝ - ກົມ​ສົ່ງ​ເສີມ​ການ​ຄ້າ (ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ) ​ໃຫ້​ຮູ້​ວ່າ: ​ເວທີ​ປາ​ໄສ​ການສົ່ງ​ເສີມ​ການ​ສົ່ງ​ອອກ​ຫວຽດນາມ ປີ 2021 ດ້ວຍ​ຫົວ​ຂໍ້: “ສົ່ງ​ເສີມ​ການ​ສົ່ງ​ອອກ​ປະກອບສ່ວນ​ຟື້ນ​ຟູ​ ​ແລະ ພັດທະນາເສດ​ຖະ​ກິດ” ເຊິ່ງຈະ​ດຳ​ເນີນ​ໃນ​ວັນ​ທີ 15 ທັນ​ວາ, ຢູ່​ຮ່າ​ໂນ້ຍ ດ້ວຍ​ຮູບ​ແບບທາງ​ໄກ​ສົມ​ທົບໂດຍ​ກົ​ງ.

ຮ່າ​ໂນ້ຍ ​ ​ສັກ​ວັກ​ຊີນ​ຕ້ານ​ໂຄ​ວິດ-19 ໃຫ້​ນັກ​ຮຽນ​ຊັ້ນ​ ມ 4 ນັບແຕ່​ວັນ​ທີ 27/11

ຮ່າ​ໂນ້ຍ ​ ​ສັກ​ວັກ​ຊີນ​ຕ້ານ​ໂຄ​ວິດ-19 ໃຫ້​ນັກ​ຮຽນ​ຊັ້ນ​ ມ 4 ນັບແຕ່​ວັນ​ທີ 27/11

ຍສໝ - ຜູ້​ຕາງ​ໜ້າ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ: ນະ​ຄອນ​ຈະ​ຜັນ​ຂະ​ຫຍາຍ​ການສັກວັກ​ຊີ​ນ​ຕ້ານ​ໂຄ​ວິດ-19 ໃຫ້​ແກ່​ເດັກ​ ຊັ້ນ​ ມ 4 ນັບ​ແຕ່​ວັນ​ທີ 27 ພະ​ຈິກ​ນີ້​ເປັນຕົ້ນໄປ. ສ່ວນ​ເດັກ​ທີ່​ມີ​ພະຍາດ​ມາ​ແຕ່​ກຳ​ເນີ​ດ, ພະຍາດ​ຊຳເຮື້ອ​ຢູ່​ຫົວໃຈ, ປອດ, ລະບົບ​ຍ່ອຍ​ອາຫານ, ທໍ່ສົ່ງນໍ້າຍ່ຽວ, ເລືອດ... ສຸນສຸກສາລາ​ບັນດາ​ເມືອງ, ຕົວ​ເມືອງ​ຈະ​ສະໜອງ​​ວັກຊີນໃຫ້​ໂຮງໝໍ​ເພື່ອ​ສັກໃຫ້​ເດັກ.​

ວິ​ສາ​ຫະ​ກິດເອີລົບ ປະ​ເອີບ​ໃຈ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ຂອງຫວຽດ​ນາມ

ວິ​ສາ​ຫະ​ກິດເອີລົບ ປະ​ເອີບ​ໃຈ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ຂອງຫວຽດ​ນາມ

ຍສໝ - ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຢູ່​ຫວຽດນາມ ​ໄດ້​ຮັບ​ການ​ຄວບ​ຄຸມ, ​ຄວາມປະ​ເອີບ​ໃຈຂອງ​ບັນດາ​ຜູ້​ນຳ​ວິ​ສາ​ຫະກິດ ​ແລະ ນັກ​ລົງທຶນ​ເອີ​ລົບ ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ ​ເມື່ອ​ນັບ​ມື້​ນັບມີຫຼາຍ​ບໍລິສັດກັບຄືນສູ່ການເຄື່ອນໄຫວ​ເປັນ​ປົກກະຕິ ​ແລະ ຄວາມເຊື່ອ​ໝັ້ນ​​ຂອງ​ຜູ້​ບໍລິ​ໂພ​ກ​ເພີ່ມ​ຂຶ້ນ.

