ລາວ: ປັບປຸງ​ເງື່ອນໄຂ ແລະ ມາດ​ຕະການ​ສຳລັບ​ການເຄື່ອນໄຫວ​ຂອງ​ພາກ​ທຸລະ​ກິດ ໃນ​ໄລຍະ​ທີ່​ມີ​ການ​ລະບາດ​ຂອງ​ພະຍາດ ໂຄ​ວິດ-19

11:40 | 14/05/2020

ຍສໝ - ເພື່ອ​ເປັນ​ການ​ຫຼຸດຜ່ອນ​ຜົນ​ກະທົບ​ຕໍ່​ເສດຖະກິດ​ຂອງ​ລາວ ຈາກ​ການ​ສືບຕໍ່​ປະຕິບັດ​ມາດ​ຕະການ ໃນ​ການ​ປ້ອງກັນ, ຄວບ​ຄຸມ, ສະກັດ​ກັ້ນ ແລະ ແກ້​ໄຂ​ການ​ແຜ່​ລະບາດ ຂອງ COVID-19 ໃນ​ໄລຍະ​ແຕ່​ວັນ​ທີ 4-17 ພຶດ ສະພາ 2020 ຕາມ​ການ​ແຈ້ງ​ການ​ຂອງ​ຫ້ອງ​ການ​ສໍາ​ນັກ​ງານ​ນາຍົກລັດຖະມົນຕີ ສະບັບ​ເລກ​ທີ 524/ຫສນຍ, ລົງ​ວັນ​ທີ 1 ພຶດສະພາ 2020. ຄະນະ​ສະເພາະ​ກິດ ເພື່ອ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະບາດ​ຂອງ​ພະຍາດ COVID-19 ໄດ້​ກໍາ​ນົດ​ການ​ປັບປຸງເງື່ອນໄຂ ແລະ ມາດ​ຕະການ ສໍາ​ລັບ​ການ​ສືບຕໍ່​ເຄື່ອນ​ໄຫວ​ຂອງພາກ​ທຸລະ​ກິດໃນ​ໄລຍະ​ທີ່​ມີ​ການ​ລະບາດ​ຂອງ ພະຍາດ COVID-19 ຕາມ​ທີ່​ໄດ້​ກໍາ​ນົດ​ໃນ​ຄໍາ​ແນະ​ນໍາ 031/ສພກ, ລົງ​ວັນ​ທີ 21 ເມສາ 2020.

ລາວ ປ ບປ ງ ເງ ອນໄຂ ແລະ ມາດ ຕະການ ສຳລ ບ ການເຄ ອນໄຫວ ຂອງ ພາກ ທ ລະ ກ ດ ໃນ ໄລຍະ ທ ມ ການ ລະບາດ ຂອງ ພະຍາດ ໂຄ ວ ດ 19 29 ມື້ທີ່ ສປປ. ລາວ ບໍ່​ມີ​ຜູ້​ຕິດເຊື້ອໂຄ​ວິດ-19 ເພີ່ມ
ລາວ ປ ບປ ງ ເງ ອນໄຂ ແລະ ມາດ ຕະການ ສຳລ ບ ການເຄ ອນໄຫວ ຂອງ ພາກ ທ ລະ ກ ດ ໃນ ໄລຍະ ທ ມ ການ ລະບາດ ຂອງ ພະຍາດ ໂຄ ວ ດ 19 ກວ໋າງຈິ ​ເປີດ​ປະຕູ​ດ່າ​ນຊາຍ​ແດນ​ສໍາຮອງ 4 ​ແຫ່ງ ​ແນ​ໃສ່​ຈໍລະ​ຈອນ​​ສິນຄ້າ​ກັບ ລາວ
ລາວ ປ ບປ ງ ເງ ອນໄຂ ແລະ ມາດ ຕະການ ສຳລ ບ ການເຄ ອນໄຫວ ຂອງ ພາກ ທ ລະ ກ ດ ໃນ ໄລຍະ ທ ມ ການ ລະບາດ ຂອງ ພະຍາດ ໂຄ ວ ດ 19
ພາບປະກອບ

