ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ

14:08 | 28/07/2022

ຍສໝ - ວັນທີ 23 ກໍລະກົດ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ບັກຢາງ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງບັກຢາງ ໄດ້ຈັດຕັ້ງກອງປະຊຸມສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5 ກັນຍາ 1962 - 5 ກັນຍາ 2022), 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18 ກໍລະກົດ 1977 - 18 ກໍລະກົດ 2022).

ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ
ເພີ່ມທະວີນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ ເພີ່ມທະວີນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ

ກ່າວ​ຄຳ​ເຫັນ​ທີ່​ນີ້, ທ່ານ​ຮອງ​ເອກ​ອັກຄະ​ລັດຖະທູດ ລາວ ປະຈຳ ຫວຽດນາມ ຈັນ​ທະ​ພອນ ​ຄຳ​ມະນີ​ຈັນ ຢືນຢັນ​ວ່າ: ​ປະຈຸ​ບັນ, ລາວ ໄດ້ຄືແນວນັ້ນ​ ​ແມ່ນ​ຍ້ອນ​ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່​ຫຼວງ​ຂອງ​ປະຊາຊົນ ຫວຽດນາມ ​ເວົ້າລວມ ​ແລະ ປະຊາຊົນ​ແຂວງ ບັກ​ຢາງ ເວົ້າ​ສະ​ເພາະ. ແຂວງ ບັກຢາງ ຍັງເປັນບ່ອນບຳລຸງສ້າງພະນັກງານຫຼັກແຫຼ່ງລາວ ໃນສະໄໝສົງຄາມຕໍ່ສູ້ ແລະ ປະຈຸບັນ ມີຫຼາຍຄົນຖືຕໍາແໜ່ງສໍາຄັນຂອງພັກ ແລະ ລັດຖະບານລາວ.

ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ
ທ່ານ​ຮອງ​ເອກ​ອັກຄະ​ລັດຖະທູດ ລາວ ປະຈຳ ຫວຽດນາມ ຈັນ​ທະ​ພອນ ​ຄຳ​ມະນີ​ຈັນ. (ພາບ: TTXVN)

ການ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ໃນ​ວັນ​ທີ 5 ກັນຍາ 1962, ການ​ລົງ​ນາມ​ໃນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ວັນ​ທີ 18 ກໍລະກົດ 1977 ໄດ້ຢືນຢັນ​ຄວາມ​ສາມັກຄີ​ແບບ​ພິ​ເສດ, ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ການຮ່ວມ​ມື, ສະໜັບສະໜູນ, ​ເພີ່ມ​ທະວີ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ ລາວ-ຫວຽດນາມ, ແມ່ນພື້ນຖານ​ນິຕິ​ກຳ​ອັນ​ໜັກ​ແໜ້ນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ ​ແລະ ​ເປີດ​ກວ້າງ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ໃໝ່. ປາດ​ຖະໜາ​ວ່າ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ​ແຂວງ ບັກ​ຢາງ ກັບ ​ແຂວງ ​ໄຊ​ສົມ​ບູນ ຂອງ​ລາວ ຈະ​ນັບ​ມື້​ນັບ​ແໜ້ນ​ແຟ້ນ ​ແລະ ​ແທດ​ຈິງ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ ​ໃຫ້​ທັງ​ສອງ​ຝ່າຍ, ພ້ອມ​ກັນ​ນັ້ນ ກໍ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ລາວ ແລະ ຫວຽດນາມ.

ໃນ​ຂອບ​ເຂດ​ການ​ພົບ​ປະ, ບັນດາ​ຜູ້​ແທນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ ​ກ່ຽວ​ກັບ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ. ​ເນື່ອງ​ໃນ​ໂອກາດ​ນີ້, ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ແຂວງ ບັກ​ຢາງ ​ໄດ້​ມອບ​ຂອງຂວັນ​ໃຫ້​ນັກຮຽນ​ລາວ 5 ຄົນ; 10 ບຸກຄົນໄດ້​ຮັບ​ການ​ຍ້ອງຍໍ ​ແລະ ມອບ​ລາງວັນ ຍ້ອນມີການ​​ປະກອບສ່ວນ​ຫຼາຍ​ຢ່າງ ​ໃຫ້​ແກ່​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ໃນ​ການ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ຫວຽດນາມ - ລາວ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.