ຫວຽດນາມ - ລາວ ແບ່ງປັນປະສົບການໃນການດຳເນີນການເຄື່ອນໄຫວເຂື່ອນໄຟຟ້ານ້ຳຕົກ ຢ່າງປອດໄພ

14:14 | 06/08/2022

ຍສໝ - ຂໍ້ມູນຂ່າວສານ ແລະ ປະສົບການທີ່ຫວຽດນາມແບ່ງປັນ ໄດ້ຊ່ວຍໃຫ້ຄະນະປະຕິບັດງານກົມຄຸ້ມຄອງຄວາມປອດໄພດ້ານອຸດສາຫະກຳພະລັງງານລາວ ເຂົ້າໃຈຕື່ມອີກກ່ຽວກັບການດຳເນີນການເຄື່ອນໄຫວຂອງອ່າງເກັບນ້ຳເຂື່ອນໄຟຟ້າຂັ້ນໄດ, ຮັບປະກັນຄວາມປອດໄພຂອງເຂດລຸ່ມແມ່ນ້ຳຂອງ, ພ້ອມດຽວກັນນັ້ນ, ກໍຮັດແໜ້ນອາລົມຈິດແບບພິເສດຂອງການພົວພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສິງ​ກະ​ໂປ Jaya Ratnam ແລະ ຜູ້​ອໍ​າ​ນວຍ​ການ​ຝ່າຍ​ບໍ​ລິ​ຫານກອງ​ທຶນ Temasek Ng Boon Heong ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສິງ​ກະ​ໂປ Jaya Ratnam ແລະ ຜູ້​ອໍ​າ​ນວຍ​ການ​ຝ່າຍ​ບໍ​ລິ​ຫານກອງ​ທຶນ Temasek Ng Boon Heong
ທ່ານເອກອັກຄະລັດຖະທູດ Elsbeth Akkerman: VUFO ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ “ການພົວພັນຄູ່ຮ່ວມມືຮອບດ້ານ” ລະຫວ່າງ ໂຮນລັງ ແລະ ຫວຽດນາມ ທ່ານເອກອັກຄະລັດຖະທູດ Elsbeth Akkerman: VUFO ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ “ການພົວພັນຄູ່ຮ່ວມມືຮອບດ້ານ” ລະຫວ່າງ ໂຮນລັງ ແລະ ຫວຽດນາມ

​ໃນ​ໄລຍະ​ຢ້ຽມຢາມ​ຫວຽດນາມ ​ໃນ​ຕົ້ນ​ເດືອນສິີງຫາ 2022, ຄະນະ ປະຕິບັດງານກົມຄຸ້ມຄອງຄວາມປອດໄພດ້ານອຸດສາຫະກຳພະລັງງານລາວ (DESM) ຂຶ້ນກັບ​ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ (ລາວ) ​ໄດ້​ໄປ​ຢ້ຽມຢາມ​ເຂື່ອນ​ໄຟຟ້າ​ນ້ຳຕົກເຊີນ​ລາ, ຮວ່າ​ບິ່ງ ຖອດ​ຖອນ​ບົດຮຽນໃນວຽກງານ ຄຸ້ມຄອງດ້ານເຕັກນິກການດຳເນີນການເຄື່ອນໄຫວເຂື່ອນຢ່າງປອດໄພ, ຂົງເຂດທີ່ພວມໄດ້ຮັບ ຄວາມສົນໃຈໃນລາວ.

ຢ້ຽມຢາມ​ເຂື່ອນ​ໄຟຟ້າ​ເຊີນລາ - ກິດຈະກໍາປະຈຳ​ປີ​​ສະໜອງ​ໄຟຟ້າ​ກວ່າ 10 ຕື້ kWh ​ໃຫ້​ຕາໜ່າງ​ໄຟຟ້າ​ແຫ່ງ​ຊາດ​ຫວຽດນາມ, ທ່ານ ພູໂຂງ ແສງວິໄລ ຮອງຫົວໜ້າກົມຄຸ້ມຄອງຄວາມປອດໄພດ້ານອຸດສາຫະກຳພະລັງງານລາວ, ຫົວໜ້າ​ຄະນະປະຕິບັດງານ​ໄດ້​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່ກິດຈະກໍາ​ໄຟຟ້າ​ນ້ຳຕົກໃຫຍ່​ທີ່ສຸດອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ທ່ານ ພູໂຂງ ແສງວິໄລ ໃຫ້ຮູ້ວ່າ: “ຂະບວນການດໍາເນີນງານ, ກໍ່ສ້າງ, ປຶກສາການ ອອກແບບລ້ວນແຕ່ໂດຍນັກວິສະວະກອນຫວຽດນາມດຳເນີນການ ເຊິ່ງສະແດງໃຫ້ເຫັນວ່າ ຫວຽດນາມເປັນເຈົ້າການເຕັກໂນໂລຢີ ການກໍ່ສ້າງເຂື່ອນ​ໄຟຟ້າ​ນ້ຳຕົກໃຫຍ່ຢ່າງສິ້ນເຊີງ”.

