ນະຄອນ​ໂຮ່ຈິ​ມິນ ​ລະນຶກ​ເຖິງ​ພີ່ນ້ອງ​ຮ່ວມ​ຊາດ​ທີ່​ເສຍ​ຊີວິດ​ຍ້ອນ​ພະຍາດ​ໂຄ​ວິດ-19

09:11 | 24/08/2022

ຍ​ສ​ໝ - ​ເນື່ອງ​ໃນ​ໂອກາດ​ນີ້, ສະ​ມາ​ຄົມພຸດ​ທະສາສະໜາ​ຫວຽດນາມ ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ມອບ​ຂອງຂວັນ​ໃຫ້ 1.000 ຄອບຄົວ​ພີ່​ນ້ອງ​ຂອງ​ຜູ້​ເສຍ​ຊີວິດ​ຍ້ອນ​ພະຍາດ​ໂຄ​ວິດ-19 ທີ່​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ລວມຍອດ​ມູນ​ຄ່າ 1,2 ຕື້​ດົ່ງ ​ແລະ ມອບ 1 ຕື້​ດົ່ງ​ໃຫ້​ກອງ​ທຶນ​ເພື່ອ​​ຄົນ​ທຸກ​ຍາກ ຂອງ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ນະຄອນ​ໂຮ່ຈິ​ມິນ.

ເຫດການ​ສາກົນ​ກ່ຽວ​ກັບການນໍາໃຊ້ກົນຈັກມຸ່ງ​ໄປ​ເຖິງ​ກະສິກຳ​ແບບ​ຍືນ​ຍົງ ຈະ​ດຳ​ເນີນ​ຢູ່​ນະຄອນ ​ເກີນ​ເທີ ເຫດການ​ສາກົນ​ກ່ຽວ​ກັບການນໍາໃຊ້ກົນຈັກມຸ່ງ​ໄປ​ເຖິງ​ກະສິກຳ​ແບບ​ຍືນ​ຍົງ ຈະ​ດຳ​ເນີນ​ຢູ່​ນະຄອນ ​ເກີນ​ເທີ
ນະ​ຄອນ​ໂຮ່​ຈີ​ມິນ: ສະ​ເຫຼີມ​ສະຫຼອງ 57 ປີ​ແຫ່ງວັນ​ຊາດ ສິງ​ກະ​ໂປ ນະ​ຄອນ​ໂຮ່​ຈີ​ມິນ: ສະ​ເຫຼີມ​ສະຫຼອງ 57 ປີ​ແຫ່ງວັນ​ຊາດ ສິງ​ກະ​ໂປ
ນະຄອນ​ໂຮ່ຈິ​ມິນ ​ລະນຶກ​ເຖິງ​ພີ່ນ້ອງ​ຮ່ວມ​ຊາດ​ທີ່​ເສຍ​ຊີວິດ​ຍ້ອນ​ພະຍາດ​ໂຄ​ວິດ-19
ພາບ​ປະ​ກອບ: VNExpress

ຫວ່າງແລ້ວນີ້, ​ວັດ​ກວັກ​ຕຶ ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ສະ​ມາ​ຄົມ​​ພຸດ​ທະ​ສາ​ສະ​ໜາ​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ຈັດ​ຕັ້ງ​ພິ​ທີ​ລະ​ນຶກ​ເຖິງ​, ສວດ​ມົນ​ພາ​ວະ​ນາ​ໃຫ້ພີ່​ນ້ອງ​ຮ່ວມ​ຊາດ ແລະ ພະ​ນັກ​ງານ, ນັກ​ຮົບທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ໃນ​ໄລຍະເກີດໂລກພະ​ຍາດ​ໂຄວິດ - 19. ພິ​ທີ​ໃຫຍ່​ໄດ້​ຈັດ​ຕັ້ງ​ໃນ​ໂອ​ກາດ​ຄອບ​ຮອບ 1 ປີ​ນັບ​ແຕ່​ເວ​ລາ​ເກີດ​ພະ​ຍາດໂຄວິດ - 19 ຮອບ​ທີ 4 ເຊິ່ງ​ເຮັດ​ໃຫ້​ປະ​ຊາ​ຊົນ​ນັບ​ໝຶ່ນ​ຄົນ​ເສຍ​ຊີ​ວິດ, ເຊິ່ງ​ນະ​ຄອນ​ໂຮ່​ຈີ​ມິນ​ແມ່ນ​ສະ​ຖານ​ທີ່​ຖືກ​​ຜົນ​ສະ​ທ້ອນ ແລະ ສູນເສຍຫຼາຍ​ທີ່​ສຸດ.

​ເນື່ອງ​ໃນ​ໂອກາດ​ນີ້, ສະ​ມາ​ຄົມພຸດ​ທະສາສະໜາ​ຫວຽດນາມ ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ມອບ​ຂອງຂວັນ​ໃຫ້ 1.000 ຄອບຄົວ​ພີ່​ນ້ອງ​ຂອງ​ຜູ້​ເສຍ​ຊີວິດ​ຍ້ອນ​ພະຍາດ​ໂຄ​ວິດ-19 ທີ່​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ລວມຍອດ​ມູນ​ຄ່າ 1,2 ຕື້​ດົ່ງ ​ແລະ ມອບ 1 ຕື້​ດົ່ງ​ໃຫ້​ກອງ​ທຶນ​ເພື່ອ​​ຄົນ​ທຸກ​ຍາກ ຂອງ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ນະຄອນ​ໂຮ່ຈິ​ມິນ.

ພາຍຫຼັງ​ພິ​ທີ, ນະ​ຄອນ​ໄດ້​ສ້າງສີ​ລາ​ຈາ​ລຶກ ບັນ​ດາ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໂຄວິດ - 19 ເຊິ່ງໄດ້​ຕັ້ງ​ຢູ່ ວັດ​ກວັກ​ຕຶ​ ເພື່ອ​ໃຫ້​ປະ​ຊາ​ຊົນ​ອາ​ໄລ​ຫາ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.