ຫວຽດນາມ​ ໄດ້​ຮັບ​ວັກຊິນກັນ​ໂຄ​ວິດ-19 ກວ່າ​ 195 ລ້ານ​ໂດ​ສ

16:30 | 06/01/2022

ຍສໝ - ອັດຕາ​ການ​​ສັກ​ວັກ​ຊິນກັນ​ໂຄ​ວິດ-19 ຢ່າງ​ໜ້ອຍ 1 ​ເຂັມ​ຢູ່​ຫວຽດນາມ ​ໃນ​ປະຈຸ​ບັນ​ບັນລຸ 99,7% ​ແລະອັດຕາ​ການ​ສັກວັກ​ຊິນ​ຄົບ​ 2 ເຂັມແມ່ນ 91,1% ຂອງ​ປະຊາກອນ​ທີ່​ມີ​ອາຍຸ 18 ປີ​ຂຶ້ນ​ໄປ.

ຫວຽດ​ນາມ ບັນ​ລຸ​​ຄາດ​ໝາຍ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ຈຳ​ນວນ150 ລ້ານ​ໂດ​ສ​ໃນ​ທ້າຍ​ປີ 2021 ຫວຽດ​ນາມ ບັນ​ລຸ​​ຄາດ​ໝາຍ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ຈຳ​ນວນ150 ລ້ານ​ໂດ​ສ​ໃນ​ທ້າຍ​ປີ 2021
​ເທື່ອ​ທຽນ​ເຫ້ວ ​ໄດ້​ຮັບ 3 ລາງວັນ​ທ່ອງທ່ຽວ​ອາ​ຊຽນ 2021 ​ເທື່ອ​ທຽນ​ເຫ້ວ ​ໄດ້​ຮັບ 3 ລາງວັນ​ທ່ອງທ່ຽວ​ອາ​ຊຽນ 2021

ຕາມ​ຕົວ​ເລກ​ສະຖິຕິ​ຂອງ​ກະຊວງ​ສາທາລະນະ​ສຸກ, ​ແຕ່​ເດືອນ ມີນາ 2021 ຫາ​ວັນ​ທີ 2 ມັງກອນ 2022, ຫວຽດນາມ ​ໄດ້​ຮັບ​ວັກຊິນກັນ​ໂຄ​ວິດ-19 195,102,218 ​ໂດ​ສ. ກະຊວງສາທາລະນະສຸກໄດ້ແຈກຢາຍ 113 ງວດ, ຈໍານວນທັງຫມົດ 176,8 ລ້ານໂດສ, ໄດ້ຮັບໃຫມ່ປະມານ 18,2 ລ້ານໂດສ, ກໍາລັງດໍາເນີນຂັ້ນຕອນ ລະບຽບການເພື່ອກວດກາຄຸນນະພາບ ແລະນຳອອກແຈກປາຍ.

ຫວຽດນາມ​ ໄດ້​ຮັບ​ວັກຊິນກັນ​ໂຄ​ວິດ-19 ກວ່າ​ 195 ລ້ານ​ໂດ​ສ
ພາບປະກອບ: TTXVN

ອັບເດດມາຮອດເວລາ 14:30 ໂມງຂອງວັນທີ 4 ມັງກອນ ໃນເວັບໄຊຖານຂໍ້ມູນ ການສັກວັກຊິນກັນໂຄວິດ-19, ທົ່ວປະເທດໄດ້ສັກວັກຊິນຫຼາຍກວ່າ 154,3 ລ້ານໂດສ. ໃນວັນ​ທີ 3 ມັງກອນ​, ທົ່ວ​ປະ​ເທດ​ໄດ້​ສັກ​ 747,441 ​ໂດສ.

ມາ​ຮອດ​ວັນ​ທີ 3 ມັງກອນ​, ຈຳນວນ​ວັກ​ຊິນກັນ​ໂຄ​ວິດ-19 ໄດ້ສັກ​ໃຫ້​ຜູ້​ມີ​ອາຍຸ 18 ປີ​ຂຶ້ນ​ໄປ ​ມີ 140,685,544 ​ໂດ​ສ, ​ໃນ​ນັ້ນ​ໄດ້​ສັກ​ເຂັມທີ 1 70,099,050 ​ໂດສ; ເຂັມທີ 2 64,072.010 ໂດສ; ເຂັມທີ 3 1,209,780 ໂດສ (ສໍາລັບວັກຊິນ Abdala).

ອັດຕາ​ການ​​ສັກ​ວັກ​ຊິນກັນ​ໂຄ​ວິດ-19 ຢ່າງ​ໜ້ອຍ 1 ​ເຂັມ​ຢູ່​ຫວຽດນາມ ​ໃນ​ປະຈຸ​ບັນ​ບັນລຸ 99,7% ​ແລະອັດຕາ​ການ​ສັກວັກ​ຊິນ​ຄົບ​ 2 ເຂັມແມ່ນ 91,1% ຂອງ​ປະຊາກອນ​ທີ່​ມີ​ອາຍຸ 18 ປີ​ຂຶ້ນ​ໄປ.

ກ່ຽວກັບການສັກວັກຊິນກັນ ໂຄວິດ-19 ໃຫ້ແກ່ເດັກນ້ອຍ ອາຍຸ 12-17 ປີ, ບັນດາແຂວງ/ນະຄອນ ໄດ້ຜັນຂະຫຍາຍສັກ 12.911.406 ໂດສ, ໃນນັ້ນ ສັກເຂັມທີ 1 7.697.449 ໂດສ ແລະ ເຂັມທີ 2 5.213.957 ໂດສ.

ບູນມີ

ເຫດການ
302 Found

Found

The document has moved here.