ADB: Kinh tế Việt Nam sẵn sàng phục hồi, dự kiến tăng trưởng 6,5% trong năm 2022 | |
ປີໃໝ່ Chöl Nam Thmay ມີຄວາມອົບອຸ່ນ, ປຸ້ມລຸມກັນຢູ່ສະຖານທູດລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ |
ນັກທ່ອງທ່ຽວ ຫວຽດນາມ ກວມເອົາອັດຕາສ່ວນຫຼາຍຢູ່ລາວ
ຕາມກົມໃຫຍ່ການທ່ອງທ່ຽວ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ), ການຮ່ວມມືພັດທະນາການທ່ອງທ່ຽວລະຫວ່າງ ຫວຽດນາມ - ລາວ ໄດ້ຜັນຂະຫຍາຍດ້ວຍສອງຮູບການໂດຍແມ່ນ ສອງຝ່າຍ ແລະ ຫຼາຍຝ່າຍ. ການຮ່ວມມືສອງຝ່າຍໂດຍຜ່ານການຜັນຂະຫຍາຍສັນຍາຮ່ວມມືດ້ານການທ່ອງທ່ຽວຂັ້ນລັດຖະບານ, ບັນດາຂໍ້ຕົກລົງລະຫວ່າງສອງພາກສ່ວນທີ່ຮັບຜິດຊອບດ້ານການທ່ອງທ່ຽວ. ສອງປະເທດກໍ່ເຂົ້າຮ່ວມ ແລະ ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວຫຼາຍຝ່າຍຢ່າງຕັ້ງໜ້າ ຕົ້ນຕໍແມ່ນຜ່ານຂອບເຂດຄື: “ສາມປະເທດ ຈຸດທ່ອງທ່ຽວດຽວ”, “ສາມຫຼ່ຽມພັດທະນາ” (ຫວຽດນາມ - ລາວ - ກຳປູເຈຍ), “ ສີ່ປະເທດ ຈຸດທ່ອງທ່ຽວດຽວ”, (ຫວຽດນາມ - ລາວ - ກໍາປູເຈຍ - ມຽນມາ), “ແລວຕາເວັນອອກ-ຕາເວັນຕົກ”, “ເຂດອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ” (GMS), “ແມ່ນ້ຳຂອງ-ລ້ານຊ້າງ”…
ການນຳຂະແໜງການທ່ອງທ່ຽວຂອງສອງປະເທດ ຫວຽດນາມ - ລາວ ແລະ ບັນດາແຂວງຢູ່ເຂດຊາຍແດນຂອງສອງປະເທດໄດ້ແລກປ່ຽນຄະນະເປັນປະຈຳ, ດຳເນີນການສຳຫຼວດເປັນຫຼາຍຄັ້ງເພື່ອເຊື່ອມຕໍ່ບັນດາສາຍ ແລະ ແຫຼ່ງທ່ອງທ່ຽວລະຫວ່າງສອງປະເທດ, ໃນນັ້ນມີສາຍ ວຽງຈັນ ໄປຜ່ານດ່ານ ນໍ້າພາວ ( ຮ່າຕິ້ງ) ໄປຍັງ ເງະອ່ານ - ແທັງຮວາ - ຮ່າໂນ້ຍ; ຈາກ ຫຼວງພະບາງ (ລາວ) ໄປຜ່ານດ່ານຊາຍແດນນ້ຳກັ່ນ (ແຂວງ ເງະອ່ານ) ໄປຍັງ ເທື່ອທຽນເຫ້ວ. ສອງຝ່າຍກໍຍັງໄດ້ສົມທົບກັບໄທ ພັດທະນາບັນດາເສັ້ນທາງທ່ອງທ່ຽວທາງບົກຢ່າງຕໍ່ເນື່ອງ ຈາກເຂດຕາເວັນອອກສ່ຽງເໜືອຂອງໄທ ໄປຜ່ານພາກໃຕ້ຂອງລາວໄປຫາບັນດາແຂວງພາກກາງຂອງຫວຽດນາມ ແລະ ສາຍ "ສາມຫຼ່ຽມມໍລະດົກໂລກ" ເຊື່ອມຕໍ່ອ່າວ ຮ້າລອງ (ຫວຽດນາມ) ກັບເມືອງຫຼວງພະບາງ (ລາວ) ແລະ ອຸດອນທານີ (ໄທ)...
