ສ້າງ​ກອບ​ຮ່ວມ​ມືກ່ຽວ​ກັບ​ມໍ​ລະ​ດົກ​ຂ້າມ​ຊາຍ​ແດນ

14:14 | 17/09/2025

ຍສໝ - ກອງປະຊຸມສໍາມະນາ ແນໃສ່ຫັນບັນດາເປົ້າໝາຍທີ່ບັນລຸໄດ້ໃນກອງປະຊຸມຄັ້ງທີ 1 ຢູ່ ທ່າແຂກ (ຄຳມ່ວນ, ລາວ) ກ່ຽວກັບວິໄສທັດລວມ ແລະ 8 ເປົ້າໝາຍຮ່ວມມືຄຸ້ມຄອງຮອດປີ 2050 ໃຫ້ປະກົດຜົນເປັນຈິງ.

​ເພີ່ມ​ທະວີ​ການ​ຮ່ວມ​ມື​ປົກ​ປັກ​ຮັກສາ​ຊາຍ​ແດນ, ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ຫວຽດນາມ - ລາວ
ບົດຮຽນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ມໍ​ລະ​ດົກຢູ່ ຫວຽດ​ນາມ ແລະ ລາວ - ບັນດາການແນະ​ນຳນະໂຍບາຍ
ສ້າງ​ກອບ​ຮ່ວມ​ມືກ່ຽວ​ກັບ​ມໍ​ລະ​ດົກ​ຂ້າມ​ຊາຍ​ແດນ
ການນຳຄະນະຄຸ້ມຄອງປ່າສະຫງວນແຫ່ງຊາດ ຟອງຍາ - ແກ໋ບ່າງ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ (ພາບ: baoquangtri.vn)

ຕອນເຊົ້າວັນທີ 16 ກັນຍາ, ຢູ່ຕາແສງ ດົ່ງເຫີຍ (ແຂວງ ກວ໋າງຈິ, ຫວຽດນາມ) ຄະນະຄຸ້ມຄອງປ່າສະຫງວນແຫ່ງຊາດ ຟອງຍາ - ແກ໋ບ່າງ ໄດ້ສົມທົບກັບພະແນກກະສິກຳ-ປ່າໄມ້ ແຂວງ ຄຳມ່ວນ (ລາວ), ໂຄງການປ້ອງກັນ ແລະ ນຳໃຊ້ລະບົບນິເວດປ່າ ແລະ ຊີວະນາໆພັນ (ProFEB) ແບບຍືນຍົງ, ໄດ້ຈັດກອງປະຊຸມສໍາມະນາສາກົນຄັ້ງທີ 2 ກ່ຽວກັບການ “ສ້າງກອບຮ່ວມມື ມໍລະດົກຂ້າມຊາຍແດນປ່າສະຫງວນແຫ່ງຊາດ ຟອງຍາ - ແກ໋ບ່າງ (ຫວຽດນາມ) ກັບ ອຸທິຍານແຫ່ງຊາດ ຫີນໜາມໜໍ່ (ລາວ). ກອງປະຊຸມສໍາມະນາ ແນໃສ່ຫັນບັນດາເປົ້າໝາຍທີ່ບັນລຸໄດ້ໃນກອງປະຊຸມຄັ້ງທີ 1 ຢູ່ ທ່າແຂກ (ຄຳມ່ວນ, ລາວ) ກ່ຽວກັບວິໄສທັດລວມ ແລະ 8 ເປົ້າໝາຍຮ່ວມມືຄຸ້ມຄອງຮອດປີ 2050 ໃຫ້ປະກົດຜົນເປັນຈິງ. ໃນນັ້ນ, ມີບັນດາການເຄື່ອນໄວອະນຸລັກຮັກສາຊີວະນາໆພັນ, ຄົ້ນຄວ້າວິທະຍາສາດ, ພັດທະນາການທ່ອງທ່ຽວນິເວດ, ຍົກສູງຄ່າຄອງຊີບຂອງວົງຄະນະຍາດ ແລະ ບໍລິຫານມໍລະດົກຂ້າມຊາຍແດນ; ຜ່ານນັ້ນ, ປະກອບສ່ວນຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກລວມໃຫ້ແກ່ລຸ້ນຄົນປັດຈຸບັນ ແລະ ລຸ້ນຕໍ່ໆໄປ.

