ສະຫະພັນບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ​ແລະ ICAP ສືບ​ຕໍ່​ຮ່ວມ​ມື​ຊຸກຍູ້ການພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ກູ​ບາ

14:41 | 18/03/2024

ຍສໝ - ວັນທີ 14 ມີນານີ້, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ຈັດຕັ້ງການໂອ້ລົມເຈລະຈາແບບເຊິ່ງໜ້າກັບສະຖາບັນ ກູບາ ມິດຕະພາບກັບບັນດາປະຊາຊາດ (ICAP) ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ.

ຫວຽດນາມ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ໃນ​ກຸ່ມ​ອາ​ຊຽນ ຫວຽດນາມ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ໃນ​ກຸ່ມ​ອາ​ຊຽນ
AAPF 31: ຫວຽດນາມ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລັດຖະສະພາ​ກັບ​ລາວ ​ແລະ ລັດ​ເຊຍ AAPF 31: ຫວຽດນາມ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລັດຖະສະພາ​ກັບ​ລາວ ​ແລະ ລັດ​ເຊຍ

ໂດຍ​ເຂົ້າ​ຮ່ວມ​ການໂອ້ລົມເຈລະຈາ ​ມີ​ທ່ານ ຟ່ານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ; ທ່ານ ຫງວຽນຫວ໋ຽດ​ຖາວ, ຮອງ​ປະ​ທານຜູ້ປະຈຳການສະ​ມາ​ຄົມ​ມິດ​ຕະ​ພາບ ​ຫວຽດ​ນາມ - ກູ​ບາ; ພະນັກງານ, ລັດຖະກອນຂອງ​ສະຖານທູດ ຫວຽດນາມ ປະຈຳ ກູ​ບາ ​ແລະ ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ.

ຝ່າຍ ​ກູ​ບາ, ມີ​ທ່ານ Fernando Gónzalez Llort, ປະທານ​ສະ​ຖາ​ບັນ ​ກູ​ບາ ມິດຕະພາບ​ກັບບັນດາປະຊາຊາດ; ທ່ານ Orlando Nicolás Hernández Guillén, ເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ; ທ່ານນາງ Ariadne Feo Labrda, ກົງສຸນໃຫຍ່ ກູບາ ປະຈຳ ຫວຽດນາມ; ພ້ອມ​ກັບ​ບັນດາພະນັກງານ, ລັດຖະກອນ ICAP ​ແລະ ສະຖານທູດ ກູ​ບາ ປະຈຳ ຫວຽດນາມ.

ສະຫະພັນບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ​ແລະ ICAP ສືບ​ຕໍ່​ຮ່ວມ​ມື​ຊຸກຍູ້ການພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ກູ​ບາ

ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຈັດການໂອ້ລົມເຈລະຈາແບບເຊິ່ງໜ້າກັບກັບສະຖາບັນ ກູບາ ມິດຕະພາບກັບບັນດາປະຊາຊາດ ໃນວັນທີ 14 ມີນາ. (Ảnh: ດິ່ງຮ່ວາ)

ກ່າວ​ຄຳ​ປາໄສ​ທີ່​ການ​ຕ້ອນຮັບ, ທ່ານ Fernando Gonzalez Llort, ປະທານ​ສະ​ຖາ​ບັນ ກູ​ບາ ມິດຕະພາບ​ກັບບັນດາ​ປະຊາຊາດ ເວົ້າວ່າ: ຫວຽດນາມ - ກູ​ບາ ຍາມ​ໃດ​ກໍ່​ສາມັກຄີ​ໃນ​ທຸກ​ໄລຍະ​ປະຫວັດສາດ. ​ໃນ​ປີ 2023, 2 ປະ​ເທດ​ ກໍໄດ້ຈັດ​ຕັ້ງ​ຫຼາຍການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນບຸກໂຈມຕີປ້ອມປືນ Moncada ຂອງ​ປະຊາຊົນ ​ກູ​ບາ ​ແລະ 50 ປີ​ແຫ່ງ​ວັນ​ການ​ຢ້ຽມຢາມເຂດປົດປ່ອຍ​ພາກ​ໃຕ້ ​ຫວຽດນາມ ຂອງທ່ານຜູ້ນຳກູ​ບາ Fidel Castro. ບັນດາເຫດການດັ່ງກ່າວ ໄດ້ດຶງດູດຄວາມສົນໃຈຂອງປະຊາຊົນເປັນຈໍານວນຫຼວງຫຼາຍ. ທ່ານ​ປະທານ ICAP ​ໄດ້​ສະແດງຄວາມ​ຂອບ​ໃຈ​ລັດຖະບານ, ປະຊາຊົນ ຫວຽດນາມ ທີ່ຍາມ​ໃດ​ກໍ່​ໜູນ​ຊ່ວຍ ກູ​ບາ ​ໃນ​ໄລຍະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ.

