ພົບປະແລກປ່ຽນມິດຕະພາບ ຫວຽດນາມ - ກູ​ບາ ເພື່ອ​ສະ​ເຫຼີ​ມສະຫຼອງ 64 ປີ​ແຫ່ງ​ວັນ​ໄຊຊະນະ Giron

ພົບປະແລກປ່ຽນມິດຕະພາບ ຫວຽດນາມ - ກູ​ບາ ເພື່ອ​ສະ​ເຫຼີ​ມສະຫຼອງ 64 ປີ​ແຫ່ງ​ວັນ​ໄຊຊະນະ Giron

ຍສໝ - ຕອນບ່າຍວັນທີ 16 ເມສາ, ຢູ່ແຂວງວິ້ງຟຸກ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ກູບາ ສົມທົບກັບສະຖານທູດ ກູບາ ປະຈຳ ຫວຽດນາມ ໄດ້ຈັດຕັ້ງໂຄງການພົບປະມິດຕະພາບ ຫວຽດນາມ - ກູບາ ເພື່ອສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1960 – 2025) ແລະ 64 ປີແຫ່ງວັນໄຊຊະນະ Giron (1961 – 2025).

ກອງ​ປະ​ຊຸມໃຫຍ່ສ້າງ​ຕັ້ງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ກູ​ບາ ແຂວງ ກວາງ​ບິ່ງ

ກອງ​ປະ​ຊຸມໃຫຍ່ສ້າງ​ຕັ້ງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ກູ​ບາ ແຂວງ ກວາງ​ບິ່ງ

ຍສໝ - ​ວັນ​ທີ 18 ກຸມພາ, ກອງ​ປະຊຸມ​ໃຫຍ່​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ກູ​ບາ ​ແຂວງ ກວາງ​ບິ່ງ ຊຸດທີ 1, ອາຍຸການ 2025-2030 ​ໄດ້​ໄຂ​ຂຶ້ນ​ຢູ່​ແຂວງ ກວາງ​ບິ່ງ.

ກູ​ບາ ຍ້ອງ​ຍໍ​ນ້ຳ​ໃຈ​ອ້າຍ​ນ້ອງ​ທີ່ຈົງຮັກພັກດີ, ​ສັດ​ຊື່ບໍລິສຸດ​ກັບຫວຽດນາມ

ກູ​ບາ ຍ້ອງ​ຍໍ​ນ້ຳ​ໃຈ​ອ້າຍ​ນ້ອງ​ທີ່ຈົງຮັກພັກດີ, ​ສັດ​ຊື່ບໍລິສຸດ​ກັບຫວຽດນາມ

ຍສໝ -​ ວັນທີ 19 ກຸມພາ, ຢູ່ La Habana, ທ່ານ Bruno Rodríguez Parrilla ກຳມະການກົມການເມືອງ ຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ລັດຖະມົນຕີ​ກະຊວງການຕ່າງປະເທດກູບາ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນທີ່ບັນລຸໄດ້ໃນການໄປຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ເຊິ່ງທ່ານໄດ້ຮັບການຕ້ອນຮັບດ້ວຍ “ນ້ຳໃຈຮັກແພງແຂກຄົນຢ່າງສຸດຈິດສຸດໃຈ ແລະ ໃຫ້ຄຳໝັ້ນສັນຍາຍາມໃດກໍ່ໜູນຊ່ວຍ ກູບາ ບັນລຸເກີນກາຍຄາດໝາຍທັງໝົດ”.

ຫວຽດ​ນາມ ແລະ ກູ​ບາ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ຜະ​ລິດ​ເຂົ້າ​ສານ

ຫວຽດ​ນາມ ແລະ ກູ​ບາ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ຜະ​ລິດ​ເຂົ້າ​ສານ

ຍສໝ - ຫວຽດນາມ ແລະ ກູບາ ເພີ່ມທະວີການຮ່ວມມືໃນການຜະລິດເຂົ້າສານ ແມ່ນເນື້ອໃນຫຼັກຂອງການເຮັດວຽກລະຫວ່າງ ທ່ານ ຫງວຽນແທັງງິ ລັດຖະມົນຕີກະຊວງກໍ່ສ້າງຫວຽດນາມ ແລະ ທ່ານ Ydael Jesus Pezez Brito ລັດຖະມົນຕີກະຊວງກະສິກຳກູບາ ໃນວັນທີ 9 ທັນວາ, ຢູ່ຮ່າໂນ້ຍ.