ໃນລະຫວ່າງວັນທີ 15 – 19 ກັນຍາ, ສອງຝ່າຍຈະຍົກອອກການວິເຄາະ, ຂໍ້ສະເໜີແນະທີ່ກ່ຽວຂ້ອງເຖິງວິໄສທັດໄລຍະກາງ ແລະ ໄລຍະຍາວ ແລະ ບັນດາເປົ້າໝາຍຮ່ວມມືຄຸ້ມຄອງ. ບັນດາຂໍ້ສະເໜີກໍເນັ້ນໜັກເຖິງເປົ້າໝາຍປົກປັກຮັກສາມໍລະດົກຂ້າມຊາຍແດນ, ພັດທະນາການທ່ອງທ່ຽວຊຸມຊົນຕິດພັນກັບວັດທະນະທຳ ແລະ ການຮັກສາວິທີຫາເງິນລ້ຽງຊີບແບບຍືນຍົງ.

ອາ​ຊຽນ ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ​ ສິດ​ທິ​ມະ​ນຸດ ອາ​ຊຽນ ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ​ ສິດ​ທິ​ມະ​ນຸດ

ຍສໝ - ດ້ວຍຫົວຂໍ້ “ກອງປະຊຸມສໍາມະນາພາກພື້ນ ອາຊຽນ ກ່ຽວກັບທັດສະນະຄວາມສະເໝີພາບລະຫວ່າງຍິງ-ຊາຍໃນການດຳເນີນທຸລະກິດ ແລະ ສິດທິມະນຸດ”, ບັນດາຜູ້ແທນໄດ້ສຸມໃສ່ການສ້າງຂອບເຂດການແກ້ໄຂບັນດາສິ່ງທ້າທາຍກ່ຽວກັບເພດ ແລະ ການປະພຶດກ່ຽວກັບດ້ານໂຄງສ້າງ ແລະ ວັດທະນະທຳ, ພ້ອມທັງເພີ່ມທະວີການປົກປ້ອງສິດໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ.

ສ້າງ​ກອບ​ນິ​ຕິ​ກຳ​ໃຫ້​ສົມ​ບູນ​ແບບເພື່ອ​ໃຫ້​ຫວຽດ​ນາມ ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ​ໃນ​ໂລກ ສ້າງ​ກອບ​ນິ​ຕິ​ກຳ​ໃຫ້​ສົມ​ບູນ​ແບບເພື່ອ​ໃຫ້​ຫວຽດ​ນາມ ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ​ໃນ​ໂລກ

ຍສໝ - ກົດໝາຍ ວ່າດ້ວຍ ຫວຽດນາມ ເຂົ້າຮ່ວມກຳລັງຮັກສາສັນຕິພາບ ຂອງ ສປຊ ຄາດວ່າຈະລົງຄະແນນສຽງຮັບຮອງເອົາໃນວັນທີ 26 ມິຖຸນາ, ຢູ່ກອງປະຊຸມຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV. ນີ້ແມ່ນຂີດໝາຍສຳຄັນ, ເປັນຄັ້ງທຳອິດ ຫວຽດນາມ ມີປະມວນກົດໝາຍສົມບູນເພື່ອປັບປຸງທຸກການເຄື່ອນໄຫວຜັນຂະຫຍາຍກຳລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ເປີດໄລຍະໃໝ່ໃນວິວັດການສືບຕໍ່ປະກອບສ່ວນເພື່ອສັນຕິພາບໂລກ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