ເຊື່ອມຕໍ່ການຄົມມະນາຄົມ, ຍົກສູງກຳລັງຄວາມສາມາດຂົນສົ່ງຫວຽດນາມ-ລາວ

13:34 | 05/08/2022

ໂດຍແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ມີແມ່ນ້ຳລຳເຊ ແລະສາຍພູຫຼວງຕິດຈອດກັນຕາມທຳມະຊາດ, ການພົວພັນສະໜິດຕິດພັນຖານອ້າຍນ້ອງລະຫວ່າງຫວຽດນາມ ແລະລາວ ໄດ້ຮັບການຝຶກຝົນຫຼໍ່ຫຼອມໃນປະຫວັດສາດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຂອງສອງຊາດ.

ນຳການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ ນຳການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ
ສະຫງວນບຸລິມະສິດແຖວໜ້າໃຫ້ການພົວພັນແບບພິເສດ ຫວຽດນາມ-ລາວ ສະຫງວນບຸລິມະສິດແຖວໜ້າໃຫ້ການພົວພັນແບບພິເສດ ຫວຽດນາມ-ລາວ
ຫວຽດນາມ ແລະລາວ ພວມສົມທົບກັນ ແລະຄົ້ນຄວ້າຄວາມເປັນໄປໄດ້ບັນດາໂຄງການ, ຄື: ໂຄງການລົງທຶນກໍ່ສ້າງເສັ້ນທາງດ່ວນຮ່າໂນ້ຍ-ວຽງຈັນ. ພາບປະກອບ: nhandan.vn
ຫວຽດນາມ ແລະລາວ ພວມສົມທົບກັນ ແລະຄົ້ນຄວ້າຄວາມເປັນໄປໄດ້ບັນດາໂຄງການ, ຄື: ໂຄງການລົງທຶນກໍ່ສ້າງເສັ້ນທາງດ່ວນຮ່າໂນ້ຍ-ວຽງຈັນ. ພາບປະກອບ: nhandan.vn

ສາຍພົວພັນທີ່ເປັນມູນເຊື້ອອັນດີງາມ, ສະໜິດຕິດພັນບໍລິສຸດຜຸດຜ່ອງລະຫວ່າງປະຊາຊົນສອງປະເທດໂດຍປະທານໂຮ່ຈີມິນ, ປະທານໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ສ້າງພື້ນຖານ, ແລະການນຳພັກ, ລັດ ແລະປະຊາຊົນຮຸ່ນຕ່າງໆຂອງສອງປະເທດໄດ້ເພີ່ມພູນຄູນສ້າງ, ກາຍເປັນຊັບສົມບັດອັນລ້ຳຄ່າ.

ບັນດາໂຄງການພື້ນຖານໂຄງລ່າງ ແລະລາຍການຮ່ວມມືໜູນຊ່ວຍດ້ານເຕັກນິກລະຫວ່າງກະຊວງຄົມມະນາຄົມຂົນສົ່ງ ແລະກະຊວງໂຍທາທິການ ແລະຂົນສົ່ງລາວ ໄດ້ຮັບການຜັນຂະຫຍາຍປະສົບຜົນສຳເລັດໃນຕະຫຼອດ 50 ປີຜ່ານມາ ແລະກາຍເປັນ “ຂົວເຊື່ອມຕໍ່” ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ-ລາວ.

ການຮ່ວມມືຢ່າງເລິກເຊິ່ງ, ກວ້າງຂວາງກ່ຽວກັບການຄົມມະນາຄົມຂົນສົ່ງ

ນັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນທາງການທູດໃນວັນທີ 5 ກັນຍາ 1962 ແລະເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ໃນວັນທີ 18 ກໍລະກົດ 1977 ຈົນຮອດປະຈຸບັນ, ຊາຕາກຳຂອງສອງຊາດຫວຽດນາມ-ລາວ ໃນການຕໍ່ສູ້ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ ກໍ່ຄືໃນໄລຍະທາງປົກປັກຮັກສາ ແລະພັດທະນາປະເທດຊາດນັບມື້ນັບສະໜິດຕິດພັນ. ຈົນຮອດປະຈຸບັນ, ສາຍພົວພັນລະຫວ່າງສອງປະເທດໄດ້ຍົກຂຶ້ນສູ່ລະດັບສູງໃໝ່ ເຊິ່ງບໍ່ເຄີຍມີມາຢູ່ປະເທດໃດ, ນັ້ນແມ່ນ: “ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະການພົວພັນຮ່ວມມືຮອບດ້ານລະຫວ່າງລາວ ແລະຫວຽດນາມ”.

