ການເຊື່ອມຕໍ່ສາຍພົວພັນ ຫວຽດນາມ - ລາວ ດ້ວຍຫຼາຍການເຄື່ອນໄຫວແທດຈິງ ແລະ ມີປະສິດທິຜົນ

10:07 | 24/07/2022

ຍສໝ-ເກືອບ 50 ປີຜ່ານມາ, ນັບ​ແຕ່​ມື້​ສ້າງ​ຕັ້ງມາຮອດປັດຈຸບັນ ສະມາຄົມ​ຊາວ​ຫວຽດນາມ ​ຢູ່ ​ນະຄອນຫຼວງ​ວຽງ​ຈັນ (ລາວ) ​ໄດ້​ກາຍ​ເປັນ “ຂົວຕໍ່” ປະກອບສ່ວນ​ເຂົ້າໃນການເຊື່ອມ​ຕໍ່​ລະຫວ່າງ ຫວຽດນາມ - ລາວ ​ແລະ ການເປັນຈຸດທີ່ໝັ້ນຄົງໃຫ້ແກ່ສະມາຄົມ​ຊາວ ​ຫວຽດນາມ ຢູ່​ນະຄອນຫຼວງ​ວຽງ​ຈັນ ​ເວົ້າ​ສະ​ເພາະ, ຢູ່​ ລາວ ​ເວົ້າ​ລວມ.

ນາຍົກລັດຖະມົນຕີ ຟ້າມມິງຈິງ: ຫວຽດນາມ ຍູ້ແຮງການຫັນເປັນດີຈີຕອນຢ່າງວ່ອງໄວ, ມີປະສິດທິຜົນ ແລະ ແທດຈິງ ນາຍົກລັດຖະມົນຕີ ຟ້າມມິງຈິງ: ຫວຽດນາມ ຍູ້ແຮງການຫັນເປັນດີຈີຕອນຢ່າງວ່ອງໄວ, ມີປະສິດທິຜົນ ແລະ ແທດຈິງ
ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນປະເທດ ຫວຽດນາມ - ອິດສະຣາແອນ ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນປະເທດ ຫວຽດນາມ - ອິດສະຣາແອນ ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ

ຄວາມສາມັກຄີ, ນໍ້າໃຈຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຜ່ານຜ່າໂລກລະບາດ

ໃນ​ປີ 2021, ​ໃນ​ຊຸມ​ມື້​ທີ່​​ໂລກ​ລະບາດ​ໂຄ​ວິດ-19 ມີຄວາມເຄັ່ງ​ຕຶງ​, ນ້ຳ​ໃຈຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ,​ ຄວາມ​ສາມັກຄີ​ຂອງຊາດ ຍິ່ງໄດ້ເສີມຂະຫຍາຍຢ່າງສູງສູ ​ຢູ່ໃນ​ສະມາຄົມ​ຊາວ ​ຫວຽດນາມ ຢູ່​ນະຄອນຫຼວງວຽງ​ຈັນ.

ທ່ານ ຄຳ​ໝ້ວຍ ​ແກ້ວ​ມະນີ (​ເລ​ວັນ​ມຸ່ຍ) - ກຳມະການ​ຄະນະປະຈຳ​​ສູນ​ກາງ​ສະມາຄົມ​ມິດຕະພາບ​ ລາວ-ຫວຽດນາມ, ທີ່ປຶກສາໃຫ້​ບໍລິສັດ Taio ​ລາວ, ປະທານ​ສະມາຄົມ​ຊາວ​ ຫວຽດນາມ ​ຢູ່​ນະຄອນຫຼວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ “​ມີໄລຍະຈໍານວນຄົນຫວຽດຢູ່ລາວຕິດໂຄວິດແມ່ນ 68 ຄົນ ແລະ ໃນບໍລິເວນທີ່ເຂົາເຈົ້າອາໄສຢູ່ຍັງມີ 100 ກວ່າຄອບຄົວ. ​ໂດຍ​ອີງ​ໃສ່​ບົດຮຽນ​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ໂລກ​ລະບາດ ​ຢູ່ ​ຫວຽດນາມ, ສະມາຄົມ​ຊາວ ​ຫວຽດນາມ ​ຢູ່ ​ນະຄອນຫຼວງວຽງ​ຈັນ ຮຽກຮ້ອງ​ປະຊາຊົນ​ປະຕິບັດ​ການ​ແຍກ​ຫ່າງ​​ສັງຄົມ “​ໃຜ​ຢູ່​ໃສ, ກໍ​ຢູ່​ຫັ້ນ”, ຄອບຄົວກັກຕົວກັບຄອບຄົວເປັນ​ເວລາ 21 ວັນ. ເພື່ອໃຫ້ປະຊາຊົນມີຄວາມອຸ່ນອ່ຽນໃຈໃນການກັກຕົວ, ເຮືອນຄົວ 0 ຫວຽດນາມດົ່ງ ຂອງສະມາຄົມຊາວ ຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ໄດ້ກຳເນີດເກີດຂຶ້ນ, ເພື່ອສະໜອງກ່ອງເຂົ້າຮ້ອນໆ ແລະ ສົ່ງຟຣີ ໃຫ້ປະຊາຊົນຢູ່ບໍລິເວນກັກຕົວ.