ຄະນະ​ສະເພາະ​ກິດ ເພື່ອ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະບາດ​ຂອງ​ພະຍາດ COVID-19 ໄດ້​ກໍາ​ນົດ​ການ​ປັບປຸງເງື່ອນໄຂ ແລະ ມາດ​ຕະການສໍາ​ລັບ​ການ​ສືບຕໍ່​ເຄື່ອນ​ໄຫວ​ຂອງພາກ​ທຸລະ​ກິດໃນ​ໄລຍະ​ທີ່​ມີ​ການ​ລະບາດ​ຂອງ ພະຍາດ COVID-19 ຕາມ​ທີ່​ໄດ້​ກໍາ​ນົດ​ໃນ​ຄໍາ​ແນະ​ນໍາ 031/ສພກ, ລົງ​ວັນ​ທີ 21 ເມສາ 2020 ດັ່ງນີ້:

ເງື່ອນໄຂ​ຂອງ​ພາກ​ທຸລະ​ກິດ ທີ່​ສາມາດ​ເປີດ​ດໍາ​ເນີນ​ກິດຈະການ ມີ​ດັ່ງນີ້: 1. ມີ​ສະຖານທີ່​ເຮັດ​ວຽກ ທີ່​ບໍ່​ແອ​ອັດ ແລະ ຮັບປະກັນ​ໄລຍະ​ຫ່າງ 1 ແມັດ​ຂຶ້ນ​ໄປ; 2. ມີ​ຫ້ອງ​ອາຫານ​ທີ່​ບໍ່​ແອ​ອັດ, ຮັບປະກັນ​ຫຼັກການ​ອະນາໄມ, ບໍ່​ໃຫ້​ໃຊ້​ເຄື່ອງ​ຮ່ວມ​ກັນ ແລະ ເວລາ​ນັ່ງ​ກິນອາຫານ​ຕ້ອງ​ມີ​ໄລຍະ​ຫ່າງ 1 ແມັດ​ຂຶ້ນ​ໄປ ແລະ ມີ​ສະຖານທີ່​ແຍກ​ປ່ຽວ​ສໍາ​ລັບ ກໍລະນີ​ສົງ​ໄສ​ພະ ຍາດ COVID-19; 3. ມີ​ນໍ້າດື່ມ, ນ້ໍາ​ໃຊ້ທີ່​ສະອາດ, ມີຜ້າ​ອັດປາກ​-​ ດັງ, ບ່ອນ​ລ້າງ​ມື, ສະບູ ແລະ ເຈ​ວ​ລ້າງ​ມືໃຫ້ພະນັກງານ - ກໍາ​ມະກອນຢ່າງ​ພຽງພໍ ແລະ ໃຫ້​ຖືກ​ຕາມ​ຫຼັກການ​ອະນາ ໄມ; 4. ມີ​ເຈົ້າ​ໜ້າທີ່​ຮັກສາ​ເວນຍາມ ແລະ ມີ​ການ​ກວດ ກາ ພະນັກງານ, ກໍາ​ມະກອນທີ່​ເຂົ້າ​-​ອອກ ຢ່າງ​ເຂັ້ມ​ງວດ; 5. ມີ​ໜ່ວຍ​ງານ​ອະນາໄມ ແລະ ມີ​ກະຕ່າ​ຂີ້​ເຫຍື້ອ​ແບບ​ມີ​ຝາປິດ ຢູ່​ແຕ່​ລະ​ຈຸດ ເພື່ອ​ບັນຈຸ​ຂີ້​ເຫຍື້ອ ແລະ ສິ່ງ​ເສດເຫຼືອ ທີ່​ມີ​ຄວາມ​ສ່ຽງ​ຕໍ່​ການ​ຕິດເຊື້ອ​ພະຍາດ; 6. ມີ​ການ​ອໍາ​ນວຍ​ຄວາມ​ສະ ດວກ​ໃຫ້​ແກ່​ທີ​ມ​ແພດ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ ເຂົ້າ​ໄປ​ຕິດຕາມ​ກວດກາ ຫຼື ເຜີຍແຜ່​ຄວາມ​ຮູ້ ກ່ຽວ​ກັບ​ພະຍາດ COVID-19 ເປັນ​ແຕ່​ລະ​ໄລຍະ ສໍາ​ລັບ​ໂຄງການ, ບໍລິສັດ ແລະ ໂຮງງານ​ຕ່າງໆ.