ນ້ຳໃຈມິດຕະພາບ​ຫວຽດນາມ - ກູ​ບາ ​ແມ່ນ​ແບບຢ່າງ​ໃນ​ການ​ພົວພັນ​ສາກົນ ​ແລະການ​ທູດ​ປະຊາຊົນ​

ນ້ຳໃຈມິດຕະພາບ​ຫວຽດນາມ - ກູ​ບາ ​ແມ່ນ​ແບບຢ່າງ​ໃນ​ການ​ພົວພັນ​ສາກົນ ​ແລະການ​ທູດ​ປະຊາຊົນ​

ຍສໝ - ນັ້ນ​ແມ່ນ​ຂໍ້ສັງເກດຂອງ​ທ່ານ​ນາງ Ariadne Feo Labrada, ກົງ​ສູນ​ໃຫຍ່ ສາທາລະນະ​ລັດ ກູ​ບາ ປະຈຳ​ ນະຄອນໂຮ່ຈີ​ມິນ ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 71 ປີ​ແຫ່ງ​ວັນລຸກຮືຂຶ້ນດ້ວຍ ການປະກອບອາວຸດຂອງ ກູ​ບາ - ວັນບຸກໂຈມຕີປ້ອມປືນໃຫຍ່ Moncada (26 ກໍລະກົດ 1953 – 26 ກໍລະກົດ 2024). ພິທີ​ໄດ້​ຮັບ​ການ​ສົມທົບ​ກັນເພື່ອຈັດຕັ້ງໂດຍສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ນະຄອນ​ໂຮ່ຈິ​ມິນ (HUFO) ​ແລະ ສະຖານ​ກົງສຸນ​ໃຫຍ່​ສາທາລະນະ​ລັດ ກູ​ບາ ປະຈຳ​ນະຄອນ ໃນວັນທີ 3 ຕຸລາ.

ບາດກ້າວ​ໃໝ່​ໃນ​ການ​ພົວພັນ​ປະຊາຊົນ ​ແລະການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ ຫວຽດນາມ ​ແລະກູ​ບາ

ບາດກ້າວ​ໃໝ່​ໃນ​ການ​ພົວພັນ​ປະຊາຊົນ ​ແລະການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ ຫວຽດນາມ ​ແລະກູ​ບາ

ຍສໝ - ການຢ້ຽມຢາມທາງລັດຖະກິດຂອງ ສະຫາຍ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄປຍັງ ກູບາ ນັບແຕ່ວັນທີ 25 – 27 ກັນຍາ ມີຄວາມໝາຍສຳຄັນໃນການປັບປຸງຄວາມສາມັກຄີລະຫວ່າງສອງປະເທດ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ກາລະ​ໂອກາດ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​, ການ​ຄ້າ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍາວ​ນານ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ​ດ້ວຍບັນດາໝາກຜົນຢ່າງຕັ້ງໜ້າໃນ​ການພົບປະ​ແລກປ່ຽນ​ປະຊາຊົນ ​ແລະ ການ​ຮ່ວມ​ມື​ທ້ອງ​ຖິ່ນ.

