ເພື່ອ​ແນ​ໃສ່​ສະກັນ​ກັ້ນການ​ແຜ່​ລະບາດ​ຂອງ​ເຊື້ອ​ໄວຣັດ​ໂຄ​ວິດ-19 ລັດຖະບານ ລາວ ສືບຕໍ່ປິດດ່ານປະເພນີ, ດ່ານທ້ອງຖິ່ນ ແລະ ດ່ານສາກົນ

17:07 | 18/05/2020

ລັດຖະບານ ລາວ ​ເຫັນ​ດີ​ໃຫ້ສືບຕໍ່ປິດດ່ານປະເພນີ, ດ່ານທ້ອງຖິ່ນ ແລະ ດ່ານສາກົນ ສຳລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ, ຍົກເວັ້ນລົດຂົນສົ່ງສິນຄ້າ ແລະ ຜູ້ທີ່ໄດ້ຮັບການອະນຸຍາດຈາກຄະນະສະເພາະກິດເທົ່າ​ນັ້ນ.

ເພ ອ ແນ ໃສ ສະກ ນ ກ ນການ ແຜ ລະບາດ ຂອງ ເຊ ອ ໄວຣ ດ ໂຄ ວ ດ 19 ລ ດຖະບານ ລາວ ສ ບຕ ປ ດດ ານປະເພນ ດ ານທ ອງຖ ນ ແລະ ດ ານສາກ ນ ສປປ ລາວ ສະເໜີອົງການແຮງງານສາກົນ ຊວ່ຍເຫລືອແກ້ໄຂ ຜົນກະທົບດ້ານແຮງງານ ຈາກພະຍາດໂຄວິດ-19
ເພ ອ ແນ ໃສ ສະກ ນ ກ ນການ ແຜ ລະບາດ ຂອງ ເຊ ອ ໄວຣ ດ ໂຄ ວ ດ 19 ລ ດຖະບານ ລາວ ສ ບຕ ປ ດດ ານປະເພນ ດ ານທ ອງຖ ນ ແລະ ດ ານສາກ ນ ທ່ານ ຫ​ງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ​ໄດ້​ເຂົ້າ​ຢ້ຽມ​ຂໍ່າ​ນັບ ທ່ານ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່ ປະທານ​ປະເທດ ແຫ່ງ ສປປ ລາວ
ເພ ອ ແນ ໃສ ສະກ ນ ກ ນການ ແຜ ລະບາດ ຂອງ ເຊ ອ ໄວຣ ດ ໂຄ ວ ດ 19 ລ ດຖະບານ ລາວ ສ ບຕ ປ ດດ ານປະເພນ ດ ານທ ອງຖ ນ ແລະ ດ ານສາກ ນ
ພາບປະກອບ

ສະ­ພາບ​ການ​ເຝົ້າ​ລະ­ວັງ​ພະ­ຍາດ COVID-19 ຢູ່​ລາວ​ເຮົາ ມາ​ຮອດ 17:00 ໂມງ​ວັນ​ທີ 17 ພຶດ­ສະ­ພາ 2020 ມີ​ຈຳ­ນວນ​ຜູ້​ເດີນ­ທາງ​ເຂົ້າ​ມາ​ມີ​ທັງ​ໝົດ 1.489 ຄົນ ຈຸດ​ຜ່ານ​ດ່ານ​ລາວ-ໄທ ທັງ​ໝົດ 757 ຄົນ ໃນ​ນັ້ນ​ມີ­ແຮງ​ງານ​ລາວ​ກັບ​ມາ​ຈາກ​ປະ­ເທດ​ໄທ 4 ຄົນ ເຊິ່ງ​ຜ່ານ​ດ່ານ​ວັງ​ເຕົ່າ-ຊ່ອງ​ເມັກ ແຂວງ​ຈຳ­ປາ​ສັກ ເຫຼືອ​ນັ້ນ​ແມ່ນ​ຜູ້​ຂັບ​ລົດ​ຂົນ­ສົ່ງ​ສິນ­ຄ້າ​ຈຸດ​ຜ່ານ​ດ່ານ​ລາວ-ຈີນ ທັງ​ໝົດ 5 ຄົນ ໃນ​ນີ້​ແຮງ​ງານ​ລາວ​ກັບ​ມາ​ແຕ່​ຈີນ 2 ຄົນ ເຂົ້າ​ມາ​ຜ່ານ​ດ່ານ​ບໍ່​ເຕ່ນ ແລະ ຄົນ​ຈີນ 3 ຄົນ​ແມ່ນ​ຜູ້​ຂັບ​ລົດ​ຂົນ­ສົ່ງ​ສິນ­ຄ້າ ຈຸດ​ຜ່ານ​ດ່ານ​ລາວ-ຫວຽດ­ນາມ ທັງ​ໝົດ 727 ຄົນ ໃນ​ນັ້ນ​ຄົນ​ລາວ 1 ຄົນ​ແມ່ນ​ນັກ​ສຶກ​ສາ​ກັບ​ຈາກ​ຫວຽດ­ນາມ ເຂົ້າ​ມາ​ຜ່ານ​ດ່ານ​ລະ​ໄລ ແຂວງ​ສາ­ລະ​ວັນ ເຫຼືອ​ນັ້ນ​ແມ່ນ​ຄົນ​ຂັບ​ລົດ​ສົ່ງ​ສິນ­ຄ້າ ແລະ ຈຳ­ນວນ​ຜູ້​ເດີນ­ທາງ​ຜ່ານ​ສະ­ໜາມ​ບິນ​ສາ­ກົນ​ວັດ​ໄຕ​ບໍ່​ມີ ໃນ​ທຸກ​ດ່ານ​ແມ່ນ​ໄດ້​ກວດ​ວັດ​ອຸນ­ຫະ­ພູມ​ຮ່າງ­ກາຍ ແລະ ບໍ່​ມີ​ຄົນ​ເປັນ­ໄຂ້.