ມາດ​ຕະການ​ທີ່​ຕ້ອງ​ປະຕິ​ບັດ​ສໍາ​ລັບ​ພາກ​ທຸລະ​ກິດ ທີ່​ຈະ​ດໍາ​ເນີນ​ກິດຈະການ ມີ​ດັ່ງນີ້: 1. ຕ້ອງ​ມີ​ຈຸດ​ກວດ​ອຸນ ຫະພູມ ແລະ ສະໜອງ​ເຈວ​ລ້າງ​ມືໃຫ້​ພະນັກ​ງານ​-ກໍາ​ມະ ກອນຢູ່​ທາງ​ເຂົ້າ​-​ອອກບ່ອນ​ເຮັດ​ວຽກ, ຫໍ​ພັກ ແລະ ຫ້ອງ​ອາຫານ ຕອນ​ເຊົ້າ​-​ແລງ​ໃນ​ແຕ່​ລະ​ວັນ ແລະ ຖ້າ​ພົບ​ເຫັນ​ຜູ້​ມີ​ອາການ​ໄຂ້ (ອຸນຫະພູມ​ສູງ ​ກວ່າ 37.5 ອົງສາ) ຫຼື ໄອ ຫຼື ຫາຍໃຈ​ຍາກແມ່ນ​ໃຫ້​ບັນທຶກ​ໄວ້ ແລະ ຕ້ອງ​ໄດ້​ສົ່ງ​ເຂົ້າ​ຫ້ອງ ແຍກ​ປ່ຽວ​ຂອງ​ໂຄງການ, ບໍລິ ສັດ ແລະ ໂຮງງານ ທີ່​ຈັດ​ໄວ້ ຢ່າງ​ຮີບ​ດ່ວນ ແລ້ວ​ໂທ​ປຶກສາ​ສາຍ​ດ່ວນ 166, 165 ແລະ ພົວພັນ​ໃຫ້ແພດ​ໝໍເຂົ້າ​ກວດ​ທັນທີ; 2. ຕ້ອງ​ມີ​ຜ້າ​ອັດ​ປາກ​-​ດັງ ສະໜອງ​ໃຫ້​ພະນັກ​ງານ​-ກໍາມະກອນ ທຸກ​ຄົນ​ໃສ່ຕະຫຼອດ​ໄລຍະ​ເວລາ​ເຮັດ​ວຽກ ແລະ ເວລາ​ຢູ່​ຮ່ວມ​ກັນ​ໃນ​ສະ ຖານທີ່​ໃດ​ໜຶ່ງ ແລະ​ ມີສະຖານ ທີ່​ສະ​ດວກ​ສໍາ​ລັບ​ລ້າງ​ມືໃສ່​ສະບູ ຫຼື ເຈ​ວ​ລ້າງ​ມື; 3. ຕ້ອງ​ມີ​ການ​ຮັກສາ​ໄລຍະ​ຫ່າງຢ່າງ​ໜ້ອຍ 1 ແມັດ​ຂຶ້ນ​ໄປ ສໍາ​ລັບ​ພະນັກ​ງານ​-ກໍາ​ມະກອນ, ຫ້າມ​ດໍາ​ເນີນ​ກິດ​ຈະ​ກໍາ​ທີ່​ບໍ່​ສາມາດ​ຮັກສາ​ໄລຍະ​ຫ່າງ​ໄດ້​ເຊັ່ນ: ກິລາ, ງານ​ລ້ຽງ ລວມ​ທັງ​ການ​ຊຸມນຸມຕ່າງໆ; 4. ຕ້ອງ​ມີ​ມາດ​ຕະການ​ກວດກາ ຄົນ​ຂັບ​ລົດ​ຂົນສົ່ງ​ສິນຄ້າ ຫຼື ຜູ້​ມາ​ພົວພັນ​ວຽກ​ຈາກ​ພາຍ​ນອກ​ຢ່າງ​ເຄັ່ງ​ຄັດ​ຕາມ​ມາດ​ຕະການ​ທີ່​ວາງ​ອອກ​ຄື​ກັນ​ກັບພະນັກ​ງານ​-ກໍາ​ມະກອນ​ຂອງ​ຕົນ; 5. ຕ້ອງ​ອະນາໄມ ສະຖານທີ່​ເຮັດ​ວຽກ​ຂອງ​ພະນັກ​ງານ​-ກໍາ​ມະກອນ, ຫ້ອງ​ອາຫານ, ຫ້ອງ​ນຳ້, ບ່ອນ​ພັກ ແລະ​ ສາງ​ບ່ອນ​ທີ່​ຮັບ​ສົ່ງ​ສິນຄ້າ ພາຍຫຼັງ​ສິ້ນ​ສຸດ​ກິດ​ຈະ​ກໍາ ທຸກໆ​ມື້ ສໍາ​ລັບໂຄງການ, ບໍລິສັດ ແລະ ໂຮງງານ;