ເປີດກວ້າງການ​ໜູນ​ຊ່ວຍ​ຜູ້​ອອກ​ແຮງ​ງານ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຍ້ອນ​ພະຍາດ​ໂຄ​ວິດ-19

ເປີດກວ້າງການ​ໜູນ​ຊ່ວຍ​ຜູ້​ອອກ​ແຮງ​ງານ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຍ້ອນ​ພະຍາດ​ໂຄ​ວິດ-19

ຍສໝ - ທ່ານ ເລມີງຄ໊າຍ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ຫາ​ກໍ່​ເຊັນຂໍ້ຕົກລົງ ລົງ​ ວັນ​ທີ 6 ພະຈິກ 2021 ວ່າດ້ວຍ​ການ​ປັບປຸງ ແລະເພີ່ມ​ເຕີມ​ບາງ​ມາດຕາຂອງ​ຂໍ້ຕົກລົງ ລົງ​ວັນ​ທີ 7 ກໍລະກົດ 2021 ຂອງນາຍົກລັດຖະມົນຕີ ວ່າດ້ວຍການປະ ຕິບັດບາງນະ​ໂຍ​ບາຍ​ໜູນ​ຊ່ວຍຜູ້ອອກແຮງງານ ແລະຜູ້ນໍາໃຊ້ແຮງງານທີ່ປະສົບກັບຄວາມ​ຫຍຸ້ງ​ຍາກ ຍ້ອນພະຍາດໂຄວິດ-19.

ອ​າ​ເມ​ລິ​ກາ ​ມອບເຄື່ອງ​ຈັດລຳດັບ​ແຢ​ນກວດ​​ເຊື້ອ​ໄວ​ຣັດ​ສາຍ​ພັນ​ໃໝ່ ໂຄວິດ - 19

ອ​າ​ເມ​ລິ​ກາ ​ມອບເຄື່ອງ​ຈັດລຳດັບ​ແຢ​ນກວດ​​ເຊື້ອ​ໄວ​ຣັດ​ສາຍ​ພັນ​ໃໝ່ ໂຄວິດ - 19

ຍ​ສ​ໝ - ຫວ່າງແລ້ວນີ້, ທ່ານນາງ Marie Damour ອຸ​ປະ​ທູດ​ຊົ່ວ​ຄາວ ອາ​ເມ​ລິ​ກາ ໄດ້​ໄປ​ຢ້ຽມ​ຢາມ ແລະ ມອບ​ເຄື່ອງຈັດລຳດັບ​ແຢນ ໃຫ້​ແກ່​ໂຮງ​ໝໍ​ແບກ​ມາຍ, ຮ່າ​ໂນ້ຍ.

ຈໍາປາສັກ ສືບຕໍ່ ປິດການເຂົ້າ-ອອກ ເມືອງ ຕ້ານໂຄວິດ-19 ເລີ່ມແຕ່ວັນທີ 7-20 ພຶດສະພາ

ຈໍາປາສັກ ສືບຕໍ່ ປິດການເຂົ້າ-ອອກ ເມືອງ ຕ້ານໂຄວິດ-19 ເລີ່ມແຕ່ວັນທີ 7-20 ພຶດສະພາ

ເພື່ອ​ສະ​ກັດ​ກັ້ນ, ຄວບ​ຄຸມ ​ແລະ ​ແກ້​ໄຂ ​ການລະບາດ​ຂອງ​ພະ​ຍາດ​ ໂຄ​ວິດ-19 ຢູ່ ສປປ ລາວ ກໍ​ຄື ຢູ່​ແຂວງ​ຈຳປາ​ສັກ ​ໃຫ້​ຫລຸ​ດລົງ​​ ​ແລະ ກັບ​ຄື​ນສູ່​ສະພາບ​ປົກກະຕິ​ໂດຍ​ໄວ ແຂວງຈຳປາ​ສັກ ​ໄດ້​ອອກ​ຄຳ​ສັ່ງ ໃຫ້ຫົວໜ້າກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະ ຫງົບ, ພະແນກການ, ກົມກອງອ້ອມຂ້າງແຂວງ, ເຈົ້ານະຄອນປາກເຊ, ເຈົ້າເມືອງ, ນາຍບ້ານ, ພະ ນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ, ກໍາມະກອນ, ນັກຮຽນ-ນັກສຶກສາ, ຜູ້ປະກອບການ, ປະຊາຊົນລາວ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ດໍາລົງຊີວິດຢູ່ ແຂວງຈໍາປາສັກ ​ໃຫ້ສືບຕໍ່ປະຕິບັດ ຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 87/ຄສລພ, ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍແລະ ແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 462/ຫສນຍຢ່າງເຂັ້ມງວດ ກໍ​ຄື ປິດ​ການ​ເຂົ້າ-ອອກ​ເມືອງ (ຄົນ​ໃນ​ຫ້າມ​ອອກ-ຄົນ​ນອກ​ຫ້າມ​ເຂົ້າ), ພະນັກ​ງານ​ເຮັດ​ວຽກ​ຢູ່​ບ້ານ ​ແລະ ຫ້າມ​ປະຊາຊົນ ​ອອກ​ຈາກ​ບ້ານ ນັບ​ແຕ່​ວັນ​ທີ 7-20 ພຶ​ດສະພາ 2021. ​