ໃນການຮ່ວມມືຮອບດ້ານດັ່ງກ່າວ, ສາຍພົວພັນທີ່ເປັນມູນເຊື້ອລະຫວ່າງຂະແໜງຄົມມະນາຄົມຂົນສົ່ງຂອງສອງປະເທດໄດ້ຮັບການກໍ່ສ້າງ ແລະເພີ່ມພູນຄູນສ້າງນັບແຕ່ຊຸມປີແຫ່ງການຕໍ່ຕ້ານ, ນັກຊ່ຽວຊານຄົມມະນາຄົມຂົນສົ່ງ, ຊາວໜຸ່ມຕະລຸມບອນຫວຽດນາມ ນັບພັນຄົນໄດ້ພ້ອມກັບພະນັກງານ ແລະປະຊາຊົນລາວ ເປີດຫຼາຍເສັ້ນທາງທີ່ສຳຄັນຢູ່ປະເທດລາວ, ສ້າງພື້ນຖານທຳອິດໃຫ້ຂະແໜງຄົມມະນາຄົມຂົນສົ່ງປະເທດເພື່ອນມິດ.

ພະຍານຫຼັກຖານຈະແຈ້ງທີ່ສຸດກ່ຽວກັບການຮ່ວມມືດ້ານຄົມມະນາຄົມຂົນສົ່ງລະຫວ່າງສອງປະເທດແມ່ນເສັ້ນທາງນັບຮ້ອຍກິໂລແມັດຢູ່ລາວໂດຍຫວຽດນາມ ລົງທຶນກໍ່ສ້າງ, ບັນດາເສັ້ນທາງເຊື່ອມຕໍ່ຜ່ານຊາຍແດນຂອງສອງປະເທດຄືເສັ້ນທາງ 6A, 6B, 7B, 8B, 9, 9B, 12, 18B, 2E,... ໄດ້ຮັບການຍົກລະດັບ ຫຼືເປີດກວ້າງດ້ວຍແຫຼ່ງທຶນຊ່ວຍເຫຼືອລ້າຂອງຫວຽດນາມ. ນີ້ແມ່ນບັນດາໂຄງການພົ້ນເດັ່ນເພື່ອອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງ, ຊຸກຍູ້ການແລກປ່ຽນການຄ້າລະຫວ່າງສອງປະເທດ, ເປີດເສັ້ນທາງໃຫ້ສິນຄ້າຂອງລາວ ຜ່ານບັນດາທ່າກຳປັ່ນຫວຽດນາມ ສົ່ງອອກປະເທດຕ່າງໆ.

ໃນໄລຍະຜ່ານມາ, ສອງຝ່າຍໄດ້ເຊັນ ແລະຜັນຂະຫຍາຍສົນທິສັນຍາສາກົນ, ຂໍ້ຕົກລົງສາກົນກ່ຽວກັບຄົມມະນາຄົມຂົນສົ່ງ, ໃນນ້ັນມີບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງສອງລັດຖະບານກ່ຽວກັບຍຸດທະສາດການຮ່ວມມືໃນຂົງເຂດຄົມມະນາຄົມຂົນສົ່ງໄລຍະ 2016-2025, ວິໄສທັດເຖິງປີ 2030, ສ້າງພື້ນຖານນິຕິກໍາໃຫ້ຫວຽດນາມ ແລະລາວ ເປັນເຈົ້າການວາງແຜນຜັງເຊື່ອມຕໍ່ການຄົມມະນາຄົມຂົນສົ່ງກັບບັນດາປະເທດ ແລະໃນພາກພື້ນ.

ສິ່ງດັ່ງກ່າວຮັບປະກັນໃຫ້ແກ່ການພັດທະນາລະບົບຄົມມະນາຄົມຂົນສົ່ງຄົບຊຸດຕາມທິດຍືນຍົງ, ທັນສະໄໝ; ຕອບສະໜອງຄວາມຮຽກຮ້ອງຕ້ອງການຂົນສົ່ງ, ພ້ອມທັງເສີມຂະຫຍາຍທ່າໄດ້ປຽບກ່ຽວກັບທີ່ຕັ້ງພູມສາດ ແລະເງື່ອນໄຂທຳມະຊາດຂອງສອງປະເທດ, ໂດຍສະເພາະແມ່ນຄວາມສາມາດບົ່ມຊ້ອນກ່ຽວກັບທີ່ຕັ້ງໃຈກາງຂອງລາວ ໃນການເຊື່ອມຕໍ່ການຄົມມະນາຄົມຂົນສົ່ງກັບບັນດາປະເທດໃນພາກພື້ນ ແລະຄວາມສາມາດບົ່ມຊ້ອນທາງທະເລຂອງຫວຽດນາມ ໃນການເຊື່ອມຕໍ່ກັບລະບົບຄົມມະນາຄົມຂົນສົ່ງສາກົນ, ສ້າງເງື່ອນໄຂເພື່ອຊຸກຍູ້ການຄ້າ.

