ຍສໝ - ຢູ່ເມືອງຊາຍແດນ ເອຍ ເຮີຢຣາຍ, ແຂວງ ກອນຕຸມ, ຄະນະເລຂາສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ໄດ້ມອບຮູບແບບທໍາມາຫາກິນລ້ຽງຊີບ ທີ່ມີມູນຄ່າ 2 ຕື້ດົ່ງ (ປະມານ 81.200 USD) ໜູນຊ່ວຍທຶນບູລິມະສິດເພື່ອໃຫ້ສະມາຊິກຊາວໜຸ່ມ, ຊາວໜຸ່ມຢູ່ທ້ອງຖິ່ນພັດທະນາເສດຖະກິດ; ມອບທຶນການສຶກສາໃຫ້ນັກຮຽນທຸກຍາກ ແຕ່ຮຽນເກັ່ງ 20 ຄົນ;
ຍສໝ - ການເຄື່ອນໄຫວແທດຈິງ ແລະ ມີຄວາມໝາຍໄດ້ປະກອບສ່ວນຍົກສູງຄວາມຮັບຮູ້ດ້ານກົດໝາຍໃຫ້ປະຊາຊົນສອງຝັ່ງຊາຍແດນຫວຽດນາມ - ລາວ; ຮັດແໜ້ນສາຍພົວພັນສາມັກຄີ, ມິດຕະພາບລະຫວ່າງບັນດາກຳລັງປະກອບອາວຸດ ແລະ ປະຊາຊົນຢູ່ເຂດຊາຍແດນ.
ຍສໝ - ຕອນເຊົ້າວັນທີ 7 ຕຸລາ, ຄະນະປະຕິບັດງານກອງບັນຊາການທະຫານຊາຍແດນແຂວງ ອານຢາງ, ແຂວງ ອານຢາງ ໄດ້ສົມທົບກັບສະຫະພັນແມ່ຍິງແຂວງ ອານຢາງ, ແຂວງ ໂສກຈັງ ຈັດຕັ້ງການເຄື່ອນໄຫວອາສາສະໝັກຢູ່ 2 ຕາແສງຊາຍແດນ ຟູ໋ໂຮ່ຍ, ເຍີນໂຮ່ຍ (ເມືອງອານຝູ, ແຂວງອານຢາງ).
ໃນໄລຍະ 1 ເດືອນ, ນັກສຳມະນາກອນລາວຈະໄດ້ຮັບການຝຶກອົບຮົມກ່ຽວກັບເນື້ອໃນຄື: ປະຫວັດສາດການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ ຫວຽດນາມ-ລາວ; ຄວາມຮັບຮູ້ລວມກ່ຽວກັບ ອະທິປະໄຕຜືນແຜ່ນດິນ, ຊາຍແດນແຫ່ງຊາດຈຳນວນໜຶ່ງ…
ຍສໝ - ໃນວັນທີ 23 ກັນຍາ, ຄ້າຍທະຫານຊາຍແດນເຮື໊ອງເລິບ (ທະຫານຊາຍແດນແຂວງກວ໋າງຈິ) ໄດ້ຈັດຕັ້ງລາຍການ “ເຍົາວະຊົນ ຫວຽດນາມ-ລາວ ຫຼິ້ນບຸນໄຫວ້ພະຈັນຢູ່ເຂດຊາຍແດນ ຄັ້ງທີ 2” ໃຫ້ຊາວໜຸ່ມ, ເຍົາວະຊົນອະນຸຊົນໂຮງຮຽນປະຖົມ-ໂຮງຮຽນມັດທະຍົມຕອນຕົ້ນຕາແສງເຮື໊ອງເລິບ, ເຮື໊ອງຫວຽດ (ເມືອງເຮື໊ອງຮ໊ວາ, ແຂວງກວ໋າງຈິ) ແລະໂຮງຮຽນປະຖົມ-ໂຮງຮຽນມັດທະຍົມຕອນຕົ້ນບ້ານອາເວຍ, ເມືອງເຊໂປນ, ແຂວງສະຫວັນນະເຂດ, ປະເທດລາວ.
ຍສໝ - ສືບຕໍ່ໂຄງການຝຶກອົບຮົມນັກຂ່າວຢູ່ຫວຽດນາມ, ຕອນເຊົ້າວັນທີ 22 ກັນຍາ, ຄະນະຜູ້ແທນໜັງສືພິມກອງທັບປະຊາຊົນລາວ ໄດ້ມີການເຮັດວຽກກັບກອງບັນຊາການທະຫານຊາຍແດນແຂວງກວາງນິງ; ຢ້ຽມຢາມ ແລະ ສຶກສາຢູ່ກອງຮ້ອຍ 2 (ຂຶ້ນກັບກອງບັນຊາການທະຫານຊາຍແດນແຂວງ ກວາງນິງ).
