ຫວຽດນາມ ​ໄດ້​ຮັບ​ວັກ​ຊິນກັນພະຍາດໂຄ​ວິດ-19 ຕື່ມ​ອີກ 6,27 ລ້ານ​ໂດ​ສ​ຜ່ານ​ໂຄງການ COVAX

06:30 | 27/01/2022

ຍສໝ - ວັນ​ທີ 25 ມັງກອນ​, ຫວຽດນາມ​ ໄດ້​ຮັບ​ວັກ​ຊິນ BioNTech/Pfizer 4.000.230 ​ໂດ​ສ​ໂດຍ​ລັດຖະບານ​ເຢຍລະ​ມັນ ອຸປະຖໍາ, ວັກຊິນ BioNTech/Pfizer 99.450 ​ໂດ​ສ​ໂດຍ​ລັດຖະບານ Luxembourg ອຸປະຖໍາ, ​ວັກຊິນ BioNTech/Pfizer 159.120 ​ໂດ​ສ​ໂດຍ​ລັດຖະບານ ປອກຕຸຍການ ອຸປະຖໍາ, ​ວັກຊິນ AstraZeneca 2.012.960 ໂດສ ໂດຍລັດຖະບານອັງກິດ ອຸປະຖໍາຜ່ານໂຄງການ COVAX.

ທ້າວ ຍື​ບາວ​ເຈົາ (ເກີດ​ປີ 1997) ພວມ​ເຮັດ​ວຽກ​ຢູ່​ຮ່າ​ໂນ້ຍ ໄດ້​ຊອກ​ຫາ​ໄດ້​ຂໍ້​ຜິດ​ພາດ​ໃນ​ server ແລະ ​ບໍ​ລິ​ສັດ​ນີ້ໄດ້​ຮັບ​ຮູ້ ທ້າວ ຍື​ບາວ​ເຈົາ (ເກີດ​ປີ 1997) ພວມ​ເຮັດ​ວຽກ​ຢູ່​ຮ່າ​ໂນ້ຍ ໄດ້​ຊອກ​ຫາ​ໄດ້​ຂໍ້​ຜິດ​ພາດ​ໃນ​ server ແລະ ​ບໍ​ລິ​ສັດ​ນີ້ໄດ້​ຮັບ​ຮູ້
ຜູ້​ອຳ​ນວຍ​ການ​ເຂດ​ປາ​ຊີ​ຟິກຕາເວັນຕົກ​ຂອງ WHO: ວິ​ໄສ​ທັດ, ຍຸດ​ທະ​ສາດ ວັກ​ຊິນ ແລະ ອັດ​ຕາ​ສັກ​ວັກ​ຊິນ​ຂອງ ຫວຽດ​ນາມ ແມ່ນ​ປະ​ທັບ​ໃຈ​ທີ່​ສຸດ ຜູ້​ອຳ​ນວຍ​ການ​ເຂດ​ປາ​ຊີ​ຟິກຕາເວັນຕົກ​ຂອງ WHO: ວິ​ໄສ​ທັດ, ຍຸດ​ທະ​ສາດ ວັກ​ຊິນ ແລະ ອັດ​ຕາ​ສັກ​ວັກ​ຊິນ​ຂອງ ຫວຽດ​ນາມ ແມ່ນ​ປະ​ທັບ​ໃຈ​ທີ່​ສຸດ

ທ່ານ ປອ Guido Hildner, ເອກອັກຄະລັດຖະທູດເຢຍລະມັນປະຈໍາ ຫວຽດນາມ ໃຫ້ຮູ້ວ່າ: ຮອດທ້າຍປີ 2021 ແລະ ຕົ້ນປີ 2022, ວັກຊິນກັນພະຍາດໂຄວິດ-19 BioNTech/Pfizer ງວດຕໍ່ມາ ດ້ວຍປະລິມານຢາທັງໝົດ 4.000.230 ໂດສ ໄດ້ມາຮອດຮ່າໂນ້ຍ. ງວດຊ່ວຍເຫຼືອວັກຊິນນີ້​ແມ່ນ​ດຳ​ເນີນ​ຜ່ານ​ໂຄງການ COVAX ​ດ້ວຍການສົມທົບກັຍ​ຢ່າງ​ແໜ້ນ​ແຟ້ນຂອງ UNICEF, WHO ຫວຽດນາມ ​ແລະ ລັດຖະບານ ຫວຽດນາມ.