ການເຊື່ອມຕໍ່ສາຍພົວພັນ ຫວຽດນາມ - ລາວ ດ້ວຍຫຼາຍການເຄື່ອນໄຫວແທດຈິງ ແລະ ມີປະສິດທິຜົນ
ທ່ານ ຄຳ​ໝ້ວຍ ​ແກ້ວ​ມະນີ ປະທານ​ສະມາຄົມ​ຊາວ​ ຫວຽດນາມ ​ຢູ່​ ນະຄອນຫຼວງ​ວຽງ​ຈັນ​ ໄດ້​ຕີລະຄັງ​ຢູ່​ທີ່ເຂດຮ່ອງຮອຍແຫ່ງຊາດ​ພິ​ເສດ​ ATK ດີ້ງຫວາ. (ພາບ: ຫງວຽນຕຸ່ງ).

“ບັນດາຄົນ​ທີ່​ມີ​ສຸຂະພາບ​ແຂງແຮງ​ຢູ່​ນະຄອນຫຼວງ​ວຽງ​ຈັນ ໄດ້ສະໝັກ​ໃຈ​ມາ​ໜູນ​ຊ່ວຍ​ສະມາຄົມ​ຄື ຕອນເຊົ້າ​ໄປ​ຕະຫຼາດ, ແລ້ວກັບ​ເມືອ​ແຕ່ງ​ກິນ, ​ໄປສົ່ງ​ເຂົ້າ​ໃຫ້​ແຕ່ລະຄອບຄົວ 3 ​ຄາບ​ຕໍ່​ມື້. ສະນັ້ນ,​ ​ເຮືອນ​ຄົວ​ເມື່ອໃດກໍ​ດັງໄຟໃນຕະຫຼອດໄລຍະທີ່ບັນດາຄອບຄົວຖືກກັກຕົວ ເພື່ອເປັນການແບ່ງປັນກັບພີ່ນ້ອງ", ທ່ານ ຄໍາໝ້ວຍ ແກ້ວມະນີ ໃຫ້ຮູ້.

ການກະທໍາຂອງສະມາຄົມໄດ້ຮັບການຕີລາຄາສູງຈາກຄະນະກຳມະການປ້ອງກັນ ແລະ ຄວບຄຸມພະຍາດ ໂຄວິດ-19 ລາວ. ​ເມື່ອ​ພະຍາດ​ລະບາດ​ຢ່າງສັບສົນ ​ຢູ່​ ​ຄຳ​ມ່ວນ, ພາຍຫຼັງ​ໄດ້​ຮັບ​ອະນຸຍາດ​ແລ້ວ, ສະມາຄົມ​ຊາວ​ ຫວຽດນາມ ຢູ່ ​ນະຄອນຫຼວງ​ວຽງ​ຈັນ ​ກໍໄດ້​ສົ່ງ​ຄະນະ​ປະຕິບັດງານ​ທີ່​ມີ​ປະສົບ​ການ​ໃນ​ວຽກ​ງານ​ປ້ອງ​ກັນ ແລະ ຕ້ານ​ພະຍາດ​ໂຄ​ວິດ-19 ​ໄປ​ໜູນ​ຊ່ວຍ, ແນະ​ນຳ​ໃຫ້ສະມາຄົມ​ຊາວ​ຫວຽດນາມ ຢູ່​ ​ຄຳ​ມ່ວນ.

