ອາ​ຊຽນ​ແບ່ງ​ປັນ​ມາດຕະການ​ແກ້​ໄຂ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຫຼັງ​ໂຄ​ວິດ-19

13:33 | 31/03/2022

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 30 ມີນາ​, ກອງ​ປະຊຸມ​ສະພາ​ປະຊາ​ຄົມ​ວັດທະນະທຳ-ສັງຄົມ​ອາ​ຊຽນ ຄັ້ງ​ທີ 27 (ASCC) ​ໄດ້​ຈັດ​ຕັ້ງ​ໂດຍ​ກົງ ຢູ່​ປະ​ເທດ​ປະທານ​ອາ​ຊຽນ 2022, ກຳປູ​ເຈຍ ​ແລະ ແບບ​ທາງໄກ​ຢູ່​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ.

IPU-144: ຫວຽດນາມ ຮຽກຮ້ອງ​ໃຫ້​ມີ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນຕິ​ວິທີ IPU-144: ຫວຽດນາມ ຮຽກຮ້ອງ​ໃຫ້​ມີ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນຕິ​ວິທີ
ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ວົ​ງ​ແຄບ ຄັ້ງ​ທີ 28 ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ວົ​ງ​ແຄບ ຄັ້ງ​ທີ 28
ອາ​ຊຽນ​ແບ່ງ​ປັນ​ມາດຕະການ​ແກ້​ໄຂ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຫຼັງ​ໂຄ​ວິດ-19

ກອງ​ປະຊຸມ​ສະພາ​ປະຊາ​ຄົມ​ວັດທະນະທຳ-ສັງຄົມ​ອາ​ຊຽນ ຄັ້ງ​ທີ 27 (ASCC) (ພາບ: ຢາຍ​ໂຕ໊ງ)

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສະພາ​ປະຊາ​ຄົມ​ວັດທະນະທຳ-ສັງຄົມ​ອາ​ຊຽນ ຄັ້ງ​ທີ 27 (ASCC), ທ່ານ​ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ດາວງອກ​ຢຸງ​ ໃຫ້​ຮູ້​ວ່າ: ປະຊາ​ຄົມ​ວັດທະນະທຳ - ສັງຄົມ ອາ​ຊຽນ ນັບ​ມື້​ນັບ​ຢັ້ງຢືນໄດ້​ບົດບາດ​ຂອງ​ຕົນ​ໃນ​ການ​ເຊື່ອມ​ຕໍ່​ປະ​ຊາຊົນ, ຖື​ປະຊາຊົນ​ເປັນ​ໃຈກາງ​ຂອງ​ການ​ພັດທະນາ​ແບບ​ຍືນ​ຍົງ ແລະ ບໍ່​ປະ​ໃຫ້​ຜູ້​ໃດ​ຖືກ​ປະ​ໄວ້​ຢູ່​ທາງຫຼັງ.

ຕອນ​ເຊົ້າ​ວັນ​ທີ 30 ມີນາ​, ກອງ​ປະຊຸມ​ສະພາ​ປະຊາ​ຄົມ​ວັດທະນະທຳ-ສັງຄົມ​ອາ​ຊຽນ ຄັ້ງ​ທີ 27 (ASCC) ​ໄດ້​ຈັດ​ຕັ້ງ​ໂດຍ​ກົງ ຢູ່​ປະ​ເທດ​ປະທານ​ອາ​ຊຽນ 2022, ກຳປູ​ເຈຍ ​ແລະ ແບບ​ທາງໄກ​ຢູ່​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ.

ນີ້​ແມ່ນ​ເຫດການ​ສຳຄັນ ​ແລະ ແມ່ນກອງ​ປະຊຸມ​ຄັ້ງ​ທຳ​ອິດ​ໃນ​ປີ​ຂອງປະຊາ​ຄົມ​ວັດທະນະທຳ-ສັງຄົມ ອາ​ຊຽນ. ບັນດາ​ລັດຖະມົນຕີ, ສະມາຊິກ​ສະພາ​ປະຊາ​ຄົມ​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ບຸລິມະສິດ, ​ ເອກະສານ​ທີ່​ໄດ້​ຮັບ​ການ​ສະ​ເໜີ​ສ້າງ​​ເພື່ອ​ຍື່ນ​ສະ​ເໜີ​ໃຫ້​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 40 ​ແລະ 41 ​ເພື່ອ​ຮັບຮອງ​ເອົາ; ​ແບ່ງປັນ​ທັດສະນະ​ກ່ຽວ​ກັບ​ບັນດາ​ບັນຫາທີ່ຄວນ​ໄດ້​ຮັບ​ຄວາມ​ສົນ​ໃຈ ​ແລະ ການ​ກຳ​ນົດທິດ​ພັດທະນາ​ຂອງ ອາ​ຊຽນ ​ໃນ​ໄລຍະ​ຈະ​ມາ​ເຖິງ ​ເພື່ອປະ​ຕິ​ບັດ​ການ​ຫັນ​ວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນ 2025 ໃຫ້ປະ​ກົດ​ຜົນ​ເປັນ​ຈິງ.