ທ່ານ ພູໂຂງ ແສງວິໄລ ຮອງຫົວໜ້າກົມຄຸ້ມຄອງຄວາມປອດໄພດ້ານອຸດສາຫະກຳພະລັງງານລາວ ກໍ່​ໄດ້​ສະ​ແດງ​ຄວາມ​ສົນ​ໃຈ​ຕໍ່​ການ​ຄຸ້ມ​ຄອງການດຳເນີນການເຄື່ອນໄຫວອ່າງ​ເກັບ​ນ້ຳ​ເຂື່ອນ​ໄຟຟ້າ​ນໍ້າຕົກເຊີນ​ລາ. ໂດຍໄດ້ຮູ້ວ່າ, ບໍລິສັດໄຟຟ້ານ້ຳຕົກ ເຊີນລາ (ຂຶ້ນກັບກຸ່ມບໍລິສັດໄຟຟ້າຫວຽດນາມ) ໄດ້ທົດລອງກໍ່ສ້າງສູນຄວບຄຸມຄວາມປອດໄພໃນຂັ້ນໄດເຂື່ອນໄຟຟ້າແມ່ນໍ້າດາ ແລະ ໄດ້ນຳເຂົ້າເຄື່ອນໄຫວມາເປັນເວລາ 1 ປີກວ່າ. ຫນຶ່ງໃນເປົ້າຫມາຍທີ່ ສໍາຄັນທີ່ສຸດຂອງສູນແມ່ນການຄຸ້ມຄອງລວມສູນຂໍ້ມູນການຄວບຄຸມຄວາມປອດໄພສໍາລັບບັນດາກິດຈະກໍາບົນພື້ນຖານຂອງການເຊື່ອມຕໍ່ສັນຍານຂອງອຸປະກອນກວດກາ ແລະ ວັດແທກ, ຕິດຕາມກິດຈະກໍາ; ເກັບ​ກຳ, ວິ​ເຄາະ, ປະ​ເມີນ​ຜົນ ແລະ ແກ້ໄຂ​ຂໍ້​ມູນຕົວເລກ​ຢ່າງ​ເປັນ​ມື​ອາ​ຊີບ, ຮັບ​ປະ​ກັນ​ລັກສະນະພາວະວິໄສ ແລະ ຊື່​ສັດ. ຜ່ານນັ້ນ, ຊ່ວຍໃຫ້ EVN ແລະ ຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ ແລະ ຕ້ານໄພພິບັດທຳມະຊາດ ອອກຂໍ້ຕົກລົງວ່າດ້ວຍການດຳເນີນການເຄື່ອນໄຫວອ່າງເກັບນ້ຳ ໃນລະດູນ້ຳຖ້ວມ ຢ່າງໄຫວພິບ, ສອດຄ່ອງກັບພະຍາກອນອຸຕຸນິຍົມ ແລະ ອຸທົກກະສາດ ຕາມເວລາຕົວຈິງ; ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດລວມ​ສູງກວ່າໃຫ້​ແກ່​ລະບົບ​ໄຟຟ້າ​ນ້ຳຕົກ​ຢູ່​ແມ່​ນ້ຳ​ດາ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ລະບົບ​ໄຟຟ້າ​ແຫ່ງ​ຊາດ ​ແລະ ສະໜອງ​ນ້ຳ​ໃຫ້​ແກ່​ເຂດ​ລຸ່ມ​ນ້ຳ​ໃນ​ລະດູ​ແລ້ງ.

ຕາມທ່ານ ພູໂຂງ ແສງວິໄລ ຮອງຫົວໜ້າກົມຄຸ້ມຄອງຄວາມປອດໄພດ້ານອຸດສາຫະກຳພະລັງງານລາວ ແລ້ວ, ສູນຄວບຄຸມຄວາມປອດໄພ ວຽກງານກໍ່ສ້າງຂັ້ນໄດໄຟຟ້າແມ່ນ້ຳດາ ແມ່ນເປັນແບບຢ່າງທີ່ດີ, ທັນສະໄໝ, ສອດຄ່ອງກັບທ່າອ່ຽງຂອງໂລກ. ຢູ່ລາວກໍ່ມີຫຼາຍລະບົບຂັ້ນໄດເຂື່ອນໄຟຟ້າຄືກັບຢູ່ຫວຽດນາມ, ສະນັ້ນ, ຜ່ານການຢ້ຽມຢາມ, ຮຽນຮູ້ ແລະ ແລກປ່ຽນປະສົບການ, ຄະນະຜູ້ແທນກົມຄຸ້ມຄອງຄວາມປອດໄພດ້ານອຸດສາຫະກຳພະລັງງານລາວຈະເຂົ້າໃຈຕື່ມອີກກ່ຽວກັບການດຳເນີນການເຄື່ອນໄຫວຂອງອ່າງເກັບນ້ຳເຂື່ອນໄຟຟ້າແບບຂັ້ນໄດ, ຄວາມໝາຍຄວາມສຳຄັນຂອງຄວາມປອດໄພຂອງເຂື່ອນເພື່ອຮັບປະກັນຄວາມປອດໄພໃຫ້ແກ່ເຂດລຸ່ມນ້ຳ.