ໃນ​ໄລຍະ​ທີ່​ຫຍຸ້ງຍາກ, ນໍ້າໃຈປະເທດ​ຊາດ ​ແລະ ນໍ້າໃຈຂອງ​ພີ່ນ້ອງ​ຮ່ວມ​ຊາດຍິ່ງ​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ. ເດືອນເມສາ 2021, ໂລກລະບາດຖືກແຜ່ລະບາດໄປເກືອບທຸກທ້ອງຖິ່ນຂອງລາວ, ໃນນັ້ນ ນະຄອນຫຼວງວຽງຈັນ ມີຈຳນວນຜູ້ທີ່ຖືກຕິດເຊື້ອຫຼາຍທີ່ສຸດ. ໂດຍການຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຂອງ​ສະຫະສະມາຄົມ​ຊາວ ​ຫວຽດນາມ ​ຢູ່ ​ລາວ, ສະມາຄົມ​ຊາວ ​ຫວຽດນາມ ​ຢູ່​ນະຄອນຫຼວງ​ ວຽງ​ຈັນ, ບັນດາ​ອົງການຈັດຕັ້ງ, ບຸກຄົນ, ປະຊາ​ຄົມ​ຊາວ​ ຫວຽດນາມ ຢູ່​ ນະຄອນຫຼວງ​ວຽງ​ຈັນ ​ໄດ້​ຮ່ວມມືໃນການ​ໜູນ​ຊ່ວຍ​ດ້ານ​ຈິດ​ໃຈ ແລະ ອຸປະກອນຕ່າງໆເພື່ອປະກອບສ່ວນເຂົ້າໃນການ​ຊ່ວຍ​ເຫຼືອ ​ລາວ ​ຜ່ານ​ຜ່າໄລຍະຫຍຸ້ງຍາກ​ທີ່ຖືກຜົນສະທ້ອນຈາກໂລກ​ລະ​ບາດ.

ຮອດ​ເດືອນມິຖຸນາ 2021, ​ເມື່ອ​ສະພາບ​ການ​ຂອງໂລກ​ລະບາດ​ໂຄ​ວິດ-19 ຢູ່ ​ຫວຽດນາມ ກໍມີຄວາມສັບສົນ, ບັນດາ​ຜູ້ໃຈບຸນ, ບຸກຄົນ, ວິ​ສາ​ຫະກິດ ​ແລະ ປະຊາ​ຄົມ​ຊາວ ​ຫວຽດນາມ ກໍາລັງອາ​ໄສ ​ແລະ ​ເຮັດ​ວຽກ​ຢູ່ ລາວ ​ກໍໄດ້​ເຂົ້າ​ຮ່ວມ​ການ​ບໍລິຈາກ, ໜູນ​ຊ່ວຍ​ບັນດາ​ແຫຼ່ງກຳລັງ​ໃຫ້​ບັນດາ​ແຂວງ​ຢູ່​ຫວຽດນາມ ​ເພື່ອ​ປ້ອງກັນ ​ແລະ ຕ້ານໂລກ​​ລະ​ບາດ.

ທ່ານປະທານສະມາຄົມ​ຊາວ ​ຫວຽດນາມ ​ຢູ່​ ນະຄອນຫຼວງ​ວຽງ​ຈັນ ຢືນຢັນ​ວ່າ ຄວາມ​ສາມັກຄີ ​ແລະ ການຄຽງບ່າຄຽງໄຫຼ່ຂອງປະຊາຄົມ​ຊາວ ​ຫວຽດນາມ ຢູ່ ​ລາວ ​ໃນ​ການ​ຕໍ່ສູ້​ຕ້ານ “ສັດຕູ Covid-19” ບໍ່​ພຽງ​ແຕ່​ປະກອບສ່ວນເຂົ້າໃນການ​ຊ່ວຍເຫຼືອ​ປະຊາຊົນໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຂອງ​​ໂລກ​ລະບາດ​ເທົ່າ​ນັ້ນ, ຫາກຍັງ​ເຮັດໃຫ້​ພາບ​ພົດ​ຂອງ​ຊາວ ​ຫວຽດນາມ ​ໃນ​ສາຍ​ຕາ​ເພື່ອນ​ມິດ ​ລາວ ມີຄວາມເລິກເຊິ່ງກວ່າອີກ, ປະກອບສ່ວນເຂົ້າໃນການ​ປັບປຸງ​ການ​ພົວພັນ​ທີ່ເປັນ​ມູນ​ເຊື້ອ​ພິເສດ, ອັນຍິ່ງໃຫຍ່ລະຫວ່າງ​ ຫວຽດນາມ ​ແລະ ລາວ ກວ່າອີກ.