ຍສໝ - ວັນທີ 15 ກັນຍາ, ຄະນະເສດຖະກິດ-ປ້ອງກັນຊາດ 92 (ກອງ 92), ທະຫານເຂດ 4 ໄດ້ຈັດຕັ້ງການໜູນຊ່ວຍງົວ - ຄວາຍ ແນວພັນ ໃຫ້ແກ່ປະຊາຊົນເຂດຊາຍແດນຢູ່ເຫ້ວ. ນີ້ບໍ່ພຽງແຕ່ເປັນຊັບສົມບັດອັນໃຫຍ່ຫຼວງ ແລະ ລ້ຳຄ່າຂອງປະຊາຊົນເທົ່ານັ້ນ, ຫາກຍັງເປັນພາຫະນະມນການຫາລ້ຽງຊີບ ແລະ ແຫຼ່ງທຶນໃຫ້ແກ່ຄອບຄົວພັດທະນາເສດຖະກິດອີກດ້ວຍ.
ຍສໝ - ລາວ ແລະ ໄທ ໄດ້ສົນທະນາແຜນການສ້າງທາງດ່ວນຈາກເມືອງໄກສອນພົມວິຫານ, ແຂວງສະຫວັນະເຂດ, ພາກກາງຂອງລາວ, ໄປເຖິງດ່ານຊາຍແດນລາວບາວ ຂອງຫວຽດນາມ.
ຍສໝ - ບັນດາກຳລັງປະກອບອາວຸດແຂວງ ຮ່າຕິ້ງ ແລະ ລາວ ໄດ້ຍູ້ແຮງການຕໍ່ສູ້ຕ້ານການກໍ່ການຮ້າຍຂອງບັນດາອິດທິກຳລັງປໍລະປັກ, ສະກັດກັ້ນບັນດາກົນອຸບາຍທຳລາຍຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ຄວາມສາມັກຄີແບບພິເສດລະຫວ່າງ 2 ປະເທດ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນຫວຽດນາມ ປະກາດໃຊ້ກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ ແລະ ຄົບຮອບ 10 ປີ ກົດໝາຍວ່າດ້ວຍທະເລຫວຽດນາມ ມີຜົນສັກສິດ, ກະຊວງການຕ່າງປະເທດ ສົມທົບກັບຄະນະຜູ້ແທນ Wallonie – Bruxelles (ແບນຊິກ) ຈັດຕັ້ງກອງປະຊຸມສາກົນ “ກົດໝາຍ. ກ່ຽວກັບເຂດຊາຍແດນ: ຄຸນຄ່າແລະການນຳໃຊ້ຕົວຈິງ”, ວັນທີ 7/9/2023, ຢູ່ໂຮງແຮມ du Parc ຮ່າໂນ້ຍ.
ຍສໝ - ໃນວັນທີ 2 ກັນຍາ, ບັນດາກົມກອງທະຫານປ້ອງກັນຊາຍແດນແຂວງ ດັກລັກ ໄດ້ສົມທົບກັນ ຈັດບັນດາການເຄື່ອນໄຫວທີ່ມີຄວາມໝາຍ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ປະເທດ ສສ ຫວຽດນາມ ຄົບຮອບ 78 ປີ (2/9/1945 – 2/9/2023).
ຍສໝ - ໃນວັນທີ 1 ກັນຍາ, ຄ້າຍທະຫານຊາຍແດນ ຫງອກເລີມ, ກອງບັນຊາການທະຫານຊາຍແດນແຂວງເງະອານ (ຫວຽດນາມ) ແລະກອງຮ້ອຍຊາຍແດນ 252, ກອງບັນຊາການທະຫານແຂວງບໍລິຄໍາໄຊ (ລາວ) ໄດ້ສົມທົບກັນຈັດຕັ້ງການລາດຕະເວນສອງຝ່າຍເພື່ອປົກປັກຮັກສາຊາຍແດນ.
ຍສໝ - ຂ້າພະເຈົ້າຊື່ ສົມຫວັງ ນິນທະວົງ, ເບີໂທລະສັບ: 008562099901208. ໃນເມື່ອກ່ອນ, ຂ້າພະເຈົ້າແມ່ນທີ່ປືກສາຝ່າຍເສດຖະກິດ ແລະ ການຄ້າ, ສະຖານທູດ ສປປ.ລາວ ປະຈຳ ສສ.ຫວຽດນາມ ອາຍຸການ 2016 – 2010, ອະດີດຫົວໜ້າຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າລາວ.
