ນັກ​ຊ່ຽວຊານ​ກຳປູ​ເຈຍ ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຂອງ ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ

08:41 | 28/12/2021

ຍສໝ - ທ່ານ Uch Leang, ຮັກສາການຫົວໜ້າກົມຄົ້ນຄວ້າອາຊີ - ອາຟະຣິກາ ແລະ ຕາເວັນອອກກາງ ສັງກັດສະຖາບັນພົວພັນສາກົນ (ສະພາມະຫາບັນດິດລາຊະ ອານາຈັກກໍາປູເຈຍ), ຖືວ່າ: ການຢ້ຽມຢາມກຳປູເຈຍ ຢ່າງເປັນທາງການແຕ່ວັນທີ 21 – 22 ທັນວາ ຂອງທ່ານປະທານປະເທດ ຫງວຽນຊວນຟຸກ ສະແດງໃຫ້ເຫັນ ການ​ພົວ​ພັນອັນດີງາມ, ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ກຳ​ປູ​ເຈຍ ແລະ ຫວຽດ​ນາມ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດນາມ ເວືອງ​ດິ່ງ​ເຫ້ວ ເປັນ​ປະ​ທານ​ກອງ​ປະ​ຊຸມ​ ຫົວເລື່ອງກ່ຽວກັບການປ່ຽນແປງໃໝ່, ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດນາມ ເວືອງ​ດິ່ງ​ເຫ້ວ ເປັນ​ປະ​ທານ​ກອງ​ປະ​ຊຸມ​ ຫົວເລື່ອງກ່ຽວກັບການປ່ຽນແປງໃໝ່, ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ
ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ

ທ່ານ Uch Leang ຖືວ່າ, ສອງປະເທດໄດ້ຫັນບັນດາຄຳໝັ້ນສັນຍາເປັນລະອຽດ ແລະຢືນຢັນຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃນການຢ້ຽມຢາມຂອງ ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ເມື່ອໄດ້ສົມທົບກັນລົງນາມ ໃນເອກະສານຮ່ວມມື 7 ສະບັບ ເພື່ອຊຸກຍູ້ ແລະ ເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ.

ນັກ​ຊ່ຽວຊານ​ກຳປູ​ເຈຍ ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຂອງ ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ
ທ່ານປະທານປະເທດ ຫງວຽນຊວນຟຸກ. ພາບ: TTXVN

ເມື່ອສອງປະ​ເທດ​ໃຫ້​ບຸລິມະສິດ​ຟື້ນຟູ​ເສດຖະກິດ​ພາຍຫຼັງ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ເປັນໄລຍະ​ຍາວ, ນັກ​ຊ່ຽວຊານທ່ານ​ນີ້​ໄດ້ຊີ້​ອອກ​ບັນດາ​ຂົງ​ເຂດ ​ແລະທິດ​ທາງທີ່ມີລັກສະນະ​​ຍືນ​ຍົງ, ສ້າງ​ກຳລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ໃນ​ “ສະພາບປົກກະຕິໃໝ່”.

ທ່ານ Uch Leang ​ໄດ້​ຕີ​ລາຄາ​ສູງ​ແຜນການໜັງສືຜ່ານ​ແດນ​ສຸຂະພາບ​ເອ​ເລັກ​ໂຕນິກ (​ຫຼື​ເອີ້ນ​ວ່າ​ໜັງສືຜ່ານ​ແດນ​ວັກຊິນ) ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ເດີນທາງ​ຂອງ​ປະຊາຊົນ​ສອງ​ປະ​ເທດ, ການເຊື່ອມຕໍ່ສາຍ​ການ​ບິນ​ໂດຍ​ກົງ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ປອດ​ໄພ ​ແລະທັນ​ການ​ຈະ​ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ-ສັງຄົມ​ແບບ​ຍືນ​ຍົງ​ຂອງ​ແຕ່ລະ​ປະ​ເທດ​ໃນ​ສະພາບ ປົກກະຕິ​ໃໝ່ ​ພາຍຫຼັງ​ໂລກ​ລະບາດ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.