ການຂົນສົ່ງທາງບົກແມ່ນແບບວິທີເຊື່ອມຕໍ່ຕົ້ນຕໍລະຫວ່າງສອງປະເທດເຊິ່ງສອງຝ່າຍເອົາໃຈໃສ່ດ້ວຍການເຊັນສັນຍາ ແລະອະນຸສັນຍາສ້າງເງື່ອນໄຂສະດວກໃຫ້ພາຫະນະຂົນສົ່ງທາງບົກໄປມາລະຫວ່າງສອງປະເທດ. ປະຈຸບັນ, ຝ່າຍຫວຽດນາມ ໄດ້ຈັດຕັ້ງ 55 ເສັ້ນທາງ ຂົນສົ່ງຜູ້ໂດຍສານລະຫວ່າງຊາດໂດຍ 50 ກົມກອງຂົນສົ່ງປະຕິບັດດ້ວຍ 280 ພາຫະນະພວມໄດ້ຮັບການຂຸດຄົ້ນຕາມເສັ້ນທາງ, ບັນດາຫົວໜ່ວຍຂົນສົ່ງໄດ້ຍົກສູງຄຸນນະພາບການບໍລິການເປັນປະຈຳ, ປ່ຽນແປງລົດໂອໂຕໃໝ່ທີ່ມີຄຸນນະພາບສູງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນສອງປະເທດ ແລະແຂກທ່ອງທ່ຽວສາກົນ.

ໃນໄລຍະຜ່ານມາ, ເຖິງວ່າພະຍາດໂຄວິດ-19 ຜັນແປສັບສົນກໍ່ຕາມ, ແຕ່ບໍ່ສາມາດເຮັດໃຫ້ການເຄື່ອນໄຫວຂົນສົ່ງສິນຄ້າລະຫວ່າງສອງປະເທດຜ່ານກົນໄກປ່ຽນຜູ້ຂັບລົດ, ຂົນຖ່າຍສິນຄ້າຢູ່ດ່ານຊາຍແດນ. ພາຍຫຼັງສອງປະເທດເປີດດ່ານຄືນໃໝ່, ຮັບມືກັບພະຍາດໂຄວິດ-19 ໃນສະພາບການໃໝ່, ການເຄື່ອນໄຫວຂົນສົ່ງສິນຄ້າ, ຜູ້ໂດຍສານຜ່ານຊາຍແດນໄດ້ຮັບການເຊື່ອມຕໍ່ເປັນປົກກະຕິຄືໄລຍະກ່ອນທີ່ແຜ່ລະບາດພະຍາດ.

ການຮ່ວມມືແທດຈິງ, ເຂົ້າສູ່ລວງເລິກ

ໃນຂົງເຂດການບິນ, ການຮ່ວມມືລະຫວ່າງສອງບໍລິສັດການບິນແຫ່ງຊາດໄດ້ຊ່ວຍການຂົນສົ່ງທາງການບິນລະຫວ່າງສອງປະເທດມີຄວາມສະດວກດ້ວຍບັນດາຖ້ຽວບິນປົກກະຕິຮ່າໂນ້ຍ-ວຽງຈັນ-ໂຮ່ຈີມິນ, ຮ່າໂນ້ຍ-ຫຼວງພະບາງ, ຮ່າໂນ້ຍ-ປາກເຊ ແລະກົງກັນຂ້າມ, ດ້ວຍ 2 ຖ້ຽວ/ມື້. ປະຈຸບັນບັນດາບໍລິສັດການບິນຂອງສອງປະເທດ ເລີ່ມຂຸດຄົ້ນບັນດາສາຍການບິນນີ້ຄືນໃໝ່ດ້ວຍ 14ຖ້ຽວ/ອາທິດ ຄືໄລຍະກ່ອນທີ່ພະຍາດໂຄວິດ-19 ແຜ່ລະບາດ.

ບັນດາທ່າກຳປັ່ນທະເລຫວຽດນາມ ຕັ້ງບົນທາງຫຼັກທີ່ເຊື່ອມຕໍ່ຫວຽດນາມ - ລາວ, ຄື: ຫວູງອ໊າງ, ຕຽນຊາ, ເກືອລໍ່ ກໍ່ໄດ້ຮັບການລົງທຶນ ແລະສະຫງວນໃຫ້ປະເທດເພື່ອນລາວ ບຸລິມະສິດນຳໃຊ້, ຊ່ວຍລາວ ສົ່ງອອກ, ນຳເຂົ້າສິນຄ້າຢ່າງສະດວກ. ເພື່ອສິນຄ້າ, ການບໍລິການຂອງລາວ ມີກາລະໂອກາດເຂົ້າເຖິງບັນດາຕະຫຼາດໃຫຍ່, ຄື: ຍີ່ປຸ່ນ, ອາເມລິກາ, ການາດາ, ອົດສະຕາລີ... ແລະຫັນຄູ່ຮ່ວມມືເປັນຫຼາຍຮູບແບບ, ລັດຖະບານຫວຽດນາມ ມີແຜນນະໂຍບາຍສ້າງເງື່ອນໄຂສະດວກໃຫ້ສິນຄ້າຂອງລາວ ໄປຜ່ານທ່າກຳປັ່ນທະເລທັງໝົດຂອງຫວຽດນາມ.