ຍສໝ - ອາທິດຜ່ານມາ, ຢູ່ນະຄອນ ກອນຕຸມ, ຄະນະປະຕິບັດວຽກງານຊາຍແດນລະຫວ່າງ 2 ແຂວງກອນຕູມ - ອັດຕະປື ໄດ້ຈັດກອງປະຊຸມປຶກສາຫາລືແລກປ່ຽນ, ຕີລາຄາໝາກຜົນວຽກງານສຳຫຼວດກວດກາພຶ້ນທີ່ຕົວຈິງ ແລະ ກຳນົດທິດການຮ່ວມມືວຽກງານຊາຍແດນ ລາວ - ຫວຽດນາມ ລະຫວ່າງສອງແຂວງໃນໄລຍະຈະມາເຖິງ.
ຍສໝ - ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ສູນກາງສະມາຄົມສະຫະພັນຊາວໜຸ່ມ ຫວຽດນາມ ໄດ້ສົມທົບກັບກອງບັນຊາການທະຫານປ້ອງກັນຊາຍແດນຈັດຕັ້ງ ລາຍການ “ເດືອນ ມີນາ ເຂດຊາຍແດນ” ດ້ວຍຫົວຂໍ້ “ເຂດຊາຍແດນຂອງປະເທດຂ້ອຍ” ຢູ່ບັນດາເຂດຊາຍແດນ.
ຍສໝ - ວັນທີ 28 ກຸມພາ, ແຂວງກວາງບິ່ງ ແລະ ຄຳມ່ວນ ລາວ ໄດ້ເປີດປະຕູດ່ານຊາຍແດນ ກ່າຣອງ - ໜອງມ້າ ຢ່າງເປັນທາງການເພື່ອຮັບໃຊ້ໃຫ້ແກ່ປະຊາຊົນເຂດຊາຍແດນສອງປະເທດ ຫວຽດນາມ - ລາວ ໄດ້ເດີນທາງໄປຢຶ້ຢາມຖາມຂ່າວ ແລະ ແລກປ່ຽນ, ສົ່ງສິນຄ້າຜ່ານແດນ ພາຍຫຼັງທີ່ຖືກປິດເປັນເວລາ 3 ປີ.
ຍສໝ - ການເຄື່ອນໄຫວນີ້ນອນໃນແຜນການສົມທົບກັນລະຫວ່າງປ້ອມປ້ອງກັນຊາຍແດນ ເຊເຣປົກ (ທະຫານປ້ອງກັນຊາຍແດນ ແຂວງ ດັກລັກ) ແລະ ທຸກຂັ້ນ, ອຳນາດປົກຄອງ ຕາແສງ ກຣົງນາ (ເມືອງ ບວນດົນ) ເພື່ອແນໃສ່ເສີມຂະຫຍາຍກຳລັງຂອງທົ່ວປວງຊົນ ໃນປ້ອງກັນເຂດດິນແດນ, ປ້ອງກັນຊາຍແດນແຫ່ງຊາດ.
ຍສໝ - ວັນທີ 31 ມັງກອນ, ສະຖານກົງສູນໃຫຍ່ ຍີ່ປຸ່ນ ປະຈຳດ່ານັ້ງ ແລະ ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ໄດ້ມອບຮັບວັດຖຸອຸປະກອນການແພດ ທີ່ຈຳເປັນໃຫ້ແກ່ແຂວງກ໋ວາງຈິ ເພື່ອແນໃສ່ໜູນຊ່ວຍບັນດາພະນັກງານແນວໜ້າເຂດຊາຍແດນ, ຮັບປະກັນວິວັດການເປີດປະຕູຊາຍແດນສາກົນຂອງຫວຽດນາມ ໃຫ້ມີການດຳເນີນຢ່າງປອດໄພ.
ຍສໝ - ທ່ານຮອງເລຂາຄະນະພັກແຂວງ ກໍຢືນຢັນວ່າ ບັນດາການເຄື່ອນໄຫວສະແດງໃຫ້ເຫັນຈິດໃຈສະໜິດຕິດແທດລະຫວ່າງພັກ, ລັດ ແລະ ປະຊາຊົນສອງປະເທດເວົ້າລວມ, ໃນນັ້ນມີ ແຂວງ ເທື່ອທຽນເຫ້ວ ແລະ ບັນດາແຂວງຂອງລາວ ທີ່ມີເສັ້ນຊາຍແດນຮ່ວມກັນເວົ້າສະເພາະ.
ທ່ານພົນໂທຮ່ວາງຊວັນຈຽນ ຢັ້ງຢືນວ່າ, ການນຳກະຊວງປ້ອງກັນປະເທດ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ສອງອົງການເພີ່ມທະວີການຮ່ວມມື, ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດເລິກເຊິ່ງກ່ວາອີກ.