ທ່ານ ພູໂຂງ ແສງວິໄລ ຮອງຫົວໜ້າກົມຄຸ້ມຄອງຄວາມປອດໄພດ້ານອຸດສາຫະກຳພະລັງງານລາວຫວັງວ່າ ບັນດານັກຊ່ຽວຊານ ຫວຽດນາມທີ່ມີປະສົບການຫຼາຍປີໃນການເຄື່ອນໄຫວ ແລະ ການຄວບຄຸມຄວາມ ປອດໄພຂອງເຂື່ອນໄຟຟ້ານໍ້າຕົກ ຈະສືບຕໍ່ແບ່ງປັນປະສົບການ, ຊ່ວຍເຫຼືອໃຫ້ວຽກງານການດຳເນີນການເຄື່ອນໄຫວບັນດາເຂື່ອນໄຟຟ້າຂອງລາວ ໃນປະຈຸບັນ. ພ້ອມ​ກັນ​ນັ້ນ, ກໍ່ຊ່ວຍເຫຼືອ​ລາວ​ສ້າງ​ລະບຽບ​ການ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງ​ເຂື່ອນ ​ແລະ ການ​ເຄື່ອນ​ໄຫວ​ອ່າງ​ເກັບ​ນ້ຳ, ພ້ອມທັງ ຮັດແໜ້ນອາລົມຈິດແບບພິເສດຂອງການພົວພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ.

ພ້ອມແລ້ວທີ່ຈະແບ່ງປັນປະສົບການກັບປະເທດລາວ

ທີ່​ການ​ເຮັດວຽກກັບຄະນະປະຕິບັດງານຂອງປະເທດເພື່ອນມິດ​ລາວ, ບັນດາ​ນັກຊ່ຽວຊານ​ດ້ານ​ໄຟຟ້າ​ນ້ຳຕົກ​ຢູ່​ທີ່​ນີ້​ໄດ້​ແກ້ໄຂຢ່າງລະອຽດ​ບັນດາ​ບັນຫາ​ທີ່​ຄະນະ​ປະຕິບັດງານຂອງກົມຄຸ້ມຄອງຄວາມປອດໄພດ້າອຸດສາຫະກຳພະລັງງານລາວ ວາງ​ອອກ​ ​ເຊັ່ນ: ບັນດາບັນຫາທີ່ກ່ຽວຂ້ອງເຖິງ​ຄວາມ​ປອດ​ໄພ​ຂອງ​ເຂື່ອນ ​ແລະ ອ່າງ​ເກັບ​ນ້ຳ​ເຂື່ອນ​ໄຟຟ້າ, ການ​ເຄື່ອນໄຫວ​ອ່າງ​ເກັບ​ນ້ຳ​ໃນ​ລະດູຝົນ, ລຳ​ດັບ​ບຸລິມະສິດ​ເມື່ອ​ການດຳເນີນເຄື່ອນ​ໄຫວອ່າງເກັບນ້ຳ.

ຫວຽດນາມ - ລາວ ແບ່ງປັນປະສົບການໃນການດຳເນີນການເຄື່ອນໄຫວເຂື່ອນໄຟຟ້ານ້ຳຕົກ ຢ່າງປອດໄພ
ຄະນະປະຕິບັດງານກົມ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ດ້ານ​ອຸດສາຫະກຳ​ພະລັງງານ (ລາວ) ​ໄດ້​ຮັບ​ຟັງ​ການ​ແນະນຳ​ກ່ຽວ​ກັບ​ຂະ​ບວນການ​ເຄື່ອນໄຫວ​ຂອງ​​ໂຮງງານໄຟຟ້ານ້ຳຕົກ ຮວ່າບິ່ງ. ພາບ: ຊວນຕຽນ

