ຍສໝ - ວັນທີ 13 ເມສາ, ທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ພ້ອມກັບພະນັກງານສະຖານທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ໄດ້ມາອວຍພອນທ່ານນາງ ວິລາວັນ ເຢຍປໍເຮີ ເອກອັກຄະລັດຖະທູດ ລາວ ແລະ ພະນັກງງານການທູດລາວ ທີ່ພວມປະຕິບັດງານປະຈຳ ລັດເຊຍ ໃນໂອກາດບຸນປີໃໝ່ 2022.
ຍສໝ - ຕອນບ່າຍວັນທີ 13 ເມສາ ຢູ່ນະຄອນ ວິງອຽນ, ພະແນກພົວພັນຕ່າງປະເທດ ແຂວງ ວິງຝຸກ ໄດ້ຈັດຕັ້ງລາຍການພົບປະກັບນັກສຶກສາລາວ ໃນໂອກາດບຸນປີໃໝ່ 2022
ຍສໝ - ທ່ານປະທານແນວໂຮມປະເທດຊາດ ຫວຽດນາມ ໄດ້ສົ່ງຈົດໝາຍໄປຍັງທ່ານປະທານແນວລາວສ້າງຊາດ, ທ່ານປະທານສະພາແນວໂຮມສາມັກຄີພັດທະນາປະເທດຊາດແຫ່ງຊາດ ກຳປູເຈຍ ໃນໂອກາດບຸນປີໃໝ່ປະຈຳຊາດສອງປະເທດ.
ຕາງໜ້າໃຫ້ຄະນະນຳ, ຄູອາຈານໃນໂຮງຮຽນ, ທ່ານນາງ ຫງວຽນທິທູຮ່າ ໄດ້ສົ່ງຄຳອວຍພອນໄຊອັນປະເສີດມາຍັງນັກສຶກສາລາວ ພ້ອມດ້ວຍຄອບຄົວ, ປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນການຮ່ຳຮຽນ ແລະ ໃນທຸກໜ້າທີ່ວຽກງານຂອງຕົນ. ຂໍອວຍພອນໃຫ້ສາຍພົວພັນໄມຕີຈິດມິດຕະພາບແບບພິເສດ ລະຫວ່າງ ຫວຽດນາມ - ລາວ ເວົ້າລວມ ແລະ ລະຫວ່າງແຂວງ ຫາຍເຢືອງ - ວຽງຈັນ ເວົ້າສະເພາະ ໃຫ້ນັບມື້ນັບໝັ້ນແກ່ນໜຽວແໜ້ນ.
ຍສໝ - ຕອນບ່າຍວັນທີ 12 ເມສາ, ເນື່ອງໃນໂອກາດບຸນປີໃໝ່ຂອງລາວ ແລະ Chol Chnam Thmay ຂອງກໍາປູເຈຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ໂທລະສັບອວຍພອນທ່ານນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ ແລະ ນາຍົກລັດຖະມົນຕີກຳປູເຈຍ ຮຸນແຊນ.
ຍສໝ - ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຊື່ອໝັ້ນວ່າ ປະຊາຊົນລາວຈະສືບຕໍ່ບັນລຸໄດ້ຜົນງານໃໝ່, ຍິ່ງໃຫຍ່ຫຼາຍກວ່າອີກໃນພາລະກິດແຫ່ງການປ່ຽນແປງໃໝ່.
ໃນລະຫວ່າງວັນທີ 11-12 ເມສາ, ຄະນະຜູ້ແທນແຂວງແທັງຮວ໊າ, ຫວຽດນາມ ໂດຍທ່ານ ໂດ໊ມິງຕວ໊ນ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງແທັງຮວ໊າ ເປັນຫົວໜ້າຄະນະໄດ້ໄປຢ້ຽມຢາມ, ເຮັດວຽກ ແລະອວຍພອນບຸນປີໃໝ່ຂອງປະຊາຊົນບັນດາເຜົ່າລາວ ຢູ່ແຂວງຫົວພັນ (ລາວ).
ຍສໝ - ວັນທີ 12 ເມສາ, ທ່ານ ຫງວຽນງອກເລືອງ, ເລຂາສູນກາງຄະນະຊາວໜຸ່ມ, ປະທານສະມາຄົມຊາວໜຸ່ມຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ອວຍພອນສະຖານທູດລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ 2022...
ຍສໝ - ຕອນເຊົ້າວັນທີ 11 ເມສາ ຢູ່ ນະຄອນຫລວງ ວຽງຈັນ ໄດ້ດຳເນີນກອງປະຊຸມຮ່ວມມືພັດທະນາດ້ານການຄ້າ ຊາຍແດນ ຫວຽດນາມ - ລາວ ຄັ້ງທີ XII ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ແລະ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ອຸດສາຫະກຳ - ການຄ້າ ລາວ.
ຍສໝ - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ຕອນບ່າຍວັນທີ 11 ເມສາ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ໄດ້ເຂົ້າຢ້ຽມຂໍ່ານັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ.
ຍສໝ - ໂຄງການມີມູນຄ່າທັງໝົດ 8,3 ຕື້ດົ່ງ ໂດຍ ຮ່າຕິ້ງ ອຸປະຖໍາ.
ວັນທີ 10 ເມສາ, ເນື່ອງໃນໂອກາດບຸນປີໃໝ່ລາວ, ຄ້າຍທະຫານຊາຍແດນໂຍນມາຍ, ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ໄປຢ້ຽມຢາມ, ແລກປ່ຽນສະພາບການ, ມອບຂອງຂວັນ ແລະອວຍພອນບຸນປີໃໝ່ບັນດາກົມກອງ ແລະປະຊາຊົນຢູ່ເຂດຊາຍແດນປະເທດເພື່ອນລາວ.
