ລາວ: ບໍ່ໃຫ້ເກີດມີການຕິດເຊື້ອ ໃນປະເທດເປັນຮອບໃໝ່ ຄືກັບຫລາຍປະເທດໃນໂລກ ແລະ ປະເທດໃກ້ຄຽງ

11:21 | 27/01/2021

ກະຊວງ ສາທາລະນະ​ສຸກ ລາວ ກໍ​ຄື ຄະນະ​ສະ​ເພາະ​ກິດ ຮຽກຮ້ອງໃຫ້ ທຸກພາກສ່ວນໃນສັງຄົມ ຮ່ວມແຮງຮ່ວມໃຈ ສືບຕໍ່ປະຕິບັດ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ ແລະ ຄຳແນະນຳຂອງຂະແໜງ ການກ່ຽວຂ້ອງວາງອອກ ຢ່າງເຂັ້ມງວດ ​ເປັນ​ຕົ້ນ ​ໃຫ້ເອົາໃຈໃສ່ປະຕິບັດ ມາດຕະການປ້ອງກັນ ການຕິດເຊື້ອຢ່າງເຄັ່ງຄັດ ເພື່ອປ້ອງກັນ ແລະ ຄວບຄຸມ ສະພາບການລະບາດ ໃນປະເທດ ລາວ ບໍ່ໃຫ້ເກີດມີການຕິດເຊື້ອ ໃນປະເທດເປັນຮອບໃໝ່ ຄືກັບຫລາຍປະເທດໃນໂລກ ແລະ ປະເທດໃກ້ຄຽງ.

ລາວ ບ ໃຫ ເກ ດມ ການຕ ດເຊ ອ ໃນປະເທດເປ ນຮອບໃໝ ຄ ກ ບຫລາຍປະເທດໃນໂລກ ແລະ ປະເທດໃກ ຄຽງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສົ່ງໂທລະເລກອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ
ລາວ ບ ໃຫ ເກ ດມ ການຕ ດເຊ ອ ໃນປະເທດເປ ນຮອບໃໝ ຄ ກ ບຫລາຍປະເທດໃນໂລກ ແລະ ປະເທດໃກ ຄຽງ ຄວາມຫວັງຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ທີ່ສົ່ງເຖິງກອງປະຊຸມໃຫຍ່ຂອງພັກ
ລາວ ບ ໃຫ ເກ ດມ ການຕ ດເຊ ອ ໃນປະເທດເປ ນຮອບໃໝ ຄ ກ ບຫລາຍປະເທດໃນໂລກ ແລະ ປະເທດໃກ ຄຽງ
ພາບປະກອບ

ມາ​ຮອດ ວັນທີ 25 ມັງກອນ 2021 ສປປ ລາວ ແມ່ນບໍ່ພົບຜູ້ຕິດເຊື້ອ​ໂຄ​ວິດ-19 ​ເພີ່​ມຂຶ້ນ​ໃໝ່ ຈາກ​ການເກັບຕົວຢ່າງ ມາກວດວິ ເຄາະທັງໝົດ 528 ຄົນ, ລວມຕົວ​ເລກ​ສະ​ສົມ ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ຍັງ​ຢູ່ 44 ກໍລະນີ, ປິ່ນປົວ​ຫາຍ​ດີ 41 ກໍລະນີ, ຍັງ​ສືບ​ຕໍ່​ປິ່ນປົວ​ຢູ່​ໂຮງໝໍ 3 ກໍລະນີ. ​ໃນ​ຂະນະ​ທີ່ ຢູ່ກຸ່ມປະເທດອາຊຽນ ມາຮອດວັນທີ 26 ມັງກອນ 2021 ມີການຢັ້ງຢືນຜູ້ຕິດເຊື້ອ ທັງ​ໝົດ 1.914.323 ຄົນ, ເສຍຊີວິດ 42.324 ຄົນ. ປັດຈຸບັນ ທົ່ວປະເທດ ລາວ ມີສູນ ຈໍາກັດບໍລິເວນທີ່ຍັງເປີດຢູ່ ທັງໝົດ 33 ສູນ, ມີຜູ້ຖືກຈຳກັດ ບໍລິເວນຢູ່ສູນ 2.117 ຄົນ, ​ໃນ​ນັ້ນໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ​ແມ່ນບໍ່ພົບຜູ້ຕິດເຊື້ອ.

