ຮັດ​ແໜ້ນ​ນ້ຳ​ໃຈ​ສາ​ມັກ​ຄີ ລະ​ຫວ່າງ​ ອະ​ນຸ​ຊົນ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ

20:45 | 11/08/2022

ງານມະໂຫລານແມ່ນໂອກາດເພື່ອໃຫ້, ອະນຸຊົນສາມປະເທດເພີ່ມທະວີການພົວພັນແລກປ່ຽນ, ຮຽນຮູ້ເຂົ້າໃຈເຊິ່ງກັນແລະກັນ, ປະກອບສ່ວນສຶກສາອົບຮົບພວກນ້ອງນ້ອຍກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ.

ທ່າ​ນ​ນາງ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Men Sam An: ການ​ພົວ​ພັນ​ຫວຽດ​ນາມ - ກຳ​ປູ​ເຈຍ ໝັ້ນ​ຄົງ​ທະ​ນົງ​ແກ່ນຊົ່ວ​ກາ​ລະ​ນານ ທ່າ​ນ​ນາງ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Men Sam An: ການ​ພົວ​ພັນ​ຫວຽດ​ນາມ - ກຳ​ປູ​ເຈຍ ໝັ້ນ​ຄົງ​ທະ​ນົງ​ແກ່ນຊົ່ວ​ກາ​ລະ​ນານ
ປັບ​ປຸງ, ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ ປັບ​ປຸງ, ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ
ຄະນະຜູ້ແທນບັນດາປະເທດ ຮັບດອກໄມ້ທີ່ລະນຶກ
ຄະນະຜູ້ແທນບັນດາປະເທດ ຮັບດອກໄມ້ທີ່ລະນຶກ

ວັນທີ 10 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນໄດ້ຈັດຕັ້ງພິທີໄຂງານມະໂຫລານ ອະນຸຊົນສາມປະເທດຫວຽດນາມ - ລາວ - ກຳປູເຈຍ ປີ 2022 ດ້ວຍຫົວຂໍ້ “ອ້ອມແຂນເພື່ອນມິດ” ດ້ວຍການເຂົ້າຮ່ວມຂອງນ້ອງນ້ອຍ 185 ຄົນ ແລະ ພະນັກງານຮັກຜິດຊອບ 34 ຄົນທີ່ມາຈາກ 3 ປະເທດ. ນີ້ແມ່ນການເຄື່ອນໄຫວແທດຈິງ ສະເຫຼີມສະຫຼອງ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022”, ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5/9/1962 - 5/9/2022), 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ ລາວ (18/7/1977 - 18/7/2022); ປີມິດຕະພາບ ຫວຽດນາມ - ກຳປູເຈຍ 2022, 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ(24/6/1967 - 24/6/2022).

ງານມະໂຫລານແມ່ນໂອກາດເພື່ອໃຫ້, ອະນຸຊົນສາມປະເທດເພີ່ມທະວີການພົວພັນແລກປ່ຽນ, ຮຽນຮູ້ເຂົ້າໃຈເຊິ່ງກັນແລະກັນ, ປະກອບສ່ວນສຶກສາອົບຮົບພວກນ້ອງນ້ອຍກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ. ຈາກນັ້ນ, ຢັ້ງຢືນການຕັດສິນໃຈ, ຄວາມຮັບຜິດຊອບ ແລະ ເສີມຂະຫຍາຍບົດບາດປະຈັນບານຂອງລຸ້ນໜຸ່ມ ຫວຽດນາມ, ລາວ, ກຳປູເຈຍ ຕື່ມອີກ ໃນການຮັກສາເພີ່ມທະວີການພົວພັນມິດຕະພາບ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ໃຫ້ແໜ້ນແຟ້ນກ່ວາອີກ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.