ການນຳຂັ້ນສູງຫວຽດນາມ ຮັບຫຼຽນໄຊຂອງລັດຖະບານ ສປປ ລາວ

20:03 | 23/07/2022

ຍສໝ - ນະທີ່ນີ້, ທ່ານຮອງປະທານປະເທດ ລາວ ບຸນທອງ ຈິດມະນີ ໄດ້ປະດັບ ຫຼຽນຄຳແຫ່ງຊາດ - ເຊິ່ງເປັນຫຼຽນໄຊອັນສູງສົ່ງທີ່ສຸດຂອງ ສປປ ລາວ ໃຫ້ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ; ປະດັບຫຼຽນໄຊອິດສະຫຼະ ຊັ້ນ I ຂອງລາວ ໃຫ້ແກ່ການນຳ 11 ທ່ານເຊິ່ງເປັນກຳມະການກົມການເມືອງ ແລະ ເລຂາທິການສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII.

ວາລະສານ ຍຸກສະໄໝ  ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ  ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ ວາລະສານ ຍຸກສະໄໝ ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ
ສປປ ລາວ ​ໄດ້​ມີ​ຄວາມ​ພ້ອມໃນ​ທຸກ​ດ້ານ ​ເພື່ອ​ຮອງ​ຮັບ​ການ​ລະບາດ​ ຂອງ​ເຊື້ອພະຍາດ Covid-19 ທີ່​ອາດ​ຈະ​​ແຜ່​ລະບາດ​ ຢູ່​ ສປປ ລາວ ສປປ ລາວ ​ໄດ້​ມີ​ຄວາມ​ພ້ອມໃນ​ທຸກ​ດ້ານ ​ເພື່ອ​ຮອງ​ຮັບ​ການ​ລະບາດ​ ຂອງ​ເຊື້ອພະຍາດ Covid-19 ທີ່​ອາດ​ຈະ​​ແຜ່​ລະບາດ​ ຢູ່​ ສປປ ລາວ

ຕອນບ່າຍວັນທີ 18 ກໍລະກົດ, ຢູ່ຫໍປະຊຸມແຫ່ງຊາດທີ່ນະຄອນຫຼວງ ຮ່າໂນ້ຍ, ໄດ້ຈັດພິທີປະດັບຫຼຽນຄຳແຫ່ງຊາດ ແລະ ຫຼຽນໄຊອິດສະຫຼະ ຊັ້ນ I ຂອງລັດແຫ່ງ ສປປ ລາວ ໃຫ້ແກ່ການນຳຂັ້ນສູງພັກ, ລັດ ຫວຽດນາມ ຈຳນວນໜຶ່ງ ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ.

ເຂົ້າຮ່ວມພິທີປະດັບຫຼຽນ, ຝ່າຍ ຫວຽດນາມ ມີທ່ານປະທານປະເທດ ຫງວຽນຊວນຟຸກ; ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ; ທ່ານປະທາ ນສະພາແຫ່ງຊາດ ເວືອງດິ່ງເຫ້ວ… ສ່ວນຝ່າຍລາວ ມີທ່ານຮອງປະທານ ປະເທດ ສປປ ລາວ ບຸນທອງ ຈິດມະນີ, ພ້ອມກັບບັນດາສະມາຊິກຂອງຄະນະ ຜູ້ແທນຂັ້ນສູງພັກ, ລັດລາວ ທີ່ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວຂ່ຳນັບຮັບຕ້ອນ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022”.

ການນຳຂັ້ນສູງຫວຽດນາມ ຮັບຫຼຽນໄຊຂອງລັດຖະບານ ສປປ ລາວ
ການນຳຂັ້ນສູງຫວຽດນາມ ຮັບຫຼຽນໄຊຂອງລັດຖະບານ ສປປ ລາວ. ພາບ: baocjinhphu.vn

ນະທີ່ນີ້, ທ່ານຮອງປະທານປະເທດ ລາວ ບຸນທອງ ຈິດມະນີ ໄດ້ປະດັບ ຫຼຽນຄຳແຫ່ງຊາດ - ເຊິ່ງເປັນຫຼຽນໄຊອັນສູງສົ່ງທີ່ສຸດຂອງ ສປປ ລາວ ໃຫ້ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ; ປະດັບຫຼຽນໄຊອິດສະຫຼະ ຊັ້ນ I ຂອງລາວ ໃຫ້ແກ່ການນຳ 11 ທ່ານເຊິ່ງເປັນກຳມະການກົມການເມືອງ ແລະ ເລຂາທິການສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII.

ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານປະເທດ ລາວ ບຸນທອງ ຈິດມະນີ ຢັ້ງຢືນວ່າ: ນີ້ແມ່ນລາງວັນທີ່ເໝາະສົມມອບໃຫ້ບັນດາການນຳພັກ, ລັດ, ສະພາແຫ່ງຊາດ ຫວຽດນາມ… ທີ່ມີຄຸນງາມຄວາມດີອັນໃຫຍ່ຫຼວງ, ດີເດັ່ນພິເສດໃນການຮັກສາ, ເພີ່ມພູນຄູນສ້າງ ແລະ ເພີ່ມທະວີສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມື ຮອບດ້ານຫວຽດນາມ - ລາວ, ລາວ - ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ປາດຖະໜາ ແລະ ຕັດສິນໃຈເພີ່ມພູນຄູນສ້າງ ສາຍພົວພັນທີ່ເປັນແບບຢ່າງ, ບໍລິສຸດຜຸດຜ່ອງຫວຽດນາມ - ລາວ ຢ່າງບໍ່ ຢຸດຢັ້ງ; ເຊື່ອໝັ້ນຢ່າງໜັກແໜ້ນວ່າ, ຈາກບົດຮຽນທີ່ລ້ຳຄ່າໃນການຕໍ່ສູ້ຍາດເອົາ ເອກະລາດ, ເສລີພາບໃນເມື່ອກ່ອນ, ສອງພັກ, ສອງລັດ ແລະ ປະຊາຊົນ ສອງປະເທດຈະສືບຕໍ່ສາມັກຄີ, ເປັນເອກະພາບຄືດັ່ງອ້າຍນ້ອງກັນເພື່ອ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ໜູນຊ່ວຍເຊິ່ງກັນ ແລະ ກັນ ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ຕັ້ງໜ້າເຊື່ອມໂຍງ ເຂົ້າກັບສາກົນຢ່າງເລິກເຊິ່ງ, ກ້ວາງຂວາງ, ມີປະສິດທິຜົນ, ນຳມາ ເຊິ່ງຊີວິດທີ່ສະຫງົບສຸກ, ອີ່ມໜຳສຳລານ, ຄວາມຜາສຸກມາໃຫ້ປະຊາຊົນ ສອງປະເທດ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ.

ບູນມີ

ເຫດການ
302 Found

Found

The document has moved here.