ກະຊວງສາທາລະນະສຸກມີມາດຖານຫລ້າສຸດໃນການກໍານົດ F0, F1

16:30 | 03/01/2022

ຍສໝ - ກະຊວງ​ສາທາລະນະ​ສຸກ​ໄດ້​ອອກ​ໜັງສືທາງການ​ເລກທີ 11042/BYT-DP (​ໜັງສືທາງການ​ 11042) ລົງ​ວັນ​ທີ 29 ທັນວາ ວ່າດ້ວຍ​ການ​ປັບດັບຄຳ​ນິຍາມ​ກໍລະນີ​ຕິດພະຍາດໂຄ​ວິດ-19.

ນະຄອນໂຮ່ຈິມິນ: ນຳໃຊ້ເຕັກໂນໂລຊີ ໃນການຄຸ້ມຄອງ ແລະ ດູແລ F0 ຢູ່ເຮືອນ ນະຄອນໂຮ່ຈິມິນ: ນຳໃຊ້ເຕັກໂນໂລຊີ ໃນການຄຸ້ມຄອງ ແລະ ດູແລ F0 ຢູ່ເຮືອນ
VKBIA ສືບ​ຕໍ່​ໜູນ​ຊ່ວຍ​ຢາ 5000 ຖົງ​ໃຫ້​ແກ່ຜູ້ຕິດ​ເຊື້ອ (F0) ຢູ່​ນະ​ຄອນ​ໂຮ່​ຈີ​ມິນ VKBIA ສືບ​ຕໍ່​ໜູນ​ຊ່ວຍ​ຢາ 5000 ຖົງ​ໃຫ້​ແກ່ຜູ້ຕິດ​ເຊື້ອ (F0) ຢູ່​ນະ​ຄອນ​ໂຮ່​ຈີ​ມິນ

ຕາມ​ນັ້ນແລ້ວ, ກະຊວງ​ສາທາລະນະ​ສຸກ ​ຮຽກຮ້ອງ​ໃຫ້​ຫົວໜ້າ​ພະ​ແນ​ກສາທາ​ລະນະ​ສຸກ​ແຂວງ, ນະຄອນຂຶ້ນກັບ​ສູນ​ກາງ, ຫົວໜ້າ​ບັນດາ​ຫົວໜ່ວຍສັງກັດ​ກະຊວງ​ສາທາລະນະ​ສຸກ ​ຈັດ​ຕັ້ງ​ປະຕິບັດ​ການຕິດຕາມພະຍາດ​ໂຄ​ວິດ-19 ຕໍ່​ກຸ່ມ​ເປົ້າ​ໝາຍ​ດັ່ງ​ນີ້: ກໍລະນີສົງໄສຕິດເຊື້ອໂຄວິດ-19, ກໍລະນີຕິດເຊື້ອໂຄວິດ-19 (F0) ແລະ ຜູ້ສໍາຜັດໃກ້ຊິດ (F1).

undefined
ພາບປະກອບ: TTXVN

ຕາມກະຊວງສາທາລະນະສຸກ ແລ້ວ, ກໍລະນີຕິດຕາມ (ກໍລະນີສົງໃສ) ແມ່ນໜຶ່ງໃນກໍລະນີດັ່ງນີ້:

ຜູ້ສໍາຜັດໃກ້ຊິດ (F1) ແລະ ມີອາການຢ່າງຫນ້ອຍ 2 ອາການ ຄື: ໄຂ້; ໄອ; ເຈັບ​ຄໍ; ນ້ຳມູກໄຫຼ; ປວດຕາມຮ່າງກາຍ, ເມື່ອຍລ້າ, ໜາວສັ່ນ; ປາກບໍ່ຮູ້ລົດຊາດ ຫຼື ລົດຊາດຫຼຸດລົງ; ຄວາມຮູ້ສຶກຂອງການໄດ້ກິ່ນຫຼຸດລົງ ຫຼື ສູນເສຍ; ເຈັບຫົວ; ຖອກທ້ອງ; ຫາຍໃຈຍາກ; ອັກເສບທາງເດີນຫາຍໃຈ.

ຄົນທີ່ມີປັດໄຈຕິດເຊື້ອ (ບໍ່ລວມ F1) ແລະ ມີອາການຢ່າງຫນ້ອຍ 2 ການຄືຂ້າງເທິງ.

ເປັນຄົນທີ່ມີຜົນວິເຄາະຫາເຊື້ອໄວຣັດ SARS-CoV-2 ແບບໄວ ເປັນຜົນບວກ (ຍົກເວັ້ນກໍລະນີທີ່ໄດ້ກ່າວໄວ້ໃນຂໍ້ 2, ຈຸດ b, c ແລະ d).

ຄົນທີ່ມີປັດໄຈຕິດເຊື້ອ (ບໍ່ລວມ F1):

ຄົນທີ່ຢູ່ໃນພາຫະນະຄົມມະນາຄົມຄັນດຽວກັນ ຫຼື ຢູ່ໃນສະຖານທີ່ດຽວກັນ, ເຫດການ, ສະຖານທີ່ເຮັດວຽກ, ຫ້ອງຮຽນ... ກັບກໍລະນີ F0 ໃນໄລຍະທີ່ F0 ກຳລັງຕິດເຊື້ອ.

ຜູ້ຢູ່ອາໄສ, ມາຈາກເຂດທີ່ມີພະຍາດພວມແຜ່ລະບາດ.

ກໍລະນີ F0 ແມ່ນໜຶ່ງໃນກໍລະນີຕໍ່ໄປນີ້:

ຜູ້ທີ່ໄດ້ກວດວິເຄາະຫາເຊື້ອໄວຣັດ SARS-CoV-2 ໂດຍວິທີ PCR ອອກຜົນບວກ.