ການຈັດຕັ້ງ​ປະຕິບັດ: 1. ບັນດາ​ໂຄງການ, ບໍລິສັດ ແລະ ໂຮງງານ​ຂະ ​ໜາດ​ໃຫຍ່​ທີ່​ມີແຮງ​ງານ​ຈໍາ​ນວນ​ຫຼວງຫຼາຍ ຕາມ​ທີ່​ລະບຸ​ໃນ​ແຈ້ງ​ການ 524/ຫສນຍ, ລົງ​ວັນ​ທີ 1 ພຶດສະພາ 2020 ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການ​ສ້າງ​ແຜນການ​ປ້ອງ​ກັນ ແລະ ຄວບ​ຄຸມ​ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຂອງ​ຕົນ​ໃຫ້​ຖືກຕ້ອງ​ຕາມ 6 ເງື່ອນໄຂ ແລະ 5 ມາດ​ຕະການ ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ ຢ່າງ​ເຂັ້ມ​ງວດ, ຖ້າ​ເຫັນ​ວ່າ​ສາມາດ​ຮັບປະກັນ​ໄດ້​ວ່າ​ຈະ​ບໍ່​ມີ​ຄວາມ​ສ່ຽງ​ໃນ​ການ​ຕິດເຊື້ອ ແມ່ນ​ລາຍ​ງານ​ຂໍ​ອະນຸ​ຍາດ​ດໍາ​ເນີນ​ກິດຈະການ ຈາກ​ຂະແໜງການ​ກ່ຽວຂ້ອງ ທີ່​ຮັບຜິດຊອບ​ຄຸ້ມຄອງ​ຕາມ​ພາລະ​ບົດບາດ, ສ່ວນໂຄງການ, ບໍລິສັດ ແລະ ໂຮງງານ​ຂະໜາດ​ກາງ ແລະ ຂະໜາດ​ນ້ອຍ ທີ່​ຂຶ້ນ​ນໍາ​ການ​ຄຸ້ມຄອງ​ຂອງ​ທ້ອງຖິ່ນ ກໍ​ໃຫ້​ເປັນ​ເຈົ້າ​ການ​ສ້າງ​ແຜນ​ປ້ອງ​ກັນ ແລະ ຄວບ​ຄຸມ​ດ້ວຍ​ຕົນ​ເອງຕາມ​ເງື່ອນໄຂ ແລະ ມາດ​ຕະການ ຕາມ​ຄໍາ​ແນະ​ນໍາ​ຂອງ​ຄະນະ​ສະເພາະ​ກິດ, ແລ້ວ​ສະເໜີ​ໃຫ້​ອົງການ​ປົກຄອງ​ທ້ອງຖິ່ນ ເປັນ​ຜູ້ກວດກາ ແລະ ພິຈາລະນາ​ອະນຸ​ຍາດ. ໃນ​ການ​ອະນຸຍາດ​ນັ້ນ ແມ່ນ​ໃຫ້​ລະບຸ​ໄວ້​ຊັດ​ເຈນ​ວ່າ ກໍລະນີ ຜູ້​ປະກອບ​ການ​ໃດ ບໍ່​ປະຕິບັດ​ຕາມ ເງື່ອນໄຂ ແລະ ມາດ​ຕະການ​ທີ່​ກ່າວ​ມາ ເຮັດ​ໃຫ້​ເກີດ​ມີ​ການ​ຕິດເຊື້ອ​ພາຍ​ໃນ​ໂຄງການ, ບໍລິສັດ ແລະ ໂຮງງານ ຂອງ​ຕົນ ແມ່ນ​ຕ້ອງ​ຮັບຜິດຊອບ​ຕໍ່​ຜົນ​ເສຍ​ຫາຍ​ທີ່​ເກີດ​ຂຶ້ນ​ທັງ​ໝົດ, ຖ້າ​ຫາກ​ມີ​ກໍ​ລະ​ນີ​ຈໍາ​ເປັນ ທັງ​ສອງ​ຄະ ນະສະເພາະ​ກິດ​ຂັ້ນ​ສູນ​ກາງ ສາມາດ​ແຕ່ງຕັ້ງ​ຄະນະ​ວິຊາ​ ການ​ລົງ​ກວດກາ ແລະ ຕິດຕາມ ສະເພາະ​ຕື່ມ​ອີກ. 2. ຖ້າ​ຫາກ​ໂຄງການ, ບໍລິສັດ ແລະ ໂຮງງານ​ໃດ ບໍ່​ເປັນ​ເຈົ້າ​ໃນ​ການ​ປະຕິບັດ​ຕາມ​ເງື່ອນໄຂ ແລະ ມາດ​ຕະການ​ທີ່​ໄດ້​ກໍາ​ນົດ​ໄວ້ ແມ່ນ​ຈະ​ຖືກ​ຕັກເຕືອນ, ຖ້າ​ບໍ່​ມີ​ການ​ແກ້​ໄຂ​ຢ່າງ​ຮີບ​ດ່ວນ ແມ່ນ​ຈະ​ຖືກ​ສັ່ງ​ໂຈະ ຫຼື ປັບ​ໃໝ ແລະ ດໍາ​ເນີນ​ການ​ຕາມ​ລະບຽບ​ກົດໝາຍ ຂອງ ສປປ ລາວ. 3. ຄໍາ​ແນະ​ນໍາ​ສະບັບ​ນີ້ ປ່ຽນ​ແທນ​ຄໍາ​ແນະ​ນໍາ​ສະບັບ​ເລກ​ທີ 031/ສພກ, ລັງ​ວັນ​ທີ 21 ເມສາ 2020 ແລະ ມີ ຜົນ​ສັກສິດ​ນັບ​ແຕ່​ມື້​ລົງ​ລາຍ​ເຊັນ​ເປັນຕົ້ນ​ໄປ ຈົນ​ກວ່າ​ຈະ​ມີ​ການ​ປ່ຽນ​ແປງ. 4. ມອບ​ໃຫ້​ຂະແ​ໜງ ການ​ກ່ຽວຂ້ອງ ແລະ ອົງການ​ປົກຄອງ​ທ້ອງຖິ່ນ ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ, ເຜີຍແຜ່, ແນະ​ນໍາ ແລະ ຕິດຕາມ​ກວດກາ​ຕາມ​ພາລະ​ບົດບາດ​ຂອງ​ຕົນ ຢ່າງ​ໃກ້​ຊິດ.