ພາສາຫວຽດ​ - ຂົວ​ຕໍ່​ທີ່ໝັ້ນຄົງເພື່ອເຊື່ອມຕໍ່ສາຍ​ພົວ​ພັນ​ ຫວຽດ​ນາມ - ລາວ

ເປັນ​ເວລາ​ເກືອບ 20 ປີ​ນີ້, ​ໂຮງຮຽນ​ສອງ​ພາສາ ລາວ-ຫວຽດນາມ ຫງວຽນຢູ (ບ້ານ​ດົງ​ປາ​ເລບ, ​ເມືອງ​ຈັນທະ​ບູລີ, ນະຄອນຫຼວງວຽງ​ຈັນ, ລາວ) ​ໂດຍສະມາຄົມ ຫວຽດນາມ ນະຄອນຫຼວງວຽງຈັນຄຸ້ມ​ຄອງ​ ພາຍ​ໃຕ້​ການ​ຊີ້​ນຳຢ່າງໂດຍກົງ​ຂອງ​ສະຖານທູດ ​ຫວຽດນາມ ປະຈຳ ​ລາວ ​ແລະ ການຊີ້ນໍາ​ທາງດ້ານ​ວິຊາ​ການ​ຂອງ​ກະຊວງ​ສຶກສາ​ທິການ ​ແລະ ກິລາ ລາວ ​ໄດ້​ມອບ​ໝາຍ​ພາລະກໍາຄື​​ຊ່ວຍ​ໃຫ້ບັນດາລຸ້ນລູກຫຼານສະມາຄົມຊາວ ​ຫວຽດນາມ ທີ່ ​ພວມ​ເຮັດ​ວຽກ ​ແລະ ດຳລົງ​ຊີວິດ ​ຢູ່​ ລາວ ໄດ້ຮັກສາຄໍາເວົ້າ ​ແລະ ​ໜັງສື, ພ້ອມ​ກັນ​ນັ້ນ ​ກໍ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ວັດທະນະທຳ​ອັນ​ເປັນ​ມູນ​ເຊື້ອ​ຂອງປະເທດ​ຊາດ ​ແລະ ປະກອບສ່ວນ​ເຂົ້າໃນການເພີ່ມພູນຄູນສ້າງສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ປະຈຸ​ບັນ, ​ໂຮງຮຽນ​​ມີ​ຄູ​ສອນທີ່ເປັນຄົນ​ຫວຽດນາມປະມານ 20 ຄົນ ​ແລະ ມີ​ນັກຮຽນ​ກ່ວາ 1.000 ຄົນ​ໃນແຕ່ລະຊັ້ນ ​ແຕ່​ອະນຸບານ​ ຈົນຮອດ ຊັ້ນ ມ.7, ເປັນຕົ້ນ​ແມ່ນ​ລູກຫຼານຂອງຄົນ​ຫວຽດ ຢູ່ລາວ ​ແລະ ຄົນ ​ລາວ ​ຢູ່​ ນະຄອນຫຼວງ​ວຽງ​ຈັນ.

