ນະຄອນຫຼວງຮ່າໂນ້ຍ ແລະນະຄອນຫຼວງວຽງຈັນ ເປັນແບບຢ່າງໃນການຮ່ວມມື, ເພື່ອສົມກັບຂອບຂະໜາດຂອງການພົວພັນແບບພິເສດຫວຽດນາມ-ລາວ

20:44 | 11/08/2022

ວັນທີ 9 ສິງຫາ, ຢູ່ສໍານັກງານຄະນະພັກນະຄອນຮ່າໂນ້ຍ, ໄດ້ດຳເນີນການພົບປະເຈລະຈາລະຫວ່າງຄະນະຜູ້ແທນນະຄອນຫຼວງຮ່າໂນ້ຍ ແລະຄະນະຜູ້ແທນນະຄອນຫຼວງວຽງຈັນ.

ການນຳລາວ ຕີລາຄາສູງການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະນະຄອນຫຼວງວຽງຈັນ ການນຳລາວ ຕີລາຄາສູງການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະນະຄອນຫຼວງວຽງຈັນ
ຊົມດອກດຽບແອງດ່າວ (ດອກຊາກຸລະ) ເບັ່ງບານອວດອ້າງສີສັນຄັ້ງທໍາອິດ ຢູ່ໃຈກາງ ນະຄອນຫຼວງຮ່າໂນ້ຍ ຊົມດອກດຽບແອງດ່າວ (ດອກຊາກຸລະ) ເບັ່ງບານອວດອ້າງສີສັນຄັ້ງທໍາອິດ ຢູ່ໃຈກາງ ນະຄອນຫຼວງຮ່າໂນ້ຍ

ກ່າວຄໍາເຫັນທີ່ການພົບປະເຈລະຈາ, ສະຫາຍ ດິງຕ໊ຽນຢູງ, ກຳມະການກົມການເມືອງ, ເລຂາພັກນະຄອນຮ່າໂນ້ຍ ໄດ້ຕີລາຄາສູງເປັນພິເສດຕໍ່ບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງອົງຄະນະພັກ, ອຳນາດການປົກຄອງນະຄອນຫຼວງຮ່າໂນ້ຍ ແລະອົງຄະນະພັກ, ອຳນາດການປົກຄອງນະຄອນຫຼວງວຽງຈັນ ໄລຍະ 2022-2025 ທີ່ໄດ້ລົງນາມໃນເດືອນເມສາ 2022. ສະຫາຍ ດິງຕ໊ຽນຢູງ ໃຫ້ຮູ້ວ່າ ພາຍຫຼັງພິທີລົງນາມ, ຄະນະພັກນະຄອນຮ່າໂນ້ຍ ໄດ້ສຸມໃສ່ຊີ້ນຳນໍາພາບັນດາອົງການ, ຄະນະ, ຂະແໜງການ, ເມືອງ, ເທດສະບານສັງກັດນະຄອນ ຊາບຊຶມ, ຄົ້ນຄວ້າ ແລະສ້າງແຜນການຜັນຂະຫຍາຍບັນດາເນື້ອໃນບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງສອງນະຄອນຫຼວງເພື່ອຮັບປະກັນຢ່າງແທດຈິງ ແລະມີປະສິດທິຜົນ.

ນະຄອນຫຼວງຮ່າໂນ້ຍ ແລະນະຄອນຫຼວງວຽງຈັນ ເປັນແບບຢ່າງໃນການຮ່ວມມື, ເພື່ອສົມກັບຂອບຂະໜາດຂອງການພົວພັນແບບພິເສດຫວຽດນາມ-ລາວ
ພິທີລົງນາມໃນການຮ່ວມມືລະຫວ່າງນະຄອນຫຼວງຮ່າໂນ້ຍ ແລະນະຄອນຫຼວງວຽງຈັນ. ພາບ: laodongthudo.vn

ສືບຕໍ່ທ່າສະດວກດັ່ງກ່າວ, ເພື່ອໃຫ້ບັນດາໂຄງການ, ການເຄື່ອນໄຫວຮ່ວມມືລະຫວ່າງສອງຝ່າຍນຳມາເຊິ່ງປະສິດທິຜົນຢ່າງແທດຈິງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງສອງນະຄອນຫຼວງ, ສະຫາຍ ດິງຕ໊ຽນຢູງ ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການພົບປະ, ການພົວພັນຕ່າງປະເທດໃນທຸກຂັ້ນ; ຮັກສາກົນໄກແລກປ່ຽນຂໍ້ມູນຂ່າວສານຢ່າງເປັນປົກກະຕິລະຫວ່າງບັນດາອົງການ, ກົມກອງ.

ສ່ວນສະຫາຍ ອະນຸພາບ ຕຸນາລົມ, ເລຂາທິການສູນກາງພັກປະຊາຊົນປະຕິວັດລາວ, ເລຂາພັກນະຄອນ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ເນັ້ນໜັກວ່າ ນີ້ແມ່ນພື້ນຖານໃນການພັດທະນາການພົວພັນຄູ່ຮ່ວມມືຖືກຕ້ອງຕາມແນວທາງການຕ່າງປະເທດຂອງສອງພັກ, ສອງລັດໃນທຸກຂົງເຂດ.

ສິ້ນສຸດການພົບປະເຈລະຈາ, ສະຫາຍ ດິງຕ໊ຽນຢູງ ຕັ້ງຄວາມຫວັງວ່າ ຜົນງານຂອງການພົບປະເຈລະຈາຈະແມ່ນບາດກ້າວບຸກທະລຸໃຫ້ແກ່ການຢ້ຽມຢາມ ແລະເຮັດວຽກຂອງຄະນະຜູ້ແທນນະຄອນຫຼວງວຽງຈັນ ຄັ້ງນີ້ບັນລຸໄດ້ໝາກຜົນດີງາມທີ່ສຸດ, ເປັນການປະກອບສ່ວນສີສັນສົດໃສເຂົ້າໃນຮູບພາບສັງລວມຂອງປີສາມັກຄີ, ມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022 ຕື່ມອີກ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.