ຂີດ​ໝາຍ​ແຫ່ງ​ຄວາມ​ສາມັກຄີ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ-ກູ​ບາ ບົນ​ດິນ​ແດນ ​ໄຕ​ນິງ

ຂີດ​ໝາຍ​ແຫ່ງ​ຄວາມ​ສາມັກຄີ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ-ກູ​ບາ ບົນ​ດິນ​ແດນ ​ໄຕ​ນິງ

ຍສໝ - ຮ່ອງຮອຍຫ້ອງການເຮັດວຽກຂອງສະຖານທູດ ສາທາລະນະລັດ ກູບາ ແລະ ໂຮງງານນ້ຳຕານ ກູບາ ຢູ່ເຂດຊາຍແດນຂຶ້ນກັບເມືອງ ເຕີນບຽນ ແລະ ເມືອງ ເຕີນເຈົາ, ແຂວງ ໄຕນິງ ເປັນຫຼັກຖານພະຍານໃຫ້ຄວາມມິດຕະພາບ, ຄວາມສາມັກຄີ, ການໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງ ປະຊາຊົນ​ສອງ​ປະ​ເທດ​ ກູ​ບາ ​ແລະ ຫວຽດນາມ.

ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ​ຫວຽດນາມ - ກູ​ບາ ​ໄດ້​ອອກ​ຖະ​ແຫຼ​ງການ​ສະໜັບສະໜູນ​ກູ​ບາ

ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ​ຫວຽດນາມ - ກູ​ບາ ​ໄດ້​ອອກ​ຖະ​ແຫຼ​ງການ​ສະໜັບສະໜູນ​ກູ​ບາ

ຍສໝ - ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ​ຫວຽດນາມ - ກູ​ບາ ​ໄດ້​ອອກ​ຖະ​ແຫຼ​ງການ​ສະໜັບສະໜູນ​ກູ​ບາ, ໃນນັ້ນ ຢືນຢັນ​ຫຼັກ​ໝັ້ນ​ສະເໝີຕົ້ນສະເໝີປາຍ​ຍາມໃດກໍ່​ສາມັກຄີ, ສະໜັບສະໜູນ ​ພາລະກິດ​ປະຕິວັດ​ອັນ​ຊອບ​ທຳ​ຂອງ​ປະຊາຊົນ​ກູ​ບາ.

ກອງປະຊຸມສະ​ເຫຼີມ​ສະ​ຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະ​ຖານ​ທູດ​ ກູ​ບາ ປະ​ຈຳ​ ໄຕ​ນິງ

ກອງປະຊຸມສະ​ເຫຼີມ​ສະ​ຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະ​ຖານ​ທູດ​ ກູ​ບາ ປະ​ຈຳ​ ໄຕ​ນິງ

ຍສໝ​ - ວັນທີ 21 ພຶດສະພາ, ຢູ່ເຂດຮ່ອງຮອຍຖານທີ່ໝັ້ນລັດຖະບານປະຕິວັດ​ຊົ່ວຄາວ​ ສາທາລະນະລັດພາກໃຕ້ ຫວຽດນາມ (ຂຶ້ນກັບຕາແສງ ເຕີນເລີບ, ເມືອງ ເຕີນບຽນ, ແຂວງ ໄຕນິງ), ຄະນະກຳມະການປະຊາຊົນແຂວງ ໄຕນິງ ໄດ້ຈັດຕັ້ງກອງປະຊຸມສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງສະຖານທູດ ​ກູ​ບາ​ ປະຈຳ​ ໄຕ​ນິງ (4 ມີນາ 1969-4 ມີນາ 2024).

ກູ​ບາ​ ຜັນຂະຫຍາຍວີ​ຊາເອເລັກໂຕນິກໃໝ່​ ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ

ກູ​ບາ​ ຜັນຂະຫຍາຍວີ​ຊາເອເລັກໂຕນິກໃໝ່​ ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ

ຍສໝ - ​ແຕ່​ເດືອນ​ພຶດສະພາ​ ປີ 2024, ກູ​ບາ​ ຜັນຂະຫຍາຍວີ​ຊາເອເລັກໂຕນິກໃໝ່​ ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ສາກົນ, ຊຸກຍູ້​ຄວາມ​ຕ້ອງການ​ການທ່ອງທ່ຽວ. ກູ​ບາ ​ມີ​ເປົ້າ​ໝາຍ​ຈະ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ 3,2 ລ້ານ​ເທື່ອ​ຄົນ​ໃນ​ປີ 2024.