ຫຼັກສູດການສອນຂອງໂຮງຮຽນແມ່ນໄດ້ສ້າງຂຶ້ນໂດຍອີງໃສ່ໂຄງຮ່າງຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາ ລາວ. ແຕ່ວ່າ, ຕາມທ່ານ ຄຳໝ້ວຍ ແກ້ວມະນີ ແລ້ວ, ຈຸດພິເສດແມ່ນ ແທນທີ່ຈະສອນແຕ່ພາສາຫວຽດໃນວັນສຸກໂດຍຕາມການກຳນົດໄວ້, ແຕ່ໂຮງຮຽນຈະສະຫຼັບພາສາຫວຽດເຂົ້າໃນບັນດາຊົ່ວໂມງຮຽນຂອງແຕ່ລະມື້ ເພື່ອໃຫ້ນັກຮຽນທໍາຄວາມລຶ້ງເຄີຍ. ບັນດາ​ນັກຮຽນ​ຂອງ​ໂຮງຮຽນ​ຍັງ​ໄດ້​ຮັບ​ການ​ແນະນຳ​ຢ່າງລະອຽດກ່ຽວກັບມູນເຊື້ອ, ​ວັດທະນະທຳ ​ຫວຽດນາມ ​ເພື່ອ​ເຂົ້າ​ໃຈພາສາ​ທີ່​ຕົນເອງກໍາລັງຮຽນກວ່າອີກ​. ດ້ວຍ​ຄວາມ​ມານະ​ພະຍາຍາມ​ດັ່ງກ່າວ, ທ່ານ​ປະທານ​ສະມາຄົມ​ຊາວ ຫວຽດນາມ ປະຈຳນະຄອນຫຼວງວຽງ​ຈັນ ຢືນຢັນ​ວ່າ “​ບໍ່​ຢ້ານ​ວ່າ​ລຸ້ນລູກ​ຫຼານ​ຂອງ​ປະຊາ​ຄົມ​ຊາວ ​ຫວຽດນາມ ທີ່ພວມອາ​ໄສ​, ທໍາມະຫາກິນ ຢູ່ ລາວ ບໍ່​ຮູ້​ພາສາ​ຫວຽດ”.

ໃນ 2-3 ປີມໍ່ໆມານີ້, ​ໂຮງຮຽນ​ສອງ​ພາສາ ລາວ-ຫວຽດນາມ ຫງວຽນ​ຢູ ​ໄດ້​ຮັບ​ທຶນການ​ສຶກສາ​ຈາກ​ມະຫາວິທະຍາ​ໄລ ​ຫວຽດນາມ ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ​ເດືອນ​ກຸມພາ 2022, ນັກຮຽນ 10 ຄົນ​ທີ່ມີ​ຜົນ​ການ​ຮຽນ​ດີ​ໃນ​ສົກ​ຮຽນ 2020-2021 ຂອງ​ໂຮງຮຽນ​ສອງ​ພາສາ ລາວ-ຫວຽດນາມ ຫງວຽນ​ຢູ ​ໄດ້​ຮັບ​ທຶນການ​ສຶກສາ​ຈາກ​ມະຫາວິທະຍາ​ໄລ ໂຕນດຶກທັ໋ງ (ນະຄອນ ໂຮ່ຈິມີນ). ກ່ອນ​ໜ້າ​ນັ້ນ, ​ໃນ​ປີ 2020, ມີ​ນັກ​ຮຽນດີເດັ່ນ 20 ຄົນ​ຂອງ​ໂຮງຮຽນ​ສອງ​ພາສາ ລາວ-ຫວຽດນາມ ຫງວຽນ​ຢູ ກໍ​ໄດ້​ຮັບ​ທຶນການ​ສຶກສາ​ 100% ຈາກ​ມະຫາວິທະຍາ​ໄລ​ຊັ້ນ​ນຳ​ຂອງ​ຫວຽດນາມ.

“ລຸ້ນລູກ​ຫຼານຂອງຄົນຫວຽດນາມ ຢູ່​ ລາວ ​ແມ່ນ​ແກ່ນສານເພື່ອ​​ສືບ​ຕໍ່​ຮັກສາ ​ແລະ ເພີ່ມພູນຄູນ​ສ້າງ​ສາຍ​ພົວພັນ​ອັນ​ຍິ່ງໃຫຍ່​ລະຫວ່າງ ລາວ - ຫວຽດນາມ ​ໃຫ້​ນັບ​ມື້​ນັບແໜ້ນແຟ້ນ, ທ່ານ ຄຳ​ໝ້ວຍ ແກ້ວ​ມະນີ ​ໃຫ້​ຮູ້​.

ຫອມມາລາ

ເຫດການ
302 Found

Found

The document has moved here.