ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດ້ວັນຈຽນ ຢ້ຽມຢາມໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ

13:20 | 01/08/2022

ຍສໝ - ຕາມທ່ານ ໂດ້ວັນຈຽນ ແລ້ວ, ໃນຊຸມປີຜ່ານມາ, ດ້ວຍພາລະກໍາຂອງຕົນ, ໂຮງຮຽນບໍ່ພຽງແຕ່ສອນວັດທະນະທໍາໂດຍກົງເທົ່ານັ້ນຫາກຍັງສອນພາສາລາວ ແລະພາສາຫວຽດນາມ ໃຫ້ແກ່ບັນດານັກຮຽນ.

ໂຮງຮຽນສອງພາສາລາວ-ຫວຽດ ຫງວຽນຢູ ສັກວັກຊິນໃຫ້ນັກຮຽນໃນເກນອາຍຸແຕ່ 6-11 ປີ ໂຮງຮຽນສອງພາສາລາວ-ຫວຽດ ຫງວຽນຢູ ສັກວັກຊິນໃຫ້ນັກຮຽນໃນເກນອາຍຸແຕ່ 6-11 ປີ
ມອບທຶນການສຶກສາໃຫ້ນັກຮຽນໂຮງຮຽນສອງພາສາ ຫງວຽນຢູ ຢູ່ ລາວ ມາຮຽນຢູ່ ຫວຽດນາມ ມອບທຶນການສຶກສາໃຫ້ນັກຮຽນໂຮງຮຽນສອງພາສາ ຫງວຽນຢູ ຢູ່ ລາວ ມາຮຽນຢູ່ ຫວຽດນາມ

ໃນຂອບເຂດການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ, ຕອນເຊົ້າວັນທີ 28 ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ, ທ່ານ ໂດ້ວັນຈຽນ ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ.

ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດ້ວັນຈຽນ ຢ້ຽມຢາມໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ
ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດ້ວັນຈຽນ ຢ້ຽມຢາມໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ. ພາບ: mattran.org.vn

ຕາມທ່ານ ໂດ້ວັນຈຽນ ແລ້ວ, ໃນຊຸມປີຜ່ານມາ, ດ້ວຍພາລະກໍາຂອງຕົນ, ໂຮງຮຽນບໍ່ພຽງແຕ່ສອນວັດທະນະທໍາໂດຍກົງເທົ່ານັ້ນຫາກຍັງສອນພາສາລາວ ແລະພາສາຫວຽດນາມ ໃຫ້ແກ່ບັນດານັກຮຽນ. ນີ້ແມ່ນສິ່ງລໍ້າຄ່າທີ່ສຸດ, ແມ່ນຂົວເຊື່ອມຕໍ່ເພື່ອຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນ ມູນເຊື້ອ, ຄວາມສາມັກຄີສະໜິດຕິດພັນລະຫວ່າງສອງປະເທດຫວຽດນາມ-ລາວ.

ໂດຍແບ່ງ​ປັນບັນດາຄວາມຫຍຸ້ງຍາກຂອງໂຮງຮຽນ, ທ່ານປະທານຄະນະກໍາມະການ ສູນກາງແນວໂຮມປະເທດຊາດຫວຽດນາມ ປາດຖະໜາວ່າ ໝູ່ຄະນະພະນັກງານຄູສອນຈະສືບຕໍ່ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ຕັດສິນໃຈປະຕິບັດຄຳຂວັນ “ສອນດີ-ຮຽນເກັ່ງ”, ສ້າງໂຮງຮຽນໃຫ້​ເປັນບ່ອນທີ່ໄວ້ເນື້ອເຊື່ອໃຈຂອງພໍ່​ແມ່ນັກຮຽນ, ປະຕິບັດຖືກຕາມແນວທາງນະໂຍບາຍຂອງສອງພັກ, ສອງລັດ, ຮັດແໜ້ນການພົວພັນ, ນໍ້າໃຈສາມັກຄີແບບພິເສດຫວຽດນາມ-ລາວ.

ເນື່ອງໃນໂອກາດນີ້, ທ່ານ ໂດ້ວັນຈຽນ ໄດ້ມອບຂອງຂວັນລວມມີຄອມພີວເຕີ ແລະ ເຄື່ອງພິມ 5 ຊຸດເພື່ອໜູນຊ່ວຍໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ ດ້ວຍຄວາມປາດຖະໜາ​ວ່າ ຄູສອນ ແລະ ນັກຮຽນຂອງໂຮງຮຽນຈະສືບ ຕໍ່ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ບັນລຸຜົນງານຫຼາຍ​ຢ່າງໃນ ພາລະກິດສຶກສາ-ກໍ່ສ້າງກວ່າອີກ; ຍູ້ແຮງການໂຄສະນາ, ການສຶກສາກ່ຽວກັບ ມູນເຊື້ອການພົວພັນແບບພິເສດຫວຽດນາມ-ລາວ ໃນໝູ່ປະຊາຊົນທຸກຊັ້ນວັນນະ ຢ່າງບໍ່ຢຸດຢັ້ງ, ເປັນຕົ້ນແມ່ນ ຮຸ່ນໜຸ່ມສອງປະເທດ, ຜ່ານນັ້ນ ກໍປະກອບສ່ວນນໍາ ການພົວ​ພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການ ຮ່ວມມືຮອບດ້ານຫວຽດນາມ-ລາວ ​ໃຫ້ນັບມື້ນັບພັດທະນາຢ່າງດີງາມ.

ບູນມີ

ເຫດການ
302 Found

Found

The document has moved here.