ລາວ: ບໍ່ໃຫ້ເກີດມີການຕິດເຊື້ອ ໃນປະເທດເປັນຮອບໃໝ່ ຄືກັບຫລາຍປະເທດໃນໂລກ ແລະ ປະເທດໃກ້ຄຽງ

ລາວ: ບໍ່ໃຫ້ເກີດມີການຕິດເຊື້ອ ໃນປະເທດເປັນຮອບໃໝ່ ຄືກັບຫລາຍປະເທດໃນໂລກ ແລະ ປະເທດໃກ້ຄຽງ

ກະຊວງ ສາທາລະນະ​ສຸກ ລາວ ກໍ​ຄື ຄະນະ​ສະ​ເພາະ​ກິດ ຮຽກຮ້ອງໃຫ້ ທຸກພາກສ່ວນໃນສັງຄົມ ຮ່ວມແຮງຮ່ວມໃຈ ສືບຕໍ່ປະຕິບັດ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ ແລະ ຄຳແນະນຳຂອງຂະແໜງ ການກ່ຽວຂ້ອງວາງອອກ ຢ່າງເຂັ້ມງວດ ​ເປັນ​ຕົ້ນ ​ໃຫ້ເອົາໃຈໃສ່ປະຕິບັດ ມາດຕະການປ້ອງກັນ ການຕິດເຊື້ອຢ່າງເຄັ່ງຄັດ ເພື່ອປ້ອງກັນ ແລະ ຄວບຄຸມ ສະພາບການລະບາດ ໃນປະເທດ ລາວ ບໍ່ໃຫ້ເກີດມີການຕິດເຊື້ອ ໃນປະເທດເປັນຮອບໃໝ່ ຄືກັບຫລາຍປະເທດໃນໂລກ ແລະ ປະເທດໃກ້ຄຽງ.

ສປປ ລາວ ບໍ່​ພົບ​ຜູ້​ຕິດ​ເຊື້ອພະຍາດ​ ໂຄ​ວິດ-19 ​ເພີ່ມ ເປັນເວລາ 72 ວັນ​ຕິດ​ຕໍ່​ກັນ

ສປປ ລາວ ບໍ່​ພົບ​ຜູ້​ຕິດ​ເຊື້ອພະຍາດ​ ໂຄ​ວິດ-19 ​ເພີ່ມ ເປັນເວລາ 72 ວັນ​ຕິດ​ຕໍ່​ກັນ

ມາຮອດວັນທີ 23 ມິຖຸນາ 2020, ສປປ ລາວ ບໍ່​ພົບ​ຜູ້​ຕິດ​ເຊື້ອພະຍາດ​ ໂຄ​ວິດ-19 ​ເພີ່ມ ເປັນເວລາ 72 ວັນ​ຕິດ​ຕໍ່​ກັນ ​ແລະ ສາມາດປິ່ນປົວຜູ້​ຕິດ​ເຊື້ອ​ທັງໝົດຫາຍ​ດີ ​ແລະ ອອກ​ໂຮງໝໍ​ເປັນ​ທີ່​ຮຽບຮ້ອຍ. 

ທ່າແຮງໃນການຟື້ນຟູເສດຖະກິດ ໃນສປປ ລາວ ຫລັງໂຄວິດ-19 ຜ່ອນເບົາລົງ

ທ່າແຮງໃນການຟື້ນຟູເສດຖະກິດ ໃນສປປ ລາວ ຫລັງໂຄວິດ-19 ຜ່ອນເບົາລົງ

ທ່ານ ລີ​ເບີ ລີ​ບົວ​ປາວ ຍັງໃຫ້ຮູ້ວ່າ: ສໍາລັບ​ການ​ຟື້ນ​ຟູ​ ເສດຖະກິດ​ໄລຍະ​ສັ້ນ ​ແມ່ນ​ຕ້ອງ​ໃຊ້​ທ່າ​ແຮງ​ໃຊ້​ກໍ​ລັງ​ບົ່ມ​ຊ້ອນ ທີ່​ມີ​ຢູ່ພາຍ​ໃນ​ປະ​ເທດ​, ເຊິ່ງຍັງ​ສາມາດ​ເຮັດ​ໄດ້​ຢູ່ ​​ໂດຍ​ສະ​ເພາະ​ ການ​ທ່ອງ​ທ່ຽວພາຍ​ໃນ ​ແລະ ​ການ​ຜະລິດ​ກະສິກໍາ-​ຜະລິດ ​ສະບຽງອາຫານ ​ສະ​ນັ້ນ ການສົ່ງ​ເສີມ​ຜະລິດ ​ສິນຄ້າ​ຕອບ​ສະໜອງ ພາຍ​ໃນກໍ​ເປັນ​ໂອກາດດີ