ສື່​ມວນ​ຊົນ​ ກູ​ບາ ​ໄດ້​ສະ​ແດງ​ຄວາມຍ້ອງຍໍ​ຕໍ່​ທ່ານ​​ພົນ​ເອກ ຫວໍ​ງວຽນ​ຢາ​ບ ກັບບັ້ນຮົບ ​ດ້ຽນບຽນ​ຝູ ປະຫວັດສາດ.

ສື່​ມວນ​ຊົນ​ ກູ​ບາ ​ໄດ້​ສະ​ແດງ​ຄວາມຍ້ອງຍໍ​ຕໍ່​ທ່ານ​​ພົນ​ເອກ ຫວໍ​ງວຽນ​ຢາ​ບ ກັບບັ້ນຮົບ ​ດ້ຽນບຽນ​ຝູ ປະຫວັດສາດ.

ຍສໝ - ຕາມ​ສຳນັກ​ຂ່າວສານ ​ກູ​ບາ Prensa Latina ​ແລ້ວ, ບັ້ນຮົບ ​ດ້ຽນບຽນ​ຝູ ປີ 1954 ​ໄດ້​ບັນທຶກ​ຊື່ ​ພົນ​ເອກ ຫວໍ​ງວຽນ​ຢາ​ບ ເຂົ້າໃນປຶ້ມປະຫວັດສາດການທະຫານສະໄໝນັ້ນ.

ສຸມ​ໃສ່ວຽກງານ​ການສຶກສາ​​ລຸ້ນໜຸ່ມ ຫວຽດນາມ - ກູ​ບາ ກ່ຽວ​ກັບ​ຄວາມຮັບຮູ້ໃນການພັດທະນາ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ

ສຸມ​ໃສ່ວຽກງານ​ການສຶກສາ​​ລຸ້ນໜຸ່ມ ຫວຽດນາມ - ກູ​ບາ ກ່ຽວ​ກັບ​ຄວາມຮັບຮູ້ໃນການພັດທະນາ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ

ຍສໝ - ເຊື່ອມຕໍ່ບັນດາມະຫາວິທະຍາໄລ; ​ໄດ້​ຈັດ​ຕັ້ງ​ຄະນະ​ຊາວ​ໜຸ່ມ ກູ​ບາ ​ໄປ​ຢ້ຽມຢາມ ຫວຽດນາມ ​ໃນ​ໄລຍະ​ພັກ​ແລ້ງ 1-2 ອາທິດ ຢູ່​ເຮືອນຂອງປະຊາຊົນ; ຈັດ​ຕັ້ງ​ບັນດາການ​ແຂ່ງ​ຂັນ​ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ສອງ​ປະ​ເທດ​ຂອງ​ຊາວ​ຫນຸ່ມ; ເຊີນເອກອັກຄະລັດຖະທູດ, ນັກປາຖະກະຖາພົບປະແລກປ່ຽນ, ໂອ້ລົມກັບຊາວໜຸ່ມ… ແມ່ນບັນດາການເຄື່ອນໄຫວ ເພື່ອເພີ່ມທະວີວຽກງານ​ການສຶກສາ​​ລຸ້ນໜຸ່ມຂອງ 2 ປະເທດ ເຊິ່ງຈະໄດ້ຜັນຂະຫຍາຍໃນປີ 2024 ຂອງສະມາຄົມມິດຕະພາບ ຫວຽດນາມ - ກູບາ.