ສຳ­ລັບ​ແຮງ​ງານ​ລາວ 4 ຄົນ ທີ່​ຜ່ານ​ດ່ານ​ວັງ​ເຕົ່າ-ຊ່ອງ​ເມັກ​ແຂວງ​ຈຳ­ປາ​ສັກ ທັງ​ໝົດ​ມີ​ຖິ່ນ​ຖານ​ມາ​ຈາກ​ແຂວງ​ຈຳ­ປາ​ສັກ ເຊິ່ງ​ແຮງ​ງານ​ທັງ​ໝົດ​ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ ແລະ ນຳ​ສົ່ງ​ໄປ​ຈຳ­ກັດ​ບໍ­ລິ­ເວນ​ຢູ່​ສູນ​ຂອງ​ແຂວງ ຈົນ​ກວ່າ​ຈະ​ຄົບ​ກຳ­ນົດ 14 ວັນ. ການ​ເຝົ້າ​ລະ­ວັງ ແລະ ວິ­ເຄາະ​ວັນ​ທີ 17 ພຶດ­ສະ­ພາ 2020 ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ​ທັງ​ໝົດ 114 ຄົນ ໃນ​ນັ້ນ​ມີ​ກໍ­ລະ­ນີ​ສົງ­ໄສ 14 ຄົນ ແຮງ​ງານ​ລາວ​ທີ່​ກັບ​ມາ​ແຕ່​ໄທ 22 ຄົນ ແຮງ​ງານ​ຈີນ​ທີ່​ເຂົ້າ​ມາ​ລາວ 78 ຄົນ ໃນ​ນີ້​ແມ່ນ​ໄດ້​ຈຳ­ກັດ​ບໍ­ລິ­ເວນ​ຢູ່​ໂຮງ­ແຮມ​ຊັງ​ຈິ​ກົວ​ຈີ (ຖະ­ໜົນ​ອາ​ຊຽນ ເມືອງ​ສີ​ໂຄດ​ຕະ­ບອງ) ແລະ ຜົນ​ກວດ​ທັງ​ໝົດ​ຂອງ​ວັນ​ທີ 17 ພຶດ­ສະ­ພາ​ນີ້​ບໍ່​ພົບ​ເຊື້ອ ໝາ­ຍວ່າ​ບໍ່​ມີ​ຜູ້​ຕິດ­ເຊື້ອ​ໃໝ່ ເຊິ່ງ​ສັງ​ລວມ​ການ​ກວດ​ວິ­ເຄາະ​ແຕ່​ເດືອນ​ມັງ­ກອນ​ຮອດ​ວັນ​ທີ 17 ພຶດ­ສະ­ພາ 2020 ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ​ທັງ​ໝົດ ມີ 4.565ຕົວ­ຢ່າງ​ກວດ​ພົບ​ເຊື້ອ​ສະ​ສົມ 19 ຄົນ (36 ວັນ​ແລ້ວ​ທີ່​ບໍ່​ພົບ​ຜູ້​ຕິດ­ເຊື້ອ​ໃໝ່).