ຜູ້ສໍາຜັດໃກ້ຊິດ (F1) ແລະ ຜົນວິເຄາະຫາເຊື້ອໄວຣັດ SARS-CoV-2 ແບບໄວ ອອກ ຜົນບວກ.

ຜູ້ມີອາການທີ່ສົງໃສວ່າແມ່ນຕິດພະຍາດໂຄວິດ-19 (ກໍລະນີສົງໃສມີອາການ) ແລະ ຜົນວິເຄາະຫາເຊື້ອໄວຣັດ SARS-CoV-2 ແບບໄວ ອອກຜົນບວກ ແລະ ມີປັດໄຈຕິດເຊື້ອ (ບໍ່ລວມ F1 ).

ຜູ້ທີ່ມີຜົນວິເຄາະຫາເຊື້ອໄວຣັດ SARS-CoV-2 ແບບໄວ ອອກຜົນບວກ 2 ຄັ້ງຢ່າງລຽນຕິດ (ວິເຄາະຄັ້ງທີ 2 ພາຍໃນ 8 ຊົ່ວໂມງຈາກຜົນການ ວິເຄາະຄັ້ງທີ 1) ແລະ ມີປັດໄຈຕິດເຊື້ອ (ບໍ່ລວມ F1).

ຊຸດວິເຄາະຫາເຊື້ອໄວຣັດ SARS-CoV-2 ຈະຕ້ອງຢູ່ໃນບັນຊີລາຍຊື່ທີ່ໄດ້ຮັບ ອະນຸຍາດຈາກກະຊວງສາທາລະນະສຸກ. ການວິເຄາະຫາເຊື້ອແບບໄວໂດຍພະນັກງານແພດເປັນຜູ້ກວດ ຫຼື ຜູ້ທີ່ສົງໃສວ່າຕິດເຊື້ອປະຕິບັດພາຍໃຕ້ການຕິດຕາມຂອງພະນັກງານ ແພດດ້ວຍວິທີການໂດຍກົງ ຫຼືທາງໄກ.

ຜູ້ສໍາຜັດໃກ້ຊິດ (F1) ແມ່ນໜຶ່ງໃນກໍລະນີຕໍ່ໄປນີ້:

ຜູ້ທີ່ມີການສໍາຜັດທາງຮ່າງກາຍໂດຍກົງ (ຈັບມື, ກອດ, ຈູບ, ການສໍາຜັດກັບ ຜິວຫນັງ, ຮ່າງກາຍ ໂດຍກົງ...) ກັບ F0 ໃນໄລຍະທີ່ F0 ກຳລັງຕິດເຊື້ອ.

ຜູ້ໃສ່ຜ້າອັດປາກອັດດັງມີການສໍາຜັດໃກ້ຊິດ, ຕິດຕໍ່ສື່ສານໃນໄລຍະຫ່າງ 2 ແມັດ ຫຼື ຢູ່ໃນບ່ອນແຄບດຽວກັນ ແລະ ຢ່າງຫນ້ອຍສຸດ 15 ນາທີກັບ F0 ໃນໄລຍະທີ່ F0 ກຳລັງຕິດເຊື້ອ.

ຜູ້ບໍ່ໃສ່ຜ້າອັດປາກອັດດັງມີການສໍາຜັດໃກ້ຊິດ, ຕິດຕໍ່ສື່ສານໃນໄລຍະຫ່າງ 2 ແມັດ ຫຼື ຢູ່ໃນບ່ອນແຄບດຽວກັນ ແລະຢ່ າງຫນ້ອຍສຸດ 15 ນາທີກັບ F0 ໃນໄລຍະທີ່ F0 ກຳລັງຕິດເຊື້ອ.

ຜູ້ດູແລ, ກວດ ແລະ ປິ່ນປົວໃຫ້ F0 ໃນໄລຍະທີ່ F0 ກຳລັງຕິດເຊື້ອ ໂດຍບໍ່ມີການນໍາໃຊ້ອຸປະກອນປ້ອງກັນສ່ວນບຸກຄົນ (PPE).

ໄລຍະທີ່ F0 ຕິດເຊື້ອ ແມ່ນຄິດໄລ່ຈາກ 2 ມື້ກ່ອນການເລີ່ມຕົ້ນອາການ (ສໍາລັບກໍລະນີທີ່ບໍ່ມີອາການ, ໄລຍະເວລາຕິດເຊື້ອແມ່ນຄິດໄລ່ຈາກ 2 ມື້ກ່ອນວັນທີ່ເກັບຕົວຢ່າງກວດວິເຄາະຫາເຊື້ອອອກຜົນບວກ) ຈົນຮອດເມື່ອມີຜົນ ການວິເຄາະເປັນລົບ ຫຼື ຄ່າ CT ແຕ່ 30 ຂຶ້ນໄປ.

ກະຊວງ​ສາທາລະນະ​ສຸກ (​ກົມ​ການ​ແພດສໍາຮອງ) ສືບ​ຕໍ່ຄົ້ນຄວ້າ, ປັບປຸງ, ​ເພີ່ມ​ເຕີມ ​ແລະ ດັດປັບ​ຂໍ້​ກຳນົດວ່າດ້ວຍ​ການ​ຕິດຕາມ ​ແລະ ປ້ອງກັນ, ຕ້ານ​ພະຍາດ​ໂຄ​ວິດ-19.

ບູນມີ

ເຫດການ
302 Found

Found

The document has moved here.