ກູ​ບາ ເປີດຕົວຜະລິດຕະພັນສິ່ງພິມພິ​ເສດ “ກູ​ບາ ແລະ ຫວຽດ​ນາມ: ສັນ​ຍາ​ລັກ​ຂອງຄວາມ​ສາ​ມັກ​ຄີອ້າຍນ້ອງ”

ກູ​ບາ ເປີດຕົວຜະລິດຕະພັນສິ່ງພິມພິ​ເສດ “ກູ​ບາ ແລະ ຫວຽດ​ນາມ: ສັນ​ຍາ​ລັກ​ຂອງຄວາມ​ສາ​ມັກ​ຄີອ້າຍນ້ອງ”

ຍສໝ - ຫວ່າງ​ມໍ່ໆ​ນີ້, ວາລະສານ​ສະພາ​ແຫ່ງ​ຊາດ​ກູ​ບາ ​ໄດ້ເປີດຕົວຜະລິດຕະພັນສິ່ງພິມພິ​ເສດ “ກູ​ບາ ແລະ ຫວຽດ​ນາມ: ສັນ​ຍາ​ລັກ​ຂອງຄວາມ​ສາ​ມັກ​ຄີອ້າຍນ້ອງ” ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ສື່ມວນຊົນ ກູ​ບາ ຢູ່​ຫໍ​ສະພາ​ແຫ່ງ​ຊາດ ກູ​ບາ - Capitolio, ນະຄອນຫຼວງ La Habana.

ສະຫະພັນບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ​ແລະ ICAP ສືບ​ຕໍ່​ຮ່ວມ​ມື​ຊຸກຍູ້ການພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ກູ​ບາ

ສະຫະພັນບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ​ແລະ ICAP ສືບ​ຕໍ່​ຮ່ວມ​ມື​ຊຸກຍູ້ການພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ກູ​ບາ

ຍສໝ - ວັນທີ 14 ມີນານີ້, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ຈັດຕັ້ງການໂອ້ລົມເຈລະຈາແບບເຊິ່ງໜ້າກັບສະຖາບັນ ກູບາ ມິດຕະພາບກັບບັນດາປະຊາຊາດ (ICAP) ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ.

ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະຮ່ວມເດີນທາງກັບ​ອົງການ​ສະຫະ​ປະຊາ​ຊາດ ໃນການ​ໜູນ​ຊ່ວຍ​ກູ​ບາ

ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະຮ່ວມເດີນທາງກັບ​ອົງການ​ສະຫະ​ປະຊາ​ຊາດ ໃນການ​ໜູນ​ຊ່ວຍ​ກູ​ບາ

ຍສໝ - ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮ່ວາງ​ຢາງ ຢືນຢັນ​ວ່າ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ເປັນ​ຄູ່​ຮ່ວມ​ມື, ສົມທົບ​ກັບ ສປຊ ​ເພື່ອ​ຊ່ວຍ ກູ​ບາ ຜ່ານ​ຜ່າ​ບັນດາ​ສິ່ງ​ທ້າ​ທາຍ​ໃນ​ປະຈຸ​ບັນ, ບັນລຸ​ໄດ້​ຄວາມ​ຄືບ​ໜ້າ​ໃນ​ການ​ປະຕິບັດ​ວາລະ 2030.

ສັນຍາລັກພິ​ເສດ​ ໃນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ ຫວຽດນາມ ​ແລະ ກູ​ບາ

ສັນຍາລັກພິ​ເສດ​ ໃນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ ຫວຽດນາມ ​ແລະ ກູ​ບາ

ຍສໝ - ​ເນື່ອງ​ໃນ​ໂອກາດ​ທີ່​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄປ​ຢ້ຽມຢາມ ກູ​ບາ ​ເປັນ​ທາງ​ການ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ກູ​ບາ ເລແທັງຕູງ ​ໄດ້​ໃຫ້​ສຳພາດ​ຕໍ່ສຳນັກຂ່າວສານ ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ການ​ຢ້ຽມຢາມ ​ແລະ ​ແງ່​ຫວັງ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກູ​ບາ ມາ​ຢ້ຽມ​ຢາມ​ຫວຽດ​ນາມ: ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ແບບ​ພິ​ເສດ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກູ​ບາ ມາ​ຢ້ຽມ​ຢາມ​ຫວຽດ​ນາມ: ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ແບບ​ພິ​ເສດ

ຍສໝ - ຕາງໜ້າ​ໃຫ້​ພັກ ​ແລະ ລັດ ກູ​ບາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກູ​ບາ Juan Esteban Lazo Hernández ມາ​ຫວຽດນາມ ​ເພື່ອ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ການ​ຢ້ຽມຢາມ ກູ​ບາ Fidel Castro ​ເຖິງ​ເຂດ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ.