![]() |
ຄະນະຜູ້ແທນສູນກາງສະມາຄົມມິດຕະພາບ ລາວ - ຫວຽດນາມ ໄດ້ໄປຢ້ຽມຢາມ ATK ດິງຮວາ (ໄທງວຽນ) ໃນເດືອນກໍລະກົດ 2022 (ພາບ: ຕູ່ງຫງວຽນ). |
ເພື່ອຮັບໃຊ້ການພັດທະນາການທ່ອງທ່ຽວ, ບັນດາສາຍການບິນ ຫວຽດນາມ ໄດ້ເພີ່ມຈໍານວນຖ້ຽວບິນ ແລະ ເປີດຕື່ມອີກເສັ້ນທາງການບິນໂດຍກົງເພື່ອເຊື່ອມຕໍ່ບັນດາເມືອງໃຫຍ່ຂອງຫວຽດນາມ ແລະ ລາວ. ຄຽງຂ້າງນັ້ນ, ສາຍລົດເມຈໍານວນໜຶ່ງທີ່ໄປມາລະຫວ່າງສອງປະເທດກໍໄດ້ຮັບການຂຸດຄົ້ນເຊິ່ງໄດ້ສ້າງໂອກາດໃຫ້ນັກທ່ອງທ່ຽວໄດ້ກິນເຂົ້າຢູ່ສາມ ປະເທດຄື ຫວຽດນາມ, ລາວ, ໄທ ພາຍໃນມື້ໜຶ່ງ.
ໂດຍຕາມກົມພັດທະນາການທ່ອງທ່ຽວລາວ, ໃນ 6 ເດືອນຕົ້ນປີ 2022, ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາປະເທດນີ້ດ້ວຍວີຊາທ່ອງທ່ຽວໄດ້ບັນລຸເຖິງ 42.000 ກວ່າຄົນ, ໃນນັ້ນສ່ວນໃຫຍ່ແມ່ນເຂົ້າມາໃນເດືອນພຶດສະພາ ແລະ ເດືອນມິຖຸນາ, ເຊິ່ງເປັນເວລາທີ່ລັດຖະບານລາວຍົກເລີກການອອກວີຊາທ່ອງທ່ຽວເພື່ອຈຳກັດການເຂົ້າເມືອງທີ່ປະເທດນີ້ວາງອອກເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19. ໃນຈໍານວນນັກທ່ອງທ່ຽວທີ່ມາຢ້ຽມຢາມລາວແມ່ນ 33.000 ກວ່າເທື່ອຄົນໃນເດືອນພຶດສະພາ, ເດືອນມິຖຸນາ 2022 ມີຈໍານວນນັກທ່ອງທ່ຽວມາຈາກຫວຽດນາມແມ່ນ 14.000 ກວ່າເທື່ອຄົນ. ນັກທ່ອງທ່ຽວຫວຽດນາມມີຄວາມສົນໃຈຫຼາຍຕໍ່ບັນດາ tour ທ່ອງທ່ຽວທີ່ຄົ້ນຫາທາງດ້ານວັດທະນະທຳ, ຊີວິດການເປັນຢູ່ ຫຼື ຊອກຮູ້ກ່ຽວກັບປະຫວັດສາດລາວ.
ທ່ານ ນາງ ສວນສະຫວັນ ວິຍະເກດ - ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ໃຫ້ຮູ້ວ່າ ລາວ ແລະ ຫວຽດນາມ ແມ່ນສອງປະເທດເພື່ອນມິດຍຸດທະສາດທີ່ມີມູນເຊື້ອການຮ່ວມມືອັນດີງາມມາແຕ່ດົນນານ. ກິດຈະກໍາການຮ່ວມມືດ້ານການທ່ອງທ່ຽວລະຫວ່າງສອງປະເທດໃນຊຸມປີຜ່ານໆມານີ້ ລ້ວນແຕ່ໄດ້ຮັບການເຄື່ອນໄຫວຢ່າງຟົດຟື້ນ ແລະ ມີຊີວິດຊີວາ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາຂອງແຕ່ລະປະເທດໃນໄລຍະໃໝ່.
“ກ່ອນການລະບາດຂອງພະຍາດໂຄວິດ-19, ການຮ່ວມມືດ້ານການທ່ອງທ່ຽວລະຫວ່າງລາວ-ຫວຽດນາມ ໄດ້ພັດທະນາເປັນຢ່າງດີ. ໃນປີ 2019, ຫວຽດນາມ ຢືນອັນດັບທີ 3 ໃນບັນດາປະເທດທີ່ມີນັກທ່ອງທ່ຽວເຂົ້າມາລາວແມ່ນໜຶ່ງລ້ານເທື່ອຄົນ” - ທ່ານ ນາງ ສວນສະຫວັນ ວິຍະເກດ ໃຫ້ຮູ້.
ການເຊື່ອມຕໍ່ພັດທະນາການທ່ອງທ່ຽວ
ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ພັດທະນາການທ່ອງທ່ຽວ, ສອງປະເທດໄດ້ມີການຮ່ວມມືໃນຂອບເຂດການຮ່ວມມືອາຊຽນ, ກອງປະຊຸມຂັ້ນສູງ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ (CLMV), ເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ (CLV), ເຂດອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ(GMS) ແລະ ບັນດາຂອບເຂດຈໍາກັດການຮ່ວມມືຕ່າງໆ.
ເດືອນເມສາ 2022, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ປະກາດແຜນການພັດທະນາການທ່ອງທ່ຽວເຂດສາມຫຼ່ຽມ ກໍາປູເຈຍ - ລາວ - ຫວຽດນາມ ໄລຍະ 2020 – 2025, ວິໄສທັດຮອດປີ 2030. ແຜນການໄດ້ຮັບຮອງເອົາທີ່ກອງປະຊຸມສຸດຍອດສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ໃນເດືອນ ພະຈິກ 2020.