ຕາມ​ສະຖານທູດ​ເຢຍລະ​ມັນ​ ແລ້ວ, ນີ້​ແມ່ນ​ງວດ ວັກ​ຊິນ​ໃຫຍ່​ກວ່າ​ໝູ່​ທີ່​ເຢຍລະ​ມັນ ​ມອບ​ໃຫ້​ເພື່ອ​ໜູນ​ຊ່ວຍ​ຂະ​ບວນການ​ສັກ​ວັກຊິນຂອງ​ຫວຽດນາມ, ​ຍົກຍອດ​ຈຳນວນ​ວັກ​ຊິນ​ທີ່​ເຢຍລະ​ມັນ ​ມອບ​ໃຫ້​ຫວຽດນາມ ຂຶ້ນເປັນ​ກວ່າ 10 ລ້ານ​ໂດ​ສ. ​ໃນ​ປີ 2021, ​ເຢຍລະ​ມັນ ກໍ່ໄດ້​ສະໜອງ​ວັກ​ຊີິນ ​ແລະ ອຸປະກອນ​ການ​ແພດ​ໃຫ້​ຫວຽດນາມ ​ຫຼາຍ​ເທື່ອແລ້ວ.

ຫວຽດນາມ ​ໄດ້​ຮັບ​ວັກ​ຊິນກັນພະຍາດໂຄ​ວິດ-19 ຕື່ມ​ອີກ 6,27 ລ້ານ​ໂດ​ສ​ຜ່ານ​ໂຄງການ COVAX
ຫວຽດນາມ ​ໄດ້​ຮັບ​ວັກ​ຊິນກັນພະຍາດໂຄ​ວິດ-19 ຕື່ມ​ອີກ 6,27 ລ້ານ​ໂດ​ສ​ຜ່ານ​ໂຄງການ COVAX. ພາບ: TTXVN

ທ່ານ ປອ Guido Hildner ​ເອກ​ອັກຄະ​ລັດຖະທູດ ​ເຢຍລະ​ມັນ ປະຈຳ ຫວຽດນາມ ​ເນັ້ນ​ໜັກ​ວ່າ ປີ 2022, ​ເຢຍລະ​ມັນ ຈະ​ສືບ​ຕໍ່​ສະ​ແດງຈິດໃຈ​ສາມັກຄີ​ກັບ ຫວຽດນາມ ​ໃນ​ການ​ຕໍ່ສູ້​ຕ້ານ​​ຜົນ​ກະທົບຂອງ​ໂລກ​ລະບາດ, ພ້ອມ​ກັນ​ນັ້ນ​ກໍ່​ສະໜອງ​ວັກຊິນບັນດາງວດຕໍ່ໄປ​ຕື່ມ​ອີກ​ຜ່ານ​ໂຄງການ COVAX.

ທ່ານ Gareth Ward ​ເອກ​ອັກຄະ​ລັດຖະທູດ ອັງກິດ ​ແລະ ​ໄອ​ແລນ​ເໜືອ ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ: “ພວກ​ຂ້າພະເຈົ້າ​ໃຫ້​ຄຳ​ໝັ້ນ​ສັນຍາຈະຮ່ວມເດີນທາງ​ພ້ອມ​ກັບ ຫວຽດນາມ ​ສ້າງໂຄງການ​ໃໝ່​ໃນ​ປີ 2022, ​ເຊິ່ງແມ່ນ​ປີ​ທີ່​ພວກ​ເຮົາ​ສາມາດ​ຢູ່​ຮ່ວມ​ກັນ​ກັບໂຄວິດ-19 ຢ່າງ​ສັນຕິພາບ ​ແລະ ວັດທະນາ​ຖາວອນ”.

ຜູ້ຕາງໜ້າສະຖານທູດ Luxembourg ປະຈຳ ຫວຽດນາມ, ທ່ານ ເຈີ່ນຮົ່ງກວາງ, ກົງສູນກິດຕິມະສັກ ປະຈຳ ຮ່າໂນ້ຍ ເນັ້ນໜັກວ່າ: ບໍ່ຄວນປະໃຜຖືກປະໄວ້ຢູ່ເບື້ອງ ຫຼັງໃນການຕໍ່ສູ້ຕ້ານພະຍາດໂຄວິດ-19.

ຜູ້ຕາງໜ້າ​ສະຖານທູດ​ປອກຕຸຍ​ການ​ ປະຈຳ​ຫວຽດນາມ, ທ່ານ​ ເຈີ່ນ​ກິມ​ຈຸງ, ​ກົງສູນໃຫຍ່​ກິດຕິມະສັກ ​ຢືນຢັນ​ວ່າ: ປອກຕຸຍ​ການ ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດນາມ​ໃນ​ຂົງ​ເຂດ​ສາທາລະນະ​ສຸກ​ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ທີ່​ເກີດ​ຈາກ​ພະຍາດ​ໂຄ​ວິດ-19 ແລະ ຮັບປະກັນສິດສໍາຜັດວັກຊີນກັນພະຍາດໂຄວິດ-19 ໃຫ້ປະຊາຊົນ ຫວຽດນາມ ຢ່າງຍຸຕິທໍາ.

ບູນມີ

ເຫດການ
302 Found

Found

The document has moved here.