ເພື່ອເພີ່ມທະວີຄວາມສາມາດເຊື່ອມຕໍ່ການຄົມມະນາຄົມ, ຍົກສູງຄວາມສາມາດຂົນສົ່ງ, ຕອບສະໜອງຄວາມຕ້ອງການຂຸດຄົ້ນທ່າກຳປັ່ນທະເລຫວຽດນາມ ເພື່ອສົ່ງອອກສິນຄ້າຂອງປະເທດເພື່ອນລາວ, ກະຊວງຄົມມະນາຄົມຂົນສົ່ງພວມຄົ້ນຄວ້າ ແລະສ້າງຂໍ້ສະເໜີແຜນນະໂຍບາຍລົງທຶນ 5 ສາຍທາງຫຼວງເຊື່ອມຕໍ່ບັນດາດ່ານສາກົນຈາກລາວ ເຖິງທ່າກຳປັ່ນທະເລຫວຽດນາມ.

ເພື່ອສືບຕໍ່ພັດທະນາການຮ່ວມມືດ້ານຄົມມະນາຄົມຂົນສົ່ງໃຫ້ເຂົ້າສູ່ລວງເລິກ ແລະແທດຈິງ, ກໍ່ສ້າງການພົວພັນແບບຍືນຍົງ, ໃນໄລຍະຈະມາເຖິງ, ກະຊວງຄົມມະນາຄົມຂົນສົ່ງ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບກະຊວງໂຍທາທິການ ແລະຂົນສົ່ງລາວ ແລະບັນດາອົງການ, ກົມກອງກ່ຽວຂ້ອງກ່ຽວກັບການຮ່ວມມືລົງທຶນພັດທະນາທ່າກຳປັ່ນຫວູງອ໊າງ; ຮຽກຮ້ອງສ່ວນບຸກຄົນ, ວິສາຫະກິດ, ອົງການສິນເຊື່ອລົງທຶນກໍ່ສ້າງເສັ້ນທາງບົກດ່ວນຮ່າໂນ້ຍ-ວຽງຈັນ, ເສັ້ນທາງລົດໄຟຫວູງອ໊າງ-ວຽງຈັນ ແລະບັນດາໂຄງການຈຸດສຸມອ່ືນ.

ພ້ອມນັ້ນ, ກະຊວງຈະໜູນຊ່ວຍການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຝຶກອົບຮົມ, ແລກປ່ຽນບົດຮຽນວິຊາສະເພາະກັບເພື່ອນ ໃນຂົງເຂດທາງບົກ, ທາງລົດໄຟ, ການບິນ, ການເດີນທະເລ; ຂຸດຄົ້ນ, ຕີລາຄາຄືນໃໝ່ບັນດາສາຍທາງຂົນສົ່ງລະຫວ່າງຊາດ; ປັບປຸງ, ອັບເດດບັນດາສັນຍາ ແລະອະນຸສັນຍາກ່ຽວຂ້ອງເໝາະສົມກັບສະພາບການຕົວຈິງ, ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ການຂົນສົ່ງຂ້າມຊາຍແດນລະຫວ່າງຫວຽດນາມ ແລະລາວ. ປະຕິບັດບັນດາໂຄງການ ແລະລາຍການຮ່ວມມືນີ້ໃຫ້ປະສົບຜົນສຳເລັດກໍ່ສະແດງໃຫ້ເຫັນບົດບາດ “ໄປກ່ອນເປີດທາງ” ຂອງຂະແໜງຄົມມະນາຄົມຂົນສົ່ງສອງປະເທດເພື່ອແນໃສ່ສ້າງພື້ນຖານໂຄງລ່າງເປັນຢ່າງດີ, ມີຄຸນນະພາບສູງ, ລະດັບຄວາມໄວສູງກໍ່ຄືສ້າງນະໂຍບາຍຂົນສົ່ງທີ່ດີ, ເພີ່ມທະວີການເຊື່ອມຕໍ່ພື້ນຖານໂຄງລ່າງສອງປະເທດ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.