ທ່ານ ເຄືອງເຖ໊ແອງ, ຜູ້ອຳນວຍການໃຫຍ່ບໍລິສັດໄຟຟ້ານ້ຳຕົກ ເຊີນລາ ໃຫ້ຮູ້ວ່າ: ໜ່ວຍງານພ້ອມແລ້ວທີ່ຈະແບ່ງປັນປະສົບການໃນການດຳເນີນການເຄື່ອນໄຫວ ຂອງອ່າງເກັບນ້ຳ, ການກວດກາ ແລະ ຕີລາຄາຄວາມປອດໄພຂອງກິດຈະກໍາ, ແລະ ປະສົບການການດຳເນີນການເຄື່ອນໄຫວເຂື່ອນໄຟຟ້ານ້ຳຕົກຂະໜາດໃຫຍ່ ທີ່ມີເຕັກໂນໂລຢີທັນສະໄໝ ແລະ ອັດຕະໂນມັດສູງ... ຕາມທ່ານ ເຄືອງເຖ໊ແອງ, ຜູ້ອຳນວຍການໃຫຍ່ບໍລິສັດໄຟຟ້ານ້ຳຕົກເຊີນລາ ແລ້ວ ນີ້​ແມ່ນ​ບາດກ້າວ​ຫັນ​ຖະ​ແຫຼ​ງການ​ຮ່ວມ​ຂອງ​ລັດຖະບານ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດຫວຽດນາມ - ລາວ (ວັນທີ 5 ກັນຍາ 1962 – ວັນທີ 5 ກັນຍາ 2022) ໃຫ້ປະກົດຜົນເປັນຈິງ.

ທ່ານ ຫງວຽນ​ກວັກ​ຈິງ, ຮອງ​ຫົວໜ້າ​ພະ​ແນ​ກເຕັກນິກ - ຜະລິດ ກຸ່ມບໍລິສັດ​ໄຟຟ້າ​ຫວຽດນາມ (EVN) ​ໃຫ້​ຮູ້​ວ່າ: ພ້ອມແລ້ວທີ່ຈະແບ່ງປັນ​ປະສົບ​ການ​ກັບກົມຄຸ້ມຄອງຄວາມປອດໄພດ້ານອຸດສາຫະກຳພະລັງງານລາວ ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ຄື: ຄຸ້ມ​ຄອງ​ກໍ່ສ້າງ, ຄຸ້ມ​ຄອງບັນດາ​ກິດຈະກໍາເຂື່ອນໄຟຟ້າ​ນ້ຳຕົກ​ຢ່າງ​ປອດ​ໄພ ​ແລະ ມີ​ປະສິດທິ​ຜົນ; ຕີລາຄາ ແລະ ກວດກາບັນດາກິດຈະກໍາເຂື່ອນໄຟຟ້ານ້ຳຕົກ; ສ້າງຖານຂໍ້ມູນກ່ຽວກັບການຄຸ້ມ ຄອງຄວາມປອດໄພຂອງເຂື່ອນ ແລະ ອ່າງເກັບນໍ້າ; ການສ້າງຕັ້ງ ແລະ ສ້າງ ຂັ້ນຕອນການດຳເນີນການເຄື່ອນໄຫວອ່າງເກັບນ້ຳ ແລະ ລະບົບບັນດາອ່າງເກັບນໍ້າ; ສ້າງ​ແຜນ​ທີ່​ໄພ​ນ້ຳ​ຖ້ວມ​ເຂດ​ລຸ່ມ​ນ້ຳ ແລະ ແຜນການ​ຮັບ​ມື; ບໍາລຸງສ້າງແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ເພື່ອການດຳເນີນການເຄື່ອນໄຫວ​ເຂື່ອນ, ອ່າງ​ເກັບ​ນ້ຳ...

ໃນຂະນະນັ້ນ, ບໍລິສັດຫຸ້ນສ່ວນທີ່ປຶກສາກໍ່ສ້າງໄຟຟ້າ 1 (EVNPECC1) - ວິສາຫະກິດໄດ້ຜັນຂະຫຍາຍຫຼາຍໂຄງການເຂື່ອນໄຟຟ້ານໍ້າຕົກຢູ່ລາວ, ມີຫຼາຍປະສົບການໃນວຽກງານທີ່ປຶກສາ, ອອກແບບກໍ່ສ້າງບັນດາກິດກະກໍາ ເຂື່ອນໄຟຟ້າ ແລະ ທີ່ປຶກສາກໍ່ສ້າງແຜນທີ່ໄພນໍ້າຖ້ວນເຂດລຸ່ມນໍ້າ. ທ່ານ ຫງວຽນຮື໊ວຈີ້ງ, ຜູ້ອຳນວຍການໃຫຍ່ EVNPECC1 ໃຫ້ຮູ້ວ່າ: ບໍລິສັດ ພ້ອມແລ້ວທີ່ຈະໜູນຊ່ວຍ ແລະ ໃຫ້ຄາປຶກສາວິທີການທີ່ດີທີ່ສຸດໃຫ້ແກ່ DESM ແລະ ລັດຖະບານລາວ ກ່ຽວກັບຂົງເຂດດັ່ງກ່າວ.

ບູນມີ

ເຫດການ
302 Found

Found

The document has moved here.