​ໃນ​ຄະນະ​ທີ່ ອະນຸຍາດໃຫ້ຊາວຕ່າງ ປະເທດ ທີ່ໄດ້ມາເຮັດວຽກ ແລະ ສຶກສາ ຢູ່ ສປປ ລາວ ກັບຄືນປະເທດຂອງຕົນ ຕາມຈຸດປະສົງ, ສຳລັບນັກສຶກສາລາວ ແລະ ແຮງງານລາວ ທີ່ຕ້ອງການກັບຄືນໄປຮຽນ ຫລື ອອກແຮງງານ ຢູ່ຕ່າງ ປະເທດ ແມ່ນສາມາດເດີນທາງໄປໄດ້ ແຕ່ຕ້ອງໄດ້ປະຕິບັດ ຕາມລະບຽບການ ຂອງປະເທດທີ່ຈະເດີນທາງໄປນັ້ນ ຢ່າງ​ເຄັ່ງ​ຄັດ.

ພ້ອມ​ດຽກັນ​ນັ້ນ, ກໍ​ໃຫ້ສືບຕໍ່ໂຈະການອອກ ວີຊາທຸກປະເພດ ໃຫ້ບຸກຄົນທົ່ວໄປ ທີ່ເດີນທາງມາຈາກ ຫລື ຜ່ານປະເທດ ທີ່ຍັງມີການລະບາດ ຂອງພະຍາດ COVID-19, ຍົກເວັ້ນແຕ່ສໍາລັບ ນັກການທູດ, ຊ່ຽວຊານ, ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈຳເປັນ ແລະ ຮີບດ່ວນ ເຂົ້າມາປະຕິບັດວຽກງານ ຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆ ທີ່ມີຄວາມສຳຄັນ ແລະ ຈຳເປັນ, ແຕ່ຕ້ອງປະຕິບັດ ມາດຕະການຕ່າງໆ ຕາມຄຳແນະນຳ ຂອງຄະນະສະເພາະກິດ.

ຢ່າງ​ໃດ​ກໍ່ຕາມ ​ເຖິງ​ແມ່ນ​ວ່າການ​ແຜ່​ລະບາດ ​ຂອງ​ພະຍາດ​ນີ້, ຢູ່ ສປປ ລາວ ຈະ​ຜ່ອນ​ຄາຍ​ລົງ ກໍ່ຕາມ ຮຽກຮ້ອງ​ໃຫ້​ປະຊາຊົນ​ລາວ​ບັນດາ​ເຜົ່າ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ຢ່າປະໝາດຢ່າງເດັດຂາດ ເນື່ອງຈາກວ່າ ຍັງມີການລະບາດຢູ່ໃນໂລກ ແລະ ບາງປະເທດໃນອາຊຽນ. ທັງ​ນີ້, ​ແນ​ໃສ່​ສະກັນ​ກັ້ນ ການ​ແຜ່​ລະບາດ​ ຂອງ​ເຊື້ອ​ໄວຣັດ​ໂຄ​ວິດ-19 ​ຢູ່ ສປປ ລາວ ບໍ່​ໃຫ້​ກັບ​ຄືນ​ມາ​ແຜ່​ລະບາດ​ອີກ​ ເປັນ​ຄັ້ງ​ທີ 2.

ໄລ່ຮອດເວລາ 8 ໂມງເຊົ້າ ວັນທີ 18 ພຶດສະພາ (ຕາມເວລາຫວຽດນາມ), ທົ່ວໂລກຢັ້ງຢືນວ່າມີຈຳນວນຜູ້ຕິດເຊື້ອ Covid – 19 ທັງໝົດແມ່ນ 4.801.510 ຄົນ, ໃນນັ້ນມີ 316.658 ຄົນເສຍຊີວິດ. ປັດຈຸບັນ, ໂລກລະບາດ Covid – 19ພວມແຜ່ລະບາດອອກສູ່ 213 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 1.858.079 ຄົນ.