ຕາມ​ທ່ານ​ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ດາວງອກ​ຢຸງ ​ແລ້ວ, ພະຍາດ​ໂຄ​ວິດ-19 ​ໄດ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພັດທະນາ​ເສດຖະກິດ ​ແລະ ສັງຄົມ​ຂອງ​ບັນດາ​ປະ​ເທດ, ​ໃນ​ນັ້ນ​ມີ​ພາກ​ພື້ນ ອາ​ຊຽນ ກໍ່​ຄື​ທົ່ວ​ໂລກ. ບັນດາ​ສິ່ງ​ທ້າ​ທາຍ​ດັ່ງກ່າວ​ຮຽກຮ້ອງ​ໃຫ້​ລັດຖະບານ​ຂອງ​ບັນດາ​ປະ​ເທດ ​ແລະ ພາກ​ພື້ນ​ສົມທົບ​ກັນຮັບ​ມື​ດ້ວຍ​ບັນດາ​ມາດ​ຕະການ​ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ການ​ໃໝ່ ເພື່ອ​ແນ​ໃສ່​ຮັກ​ສາ​ພື້ນ​ຖານ​ເສດ​ຖະ​ກິດ​ເປັນ​ປົກ​ກະ​ຕິ, ສັງ​ຄົມ​ມີ​ສະ​ຖຽນ​ລະ​ພາບ ແລະ ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ໃນ​ສະ​ພາບ​ປົກ​ກະ​ຕິ​ໃໝ່​.

ທ່ານ​ລັດຖະມົນຕີ ດາວງອກ​ຢຸງ​ ​ກໍ່​ສະໜັບສະໜູນ​ຫົວ​ຂໍ້ ກຳປູ​ເຈຍ ​ເລືອກ​ເຟັ້ນ “ການ​ກະທຳ​ອາ​ຊຽນ: ພ້ອມ​ກັນ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ” ພ້ອມ​ກັບ​ບັນດາ​ຂໍ້​ລິ​ເລີ່ມ​ທີ່​ກຳປູ​ເຈຍ​ໄດ້​ວາງ​ອອກ​ໃນ​ປີ​ນີ້, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ຊາວ​ໜຸ່ມ, ກິລາ, ແຮງ​ງານ ​ແລະ ​ເພີ່ມ​ທະວີ​ການ​​ຄວາມສາມາດໃນການດຳ​ເນີນ​ທຸ​ລ​ະ​ກິດ​ຂອງ​ແມ່ຍິງ.

“ຫົວ​ຂໍ້​ນີ້​ແມ່ນ​ການ​ສືບ​ທອດ​ບັນດາການ​ກະ​ທຳ ​ແລະ ຄຳ​ໝັ້ນ​ສັນຍາ​ຂອງ ອາ​ຊຽນ ​ໃນ​ຫຼາຍ​ປີ​ມາ​ນີ້ ​ເພື່ອ​ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ທີ່​ພົ້ນ​ເດັ່ນ​ຂຶ້ນໃໝ່ຂອງ​ໂລກ​ລະບາດ, ສັງຄົມມີຜູ້​ສູງ​ອາຍຸເປັນ​ຈຳ​ນວນຫຼາຍ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ຍຸກ​ດິຈິ​ຕອນ, ການປະຕິ​ວັດ​ອຸດສາຫະກຳ 4.0, ເຊິ່ງສະ​ແດງ​ໃຫ້​ເຫັນ​ຄວາມ​ສາມັກຄີ​ຂອງ​ອາ​ຊຽນ ​ໃນ​ສະພາບ​​ພູມ​ສາດການ​ເມືອງ​ທີ່​ມີ​ການ​ຜັນ​ແປ​ຢ່າງ​ສັບສົນ”. ​ ທ່ານ​ລັດຖະມົນຕີ ດາວງອກ​ຢຸງ ເນັ້ນ​ໜັກ​.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.