ບັນດາແຂວງທີ່ໄດ້ເຂົ້າຮ່ວມແຜນການລວມມີ Ratanakiri, Stung Treng, Mondulkiri, Kraté (ກໍາປູເຈຍ); ອັດຕະປື, ສາລະວັນ, ເຊກອງ, ຈຳປາສັກ (ລາວ); ກອນຕູມ, ຢາລາຍ, ດັກລັກ, ດັກນົງ, ບິ່ງເຟືອກ (ຫວຽດນາມ).
ທ່ານ ຮ່າວັນຊຽວ, ຮອງຜູ້ອຳນວຍການໃຫຍ່ ກົມໃຫຍ່ການທ່ອງທ່ຽວ ໃຫ້ຮູ້ວ່າ ສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ເປັນເຂດທີ່ມີຊັບພະຍາກອນອຸດົມສົມບູນ, ຫຼາກຫຼາຍຊະນິດ, ເຊິ່ງມີຄຸນລັກສະນະສະເພາະສູງ, ມີຫຼາຍຊັບພະຍາກອນທີ່ຄ້າຍຄືກັນແຕ່ກໍຍັງມີຄຸນລັກສະນະທີ່ແຕກຕ່າງກັນ, ທັງມີຄວາມອາດສາມາດສ້າງຄຸນລັກສະນະສະເພາະໃຫ້ແກ່ພາກພື້ນ ແລະ ທັງມີຄວາມອາດສາມາດເພີ່ມເຕີມໃຫ້ກັນເພື່ອເພີ່ມທະວີຄວາມດຶງດູດ. ທັງສາມປະເທດລ້ວນແຕ່ແມ່ນຈຸດທ່ອງທ່ຽວທີ່ຫາກໍມີພົ້ນເດັ່ນ, ເຊິ່ງຫຼາຍຕະຫຼາດແຂກທ່ອງທ່ຽວມີຄວາມສົນໃຈ ແລະ ເປັນຈຸດທ່ອງທ່ຽວທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງທີ່ຍັງບໍ່ທັນໄດ້ຄົ້ນພົບ.
ສ່ວນຫຼາຍຊັບພະຍາກອນທ່ອງທ່ຽວຢູ່ບັນດາແຂວງສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຍັງຄົງຢູ່ໃນແບບປະຖົມປະຖານ, ທັງທາງດ້ານທຳມະຊາດ ແລະ ວັດທະນະທຳພື້ນເມືອງຂອງຊົນເຜົ່າສ່ວນໜ້ອຍທີ່ກໍາລັງດໍາລົງຊີວິດ. ຊັບພະຍາກອນທ່ອງທ່ຽວແບບປະຖົມປະຖານຂອງພາກພື້ນແທດເໝາະກັບຄວາມຕ້ອງການ ແລະ ທ່າອ່ຽງຂອງຕະຫຼາດທ່ອງທ່ຽວສາກົນ.
ແຜນການແມ່ນວາງເປົ້າໝາຍຮອດປີ 2025, ເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຈະຕ້ອນຮັບນັກທ່ອງທ່ຽວ 3,3 ລ້ານເທື່ອຄົນ, ອັດຕາເຕີບໂຕສະເລ່ຍ 14%/ປີ; ຮອດປີ 2030, ຈຳນວນນັກທ່ອງທ່ຽວຈະເພີ່ມເປັນສອງເທົ່າ, ສ້າງລະບົບພື້ນຖານອຸປະກອນດ້ານເຕັກນິກໃຫ້ສະດວກ ແລະ ຄົບຊຸດ, ລະບົບພື້ນຖານໂຄງລ່າງໄດ້ເຊື່ອມຕໍ່ຢ່າງສະດວກ ແລະ ແຫຼ່ງຊັບພະຍາກອນມະນຸດຕ້ອງຮັບປະກັນຄວາມຕ້ອງການຂອງການພັດທະນາ.
ຕາມທ່ານນາງ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ສວນສະຫວັນ ວິຍະເກດ, ບົນພື້ນຖານການຮ່ວມມືອັນດີງາມລະຫວ່າງສອງປະເທດ, ລາວ ແລະ ຫວຽດນາມ ຕ້ອງເອົາໃຈໃສ່ກວ່າອີກເພື່ອສາຍພົວພັນການຮ່ວມມືສອງຝ່າຍໃນຂະແໜງການທ່ອງທ່ຽວນັບມື້ນັບເຂົ້າໄປສູ່ລວງເລິກ. ໃນນັ້ນ, ບຸລິມະສິດການສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວເຂົ້າ-ອອກເມືອງ; ສົ່ງເສີມວິສາຫະກິດພ້ອມກັນສ້າງບັນດາໂຄງການທ່ອງທ່ຽວໃນພາກພື້ນ; ແລກປ່ຽນປະສົບການໃນພາກລັດ ແລະ ເອກະຊົນ; ໂຄສະນາການທ່ອງທ່ຽວສອງປະເທດ.
ຫອມມາລາ