ເພື່ອ​ແນ​ໃສ່​ສະກັນ​ກັ້ນການ​ແຜ່​ລະບາດ​ຂອງ​ເຊື້ອ​ໄວຣັດ​ໂຄ​ວິດ-19 ລັດຖະບານ ລາວ ສືບຕໍ່ປິດດ່ານປະເພນີ, ດ່ານທ້ອງຖິ່ນ ແລະ ດ່ານສາກົນ

ເພື່ອ​ແນ​ໃສ່​ສະກັນ​ກັ້ນການ​ແຜ່​ລະບາດ​ຂອງ​ເຊື້ອ​ໄວຣັດ​ໂຄ​ວິດ-19 ລັດຖະບານ ລາວ ສືບຕໍ່ປິດດ່ານປະເພນີ, ດ່ານທ້ອງຖິ່ນ ແລະ ດ່ານສາກົນ

ລັດຖະບານ ລາວ ​ເຫັນ​ດີ​ໃຫ້ສືບຕໍ່ປິດດ່ານປະເພນີ, ດ່ານທ້ອງຖິ່ນ ແລະ ດ່ານສາກົນ ສຳລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ, ຍົກເວັ້ນລົດຂົນສົ່ງສິນຄ້າ ແລະ ຜູ້ທີ່ໄດ້ຮັບການອະນຸຍາດຈາກຄະນະສະເພາະກິດເທົ່າ​ນັ້ນ.

ລາວ: ປັບປຸງ​ເງື່ອນໄຂ ແລະ ມາດ​ຕະການ​ສຳລັບ​ການເຄື່ອນໄຫວ​ຂອງ​ພາກ​ທຸລະ​ກິດ ໃນ​ໄລຍະ​ທີ່​ມີ​ການ​ລະບາດ​ຂອງ​ພະຍາດ ໂຄ​ວິດ-19

ລາວ: ປັບປຸງ​ເງື່ອນໄຂ ແລະ ມາດ​ຕະການ​ສຳລັບ​ການເຄື່ອນໄຫວ​ຂອງ​ພາກ​ທຸລະ​ກິດ ໃນ​ໄລຍະ​ທີ່​ມີ​ການ​ລະບາດ​ຂອງ​ພະຍາດ ໂຄ​ວິດ-19

ຍສໝ - ເພື່ອ​ເປັນ​ການ​ຫຼຸດຜ່ອນ​ຜົນ​ກະທົບ​ຕໍ່​ເສດຖະກິດ​ຂອງ​ລາວ ຈາກ​ການ​ສືບຕໍ່​ປະຕິບັດ​ມາດ​ຕະການ ໃນ​ການ​ປ້ອງກັນ, ຄວບ​ຄຸມ, ສະກັດ​ກັ້ນ ແລະ ແກ້​ໄຂ​ການ​ແຜ່​ລະບາດ ຂອງ COVID-19 ໃນ​ໄລຍະ​ແຕ່​ວັນ​ທີ 4-17 ພຶດ ສະພາ 2020 ຕາມ​ການ​ແຈ້ງ​ການ​ຂອງ​ຫ້ອງ​ການ​ສໍາ​ນັກ​ງານ​ນາຍົກລັດຖະມົນຕີ ສະບັບ​ເລກ​ທີ 524/ຫສນຍ, ລົງ​ວັນ​ທີ 1 ພຶດສະພາ 2020. ຄະນະ​ສະເພາະ​ກິດ ເພື່ອ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະບາດ​ຂອງ​ພະຍາດ COVID-19 ໄດ້​ກໍາ​ນົດ​ການ​ປັບປຸງເງື່ອນໄຂ ແລະ ມາດ​ຕະການ ສໍາ​ລັບ​ການ​ສືບຕໍ່​ເຄື່ອນ​ໄຫວ​ຂອງພາກ​ທຸລະ​ກິດໃນ​ໄລຍະ​ທີ່​ມີ​ການ​ລະບາດ​ຂອງ ພະຍາດ COVID-19 ຕາມ​ທີ່​ໄດ້​ກໍາ​ນົດ​ໃນ​ຄໍາ​ແນະ​ນໍາ 031/ສພກ, ລົງ​ວັນ​ທີ 21 ເມສາ 2020.

ເຫດການ