ເພ ອ ແນ ໃສ ສະກ ນ ກ ນການ ແຜ ລະບາດ ຂອງ ເຊ ອ ໄວຣ ດ ໂຄ ວ ດ 19 ລ ດຖະບານ ລາວ ສ ບຕ ປ ດດ ານປະເພນ ດ ານທ ອງຖ ນ ແລະ ດ ານສາກ ນ ລາວ ເລີ່ມປະຕິບັດຜ່ອນຜັນບາງມາດຕະການ ແລະ ໃຫ້ສືບຕໍ່ປະຕິບັດບາງມາດຕະການປ້ອງກັນການຕິດເຊື້ອໃນທົ່ວປະເທດ

ຍສໝ - ລັດຖະບານ ລາວ ໄດ້ຕົກລົງ ແລະ ຊີ້ນໍາ ກ່ຽວກັບການຜ່ອນຜັນມາດຕະການຈຳນວນໜຶ່ງ ແລະ ສືບຕໍ່ປະຕິບັດຢ່າງເຂັ້ມງວດບາງມາດຕະການປ້ອງກັນການຕິດເຊື້ອ.

ເພ ອ ແນ ໃສ ສະກ ນ ກ ນການ ແຜ ລະບາດ ຂອງ ເຊ ອ ໄວຣ ດ ໂຄ ວ ດ 19 ລ ດຖະບານ ລາວ ສ ບຕ ປ ດດ ານປະເພນ ດ ານທ ອງຖ ນ ແລະ ດ ານສາກ ນ ລາວ: ປັບປຸງ​ເງື່ອນໄຂ ແລະ ມາດ​ຕະການ​ສຳລັບ​ການເຄື່ອນໄຫວ​ຂອງ​ພາກ​ທຸລະ​ກິດ ໃນ​ໄລຍະ​ທີ່​ມີ​ການ​ລະບາດ​ຂອງ​ພະຍາດ ໂຄ​ວິດ-19

ຍສໝ - ເພື່ອ​ເປັນ​ການ​ຫຼຸດຜ່ອນ​ຜົນ​ກະທົບ​ຕໍ່​ເສດຖະກິດ​ຂອງ​ລາວ ຈາກ​ການ​ສືບຕໍ່​ປະຕິບັດ​ມາດ​ຕະການ ໃນ​ການ​ປ້ອງກັນ, ຄວບ​ຄຸມ, ສະກັດ​ກັ້ນ ແລະ ແກ້​ໄຂ​ການ​ແຜ່​ລະບາດ ຂອງ COVID-19 ໃນ​ໄລຍະ​ແຕ່​ວັນ​ທີ 4-17 ພຶດ ສະພາ 2020 ຕາມ​ການ​ແຈ້ງ​ການ​ຂອງ​ຫ້ອງ​ການ​ສໍາ​ນັກ​ງານ​ນາຍົກລັດຖະມົນຕີ ສະບັບ​ເລກ​ທີ 524/ຫສນຍ, ລົງ​ວັນ​ທີ 1 ພຶດສະພາ 2020. ຄະນະ​ສະເພາະ​ກິດ ເພື່ອ​ປ້ອງ​ກັນ, ຄວບ​ຄຸມ ...

ເພ ອ ແນ ໃສ ສະກ ນ ກ ນການ ແຜ ລະບາດ ຂອງ ເຊ ອ ໄວຣ ດ ໂຄ ວ ດ 19 ລ ດຖະບານ ລາວ ສ ບຕ ປ ດດ ານປະເພນ ດ ານທ ອງຖ ນ ແລະ ດ ານສາກ ນ ກວ໋າງຈິ ​ເປີດ​ປະຕູ​ດ່າ​ນຊາຍ​ແດນ​ສໍາຮອງ 4 ​ແຫ່ງ ​ແນ​ໃສ່​ຈໍລະ​ຈອນ​​ສິນຄ້າ​ກັບ ລາວ

ຍສໝ - ບັນດາປະຕູດ່ານຊາຍແດນສໍາຮອງທີ່ໄດ້ຮັບການອະນາຍາດໃຫ້ເປີດປະຕູຄືນໃໝ່ເຫຼົ່ານັ້ນ ລວມມີ ຕ່າຣຸ່ງ, ແຈງ, ແທັງ ຂຶ້ນກັບເມືອງ ເຮື໊ອງຮວ໊າ ແລະ ດ່ານຊາຍແດນ ກອກ ຂຶ້ນກັບເມືອງ ດັກຣົງ ຕິດກັບຊາຍແດນຂອງສອງແຂວງ ສະຫວັນນະເຂດ ແລະ ສາລະວັນຂອງລາວ.

ໄຊພອນ

ເຫດການ
302 Found

Found

The document has moved here.