ນອກຈາກນັ້ນ, ລັດຖະບານລາວ ຈະສຸມໃສ່ 6 ເປົ້າໝາຍລວມໃຫຍ່ ເພື່ອສຸມໃສ່ການພັດທະນາ ເສດຖະກິດ-ສັງຄົມ ຕາມທ່າແຮງທີ່ມີຢ່າງເຕັມສ່ວນ ເພື່ອພັດທະນາປະເທດຊາດ ໃຫ້ບັນລຸເງື່ອນໄຂການ ຫລຸດພົ້ນອອກ ຈາກສະຖານະພາບ ຄວາມດ້ອຍພັດທະນາ ຢ່າງໜັກແໜ້ນ ດ້ວຍການເຕີບໂຕ ທີ່ມີຄຸນນະພາບຕາມທິດສົມດຸນ ແລະ ສີຂຽວ ແລະ ບັນລຸເປົ້າໝາຍການພັດທະນາ ແບບຍືນຍົງໃນປີ 2030. ເປົ້າໝາຍດັ່ງກ່າວ ແມ່ນຈະໄດ້ບັນຈຸເຂົ້າ ໃນແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ເຊິ່ງປັດຈຸບັນ ແມ່ນກໍາລັງຄົ້ນຄວ້າ ແລະ ປຶກສາຫາລື ເພື່ອໃຫ້ມີທິດທາງ, ຄາດໝາຍສູ້ຊົນ, ມີນະໂຍບາຍ ແລະ ມາດຕະການຢ່າງຈະແຈ້ງ ແລະ ລະອຽດ ເພື່ອໃຫ້ສາມາດຈັດຕັ້ງ ປະຕິບັດຢ່າງມີໝາກຜົນ ແລະ ບັນລຸຕາມແຜນທີ່ວາງໄວ້.

ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະ ຍາດ​ອັກ​ເສບ​ປອດ ​ທີ່​ເກີດ​ຈາກ​ເຊື້ອ ຈຸລະ​ໂລກ​ສາຍ​ພັນໃໝ່ COVID-19 ຢືນຢັນວ່າ: ນັບ​ແຕ່​ວັນ​ທີ 13 ​ເມສາຫາ 13 ພຶດສະພາ 2020, ສປປ ລາວ ບໍ່​ພົບ​ຜູ້​ຕິດ​ເຊື້ອ​ໄວຣັດ ​ໂຄ​ວິດ-19 ​ເພີ່ມ​ໃໝ່ອີກ, ຕົວ​ເລກ​ສະ​ສົມຍັງ​ຢູ່ 19 ກໍລະນີ, ນັບ​ເປັນ​ເວລາ 31 ມື້ຕິດ​ຕໍ່​ກັນທີ່​ກວດ​ບໍ່​ພົບ​ເຊື້ອ, ມາ​ຮອດ​ປັດຈຸບັນ ມີ​ຜູ້​ປິ່ນປົວ​ດີ 14 ຄົນ, ຍັງ​ສືບ​ຕໍ່​ປິ່ນປົວ​ຢູ່​ໂຮງໝໍ 5 ຄົນ. ຂະນະ​ທີ່​ທົ່ວ​ໂລກຕົວ​ເລກ ​ຜູ້​ຕິດ​ເຊື້ອຍັງ​ເພີ່ມ​ຂຶ້ນ​ໃນ​ແຕ່​ລະ​ວັນ, ມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 13 ພຶດສະພາ 2020, ມີຜູ້ຕິດເຊື້ອ 4.330.027, ເສຍຊີວິດ 291.911, ປິ່ນປົວຫາຍດີ 1.575.558, ມີບາງປະເທດ ຈຳນວນ ຜູ້ຕິດເຊື້ອມື້ດຽວ ມີເຖິງ 20.564 ຄົນ, ເສຍຊີວິດ 1.466 ຄົນຕໍ່ມື້.

ໄລ່ຮອດເວລາ 22ໂມງ ຂອງວັນທີ 12 ພຶດສະພາ (ຕາມເວລາຫວຽດນາມ), ຍອດຈໍານວນຜູ້ຕິດເຊື້ອແມ່ນ 4.292.506 ຄົນ, ໃນນັ້ນ ມີ 288.975 ກໍລະນີ ເສຍຊີວິດ. ຈໍານວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 1.544.917 ຄົນ. ປັດຈຸບັນ ອາເມລິກາຍັງຄົງແມ່ນປະເທດທີ່ມີການແຜ່ລະບາດຮ້າຍແຮງກວ່າໝູ່ໃນໂລກ ດ້ວຍຈໍານວນຜູ້ຕິດເຊື້ອແມ່ນ 1.388.283 ຄົນ ແລະ 82.218 ຄົນເສຍຊີວິດ. ປັດຈຸບັນ, ທໍານຽບຂາວ ພວມຊຸກຍູ້ຍຸດທະສາດໝູນໃຊ້ມາດຕະການວັດແທກອຸນຫະພູມຮ່າງກາຍ ເພື່ອຟື້ນຟູການເຄື່ອນໄຫວຂອງຂະແໜງການບິນໂດຍໄວ. ອົງການອະນາໄມໂລກ ຖືວ່າ ມີບາງວິທີການປິ່ນປົວ ເບິ່ງຄືວ່າ ພວມຊ່ວຍຫຼຸດຜ່ອນລະດັບຄວາມຮ້າຍແຮງລົງ ຫຼື ເວລາຕິດເຊື້ອພະຍາດໂຄວິດ - 19. ປັດຈຸບັນ, ອົງການນີ້ ພວມ ລົງເລິກຄົ້ນຄວ້າ 4 – 5 ວິທີການປິ່ນປົວ ທີ່ມີໝາກຜົນສູງທີ່ສຸດ.
ລາວ ປ ບປ ງ ເງ ອນໄຂ ແລະ ມາດ ຕະການ ສຳລ ບ ການເຄ ອນໄຫວ ຂອງ ພາກ ທ ລະ ກ ດ ໃນ ໄລຍະ ທ ມ ການ ລະບາດ ຂອງ ພະຍາດ ໂຄ ວ ດ 19 ທ່ານ​ ຫງວຽນ​ຊວັນ​ຟຸກ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄຫວ້​ອາ​ໄລ ​ທ່ານ​ພົນ​ເອກ ​ສີສະຫວາດ ແກ້ວບຸນພັນ​ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ

ຍສໝ - ຕອນ​ບ່າຍ​ ວັນ​ທີ 13 ພຶດ​ສະ​ພາ, ຢູ່ ​ນະ​ຄອນຫຼວງວຽງ​ຈັນ ສປປ.ລາວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວ​ັນ​ຟຸກ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ ແລະ ລັດ​ຖະ​ບານ ຫວຽດ​ນາມ ໄດ້​ໄປ​ໄຫວ້​ອາ​ໄລ​ທ່ານ​ ພົວ​ເອກ​ ສີ​ສະ​ຫວ​າດ ແກ້ວ​ບຸນ​ພັນ, ອະ​ດີ​ດກຳ​ມະ​ການ​ກົມ​ການ​ເມືອງ, ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ອະ​ດີດ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ ທີ່ຫາກໍ່​ເຖິງ​ແກ່​ມໍ​ລະ​ນະ​ກຳ​ໃນ​ວັນ​ທີ 12 ພຶດ​ສະ​ພາ.

ລາວ ປ ບປ ງ ເງ ອນໄຂ ແລະ ມາດ ຕະການ ສຳລ ບ ການເຄ ອນໄຫວ ຂອງ ພາກ ທ ລະ ກ ດ ໃນ ໄລຍະ ທ ມ ການ ລະບາດ ຂອງ ພະຍາດ ໂຄ ວ ດ 19 ລາວ ຍັງຕ້ອງການເຄື່ອງມືອຸປະກອນການແພດ ເພື່ອຕ້ານໂຄວິດ-19

ເຄື່ອງມືດ້ານການແພດ ຈໍານວນໜຶ່ງຍັງຂາດເຂີນ ແລະ ມີຄວາມຕ້ອງການ ຈໍາເປັນອັນຮີບດ່ວນ ເຊັ່ນ: ອຸປະກອນການແພດ, ເຄື່ອງມືປ້ອງກັນການຕິດເຊື້ອ, ພາຫະນະຮັບ-ສົ່ງຄົນເຈັບ ແລະ ຢາປົວພະຍາດ.

ລາວ ປ ບປ ງ ເງ ອນໄຂ ແລະ ມາດ ຕະການ ສຳລ ບ ການເຄ ອນໄຫວ ຂອງ ພາກ ທ ລະ ກ ດ ໃນ ໄລຍະ ທ ມ ການ ລະບາດ ຂອງ ພະຍາດ ໂຄ ວ ດ 19 ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ສປປ.ລາວ 5 ປີ ຄັ້ງທີ IX

ມາຮອດປັດຈຸບັນ, ກະຊວງແຜນການ ແລະ ການລົງທຶນ ໂດຍການສົມທົບກັບ ຂະແໜງການ ແລະ ທ້ອງຖິ່ນ ໄດ້ສຳເລັດຮ່າງແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ສະບັບທີ 1 ເຊິ່ງໄດ້ກຳນົດຈຸດໝາຍ ລວມຂອງແຜນການ 5 ປີຄັ້ງນີ້ ແມ່່ນສຸມໃສ່ການພັດທະນາ ເສດຖະກິດ-ສັງຄົມ ຕາມທ່າແຮງ ທີ່ມີຢ່າງເຕັມສ່ວນ ເພື່ອພັດທະນາປະເທດຊາດ ບັນລຸເງື່ອນໄຂ ການ ...

ໄຊພອນ

ເຫດການ
302 Found

Found

The document has moved here.