ການປະຕິວັດອຸດສາຫະກໍາ ຄັ້ງທີ 4 ພວມດໍາເນີນໄປຢ່າງແຮງ, ໃນສະພາບການວິທະຍາສາດ ແລະເຕັກໂນໂລຢີພວມກາຍເປັນປັດໄຈຕົ້ນຕໍຍົກສູງສະມັດຕະພາບ, ຄຸນນະພາບ, ກໍາລັງແກ່ງແຍ້ງຂອງພື້ນຖານເສດຖະກິດ, ການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ແລະລາວ ໄດ້ຮັບການຍູ້ແຮງ, ປະຕິບັດຢ່າງມີປະສິດທິຜົນ ແລະແທດຈິງ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ສອງປະເທດ.
ຕອນເຊົ້າວັນທີ 11 ເມສາ, ຢູ່ ວັດ ໂຝມິງ ນະຄອນ ໂຮ່ຈີມິນ ໄດ້ດຳເນີນການຕ້ອນຮັບບຸນປີໃຫມ່ປະຈຳຊາດຂອງບັນດາປະເທດ: ກຳປູເຈຍ, ລາວ, ມຽນມາ ແລະ ໄທ ໂດຍສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຢູ່ ນະຄອນ ຈັດຂຶ້ນ.
ຫວ່າງແລ້ວນີ້, ຄະນະປະຕິບັດງານຕໍາຫຼວດແຂວງເທື່ອທຽນ-ເຫວ້ ນໍາໂດຍທ່ານພັນເອກພິເສດ ຫງວຽນແທງຕ໊ວນ, ຫົວໜ້າກອງບັນຊາການຕໍາຫຼວດແຂວງ ພ້ອມດ້ວຍຜູ້ຕາງໜ້າອົງການໄອຍະການປະຊາຊົນແຂວງ ໄດ້ມາຢ້ຽມຢາມ, ເຮັດວຽກກັບກອງບັນຊາການປ້ອງກັນຄວາມສະຫງົບແຂວງສາລະວັນ.
ຫວ່າງແລ້ວນີ້, ຄະນະປະຕິບັດງານຂອງຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ນໍາໂດຍທ່ານ ຫງວຽນເກວເລິມ ຫົວໜ້າກົມຖະແຫຼງຂ່າວການຕ່າງປະເທດ ແລະຮ່ວມມືສາກົນ ໄດ້ໄປຢ້ຽມຢາມ ແລະອວຍພອນພະນັກງານ, ພາລະກອນສະຖານທູດລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ລາວ.
ຫວ່າງແລ້ວນີ້, ຢູ່ແຂວງຈໍາປາສັກ, ປະເທດເພື່ອນລາວ, ໂດຍໄດ້ຮັບການມອບສິດຈາກນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະໄດ້ຮັບການມອບສິດຈາກເຈົ້າແຂວງຈໍາປາສັກ, ທ່ານຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງຈໍາປາສັກ ໄດ້ປະດັບຫຼຽນກາແຮງງານຂອງລັດຖະບານລາວ ໃຫ້ຕໍາຫຼວດແຂວງເທື່ອທຽນ-ເຫ້ວ ຍ້ອນມີການປະກອບອັນໃຫຍ່ຫຼວງເຂົ້າໃນວຽກງານຮັກສາຄວາມສະຫງົບແຫ່ງຊາດ ແລະຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຢູ່ 4 ແຂວງພາກໃຕ້ລາວ.
ຕອນຄ່ຳວັນທີ 10 ເມສາ, ຢູ່ກຸງເກົ່າເຫ້ວ, ໂຮງຮຽນວິທະຍາໄລສ້າງຄູ ເທື່ອທຽນເຫ້ວ ໄດ້ສົມທົບກັບມະຫາວິທະຍາໄລເຫ້ວ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ຈັດຕັ້ງ ບຸນປີໃໝ່ລາວ 2022 - ພ.ສ 2565 ຂອງປະເທດ ສປປ.ລາວ.
ຍສໝ - ສວນດອກໄມ້ 4 ລະດູ ຊາປາ, ຕະຫຼາດແຫ່ງຄວາມຮັກຊາປາ ສົມທົບກັບວັນບຸນແຄນມົ້ງ, ລາຍການໂຫນສະລິງນຳ້ຕົກຕາດ, ແຂ່ງຂັນປິນພູສາກົນ ແມ່ນບັນດາຜະລິດຕະພັນການທ່ອງທ່ຽວໃໝ່ຂອງແຂວງລາວກາຍ ເພື່ອແນໃສ່ຍູ້ແຮງການດຶງດູດແຂກທ່ອງທ່ຽວ.
ຍສໝ - ວັນທີ 6 ເມສານີ້, ເນື່ອງໃນໂອກາດບຸນສົງການປີໃໝ່ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ການນຳແຂວງເທືອທຽນເຫວ້ໄດ້ມາຢ້ຽມຢາມ ແລະ ອວຍພອນປີໃໝ່ບັນດາກຳລັງວິຊາສະເພາະຂອງສອງແຂວງສາລະວັນ ແລະ ເຊກອງ ທີ່ກຳລັງປະຕິບັດໜ້າທີ່ໃນເຂດຊາຍແດນຕິດຈອດກັນ.