ບັນດາເຫດການຕ້ອນຮັບ​ບຸນ​ເຕັດ​ທີ່​ມີ​ຄວາມ​ໝາຍ​ຢູ່​ຖະໜົນ​ເກົ່າ​ຮ່າ​ໂນ້ຍ

07:07 | 27/01/2022

ຍສໝ - ຄະນະ​ຄຸ້ມ​ຄອງ​ຄຸ້ມ​ໜອງ​ຮວ່ານ​ກ໋ຽນ ​ແລະ ຖະໜົນ​ເກົ່າ​ຮ່າ​ໂນ້ຍ ຈະ​ສົມທົບ​ກັບ​ຫຼາຍ​ໜ່ວຍ​ງານ​ຈັດ​ຕັ້ງ​ບັນດາ​ເຫດການ​ໃຫຍ່​ທີ່​ມີ​ຊື່​ວ່າ 'ອວຍພອນພັກ - ອວຍພອນລະດູ​ບານໃໝ່ປີ 2022” ​ແຕ່​ວັນ​ທີ 28 ມັງກອນ ​ຫາ​ວັນ​ທີ 15 ກຸມພາ.

ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ພໍ່​ແມ່​ປະ​ຊາ​ຊົ​ນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ໃຫ້​ຫ​ແກ່​ປະ​ເທດ​ຊາດ ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ພໍ່​ແມ່​ປະ​ຊາ​ຊົ​ນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ໃຫ້​ຫ​ແກ່​ປະ​ເທດ​ຊາດ
ລະ​ດົມ​ສະ​ຕິປັນ​ຍາ​ຂອງ​ປະ​ຊາ​ຊົນ ເພື່ອ​ປະ​ຕິ​ບັດ​ເປົ້າ​ໝາຍ​ນຳ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ, ມີ​ຄວາມ​ຜາ​ສຸກ​ໃນ​ປີ 2045 ລະ​ດົມ​ສະ​ຕິປັນ​ຍາ​ຂອງ​ປະ​ຊາ​ຊົນ ເພື່ອ​ປະ​ຕິ​ບັດ​ເປົ້າ​ໝາຍ​ນຳ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ, ມີ​ຄວາມ​ຜາ​ສຸກ​ໃນ​ປີ 2045

​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຄຸ້ມ​ຄອງ​ໜອງ​ຮວ່ານ​ກ໋ຽມ ​ແລະ ຖະໜົນ​ເກົ່າ​ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ ​ຄື: ການພົບປະ​ແລກປ່ຽນ​ວັດທະນະທຳ - ສິລະປະ​ບຸນເຕັດ​ຫວຽດນາມ 2022 ​ແລະ ການຈັດ​ຕັ້ງຍັນຍາກາດຕ້ອນຮັບບຸນເຕັດແບບດັ້ງເດີມໃນເຮືອນມູນເຊື້ອຂອງ​ເຂດ​ທົ່ງ​ພຽງ​ພາກ​ເໜືອ​ຂອງ​ຊາວ​ຫວຽດນາມ...

ຢູ່​ເຮືອນ​ມໍລະດົກ 87 ​ມ້າໄມ ​ຈະ​ຈັດ​ຕັ້ງ​ ​ແລະ ​ແນະນຳກ່ຽວກັບ​ບ່ອນ​ດຳລົງ​ຊີວິດ, ການຕ້ອນຮັບ​ບຸນ​ເຕັດ​ຂອງ​ຄອບຄົວ​ຮ່າ​ໂນ້ຍ ດັ້ງເດີມ, ​ຈັດ​ຕັ້ງ​ການຫໍ່ເຂົ້າຕົ້ມ...

ບັນດາເຫດການຕ້ອນຮັບ​ບຸນ​ເຕັດ​ທີ່​ມີ​ຄວາມ​ໝາຍ​ຢູ່​ຖະໜົນ​ເກົ່າ​ຮ່າ​ໂນ້ຍ
ບັນດາເຫດການຕ້ອນຮັບ​ບຸນ​ເຕັດ​ທີ່​ມີ​ຄວາມ​ໝາຍ​ຢູ່​ຖະໜົນ​ເກົ່າ​ຮ່າ​ໂນ້ຍ. ພາບ: TTXVN

ໃນຂະນະນັ້ນ, ພື້ນ​ທີ່​ຖະ​ໜົນພາບແຕ້ມຟຸ່ງຮືງ ກໍ່​ຈະ​ປະດັບປະດາ​ພື້ນ​ທີ່​ຂອງ​ຕະ​ຫລາດ​ດອກ​ໄມ້ບຸນເຕັດຮ່າງເລືອກ. ບັນດາ​ນັກ​ສິລະ​ປິນ ແລະ ຊ່າງ​ຫັດຖະກຳ​ຈະ​ແນະນຳ​ບັນດາ​ສິນຄ້າ, ສະ​ແດງ​ເຄື່ອງ​ຫັດຖະກຳ​ຈຳນວນ​ໜຶ່ງ​ເພື່ອ​ຮັບ​ໃຊ້ບຸນເຕັດ ຄື​ພາບ​ແຕ້ມ​ພື້ນ​ເມືອງ ດົງ​ໂຮ່, ພາບ​ແຕ້ມ​ຫ່າງ​ຈົ໊ງ... ​ແລະ ບັນດາ​ຜະລິດ​ຕະພັນ​ກະ​ເສດ​ພື້ນເມືອງຂອງ​ບັນດາ​ພາກ. ຕະຫຼາດບຸນເຕັດນີ້ຈະແກ່ຍາວເຖິງວັນທີ 31 ມັງກອນ.

ສ່ວນຢູ່​ສູນ​ຂໍ້​ມູນ​ຂ່າວ​ສານ​ວັດ​ທະ​ນະ​ທຳ​ໂຮ່​ເກືອມ (ເຮືອນເລກ​ທີ 2 ເລ​ໄທ​ໂຕ) ຈະ​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ ແລະ ແນະ​ນຳ​ສິ​ລະ​ປະ​ການຈັດ​ດ້ວຍ​ຜະ​ລິດ​ຕະ​ພັນ​ທີ່​ເຮັດ​ດ້ວຍ​ວັດ​ສະ​ດຸຜະລິດຄືນ​​ໃໝ່, ແກ່​ຍາວ​ຮອດ​ວັນ​ທີ 15 ກຸມພາ.

​ໃນ​ສະພາບ​ການ​​ພະຍາດ​ໂຄ​ວິດ-19 ທີ່​ສັບສົນ, ບັນດາເຫດການ​ຈະ​ບໍ່​ເປີດ​ໃຫ້​ປະຊາຊົນ​ເຂົ້າ​ຊົມ, ​ແຕ່​ຈະ​ໄດ້​ຮັບ​ການ​ຖ່າຍ​ທອດ​ສົດ​ຢູ່​ໃນ​ໜ້າ​ເຟສບຸກຂອງ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ, ຮວ່ານ​ກ໋ຽມ 360, ມໍລະດົກ​ໜອງ​ຮວ່ານ​ກ໋ຽມ... ຮັບປະກັນວ່າ ປະຊາຊົນ ຢູ່​ທົ່ວ​ທຸກ​ແຫ່ງຈະ​ສາມາດຕິດຕາມ ແລະ ຮັບຊົມບັນຍາກາດບຸນເຕັດ ຂອງຖະໜົນເກົາຮ່າໂນ້ຍ ຢູ່ກັບທີ່.

ບູນມີ

ເຫດການ
302 Found

Found

The document has moved here.