ຕາມ ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງ ສາທາລະນະສຸກ ແລ້ວ, ຢູ່ ສປປ ລາວ ໄດ້ກວດພົບຜູ້ຕິດເຊື້ອ ພະຍາດໂຄວິດ-19 ເພີ່ມ 1 ຄົນ, ເຮັດໃຫ້ຕົວເລກສະສົມ ຜູ້ຕິດເຊື້ອພະຍາດດັ່ງກ່າວ ຢູ່ປະເທດເຮົາ ລວມມີທັງໝົດ 44 ຄົນ. ຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 44 ເປັນເພດຍິງ, ອາຍຸ 29 ປີ ສັນຊາດລາວ ເປັນແຮງງານ ຕົກຄ້າງ ຢູ່ປະເທດມາເລເຊຍ, ໃນໄລຍະວັນທີ 5-6 ມັງກອນ 2021 ແມ່ນຍັງຢູ່ປະເທດມາເລເຊຍ ໄດ້ມີອາການເປັນໄຂ້, ໄອ, ແຕ່ບໍ່ໄດ້ໄປ ກວດຢູ່ໂຮງໝໍ ແລະ ໄດ້ຊື້ຢາມາກິນເອງ ໄດ້ສອງຫາສາມວັນ ອາການໄດ້ດີຂຶ້ນ ແລະ ອາການກໍຫາຍໄປ. ກ່ອນຈະເດີນທາງມາ ນະຄອນ ຫລວງວຽງຈັນ ໃນວັນທີ 22 ມັງກອນ 2021 ແມ່ນໄດ້ກວດຕົວຢ່າງ ຊອກຫາເຊື້ອໂຄວິດ-19 ດ້ວຍເຄື່ອງພີຊີອາ ຢູ່ນະຄອນ ຫລວງກົວລາລໍາເປີ, ປະເທດມາເລເຊຍ, ເຊິ່ງຜົນອອກມາບໍ່ພົບເຊື້ອ ແລະ ຜູ້ກ່ຽວໄດ້ອະນຸຍາດ ໃຫ້ເດີນທາງນໍາຖ້ຽວບິນ ມະນຸດສະທຳ ແລະ ມາຮອດ ສະໜາມບິນວັດໄຕ ນະຄອນຫລວງວຽງຈັນ ໃນເວລາ 8:20 ໂມງ ຂອງວັນທີ 24 ມັງກອນ 2021 ແລະ ເກັບຕົວຢ່າງ ເພື່ອກວດຫາເຊື້ອຢູ່ສະໜາມບິນ ພ້ອມທັງນຳສົ່ງ ໄປສູນກັກບໍລິເວນ ຢູ່ຫລັກ 27 ດ້ວຍລົດເມ, ເຊິ່ງຕອນແລງຂອງມື້ດຽວກັນນັ້ນ ຜົນກວດອອກມາເປັນບວກ. ດັ່ງນັ້ນ, ຄະນະຮັບຜິດຊອບ ຈຶ່ງໄດ້ນຳສົ່ງ ຜູ້ກ່ຽວ ເຂົ້າມາແຍກປ່ຽວ ແລະ ນອນຕິດຕາມປິ່ນປົວ ຢູ່ໂຮງໝໍມິດຕະພາບ. ມາຮອດປັດຈຸບັນ ຜູ້ກ່ຽວຍັງບໍ່ທັນມີ ອາການຫຍັງສະແດງອອກ ບໍ່ມີອາການ ໄຂ້ ແລະ ອາການຜິດປົກກະຕິທາງລະບົບຫາຍໃຈ.

ກະຊວງ ສາທາລະນະ​ສຸກ ລາວ ກໍ​ຄື ຄະນະ​ສະ​ເພາະ​ກິດ ຮຽກຮ້ອງໃຫ້ ທຸກພາກສ່ວນໃນສັງຄົມ ຮ່ວມແຮງຮ່ວມໃຈ ສືບຕໍ່ປະຕິບັດ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ ແລະ ຄຳແນະນຳຂອງຂະແໜງ ການກ່ຽວຂ້ອງວາງອອກ ຢ່າງເຂັ້ມງວດ ​ເປັນ​ຕົ້ນ ​ໃຫ້ເອົາໃຈໃສ່ປະຕິບັດ ມາດຕະການປ້ອງກັນ ການຕິດເຊື້ອຢ່າງເຄັ່ງຄັດ ເພື່ອປ້ອງກັນ ແລະ ຄວບຄຸມ ສະພາບການລະບາດ ໃນປະເທດ ລາວ ບໍ່ໃຫ້ເກີດມີການຕິດເຊື້ອ ໃນປະເທດເປັນຮອບໃໝ່ ຄືກັບຫລາຍປະເທດໃນໂລກ ແລະ ປະເທດໃກ້ຄຽງ.

ລາວ ບ ໃຫ ເກ ດມ ການຕ ດເຊ ອ ໃນປະເທດເປ ນຮອບໃໝ ຄ ກ ບຫລາຍປະເທດໃນໂລກ ແລະ ປະເທດໃກ ຄຽງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສົ່ງໂທລະເລກອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ

ເນື່ອງໃນໂອກາດທີ່ພັກກອມມູນິດຫວຽດນາມ ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII, ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ສົ່ງໂທລະເລກ ອວຍພອນເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ.

ລາວ ບ ໃຫ ເກ ດມ ການຕ ດເຊ ອ ໃນປະເທດເປ ນຮອບໃໝ ຄ ກ ບຫລາຍປະເທດໃນໂລກ ແລະ ປະເທດໃກ ຄຽງ ຜົນງານທຸກດ້ານຂອງຫວຽດນາມ ລ້ວນແຕ່ອີງໃສ່ການຊີ້ນໍາ, ນໍາພາຂອງພັກກອມມູນິດຫວຽດນາມ

ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ດໍາເນີນແຕ່ວັນທີ 25 ມັງກອນຫາວັນທີ 2 ກຸມພາ, ທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ຕອບສໍາພາດຕໍ່ນັກຂ່າວກ່ຽວກັບບັນດາຜົນງານຂອງຫວຽດນາມ ໃນຊຸມປີຜ່ານມາ ແລະການພົວພັນແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດລາວ-ຫວຽດນາມ.

ລາວ ບ ໃຫ ເກ ດມ ການຕ ດເຊ ອ ໃນປະເທດເປ ນຮອບໃໝ ຄ ກ ບຫລາຍປະເທດໃນໂລກ ແລະ ປະເທດໃກ ຄຽງ ຄວາມຫວັງຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ທີ່ສົ່ງເຖິງກອງປະຊຸມໃຫຍ່ຂອງພັກ

ສຳລັບພໍ່ແມ່ປະຊາຊົນແລ້ວ, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກແມ່ນເຫດການການເມືອງທີ່ສຳຄັນ, ເຊິ່ງປະຊາຊົນມີຄວາມຫວັງຫຼາຍຢ່າງກ່ຽວກັບໄລຍະຍູ້ແຮງພາລະກິດປ່ຽນແປງໃໝ່, ນໍາປະເທດສືບຕໍ່ພັດທະນາ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.