​ໃນ​ປີ 2024, ICAP ຈະ​ຈັດ​ຕັ້ງ​ຫຼາຍ​ເຫດການ​ສຳຄັນ​ຄື: ກອງ​ປະຊຸມ​ອາຊີ - ປາຊີ​ຟິກ ສາມັກຄີ​ກັບ ກູ​ບາ, ກອງປະຊຸມສຳມະນາມິດຕະພາບ, ການ​ຮ່ວມ​ມື, ຄວາມ​ສາມັກ ກູບາ - ຫວຽດນາມ. ICAP ຫວັງວ່າ ຈະໄດ້ຮັບການສະໜັບສະໜູນ, ການເຂົ້າຮ່ວມຂອງ VUFO.

ທ່ານ ຟ່ານ​ແອງ​ເຊີນ, ປະທານ VUFO ​ກ່າວຄຳປາໄສວ່າ: ປີ 2020, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ກູ​ບາ ​ໄດ້​ລົງ​ນາມ​ໃນ​ສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ​ໄລຍະ 2020-2025 ກັບ​ສະ​ຖາ​ບັນ ກູບາ ​ມິດຕະພາບກັບບັນດາປະຊາຊາດ ແລະ ສະມາຄົມມິດຕະພາບ ກູບາ - ຫວຽດນາມ. ​ໃນ​ໄລຍະ 4 ປີ​ແຫ່ງ​ການ​ປະຕິບັດ​ສັນຍາ​ດັ່ງກ່າວ, ​ເຖິງ​ວ່າ​ສະຖານະ​ການ​ໂລກ​ຈະ​ສັບສົນ ​ແລະ ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພະຍາດ​ໂຄ​ວິດ-19, ​ແຕ່​ສອງ​ຝ່າຍ​ ກໍຍັງປະສານ​ສົມທົບ, ​ແລກປ່ຽນ​ຄະນະ​ຜູ້​ແທນ​ຢ່າງເປັນ​ປະຈຳ. ​ໃນ​ໄລຍະ​ຈະ​ມາ​ເຖິງ, VUFO ຈະ​ຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ, ການສຳມະນາ​ ເພື່ອ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ປະ​ເທດຊາດ, ຊາວກູ​ບາ ​ໃນ​ອະດີດ ​ແລະ ປະຈຸ​ບັນ ໃຫ້​ປະຊາຊົນ ຫວຽດນາມ ໃນບັນດາຊັ້ນວັນນະ.

2 ຝ່າຍ ​ໄດ້​ປຶກສາຫຼືກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ແລກປ່ຽນ, ການ​ຮ່ວມ​ມື​ຄື: ການຈັດ​ຕັ້ງ​ຄະນະ​ປະຕິບັດງານ, ຄະນະ​ຜູ້​ແທນ​ວິ​ສາ​ຫະກິດ; ການຮ່ວມມືລະຫວ່າງມະຫາວິທະຍາໄລ; ຈັດຕັ້ງສະເຫຼີມສະຫຼອງວັນບຸນຕ່າງໆຂອງສອງປະເທດ...

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.