ຮອງປະທານສະພາແຫ່ງຊາດລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຮວ່າບິ່ງ

09:35 | 26/07/2022

ຍສໝ - ສະຫາຍນາງ ສູນທອນ ໄຊຍະຈັກ ປາດຖະໜາຢາກໃຫ້ ສອງຝ່າຍສືບຕໍ່ເສີມຂະຫຍາຍມູນເຊື້ອສະໜິດຕິດພັນ ແລະ ສາຍພົວພັນທາງ ການທູດທີ່ເລິກເຊິ່ງ, ກວ້າງຂວາງ, ຫວັງວ່າສອງປະເທດລາວ-ຫວຽດນາມ ຈະສືບຕໍ່ຮັກສາສາຍພົວພັນສັດຊື່ບໍລິສຸດ, ຈົງຮັກພັກດີນີ້ໄວ້.

ຄະນະຜູ້ແທນ ຄະນະກຳມະການແນວລາວສ້າງຊາດ ຢ້ຽມຢາມ ແລະ ເຮັດວຽກຢູ່ ເທດສະບານເມືອງ ກວ້າງອຽນ ຄະນະຜູ້ແທນ ຄະນະກຳມະການແນວລາວສ້າງຊາດ ຢ້ຽມຢາມ ແລະ ເຮັດວຽກຢູ່ ເທດສະບານເມືອງ ກວ້າງອຽນ
ຄະນະປະຕິບັດງານຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ລາວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງເງະອານ ຄະນະປະຕິບັດງານຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ລາວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງເງະອານ

ວັນທີ 21 ກໍລະກົດ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດລາວ ນໍາໂດຍສະຫາຍນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດລາວ, ປະທານສະມາຄົມສະມາຊິກລັດຖະສະພາມິດຕະພາບລາວ-ຫວຽດນາມ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຮວ່າບິ່ງ.

ຮອງປະທານສະພາແຫ່ງຊາດລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຮວ່າບິ່ງ
ຮອງປະທານສະພາແຫ່ງຊາດລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຮວ່າບິ່ງ. ພາບ: TTXVN

ທີ່ການເຮັດວຽກ, ສະຫາຍນາງ ສູນທອນ ໄຊຍະຈັກ ປາດຖະໜາຢາກໃຫ້ ສອງຝ່າຍສືບຕໍ່ເສີມຂະຫຍາຍມູນເຊື້ອສະໜິດຕິດພັນ ແລະ ສາຍພົວພັນທາງ ການທູດທີ່ເລິກເຊິ່ງ, ກວ້າງຂວາງ, ຫວັງວ່າສອງປະເທດລາວ-ຫວຽດນາມ ຈະສືບຕໍ່ຮັກສາສາຍພົວພັນສັດຊື່ບໍລິສຸດ, ຈົງຮັກພັກດີນີ້ໄວ້. ສະຫາຍນາງ ສະແດງຄວາມປິຕິຊົມຊື່ນທີ່ໄດ້ມາຢ້ຽມຢາມປູຊະນີຍະສະຖານປະຫວັດສາດການປະຕິວັດ “ສະຖານທີ່ຝຶກດ້ານການເມືອງ ແລະ ຈັດກອງປະຊຸມກະກຽມ ກອງປະຊຸມໃຫຍ່ ຄັ້ງທີ II, ພັກປະຊາຊົນ ປະຕິວັດ ລາວ” ທີ່ກອງບັນ ຊາການທະຫານແຂວງຮວ່າບິ່ງ.

ສະຫາຍ ໂງວັນຕ໊ວນ ເລຂາພັກແຂວງຮວ່າບິ່ງ ເນັ້ນໜັກວ່າ ໃນໄລຍະຈະ ມາເຖິງ, ທາງແຂວງຈະສືບຕໍ່ໃຫ້ບຸລິມະສິດ, ເອົາໃຈໃສ່ຊຸກຍູ້ສາຍພົວພັນ ມິດຕະພາບຮ່ວມມືກັບບັນດາທ້ອງຖິ່ນຂອງລາວ; ເສີມຂະຫຍາຍຜົນການຮ່ວມມືທີ່ ບັນລຸໄດ້, ເປີດກວ້າງໄປສູ່ຂົງເຂດໃໝ່, ຂຸດຄົ້ນກາລະໂອກາດ, ຄວາມສາມາດ ບົ່ມຊ້ອນລະຫວ່າງສອງຝ່າຍກວ່າອີກ. ແຂວງຮວ່າບິ່ງ ຈະອໍານວຍຄວາມ ສະດວກໃຫ້ບັນດາການເຄື່ອນໄຫວພົບປະແລກປ່ຽນ, ແບ່ງປັນບົດຮຽນ, ແລກປ່ຽນການຮ່ວມມືລະຫວ່າງບັນດາອົງການຈັດຕັ້ງພັກ, ອົງການວິຊາ ສະເພາະຂອງແຂວງ ກັບບັນດາແຂວງ, ນະຄອນຂອງລາວ.

ບູນມີ

ເຫດການ
302 Found

Found

The document has moved here.