ເຮັດ​ໃຫ້​ສາຍ​ພົ​ວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ, ປະ​ຊາ​ຊົນ ແລະ ກອງ​ທັບ​ສອງ​ປະ​ເທດ ຫວຽດ​ນາມ - ກູ​ບາ ເລິກ​ເຊິ່ງ​ຂຶ້ນ​ຕື່ມ

ເຮັດ​ໃຫ້​ສາຍ​ພົ​ວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ, ປະ​ຊາ​ຊົນ ແລະ ກອງ​ທັບ​ສອງ​ປະ​ເທດ ຫວຽດ​ນາມ - ກູ​ບາ ເລິກ​ເຊິ່ງ​ຂຶ້ນ​ຕື່ມ

ຍສໝ- ຕອນບ່າຍວັນທີ 22 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນໂທ Alvaro Lopez Miera ລັດຖະມົນຕີກະຊວງກຳລັງປະກອບອາວຸດປະຕິວັດ ກູບາ ເນື່ອງໃນໂອກາດ ມາຢ້ຽມາມ ແລະ ເຮັດວຽກຢູ່ ຫວຽດນາມ.

ຫວຽດ​ນາມ ແລະ ກູ​ບາ ​ຮ່ວມ​ມືກັນ​ຮັກ​ສາ​ຄວາ​ມ​ຊົງ​ຈຳໃນ​ປະ​ຫວັດ​ສາດ

ຫວຽດ​ນາມ ແລະ ກູ​ບາ ​ຮ່ວມ​ມືກັນ​ຮັກ​ສາ​ຄວາ​ມ​ຊົງ​ຈຳໃນ​ປະ​ຫວັດ​ສາດ

ຍ​ສ​ໝ - ​ຊຸດຟີມ​ເອກະສານ "ການ​ພົວ​ພັນ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ກູ​ບາ, 60 ປີ​ແຫ່ງວັນ​ກໍ່​ສ້າງ ແລະ ພັດ​ທະ​ນາ" ແມ່ນ​ໜຶ່ງ​ໃນ 5 ຜົນ​ງານໃນ​ຊຸດຟີມ​ເອ​ກະ​ສານ​ກ່ຽວ​ກັບ​ປະ​ຫວັດ​ສາດ 60 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ກູ​ບາ.

ເພີ່ມ​ພູນ​ຄູ​ນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ກູ​ບາ

ເພີ່ມ​ພູນ​ຄູ​ນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ກູ​ບາ

ຍ​ສ​ໝ - ການ​ພົບ​ປະ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່າ​ນນາງ Ariadne Feo Labrada, ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ສ.ກູບາ ປະຈຳນະ​ຄອນ​ໂຮ່​ຈີ​ມິນ ແລະ ສາ​ມີ, ທ່ານ​ນາງ ເຈືອງ​ທິ​ຮຽນ ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກູ​ບາ ນະ​ຄອນ​ໂຮ່​ຈີ​ມິນ, ທ່ານ ໂຮ່​ຊວັນ​ເລິມ, ຮອງ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ນະ​ຄອນ​ໂຮ່​ຈີ​ມິນ, ທ່ານ​ພັນ​ເອກ ບູຍ​ຮຶວ​ຮ​ວຽນ, ຫົວ​ໜ້າ​ຄະ​ນະ​ຕິດ​ຕໍ່​ພົວ​ພັນ ກອງ​ພັນ 261 Giron ແລະ ຜູ້​ຕາງ​ໜ້າ​ບັນ​ດາ​ພະ​ແນກ, ຄະ​ນະ, ​ຂະ​ແໜງ​ການນະ​ຄອນ.

ເຫດການ